ຜ່ານມາເຫັນວ່າ ການກໍານົດເງື່ອນໄຂການປູກພືດແຕ່ລະຊະນິດ
ຢູ່ໃນແຕ່ລະເຂດ ບໍ່ທັນໄດ້ມີການກໍານົດຢ່າງລະອຽດ, ການສົ່ງເສີມທາງດ້ານວິຊາການຍັງບໍ່ທັນທົ່ວເຖິງຊາວກະສິກອນຈຳນວນຫລາຍ
ແມ່ນໄດ້ຫັນປ່ຽນເນື້ອທີ່ດິນຈາກທີ່ດິນກະສິກຳໄປປູກໄມ້ອຸດສາຫະກຳ ເຮັດໃຫ້ເນື້ອທີ່ທຳການຜະລິດລຸດລົງ. ນອກ
ຈາກນີ້,
ການຕອບສະໜອງແນວພັນສັດ ແລະ ອາຫານສັດ ບໍ່ທັນພຽງພໍ ຍັງອາໄສການ¿-Àຂົ້າເປັນຕົ້ນຕໍ, ບໍ່ທັນມີການກຳນົດເຂດຈັດສັນ ສຳລັບການປູກຝັງ
ແລະ ລ້ຽງສັດຢ່າງລະອຽດ ຫລື ໃນບາງເຂດໄດ້ຈັດສັນແລ້ວ,
ແຕ່ການນຳໃຊ້ບໍ່ທັນເກີດປະໂຫຍດໃຫ້ແກ່ຊາວກະສິກອນ.
ເພື່ອຮັບປະກັນໃນການຜະລິດສິນຄ້າສະບຽງອາຫານ
ທີ່ມີຄຸນນະພາບ ແລະພຽງພໍ ສາມາດຕອບສະໜອງໄດ້ ພວກເຮົາຄວນຕ້ອງໄດ້ມີການປະຕິຮູບການຜະລິດແບບດັ່ງເດີມ
ເຂົ້າໄປສູ່ການຜະລິດແບບໃຊ້ກົນຈັກ, ການກໍ່ສ້າງຊົນລະປະທານໃຫ້ມີປະສິດທິຜົນ, ສາມາດຮັບປະກັນການສະຫນອງນ້ຳໃຫ້ແກ່ການຜະ
ລິດກະສິກຳໄດ້ພຽງພໍດ້ານສະບຽງອາຫານ ແລະ ການຜະລິດເປັນສິນຄ້າ
ຫລຸດຜ່ອນຕົ້ນທຶນການຜະລິດ. ລັດຖະບານຕ້ອງໄດ້ຊຸກຍູ້ໃຫ້ຂະແໜງການ ສົ່ງວິຊາການລົງແນະນຳບົດຮຽນເຕັກນິກ¸ò꽨¾-¡¾-ÃÏúໃຫ້ແກ່ປະຊາຊົນ -Áì½
ຊຸກຍູ້ການປູກ-ການລ້ຽງໃຫ້ກາຍເປັນຟາມເປັນຕົ້ນ: ການລ້ຽງສັດປີກ, ສັດໃຫຍ່ ແລະ ການປູກພືດຜັ¡ປອດສານພິດ,
ສະເໜີໃຫ້ສືບຕໍ່ຄົ້ນຄ້ວານະໂຍບາຍຊຸກຍູ້, ສົ່ງເສີມດ້ານທຶນ, ເຕັກນິກ, ຕ½
;©, ລາຄາທີ່-Áê©ເໝາະກວ່າ. ທັງນັ້ນ, ກໍເພື່ອເຮັດໃຫ້ຊາວກະສິກອນມີຄວາມອຸ່ນອ່ຽນ, ໝັ້ນໃຈຕໍ່ນະໂຍ
ບາຍຂອງລັດເຮົາ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ