ກົນໄກປະສານງານ
ໃນການຈັດຕັ້ງປະຕິບັດນະໂຍບາຍ ການຜະລິດເຂົ້າ
- ສະເໜີເຂົ້າ ໃຫ້ເປັນພືດຍຸດທະສາດຂອງຊາດ ແລະ ລັດຖະບານ ຄຸ້ມຄອງໂດຍກົງ(ບັນຈຸໃນວາລະແຫ່ງຊາດ);
- ຄົ້ນຄວ້າສ້າງຕັ້ງ ຄະນະກໍາມະການບໍລິຫານ ແລະ ຊີ້ນໍາເຂົ້າ
ໃນລະດັບຊາດ (National rice Board) ແລະ ລະດັບທ້ອງຖິ່ນ
ເພື່ອເປັນຜູ້ກໍານົດນະໂຍບາຍ, ຍຸດທະສາດ ແລະ
ແຜນປະຕິບັດງານໃນແຕ່ລະໄລຍະ;
- ກໍານົດບົດບາດໜ້າທີ່ ແລະ ຄວາມຮັບຜິດຊອບ ລະຫວ່າງຂະແໜງການ
ແລະ ພາກສ່ວນຕ່າງໆ ຢ່າງຈະແຈ້ງ ລວມທັງພາກລັດ, ຜູ້ປະກອບການ, ສະຖາບັນການເງິນ ແລະ
ຜູ້ຜະລິດ. ໃນນີ້, ສໍາລັບພາກລັດຈະເຮັດບົດບາດໜ້າທີ່ຕົ້ນຕໍ 5 ຢ່າງຄື
1.
ຊ່ວຍສ້າງຄວາມເຂັ້ມແຂງໃຫ້ການຈັ້ດຕັ້ງກຸ່ມການຜະລິດ,ສະມາຄົມ ແລະ
ສະຫະກອນໃຫ້ສາມາດຮູ້ຄຸ້ມຄອງ, ໄລ່ລຽງການຜະລິດທຸລະກິດ ແລະ
ຮູ້ລະບຽບກົດໜາຍຂອງການດໍາເນີ້ນການຜະລິດ ແລະ ທຸລະກິດ
2.
ຊ່ວຍຈັດຝືກອົບຮົມວິຊາການ ແລະ ບໍລິການຂໍ້ມູນຂ່າວສານຕ່າງໆ(ດ້ານການຜະລິດ ແລະການຕະຫລາດ)
3.
ສະໜັບສະໜູນດ້ານແຫ່ລງທືນຕາມຄວາມເໜາະສົມ ແລະ
ຮັບປະກັນການລົງທືນໃຫ້ມີປະສິດຕິຜົນສູງ.
4.
ຊອກຫາຕະຫລາດ ແລະ ພັດທະນາມາດຕະຖານສີນຄ້າ ໃຫ້ເຊື່ອມໂຍງ ແລະ
ສອດຄ່ອງກັບຕະຫລາດ ສາກົນ.
5.
ກໍານົດເງື່ອນໄຂ ແລະ ສ້າງສິ່ງເອື້ອຍອໍານວຍຄວາມສະດວກຕ່າງໆ
ສໍາລັບການສົ່ງອອກ ແລະ ນໍາເຂົ້າ.
- ສ້າງນິຕິກຳຮອງຮັບ ການກຳນົດເຂດທີ່ດິນ ສະເພາະ ການປູກເຂົ້າ
ເພື່ອຮັບປະກັນການຜະລິດ ໃຫ້ມີຄວາມຍືນຍົງ, ພ້ອມທັງເນັ້ນໃສ່ການກໍານົດມາດຕະການ ປ້ອງກັນການຫັນ ປ່ຽນທີ່ດິນກະສິກຳ ໂດຍ ສະເພາະ ແມ່ນການ ຫັນປ່ຽນດິນນາ ໄປສູ່ເປົ້າໝາຍ
ການນຳໃຊ້ອື່ນ ທີ່ບໍ່ໄດ້ຮັບອະນຸຍາດ ໂດຍນຳສະເໜີ ລັດຖະບານ ພິຈາລະນາອະນຸມັດ ຮັບຮອງໂດຍໄວ.
- ດຶງດູດ ຍາດແຍ່ງ ການຊວ່ຍເຫຼືອ ແລະ ສະໜັບສະໜູນ
ຈາກສາກົນ ແລະຄູ່ຮ່ວມພັດທະນາຕ່າງໆເພື່ອລົງທືນໃສ່ການສົ່ງເສີມການຜະລິດເຂົ້າ
ຢ່າງມີປະສິດຕິຜົນ ແລະ ມີຈຸດສຸມ.
- ສືບຕໍ່ກະກຽມແຜນປະຕິບັດຕ່າງໆ (Action plan) ເພື່ອຜັນຂະຫຍາຍນະໂຍບາຍດັ່ງກ່າວໃຫ້ເປັນອັນລະອຽດ
ພ້ອມກັນນັ້ນ ກໍ່ຄົ້ນຄ້ວາສ້າງນິຕິກໍາທີ່ຈໍາເປັນ ເພື່ອຮອງຮັບ ແລະ
ໜັບສະໜູນນະໂຍບາຍດັ່ງກ່າວ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ