google-site-verification: google0d91bc93cfc88895.html ​ເລື້ອງ​ນາກ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, August 21, 2015

​ເລື້ອງ​ນາກ

ໂດຍ: ລູກຊາວດອນ

http://www.posttoday.com/media/content/2014/10/11/
ນາກໃນສາສນາ
ພະຍານາກ ຄື ສັດຈຳພວກງູອາໄສຢູ່ໃນມະຫາສະໝຸດສີທັນດອນ ມີລິດຫຼາຍສາມາດຈະນີລິມິດໂຕໃຫ້ເປັນ ຄົນໄດ້ ເຖິງວ່ານາກຈະນີລະມິດຕົວໃຫ້ເປັນຄົນໄດ້ກຊຈິງ ແຕ່ລັກສະນະອາການ ໕ ຢ່າງທີ່ມີປະຈຳຕົວຢູ່ສະເໝີນັ້ນບໍ່ສາ ມາດຄົງຮ່າງໄວ້ໄດ້ນານ ບໍ່ນານກໍກັບສະພາບມາເປັນນາກດັ່ງເດີມ ຄື
-
ໃນຂະນະປະຕິສົນທິ
-
ໃນຂະນະລອກຄາບຢູ່.
-
ໃນຂະນະເສບເມຖຸນກັບນາງນາກ.
-
ໃນຂະນະນອນຫຼັບ.
-
ໃນຂະນະຕາຍ.
ລັກສະນະຈຳເພາະທັງ ໕ ປະການນີ້ ນາກທັງຫຼາຍ ເມື່ອແປງກາຍເປັນຄົນ ຫຼືສັດຊະນິດອື່ນແລ້ວ ບໍ່ຄົງທົນຢູ່ ນານ ກໍຈັກກັບສະພາບເປັນນາກດັ່ງເດີມ, ນາກທັງຫຼາຍມີອາຍຸບໍ່ແນ່ນອນ ບາງທີກໍອາຍຸສັ້ນ, ບາງທີກໍອາຍຸຍືນ, ພວກ ທີ່ມີອາຍຸຍືນນັ້ນ ເຖິງແມ່ນພຣະພຸດທະເຈົ້າຈະອຸບັດຂຶ້ນມາໃນໂລກເຖິງ ໕ ພຣະອົງກໍຕາມ ພຣະຍານາກກໍຄົງມີຢຸ່ຕັ້ງ ແຕ່ພຣະກຸກກຸສັນໂທ ຈົນເຖະງພຣະໂຄດົມສັມມາສັມພຸດທະເຈົ້າຂອງເຮົາ ພຣະຍານາກກໍຄົງຢູ່ຢ່າງນັ້ນ ເຊັ່ນ ພຣະ ຍາກາລະນາກ ມີອາຍຸຕັ້ງແຕ່ພຣະພຸດທະເຈົາກຸກກຸສັນໂທ ຈົນເຖິງພຣະສະມະນະໂຄດົມສັມມາສັມພຸດທະເຈົ້າ ແລະ ຈະມີອາຍຸຕໍ່ໄປຈົນເຖິງພຣະສີອະຣະຍະເມດໄຕຍະສັມມາສັມພຸດທະເຈົ້າ ໃນເລື່ອງຂອງພຣະຍານາກມີຂໍ່ຄວນສຶກສາດັ່ງ ນີ້:
໑. ກຳເນີດນາກ ໔ ຈຳພວກ.
ທີ່ເມືອງສາວັດຖີ ພຣະຜູ້ມີພຣະພາກເຈົ້າໄດ້ຕັດກັບເຫຼົ່າພຣະພິກຂຸສົງທັງຫຼາຍວ່າ ກຳເນີດນາກມີ ໔ ຈຳ ພວກ ຄື:
໑.໑. ນາກທີ່ເປັນສັງເສທະຊະ ເກີດໃນໄຂ່.
໑.໒. ນາກທີ່ເປັນຊະລາພຸຊະ ເກີດໃນຄັບ.
໑.໓. ນາກທີ່ເປັນສັງເສທະຊະ ເກີດໃນເຖົ້າໄຄ.
໑.໔. ນາກທີ່ເປັນອຸປປາຕິກພ ເກີດຜຸດຂຶ້ນ
(
ສັງ. ໑໗/ສຸທທະກະສູຕ/໕໑໘/໒໗໑)
໒. ຄວາມປານີດຂອງການກຳເນີດນາກແຕ່ລະຈຳພວກ.
ໃນນາກ ໔ ຈຳພວກນັ້ນ ນາກທີ່ເປັນຊະລາພຸຊະ ສັງເສທະຊະ ແລະອຸປປາຕິກະ ປານີດກວ່ານາກທີ່ເປັນອັນທະ ຊະ ນາກທີ່ເປັນສັງເສທະຊະແລະອຸປປາຕິກະ ປານີດກວ່ານາກທີເປັນອັນທະຊະ ແລະຊະລາພຸຊະ ນາກທີ່ປັນອຸປາຕິກະ ປານີດກວ່ານາກທີ່ເປັນແັນທະຊະ ຊະລາພຸຊະ ແລະສັງເສທະຊະ.

http://i1.wp.com/www.sabaijaiphoto.com/wp-content/uploads/2015/04/

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ