google-site-verification: google0d91bc93cfc88895.html ທົ່ງພຽງ​ຂະໜາດ​ກາງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, August 02, 2015

ທົ່ງພຽງ​ຂະໜາດ​ກາງ

 ທົ່ງພຽງຂະໜາດກາງ ທີ່ມີເນື້ອທີ່ ແຕ່ 5.000 ຫາ 30.000 ເຮັກຕາ ມີທັງໝົດ 16 ແຫ່ງ, ກວມເອົາ 9 ​ແຂວງ (ນະຄອນຫຼວງ, ວຽງຈັນ, ​ໄຊຍະບູລີ, ບໍ່ແກ້ວ, ຫຼວງນໍ້າທາ, ອຸດົມໄຊ, ຊຽງຂວາງ, ຫຼວງພະບາງ ແລະ ເຊກອງ) ແລະ 16 ​ເມືອງ ມີເນື້ອທີ່ທັງໝົດ ປະມານ 252.800 ເຮັກຕາ ໃນນີ້ ເນື້ອທີ່ດິນກະສິກຳມີປະມານ 208.800 ເຮັກຕາ; ເນື້ອທີ່ໆເປັນນາແລ້ວ ປະມານ 51.400 ​ເຮັກຕາ, ເນື້ອທີ່ປູກພືດແລະ ໄມ້ກິນໝາກ ປະມານ 46.300 ​ເຮັກຕາແລະ ທົ່ງຫຍ້າລ້ຽງສັດ ປະມານ 2.100 ​ເຮັກຕາ, ​ເນື້ອທີ່ໆຈະສາມາດຂະຫຍາຍ ສຳລັບການຜະລິດກະສິກຳ ໄດ້ຕື່ມທັງໝົດ 109.000 ​ເຮັກຕາ. ​​ໃນເຂດທົ່ງພຽງຂະໜາດກາງ ສ່ວນ​​ໃຫຍ່ມີລະດັບຄວາມສູງ ຈາກລະດັບໜ້ານ້ຳທະເລ ຢູ່ໃນລະຫວ່າງ 500-700 ແມັດ, ລະດູຝົນ ເໝາະສົມແກ່ການປູກເຂົ້າແລະ ລະດູແລ້ງ ສາມາດປູກເຂົ້າ, ສາລີ, ຖົ່ວແລະ ພືດອື່ນໆ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ