google-site-verification: google0d91bc93cfc88895.html ການ​ຜະລິດ​ເຂົ້າ​ໃນ​ລາວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, August 21, 2015

ການ​ຜະລິດ​ເຂົ້າ​ໃນ​ລາວ

ການ​ຜະລິດ​ເຂົ້າ.
ການຜະລິດເຂົ້າ ​ແມ່ນສາມາດສະໜອງຄວາມ​ຕ້ອງການບໍລິ​ໂພ​ກໃຫ້ແກ່ສັງຄົມ ​ໂດຍ​ສະ​​ເລ່ຍ ຜົນຜະລິດເຂົ້າລວມ 3 ລ້ານກວ່າໂຕນຕໍ່ປີ. ໃນ​ນັ້ນ,  ເຂົ້າ​ນາ​ປີ ກ​ວມອັດຕາ​ສ່ວນ​ 79%, ເຂົ້ານາ​ແຊງ 15% ​ແລະ ​ເຂົ້າ​ໄຮ່ 6% ແລະ ຄາດຄະເນຜົນຜະລິດເຂົ້ົາ ຈະເພີ່ມຂຶ້ນປະມານ 900,000 ​ກວ່າໂຕນ ໃນ​ປີ 2014, ແຕ່ຖ້າທຽບໃສ່ແຜນການ 5 ປີ ຄັ້ງທີ VII ປະຕິບັດໄດ້ປະມານ 95% ຂອງແຜນການ 4.2 ລ້ານໂຕນ​​, ລາຍ​ລະອຽດ​ດັ່ງລຸ່ມ​ນີ້:

1)     ການ​ຜະລິດ​ເຂົ້ານາ​ແຊງ: ໃນສົກປີ 2010-2011 ປະຕິບັດໄດ້ 112,210 ​​ເຮັກຕາ, ຜົນ​ຜະລິດ 540,315 ​ໂຕນ, ​ໃນ​ສົກ​ປີ 2011-2012 107,967 ​ເຮັກຕາ, ຜົນ​ຜະລິດ 509,920 ​ໂຕນ, ໃນສົກປີ 2012-2013 ປະຕິບັດໄດ້ 92,340 ເຮັກຕາ, ຜົນຜະລິດ 439,150 ໂຕນ ແລະ ໃນສົກປີ 2013-2014 ປະຕິບັດ​ໄດ້  102,505 ເຮັກຕາ ຜົນຜະລິດ 541,000 ໂຕນ. ຖ້າທຽບ​ໃສ່​ແຜນການ 5 ປີ (200,000 ​ເຮັກຕາ) ບັນລຸ 51% ຂອງແຜນການ (ຕາຕະລາງຄັດຊ້ອນ​ທ້າຍ 01).
ສາ​ເຫດການຜະລິດເຂົ້ານາແຊງ ບໍ່ບັນລຸຕາມຄາດໝາຍເນື່ອງຈາກວ່າ: 1) ການປ່ຽນແປງຂອງສະພາບ ດິນຟ້າອາກາດ (ຝົນຕົກ​ບໍ່​ຖືກຕາມລະດູ​ການ, ປະ​ລິ​ມານ​ນ້ຳ​ຝົນ​ໜ້ອຍແມ່ນ້ຳລຳເຊບົກແຫ້ງຜິດປົກກະຕິ, ບາງພື້ນທີ່ສະພາບອາກາດໜາວ ໂດຍສະເພາະ ແມ່ນເຂດພາກເໜືອ);  2) ຫົວງານຊົນລະປະທານເກົ່າ​ແກ່, ເກີດຫາດປົ່ງບໍລິເວນຕັ້ງຫົວງານຈັກສູບນ້ຳ ​ແລະ ລະບົບຄອເໜືອງເປ່​ເ, ງົບປະມານ​ສ້ອມ​ແປງ​ຫຼ້າ​ຊ້າ ບໍ່​ທັນ​ກັບ​ລະດູ​ການ; 3) ຕົ້ນທຶນການຜະລິດເຂົ້າສູງເປັນ​ຕົ້ນ​ແມ່ນລາຄາປັດ​ໄຈການຜະລິດ (ຝຸ່ນ​ເຄມີ, ຢາ​ປາບ​ສັດຕູ​ພືດ, ຄ່າ​ບໍລິການ​ກົນ​ຈັກ)ແລະ ຄ່າ​ແຮງ​ງານ​ສຸງ, ​​ແຕ່​ລາຄາ​ເຂົ້າ​ເປືອກ​ຕ່ຳ ​ເຮັດ​ໃຫ້ຊາວ​ກະສິກອນ​ຫັນ​ໄປ​ປູກ​ພືດ​ອື່ນ​ທົດ​ແທນ.

ການຜະລິດເຂົ້າ. ການຜະລິດເຂົ້າ ການ​ຜະ​ລິດ​ເຂົ້າ​ໃນ​ສ​ປ​ປ​ລາວ ສ​ປ​ປ​ລາວ ຜະ​ລິດ​ເຂົ້າ​ເປືອກ ເຂົ້າ​ສານ ປູກ​ເຂົ້າ ຜະ​ລິດ​ເຂົ້າ ດຳ​ນາ ຂະ​ຫຍາຍ​ພັນ​ເຂົ້າ

2)     ການ​ຜະລິດ​ເຂົ້ານາປີ: ​​ໃນ​ປີ 2011 ປະຕິບັດໄດ້ 598,358 ​ເຮັກຕາ ຜົນ​ຜະລິດ 2,323,195 ​ໂຕນ, ​ ໃນ​ປີ 2012​ ປະຕິບັດ​ໄດ້ 706,028 ​ເຮັກຕາ, ຜົນ​ຜະລິດ 2,763,150 ​ໂຕນ, ໃນປີ 2013 ປະຕິບັດໄດ້ 683,125 ເຮັກຕາ, ຜົນຜະລິດ 2,734,970 ໂຕນ ແລະ ຄາດຄະເນ ປີ 2014 ປະມານ 772,678 ເຮັກຕາ, ຜົນຜະລິດ ປະມານ 3,270,000 ໂຕນ, ທຽບ​ໃສ່​ແຜນການ 5 ປີ ບັນລຸ ລື່ນແຜນການ 10% ຂອງແຜນການ (​2,97 ​ລ້ານໂຕນ) ​ເຊິ່ງ​ໂດຍ​ລວມ​ແລ້ວ​ ເຫັນ​ວ່າການ​ຜະລິດ​ເຂົ້າ​ນາປີ​ ແມ່ນ​ມີ​ການ​ຂະຫຍາຍຕົວ​ດີ​ສົມຄວນ.

ການຜະລິດເຂົ້າ. ການຜະລິດເຂົ້າ ການ​ຜະ​ລິດ​ເຂົ້າ​ໃນ​ສ​ປ​ປ​ລາວ ສ​ປ​ປ​ລາວ ຜະ​ລິດ​ເຂົ້າ​ເປືອກ ເຂົ້າ​ສານ ປູກ​ເຂົ້າ ຜະ​ລິດ​ເຂົ້າ ດຳ​ນາ ຂະ​ຫຍາຍ​ພັນ​ເຂົ້າ

3)     ການ​ຜະລິດ​ເຂົ້າ​​ໄຮ່: ໃນ​ປີ 2011 ປະຕິບັດໄດ້ 106,682 ​ເຮັກຕາ, ຜົນ​ຜະລິດ 202,250 ​ໂຕນ,ໃນ​ປີ --2012 ປະຕິບັດ​ໄດ້119,772 ເຮັກຕາ ຜົນຜະລິດ 216,140 ໂຕນ​, ​ໃນປີ 2013 ປະຕິບັດໄດ້ 115,725 ເຮັກຕາ, ຜົນຜະລິດ 240,440 ໂຕນ ແລະ ຄາດຄະເນ ປີ 2014 ຈະໄດ້ປະມານ 100,000 ເຮັກຕາ, ຜົນຜະລິດ 200,000 ໂຕນ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ