ເມື່ອບ້ານເມືອງສູນເສຍເອກະລາດ ປະຊາຊົນຕົກເປັນຂ້ອຍຂ້າມ້າໃຊ້ຂອງຕ່າງຊາດ
( ສະຫຍາມ ) ເຮັດໃຫ້ເຈົ້າອານຸວົງ
ເກີດຄວາມຮູ້ສຶກຢາກກູ້ຊາດ
ກູ້ ເອົາອິດສະຫລະພາບຂອງຊາວວຽງຈັນລ້ານຊ້າງກັບຄືນມາ. ເພື່ອກະກຽມໃຫ້ແກ່ການລຸກຂຶ້ນກູ້ຊາດຍາດແຜ່ນດິນຄືນມາ, ພາຍຫລັງໄດ້ຖືກແຕ່ງ
ຕັ້ງ ຈາກສະຫຍາມໃຫ້ເປັນກະສັດລ້ານຊ້າງວຽງຈັນ, ເຈົ້າອານຸວົງ ກໍໄດ້ດຳເນີນພາລະກິດອັນສຳຄັນຫລາຍປະການ ເຊັ່ນ :

ດ້ານການເມືອງ
:
- ໄດ້ຕິດຕາມຂະບວນການຕໍ່ສູ້ຂອງປະຊາຊົນຢູ່ໃນແຕ່ລະທ້ອງຖິ່ນ ຄື : ຢູ່ຈຳປາສັກ ພາຍໃຕ້ການນຳພາຂອງອ້າຍຊຽງແກ້ວ ຢູ່ເມືອງໂຂງ; ການຕໍ່ສູ້ ຂອງ ເຈົ້າໂອ,ເຈົ້າອິນ ຢູ່ອັດຕະປື; ສ່ວນຢູ່ພາກເໜືອ ພາກກາງ ກໍ່ມີຂະບວນຂອງປະຊາຊົນທີ່ບໍ່ພໍໃຈກັບສັກດີນາທ້ອງຖິ່ນ ໄດ້ລຸກຂຶ້ນແບບກະແຈກ ກະ ຈາຍ; ຢູ່ນະຄອນພະນົມກໍ່ປະກາດແຍກຕົວບໍ່ຂຶ້ນກັບບາງກອກ; ໄດ້ປັບປຸງການປົກຄອງໃນ 79 ຫົວເມືອງ ທີ່ຂຶ້ນກັບ, ໄດ້ໄປພົບກັບເຈົ້າເມືອງທີ່ເຂົ້າ ໃຈ ກັນດີ ຢູ່ນະຄອນພະນົມ, ມຸກດາຫານ, ໄດ້ແຕ່ງໃຫ້ເຈົ້າລາຊະບຸດໂຍ້ ໄປເປັນຜູ້ປົກຄອງຈຳປາສັກ, ໄດ້ນຳເອົາເຮືອຄຳ, ນຳເອົາຊ້າງ 7 ສອກ ແລະ ຂອງ ຂວັນອື່ນໆ ໄປມອບຖວາຍ ແດ່ເຈົ້າມັນທາຕຸລາດ ອານາຈັກລ້ານຊ້າງຫລວງພະບາງ ເພື່ອໃຫ້ຫລົງລືມຄວາມເກົ່າຄວາມ ຫລັງເພື່ອພ້ອມກັນຕໍ່ສູ້ ຍາດ ເອົາແຜ່ນດິນຄືນມາ.

ຊົນ ແບບ ໂຈນ 500 ໂດຍເຈດຕະນາເຮັດໃຫ້ວຽງຈັນ ເປັນເມືອງຮ້າງບໍ່ສາມາດຢູ່ໄດ້ ບໍ່ໃຫ້ຟື້ນຟູເປັນຕົວເມືອງໄດ້ອີກ. ອານາຈັກລ້ານ ຊ້າງວຽງຈັນ ໄດ້ຖືກລົດຖານະຈາກເປັນ ອານາຈັກໜຶ່ງລົງມາເປັນ ແຄ້ວໜຶ່ງຂອງສະຫຍາມໂດຍມີສຳນັກງານ ຕັ້ງຢູ່ໜອງຄາຍ ຕໍ່ມາກໍ່ໄປຕັ້ງຢູ່ອຸດອນ , ວຽງຈັນທີ່ງົດ ງາມກໍກາຍເປັນ ເມືອງຮ້າງ 60 ກວ່າປີ. ເຖິງວ່າການ ຕໍ່ສູ້ກູ້ແຜ່ນ ດິນຄືນຂອງ ເຈົ້າອານຸວົງ ບໍ່ເປັນຜົນສຳເລັດກໍ່ຕາມ ແຕ່ມັນກໍ່ມີຄວາມໝາຍປະຫວັດ
ສາດອັນ ເລິກເຊິ່ງຊຶ່ງສະແດງໃຫ້ເຫັນ ເຖິງມູນ ເຊື້ອຕໍ່ສູ້ອັນ ເດັດດ່ຽວກ້າຫານ ບໍ່ຍອມຈຳນົນ ຂອງຄົນລາວໃຕ້ການນຳພາຂອງເຈົ້າອານຸວົງ, ມູນເຊື້ອ
ດັ່ງກ່າວ ຖືກຝັງເລິກ ຢູ່ໃນ ຈິດໃຈຂອງຄົນ ລາວທຸກຄົນ ບໍ່ວ່າຈະເປັນຄົນເຊື້ອຊາດລາວຢູ່ຝັ່ງຊ້າຍ, ກໍຄືຝັ່ງຂວາຂອງແມ່ນ້ຳ ຂອງຕ່າງກໍ່ຈົດຈຳມູນເຊື້ອ
ດັ່ງກ່າວໄວ້ຕະຫລອດມາ ແລະ ໄດ້ສືບຕໍ່ການຕໍ່ສູ້ໃນ ຮູບການໃໝ່ເປັນຕົ້ນ ແມ່ນຊາວອີສານ ຂອງໄທ ໄດ້ພາກັນແຕ່ງກາບກອນ, ວັນນະຄະດີ,ສ້າງ ເປັນ ໜັງສືອິນຕົກ ເພື່ອຄັດຄ້ານຕ້ານຢັນການ ສັກລາຍ ເອົາຄົນລາວອີສານເປັນສັນຊາດໄທ; ເປັນ ຄຳປິດສະໜາ ແລະ ມີຄຳເວົ້າທີ່ວ່າ: “ ໝາກຟັກ, ໝາກອຶ ຢູ່ດີໆຈະກາຍເປັນ ຊ້າງເປັນມ້າໄດ້ແນວໃດ, ຄວາຍເຖິກດ່ອນ ແລະ ໝູດ່ອນ ຢູ່ດີໆຈະກາຍເປັນ ຍັກກິນຄົນ ໄດ້ແນວໃດ, ຄົນລາວ ຢູ່ດີໆຈະກາຍ ເປັນ ໄທໄດ້ແນວໃດ ”, ນອກນັ້ນ ກໍມີຈົດໝາຍ “ ລືບພະສູນ ” ແລະ ອື່ ນ ໆ...ຂະບວນການຕໍ່ສູ້ ຕ້ານ ສະຫຍາມ ເພື່ອກູ້ແຜ່ນດິນຄືນ ຂອງ ເຈົ້າອານຸວົງ ໄດ້ ເຮັດ ໃຫ້ລັດທິຮັກຊາດອັນ ດູດດື່ມເຂັ້ມຂຸ້ນຂຶ້ນ, ຊື່ສຽງຂອງ ນັກຮົບວິລະຊົນທີ່ເຂົ້າຮ່ວມການ ຕໍ່ສູ້ຄັ້ງນັ້ນເຊັ່ນ: ເຈົ້າສຸກະສານ, ເຈົ້າລາຊະວົງ, ເຈົ້າລາ ຊະບຸດ, ພະຍານາລິ, ພະຍາໄກສົງຄາມ ແລະ ຜູ້ອື່ນໆໄດ້ຖືກຈົດບັນທຶກໄວ້ໃນປຶ້ມຄຳປະຫວັດສາດ ເຊິ່ງຄົນລາວບໍ່ຫຼົງລືມໄດ້. ສັງລວມແລ້ວ ໄລຍະ ລາວ ຕົກເປັນ ເມືອງສ່ວຍ ແລະ ເມືອງຂຶ້ນ ຂອງສະຫຍາມ ຮ້ອຍກວ່າປີ, ເປັນໄລຍະທີ່ ນະຄອນຫລວງວຽງຈັນ ຫງ່ວມເຫງົາ, ເສົ້າໝອງ ແລະ ສູນເສຍ ນ້ຳຕາບ້ານ ເມືອງອັນ ງົດງາມທີ່ບັນ ພະບູລຸດເຮົາສ້າງໄວ້ເກືອບ 500 ປີກ່ອນນັ້ນ ເກືອບຈະບໍ່ຍັງເຫລືອແມ່ກະທັ້ງຮ່ອງຮອຍ. ຄວາມໂຫດຮ້າຍ ປ່າ ເຖື່ອນໃນການທຳລາຍລ້າງຜານ ຂອງສະຫຍາມທີ່ມີຕໍ່ລາວເວລາໃດກໍ່ຍັງຝັງເລິກຢູູ່່ໃນ ດວງໃຈຂອງຄົນ ລາວຕະຫລອດມາ. ພາຍຫລັງ ເຈົ້າອານຸວົງ ຖືກປະຫານຊີວິດດ້ວຍການທໍລະມານຮ່າງກາຍອັນປ່າເຖື່ອນ ແລ້ວກໍ່ຍັງເກີດມີຂະບວນ ການຕ້ານ ສະຫຍາມເຊັ່ນ: “ເສິກສາມ ໂບກ( ນ້ຳພອງຈັງ ຫວັດ ຂອນແກ່ນ) 1893”, ຂະບວນການ ຕໍ່ສູ້ຂອງ ເຈົ້າຟ້າຂາວ ຍາດພີ່ນ້ອງຂອງ ເຈົ້າລາຊະດາໃນ ເຈົ້າເມືອງຈຳປາ ສັກ, ພະຍາ ອຸທຸມພອນ ເຈົ້າເມືອງອຸທຸມ ພອນ, ພະຍາສ້າງດີ ເຈົ້າເມືອງອັດຕະປື ແລະ ຂະບວນການ ຕໍ່ສູ້ອື່ນ ໆ ທີ່ໄດ້ປະຮ່ອງຮອຍແຫ່ງການ ຕໍ່ສູ້ໄວ້ ເຊິ່ງມູນ ເຊື້ອຕໍ່ສູ້ ນັ້ນ ໄດ້ລຸກເປັນ ໄຟໃນ ສະໄໝຝຣັ່ງມາປົກຄອງ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ