ການພັດທະນາບຸກລະລາກອນ ແລະ ບົດບາດຍິງ-ຊາຍ
ເພື່ອບັນລຸເປົ້າໝາຍຂອງ ພັກ ແລະ ລັດຖະບານ
ທີ່ໄດ້ກຳນົດໄວ້ຮອດປີ 2020 ຕ້ອງນຳເອົາປະເທດ
ຊາດຫຼຸດພົ້ນອອກຈາກສະພາວະຄວາມດ້ອຍພັດທະນາ ແລະ ເພື່ອບັນລຸຈຸດປະສົງ ແລະ ເປົ້າໝາຍໃນການ
ພັດທະນາຂອງຂະແໜງກະສິກຳ ແຕ່ນີ້ຮອດປີ 2020 ແລະ 2025 ໂດຍສະເພາະແມ່ນ ການຫັນເປັນ ອຸດສາຫະກຳ
ແລະ ທັນສະໄໝ ໃນຂະແໜງກະສິກຳ, ຮັບປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານ, ຊຸກຍູ້
ສົ່ງເສີມການຜະລິດສິນຄ້າກະສິກຳ ຕາມທິດການພັດທະນາກະສິກຳແບບຍືນຍົງ ປະກອບສ່ວນ
ແກ້ໄຂຄວາມ ທຸກຍາກ ຂອງປະຊາຊົນບັນດາເຜົ່າ, ດັ່ງນັ້ນ, ການພັດທະນາບຸກຄະລາກອນ
ຂອງຂະແໜງກະສິກຳ ຈຶ່ງໄດ້ວາງຈຸດໝາຍສູ້ຊົນ ຮອດປີ 2020 ແລະ 2025 ດັ່ງນີ້:
- ຮັບປະກັນໃຫ້ພະນັກງານລັດຖະກອນທຸກຄົນມີຄວາມຮູ້ ຄວາມສາມາດ ດ້ານຕ່າງໆ
ທີ່ສົມຄູ່ກັບໜ້າທີ່ ແລະ ຄວາມຮັບຜິດຊອບ, ມີຄວາມໜັກແໜ້ນ
ທາງດ້ານການເມືອງແນວຄິດ, ມີຄຸນສົມບັດສິນທຳ ປະຕິວັດ, ມີຈັນຍາບັນ,
ຈັນຍາທຳ ຕອບສະໜອງການບໍລິການຮັບໃຊ້ປະຊາຊົນ ຢ່າງຕັ້ງໜ້າ.
- ພະນັກງານ-ລັດຖະກອນທຸກຄົນ ໄດ້ຮັບການພັດທະນາຄວາມຮູ້ທີ່ຈຳເປັນ ເພື່ອຮັບປະກັນໃນການປະຕິບັດໜ້າທີ່ວຽກງານ
ໃຫ້ມີຄຸນນະພາບສູງ ໂດຍການຈັດຕັ້ງ ການຝຶກອົບຮົມ ຕາມຫຼັກສູດການ
ຝຶກອົບຮົມໃນສາຍວິຊາສະເພາະ, ວິຊາອື່ນໆທີ່ກ່ຽວຂ້ອງ,
ພາສາຕ່າງປະເທດ, ການນຳໃຊ້ເຕັກໂນ ໂລຢີ ດ້ານຂໍ້ມູນຂ່າວສານ ຢ່າງໜ້ອຍ 2-3
ເທື່ອຕໍ່ຄົນຕໍ່ປີ.
- ສ້າງນັກວິຊາການກັບທີ່ດ້ານກະສິກຳ
ຊັ້ນຕົ້ນ ຮ່ວມກັບກົມວິຊາການ ໃຫ້ກາຍເປັນນັກພັດທະນາຂັ້ນບ້ານ 3-5
ຄົນຕໍ່ບ້ານ ໃຫ້ໄດ້ 80% ໃນປີ 2020 ແລະ ສຳເລັດ 100% ໃນປີ 2025 ໂດຍເນັ້ນ ໃສ່ການປູກ, ການລ້ຽງ
ໃຫ້ສາມາດເຮັດວຽກກັບຊຸມຊົນ,
ເປັນນັກສົ່ງເສີມທີ່ມີຄວາມຮູ້ຄວາມສາມາດ,
ມີຄວາມຊ່ຽວຊານສະເພາະດ້ານ ເຊັ່ນ: ໝໍດິນ, ພະຍາດສັດ, ພະຍາດພືດ ແລະ ອື່ນໆ
ເພື່ອປະກອບໃຫ້ທ້ອງຖິ່ນ ແຂວງ, ເມືອງ, ສູນບໍລິການເຕັກນິກຕ່າງໆ ໃຫ້ພຽງພໍ
ແລະ ມີຄວາມຍືນຍົງ ໂດຍຕ້ອງມີຜູ້ທົດແທນຢ່າງຕໍ່ເນື່ອງ ໃນການນຳພາຊາວກະສິກອນ
ຈັດຕັ້ງການຜະລິດກະສິກຳ.
- ພັດທະນາ ບຸກຄະລາກອນ ແລະ
ນັກຄົ້ນຄວ້າໃຫ້ໄດ້ 13.941 ຄົນ ໃນປີ 2020 ເພີ້ມຂຶ້ນ 49,62%
ຈາກຈຳນວນພະນັກງານທີ່ມີແລ້ວໃນປະຈຸບັນ, ຮອດປີ 2025 ຈະສ້າງໃຫ້ໄດ້ 15.500 ຄົນ ເພີ່ມຂຶ້ນ 66,36% ຈາກຈຳນວນພະນັກງານທີ່ມີແລ້ວໃນປະຈຸບັນ, ໃນນີ້ ຮອດປີ 2020 ພະນັກງານສັງກັດຢູ່ບັນດາກົມ
ແລະ ສະຖາບັນອ້ອມຂ້າງກະຊວງ 14%, ຂັ້ນແຂວງ 18%, ຂັ້ນເມືອງ 65% ແລະ ບັນດາວິທະຍາໄລ
ແລະ ໂຮງຮຽນຕ່າງໆ 3% ແລະ ຮອດປີ 2025 ພະນັກງານສັງກັດຢູ່ບັນດາກົມ ແລະ
ສະຖາບັນອ້ອມຂ້າງກະຊວງ 12%, ຂັ້ນແຂວງ 15%, ຂັ້ນເມືອງ 70% ແລະ ບັນດາວິທະຍາໄລ ແລະ
ໂຮງຮຽນຕ່າງໆ 3% ໂດຍຈັດແບ່ງຕາມສາຂາວິຊາສະເພາະດັ່ງນີ້:
|
ຮອດປີ 2020
|
ຮອດປີ 2025
|
1). ເສດຖະກິດກະສິກຳ
|
976 ຄົນ
|
1.085 ຄົນ
|
2). ປູກຝັງ, ປ້ອງກັນພືດ
|
2.788 ຄົນ
|
3.100 ຄົນ
|
3). ວິທະຍາສາດດິນ, ເຄມີກະສິກຳ
|
1.115 ຄົນ
|
1.240 ຄົນ
|
4). ການລ້ຽງສັດ
|
1.394 ຄົນ
|
1.550 ຄົນ
|
5). ການປະມົງ
|
836 ຄົນ
|
929 ຄົນ
|
6). ສັດຕະວະແພດ
|
976 ຄົນ
|
1.085 ຄົນ
|
7). ສິ່ງແວດລ້ອມ, ນິເວດວິທະຍາ, ຊີວະນາໆພັນ
|
418 ຄົນ
|
465 ຄົນ
|
8). ຊົນລະປະທານ
|
1.115 ຄົນ
|
1.240 ຄົນ
|
9). ກົນຈັກກະສິກຳ
|
558 ຄົນ
|
620 ຄົນ
|
10). ປ່າໄມ້
|
2.788 ຄົນ
|
3.100 ຄົນ
|
11). ວິຊາສະໜັບສະໜູນອື່ນໆ
|
976 ຄົນ
|
1.086 ຄົນ
|
- ເພື່ອຜັນຂະຫຍາຍ ແລະ
ຈັດຕັ້ງປະຕິບັດວຽກງານຕາມທິດ 3 ສ້າງ, ກົງຈັກຕ້ອງຮັບປະກັນຄົບຊຸດ
ໂດຍສືບຕໍ່ພັດທະນາຂັ້ນເມືອງ ໃຫ້ເຂັ້ມແຂງ ແລະ
ສາມາດບັນຈຸພະນັກງານທັງໝົດ ຕາມຄວາມຕ້ອງການ ດ້ານຕຳແໜ່ງງານ ໃຫ້ໄດ້ 80% ໃນປີ 2020 ແລະ 100% ໃນປີ 2025.
- ພັດທະນາບຸກຄະລາກອນຂອງຂະແໜງກະສິກຳ
ໃຫ້ມີຄຸນນະພາບສູງ ເພື່ອຮອງຮັບໜ້າທີ່ການເມືອງໄນໄລຍະໃໝ່
ໃນຍຸກໂລກາພິວັດ, ການເຊື່ອມໂຍງສາກົນ ແລະ ພາກພື້ນ
ຈຶ່ງວາງຄາດໝາຍສູ້ຊົນ ຍົກລະດັບທາງດ້ານວິຊາສະເພາະ
ໃຫ້ພະນັກງານ-ລັດຖະກອນ ຮອດປີ 2020 ລະດັບປະລິນຍາເອກ ເພີ່ມຂຶ້ນສະເລ່ຍ 25%
ຂອງຈຳນວນທີ່ມີປະຈຸບັນ 44 ຄົນ ເທົ່າກັບ 56 ຄົນ, ລະດັບປະລິນຍາໂທ
ເພີ່ມຂຶ້ນສະເລ່ຍ 20% ຂອງຈຳນວນທີ່ມີປະຈຸບັນ 560 ຄົນ ເທົ່າກັບ 671 ຄົນ,
ລະດັບປະລິນຍາຕີ ເພີ່ມຂຶ້ນສະເລ່ຍ 35% ຂອງຈຳນວນທີ່ມີປະຈຸບັນ 2.298 ຄົນ ເທົ່າກັບ 3.102 ຄົນ, ຮອດປີ 2025 ລະດັບປະລິນຍາເອກ
ເພີ່ມຂຶ້ນສະເລ່ຍ 55% ຂອງຈຳນວນທີ່ມີປະຈຸບັນ 44 ຄົນ ເທົ່າກັບ 68 ຄົນ,
ລະດັບປະລິນຍາໂທ ເພີ່ມຂຶ້ນສະເລ່ຍ 45% ຂອງຈຳນວນທີ່ມີປະຈຸບັນ 560 ຄົນ ເທົ່ກັບ 812 ຄົນ,
ລະດັບປະລິນຍາຕີ ເພີ່ມຂຶ້ນສະເລ່ຍ 75% ຂອງຈຳນວນທີ່ມີປະຈຸບັນ 2.298 ຄົນ ເທົ່າກັບ 4.022 ຄົນ ໂດຍເນັ້ນໃສ່ ວິຊາການສະເພາະດ້ານ.
ການສ້າງພະນັກງານວິຊາການລະດັບປະລິນຍາເອກ ແລະ ປະລິນຍາໂທ ຕ້ອງມີທຶນການສຶກສາທີ່ຕອບສະໜອງໄດ້
ຕາມຄວາມຕ້ອງການ ໃນການ ພັດທະນາ, ພ້ອມກັນນີ້ຕ້ອງມີລະບົບການຄັດເລືອກຢ່າງມີຈຸດສຸມ
ເອົາພະນັກ ງານວິຊາການທີ່ມີພອນສະຫວັນ ແລະ ມີຄວາມຮູ້ຄວາມສາມາດ
ທາງດ້ານວິຊາການກ່ຽວກັບວິຊາສະເພາະໃດໜຶ່ງທີ່ແນ່ນອນ.
- ບຳລຸງສ້າງພະນັກງານນຳພາ ແລະ
ພະນັກງານຄຸ້ມຄອງ ໂດຍມີແຜນບຳລຸງສ້າງ ທີ່ເປັນລະບົບຄົບຊຸດ
ແນ່ໃສ່ເພີ່ມຄວາມຮູ້ ຄວາມສາມາດທາງດ້ານທິດສະດີການເມືອງ ແລະ
ວິຊາສະເພາະ ເພື່ອໃຫ້ສາມາດຈັດຕັ້ງ ນຳພາ ຕາມແນວທາງການປ່ຽນແປງໃໝ່ຂອງພັກແຕ່ລະໄລຍະ
ໃຫ້ບັນລຸຜົນຕາມລະດັບຄາດໝາຍ, ໃນຂະນະດຽວກັນ
ກໍ່ຕ້ອງສ້າງແຜນພະນັກງານສືບທອດ ໃຫ້ເປັນລະບົບ.
- ສຸມໃສ່ປັບປຸງບັນດາວິທະຍາໄລ
ແລະ ໂຮງຮຽນ ທີ່ຂຶ້ນກັບກະຊວງກະສິກຳ ແລະ ປ່າໄມ້ ໃຫ້ມີຄຸນນະພາບ ທັງດ້ານການຄຸ້ມຄອງບໍລິຫານໂຮງຮຽນ, ພື້ນຖານໂຄງລ່າງຂອງໂຮງຮຽນ,
ປັບປຸງພັດທະ ນາຫຼັກສູດການຮຽນ-ການສອນ, ການຍົກລະດັບຄູ-ອາຈານໃຫ້ໄດ້
100% ຕາມມາດຕະຖານທີ່ກະ ຊວງສຶກສາທິການ
ແລະ ກິລາວາງອອກ ເພື່ອແນ່ໃສ່ສ້າງນັກວິຊາການດ້ານກະສິກຳ
ໃຫ້ມີລະດັບຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ ທີ່ດີ ອອກຮັບໃຊ້ສັງຄົມ
ແລະ ສາມາດແຂ່ງ ຂັນໃນລະດັບພາກພື້ນ.
- ສະໜອງທຶນການສຶກສາໃຫ້ນັກຮຽນ
ທີ່ຢູ່ໃນເຂດຊົນນະບົດ ເພື່ອສົ່ງເສີມໃຫ້ຮຽນວິຊາກະສິກໍາ (ດ້ານການປູກຝັງ
ແລະ ລ້ຽງສັດ) ແລ້ວສົ່ງກັບຄືນທ້ອງຖິ່ນຂອງຕົນ ເພື່ອສ້າງເປັນວິຊາການຂັ້ນບ້ານ
ແລະ ປະກອບໃຫ້ສູນສະຖານີຕ່າງໆ.
10.
ສ້າງຫລັກສູດການຝຶກອົບຮົມທີ່ເໝາະສົມ ເພື່ອຈັດຕັ້ງການຝຶກອົບຮົມກັບທີ່,
ສະຖານທີ່ຝຶກອົບຮົມ ວິຊາຊີບ, ໂຮງຮຽນ, ສູນບໍລິການເຕັກນິກກະສິກຳ. ພ້ອມກັນນີ້ກໍຈັດຕັ້ງການທັດສະນະສຶກສາແລກ
ປ່ຽນ ແລະ ຖອດຖອນບົດຮຽນ ຢູ່ພາຍໃນ ແລະ ຕ່າງປະເທດ.
- ພະນັກງານ-ລັດຖະກອນທຸກຄົນ,
ທຸກເພດ, ຊົນເຜົ່າ ມີຄວາມສະເໝີພາບ ແລະ ມີໂອກາດເທົ່າທຽມກັນ
ໃນການໄດ້ຮັບການຍົກລະດັບ, ການສົ່ງເສີມໃນຕຳແໜ່ງນຳພາ ແລະ
ບໍລິຫານຫຼາຍຂຶ້ນ.
ສຳລັບການພັດທະນາຄວາມກ້າວໜ້າຂອງແມ່ຍິງ ຫຼື ວຽກງານບົດບາດຍິງ-ຊາຍ ຖືເປັນບຸລິມະສິດ ໜຶ່ງທີ່ສຳຄັນ ໃນການປະຕິບັດແຜນງານພັດທະນາກະສິກຳ
ແລະ ປ່າໄມ້, ໂດຍການເພີ້ມທະວີ, ສະໜັບ ສະໜູນ ແລະ ສ້າງໂອກາດ ເອື້ອອຳນວຍ ໃຫ້ແກ່ພະນັກງານ ແລະ ຊາວກະສິກອນ ເພດຍິງມີສ່ວນຮ່ວມ
ໃນການຕັດສິນບັນຫາ ໃນແຕ່ລະຂັ້ນໃຫ້ໄດ້ 30% ຂຶ້ນໄປ, ໃຫ້ພະນັກງານເພດຍິງມີສ່ວນຮ່ວມ ໃນການ
ຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ເຂົ້າຮ່ວມສ້າງຂີດຄວາມສາມາດ, ຍົກລະດັບຄວາມຮູ້ຄວາມສາມາດ, ແລກປ່ຽນບົດຮຽນ ເຕັກນິກວິຊາການໃໝ່ ຢ່າງນ້ອຍໃຫ້ໄດ້ 35% ແລະ ໃຫ້ຊາວກະສິກອນເພດຍິງ, ຄອບ ຄົວທຸກຍາກ
ບັນດາເຜົ່າ ໃນເຂດຊົນນະບົດ ຫ່າງໄກສອກຫຼີກ ໄດ້ເຂົ້າຮ່ວມ ໃນການຮຽນຮູ້ດ້ານ ເຕັກນິກ ການຜະລິດໃໝ່, ການເຂົ້າເຖິງຂໍ້ມູນຂ່າວສານ, ກົນໄກກອງທຶນ, ສິນເຊື່ອ, ການເງີນ,
ການຕະຫຼາດ ແລະ ອື່ນໆທີ່ເໝາະສົມໃຫ້ໄດ້ 45% ຂຶ້ນໄປ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ