google-site-verification: google0d91bc93cfc88895.html ສະພາບການຕະຫຼາດເຂົ້າ ຢູ່ໃນ ສປປ ລາວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, August 21, 2015

ສະພາບການຕະຫຼາດເຂົ້າ ຢູ່ໃນ ສປປ ລາວ


https://wichaipy9738.files.wordpress.com/2013/03/

ສະພາບການຕະຫຼາດເຂົ້າ ຢູ່ໃນ ສປປ ລາວ ສ່ວນໃຫຍ່ຍັງເປັນຕະຫຼາດຂາຍເຂົ້າລວມ ບໍ່ໄດ້ຜ່ານການປຸງແຕ່ງທີ່ລະອຽດ ຈິ່ງເປັນເຫດໃຫ້ເຂົ້າ ບໍ່ມີລົດຊາດ, ບໍ່ມີຄວາມຫອມ, ບໍ່ອ່ອນນຸ່ມ, ສີບໍ່ເສາະໃສ (ຕົກໂໝະ), ຂາດໜາດເມັດເຂົ້າສານບໍ່ສະໝໍ່າ ສະເໜີ (ເມັດຫັກ ແລະ ສິ່ງເຈືອບົນອື່ນໆ) ແລະ ຍັງບໍ່ທັນໄດ້ຖືກວິເຄາະວິໄຈຫາທາດອາຫານທີ່ບັນຈຸຢູ່ໃນເມັດເຂົ້າ ທີ່ເປັນປະໂຫຍດຕໍ່ສຸຂະພາບ. ກົງກັນຂ້າມຜູ້ບໍລິໂພກສ່ວນໃຫຍ່ ຕ້ອງການກິນເຂົ້າທີ່ມີຄຸນນະພາບ (ລົດຊາດດີ, ມີຄວາມຫອມ, ມີຄວາມອ່ອນນຸ່ມ, ສີຂາວລ້ວນ, ເມັດສະໝໍ່າສະເໜີ, ອົງປະກອບດ້ານທາດອາຫານທາງດ້ານໂພຊະນາການສູງ).
​ໃນ​ປີ 2025 ສປປ ລາວ ມີ​ຄວາມ​ອາດສາມາດ​ຜະລິດ​ເຂົ້າ ໄດ້ເຖິງ 5,2 ລ້ານ​ໂຕນ​ເຂົ້າ​ເປືອກ ​ໃນ​ນັ້ນ ​3-3,5 ລ້ານ​ໂຕນ ​ເພື່ອຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງ ​​ໂດຍ​ເລັ່ງ​ໃສ່​ທົ່ງພຽງ ​ແຂວງ ຄຳ​ມ່ວນ ​ແລະ ສະຫວັນ​ນະ​ເຂດ ​ໃຫ້​ກາຍ​ເປັນ​ໃຈກາງ​ແຫຼ່ງຜະລິດ​ເຂົ້າ. ສຳລັບ​ການ​ຜະລິດ​ເຂົ້າ​ທີ່​ມີ​ຄຸນ​ນະພາ​ບກາຍເປັນ​ສິນຄ້າ ຈຳນວນ 1,8 ລ້ານໂຕນ ​​ແມ່ນ​ສຸມ​ໃສ່​ພື້ນທີ່ ທີ່​ມີ​ທ່າ​ແຮງກະສິກຳ​ສະອາດ​ດ້ານ​ການ​ປູກ​ເຂົ້າ ​ໂດຍ​ສະ​ເພາະ​ລະບົບ​ການ​ຜະລິດ​ແບບ​ກະສິກຳ​ທີ່​ດີ, ກະ​ສິກຳ​ອີນຊີ ​ເຊິ່ງ​ເປັນ​ເອກະລັກ​ສະ​ເພາະ. ຈາກ​ຕົວ​ເລກ​ເຂົ້າ​ເປັນ​ສິນຄ້າ ​ເຫັນ​ວ່າ​ມີ​ທ່າ​ແຮງ​ໃຫ້​ແກ່​ການ​ເຈລະຈາ​ການ​ຄ້າ​ເຂົ້າ ​ແລະ ສາມາດ​​ເຊື່​ອມ​ໂຍງ​ການ​​ຄ້າ​ເຂົ້າ ກັບ​ບັນດາ​ຕະຫຼາດພາຍ​ໃນ, ພາກພື້ນ ​ແລະ ສາກົນ​ໄດ້.

https://lh4.googleusercontent.com/-_Ct-MM12co0/UQIkbblwMnI/AAAAAAAAzOA/QnRpnEw8aTg/s640/

ຖ່າຍ​ຈາກ​ຕະ​ຫລາດ ເມືອງ​ປາກ​ເຊ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ