google-site-verification: google0d91bc93cfc88895.html ຄວາມ​ເປັນ​ມາ​ເບື້ອງ​ຕົ້ນ​ບຸນມະ​ໂຫລານ​ກາ​ເຟລາວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, August 03, 2015

ຄວາມ​ເປັນ​ມາ​ເບື້ອງ​ຕົ້ນ​ບຸນມະ​ໂຫລານ​ກາ​ເຟລາວ

http://www.wedding.guideubon.com/2.0/files/1514/0984/8178/

          ​ເບື້ອງ​ຕົ້ນຄະນະ​ບໍລິຫານງານສາ​ມະ​ຄົມ​ກາ​ເຟລາວ ​ໄດ້​ມີ​ການ​ຄົ້ນຄວ້າ​ປຶກສາ​ຫາລື ຮ່ວມ​ກັບ ອົງການ​ຊ່ວຍ​ເຫຼືອ​ ລາວ - ​ເຢຍລະ​ມັນ (GIZ) ແລະ ຫ້ອງການປະສານງານກອງເລຂາຄະນະກໍາມະການແຫ່ງຊາດ ເພື່ອການສົ່ງເສີມກາເຟລາວ (CNCL) ຕໍ່ມາ ປະທານສາມະຄົມກາເຟລາວ ໄດ້ຮຽນສະເໜີຂໍທິດຊີ້ນຳກ່ຽວກັບ ການຈັດຕັ້ງງານບຸນມະໂຫລານກາເຟລາວ ຄັ້ງປະຖົມມະເລີກຂື້ນ ທີ່ນະຄອນຫຼວງວຽງຈັນ  ໂດຍສະເໜີໄປຍັງ 4 ພາກສ່ວນ ຄື : ທ່ານ​ ເຈົ້າ​ແຂວງໆ ຈໍາປາ​ສັກ, ສະບັບເລກທີ 061/ສກຟລ ;  ທ່ານ​ ປະທານ​ສະພາ​ການ​ຄ້າ ​ແລະ ອຸດ​ສະຫະ​ກໍາ ​ແຫ່ງ​ຊາດ, ສະບັບເລກທີ 062/ສກຟລ, ທ່ານ ​ລັດຖະມົນຕີ​ວ່າການ ກະຊວງ ອຸດ​ສະຫະ​ກຳ ​ແລະ ການ​ຄ້າສະບັບເລກທີ 063/ສກຟລ ;   ທ່ານ​ລັດຖະມົນຕີ​ວ່າການ ກະຊວງ ກະສິກຳ ​ແລະ ປ່າ​ໄມ້ ສະບັບເລກທີ 064/ສກຟລ, ​ເອກະສານທັງ 4 ສະບັບ ​ແມ່ນ​ລົງ​ວັນ​ທີ 18/12/2013.
          ວັນ​ທີ 19/12/2013 ທ່ານ​ ເຈົ້າ​ແຂວງໆ ຈຳປາ​ສັກ ມີ​ທິດ​ຊີ້​ນຳຜ່ານ​ຫ້ອງ​ວ່າການ​ປົກຄອງ​ ແຂວງ ຈຳປາ​ສັກ ຕາມ​​ແຈ້ງ​ການ ສະບັບ​ເລກທີ 1356/ຫປຂ.ຈສ, ລົງ​ວັນ​ທີ 20/12/2013. ​ເຊີ່ງ​ແຈ້ງ​ເນື້ອ​ໃນ​ທິດ​ຊີ້​ນໍາ​ ຂອງ​ ຂັນ​ເທິງ​ໃຫ້​ຮັບ​ຊາບ​ດັ່ງ​ນີ້ : ​ເຫັນ​ດີ​ຕາມ​ການສະ​ເໜີ ມອບ​ໃຫ້​ສະພາ​ການ​ຄ້າ ​ແລະ  ອຸດ​ສະຫະ​ກຳ​ແຂວງ,​ ສະມາຄົມ​ກາ​ເຟລາວ,  ພະ​ແນ​ກອຸດ​ສະຫະ​ກຳ ​ແລະ ການ​ຄ້າ ​ແຂວງ, ສົມທົບ​ກັບ​ ນະຄອນຫຼວງວຽງ​ຈັນ ປຶກສາ​ຫາລື​ກຳນົດ​ວິທີ​ການ, ມາດ​ຕະການ​ລະອຽດເພື່ອ​ເຮັດ​ໃຫ້​ງານ​ມີ​ບັນຍາກາດ​ຟົດ​ຟື້ນ ​ແລະ ສໍາ​ເລັດ​ຕາມ​ແຜນການ ສໍາລັບ ​ວັນ​ເວລາ​ໃຫ້​ເອົາ​ວັນ​ສຳຄັນ​ຂອງ​ພັກ, ຂອງ​ຊາດ ​ເລີຍ​ຈະ​ເປັນ​ການ​ດີ.
          ວັນ​ທີ 1 ມັງກອນ 2014 ​ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ການ​ກະກຽມ​ຈັດ​ງານ​ບຸນມະ​ໂຫລານ​ກາ​ເຟລາວ​ຄັ້ງ​ປະຖົມມະ​ເລີກ​ຂື້ນ ທີ່ ຫ້ອງ​ປະຊຸມ​ກົມ​ສົ່ງ​ເສີມ ​ແລະ ພັດທະນາ​ສິນຄ້າ ກະຊວງ ອຸດ​ສະຫະ​ກຳ​ ​ແລະ ການ​ຄ້າ ​ໂດຍ​ການ​ເປັນ​ປະທານ ຂອງ ທ່ານ ສົມ​ຫວັງ ນນ​ທະ​ວົງ, ຫົວໜ້າກົມສົ່ງ​ເສີມ ​ແລະ ພັດທະນາ​ສິນຄ້າ, ກອງ​ປະຊຸມ​ໄດ້​ມີ​ມະຕິ​ເປັນ​ເອກະ​ພາບ : ​ໃຫ້​ກົມ​ສົ່ງ​ເສີມ ​ແລະ ​ພັດທະນາ​ສິນຄ້າ ລາຍ​ງານ ​ທ່ານ ລັດຖະມົນຕີ​ວ່າການ ກະຊວງ ອຸດ​ສະຫະ​ກຳ ​ແລະ ການ​ຄ້າ ​ເພື່ອ​ຂໍ​ອະນຸມັດ​ດ້ານ​ຫຼັກການ ພາຍຫຼັງ​ ອະນຸມັດ​ແລ້ວ​ ມອບ​ໃຫ້​ສະພາ​ການ​ຄ້າ ​ແລະ ອຸດ​ສະ ຫະ​ກໍາ​ແຫ່ງ​ຊາດ​ລາວ, ສະ​ມະ​ຄົມ​ກາ​ເຟລາວ ​ແລະ ບັນດາ​ແຂວງ​ທີ່​ປູກ​ກາ​ເຟ ປຶກສາ​ຫາລື​ສ້າງ​ແຜນການ​ຈັດ​ງານ​ລະອຽດ​ຈຶ່ງ​ຂໍ​ອະນຸມັດ​ຈັດ​ງານ​ອີກ​ເທື່ອ​ໜຶ່ງ, (​ເນື້ອ​ໃນ​ຕາມ​ບົດ​ບັນທຶກ​ສະບັບ​ເລກທີ 0027/ສພຄ, ລົງ​ວັນ​ທີ 13/1/2014).
          ວັນ​ທີ 13/1/2014 ທ່ານ​ ລັດຖະມົນຕີ​ວ່າການກະຊວງ ອຸດ​ສະຫະ​ກຳ ​ແລະ ການ​ຄ້າ ​ໄດ້​ເຫັນ​ດີ​ອະນຸມັດ​ທາງ​ດ້ານ​ຫຼັກການ​ໃນ​ການ​ກະ​ກຽມ​ຈັດ​ງານ​ມະ​ໂຫລານ​ກາ​ເຟລາວ ຄັ້ງ​ປະຖົມມະ​ລຶກ ທີ່​ ນະຄອນຫຼວງ​ວຽງ​ຈັນ ​ໂດຍ​ມອບ​ໃຫ້​ສະພາ​ການ​ຄ້າ ​ແລະ ອຸດ​ສະຫະ​ກໍາ​ແຫ່ງ​ຊາດ​ລາວ, ສາ​ມະ​ຄົມ ​ແລະ ​ແຂວງ ສົມທົບ​ກັບ​ກົມສົ່ງ​ເສີມ ​ແລະ ​ພັດນາ​ສິນຄ້າ ​ແລະ ພາກສ່ວນ​ກ່ຽວຂ້ອງ​ພ້ອມ​ກັນ​ຄົ້ນຄວ້າ ກະກຽມ​ແຜນການ​ລະອຽດ​ໃນ​ການຈັດ​ງານ ພາຍຫຼັງ​ກຽມ​ລະອຽດ​ແລ້ວ ຈະ​ໄດ້​ລາຍ​ງານ​ຄືນ​ເພື່ອ​ເປັນ​ພື້ນຖານ​ໃນ​ການ​ຂໍ​ອະນຸມັດ​ຈັດ​ງານ​ດັ່ງກ່າວ​ອີກ​ເທື່ອ​ໜຶ່ງ, ( ​ເນື້ອ​ໃນ​ຕາມ​ຂໍ້​ຕົກລົງ ສະບັບ

 http://i.ytimg.com/vi/qw4msa97M0w/

ເລກທີ 0076/ອຄ.ສພຄ, ລົງ​ວັນ​ທີ 13/1/2014 ຂອງ ທ່ານ​ລັດຖະມົນຕີ​ວ່າການ ກະຊວງ ອຸດ​ສະຫະ​ກຳ ​ແລະ ການ​ຄ້າ ).
ວັນ​ທີ 2/4/2014 ທ່ານ​ ເຈົ້າ​ແຂວງໆ ຈຳປາ​ສັກ ອອກ​ຂໍ້​ຕົກລົງ​ສະ​ບັບ​ເລກທີ 686/ຈຂ.ຈສ, ວ່າດ້ວຍການ​ແຕ່ງ​ຕັ້ງ​ຄະນະ​ກຳມະການ​ຮັບຜິດຊອບງານ​ບຸນມະ​ໂຫລານ​ກາ​ເຟລາວ​ ຂັ້ນ​ແຂວງ ຄັ້ງ​ປະຖົມມະ​ລຶກ ທີ່ ​ນະຄອນຫຼວງ​ວຽງ​ຈັນ  ປະກອບ​ມີ 7 ອະນຸ​ກໍາມະການ ຈຳນວນ 43 ທ່ານ ( ​ໂດຍ​ອີງ​ໃສ່ຂໍ້​ຕົກລົງສະບັບເລກທີ 0076/ອຄ.ສພຄ, ລົງ​ວັນ​ທີ 13/1/2014 ຂອງ ທ່ານ​ ລັດຖະມົນຕີ​ວ່າການກະຊວງ ອຸດ​ສະຫະ​ກຳ ​ແລະ ການ​ຄ້າ).

ຕໍ່​ມາ​ອະນຸ​ກໍາມະການ​ທີ່​ຖືກ​ແຕ່ງ​ຕັ້ງ​ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ກັນ​ຫຼາຍ​ຄັ້ງ ຈົນ​ມາ​ຮອດ​ ກອງ​ປະຊຸມ​ຄັ້ງ​ວັນ​ທີ 29 ​ເມສາ 2014 ກອງ​ປະຊຸມ​ໄດ້​ມີ​ຄວາມ​ເຫັນ​ດີ​ເປັນ​ເອກ​ກະພາບ ສະ​ເໜີ ຍ້າຍ​ສະຖານ​ທີ່ ຈາກ​ ນະຄອນຫຼວງ​ວຽງ​ຈັນ ມາ​ເປັນ ​ແຂວງ ຈຳປາ​ສັກ ຍ້ອນ : ພູມີ​ປະ​ເທດ, ປະຫວັດສາດ, ສິ່ງ​ອໍານວຍ​ຄວາມ​ສະ​ດວກ​ຕ່າງໆ. ມາ​ຮອດ​ວັນ​ທີ 4/7/2014 ​ເຈົ້າ​ແຂວງໆ ຈໍາປາ​ສັກ ອອກ​ຂໍ້​ຕົກລົງ ສະບັບ​ເລກທີ 1271/ຈຂ.ຈສ, ວ່າ​ດ້ວຍ​ການ​ອະນຸມັດ​ຈັດ​ງານ​ບຸນມະ​ໂຫລານ​ກາ​ເຟລາວ, ຄັ້ງ​ປະຖົມມະ​ລຶກ ທີ່ ​ເມືອງ ປາກ​ເຊ, ​ແຂວງ ຈໍາປາ​ສັກ ​ໃນ​ລະຫວ່າງ​ວັນ​ທີ 24 - 26 ຕຸລາ 2014.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ