google-site-verification: google0d91bc93cfc88895.html ພູ​ພຽງ​ຊຽງ​ຂວາງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, August 02, 2015

ພູ​ພຽງ​ຊຽງ​ຂວາງ

http://www.paksecafe.com/images/2014/05/
ພູພຽງຊຽງຂວາງ: ລະດັບຄວາມສູງຈາກໜ້ານໍ້າທະເລ ລະຫວ່າງ 800-1.200 ແມັດ, ນອນ ຢູ່ໃນ 5 ​ເມືອງ (ເມືອງພູກູດ, ​ແປກ​, ຄູນ, ຜາໄຊ ແລະ ເມືອງຄຳ) ຂອງແຂວງຊຽງຂວາງ, ມີເນື້ອທີ່ທັງໝົດ ປະມານ 28.400 ເຮັກຕາ, ໃນນັ້ນ ມີເນື້ອທີ່ດິນກະສິກຳປະມານ 24.200 ເຮັກຕາ; ເນື້ອທີ່ໆເປັນນາແລ້ວ ປະມານ 3.520 ເຮັກຕາ, ເນື້ອທີ່ປູກພືດ ແລະ ໄມ້ໃຫ້ໝາກ ປະມານ 4.940ເຮັກຕາ, ທົ່ງຫຍ້າລ້ຽງສັດ ປະມານ 9.540 ເຮັກຕາ, ເນື້ອທີ່ໆຈະສາມາດຂະຫຍາຍ​​ ສໍາລັບການຜະລິດກະສິກໍາໄດ້ຕື່ມທັງໝົດ ປະມານ 6.200 ເຮັກຕາ. ພູພຽງ ຊຽງຂວາງ ເປັນພູພຽງທີ່ມີຂະໜາດກ້ວາງພໍສົມຄວນເຖິງວ່າຄຸນນະພາບຂອງດິນບໍ່ດີປານໃດແຕ່ກໍສາມາດປັບປຸງໄດ້. ອີກປະການໜຶ່ງ ເຂດດັ່ງກ່າວ ຍັງມີທ່າແຮງໄດ້ປຽບ ຍ້ອນວ່າມີຄວາມສູງແລະ ມີອາກາດເຢັນທີ່ເປັນເອກະລັກສະເພາະ ສາມາດປັບປຸງເປັນທົ່ງຫຍ້າລ້ຽງສັດໄດ້ດີແລະ ສາມາດປູກພືດເມືອງໜາວ, ລວມທັງພືດຜັກແລະໄມ້ກິນໝາກໄດ້ເປັນຢ່າງດີ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ