ພາຍຫລັງໄດ້ຍຶດເອົາ
12 ຈຸໄທ, ອານາມ, ໂກແຊງຊິນ
ແລະ ກຳປູເຈຍ ໄດ້ແລ້ວ ຝຣັ່ງກໍ່ໄດ້ມາຍຶດເອົາລາວ ໃນປີ 1893 ໂດຍໄລ່ສະຫຍາມອອກຈາກລາວ, ເຊັນສັນຍາແບ່ງເຂດປົກຄອງ ລະຫວ່າງ ຝຣັ່ງ ແລະ ສະຫຍາມ
ໂດຍໃຫ້ດິນແດນຝັ່ງຊ້າຍ ຂອງແມ່ນ້ຳຂອງ ເປັນຂອງຝຣັ່ງ ແລະ ຝັງຂວາ
ເປັນຂອງສະຫຍາມ, ເຮັດໃຫ້ດິນແດນຂອງລາວຫລາຍກວ່າເຄິ່ງໜຶ່ງຖືກສູນເສຍ
ແລະ ຕົກເປັນຂອງສະຫຍາມ
ອັນສ້າງຄວາມເຈັບປວດ ໃຫ້ກັບ ປະຊາຊົນລາວຢ່າງບໍ່ມີວັນຫລົງລືມ.
ພາຍຫລັງ ໄດ້ ເຊັນສັນຍາ
ແບ່ງເຂດແດນກັບສະຫຍາມແລ້ວ ຝຣັ່ງກໍ່ຈັດລະບຽບການປົກຄອງຂຶ້ນຢູ່ລາວ
ຕາມແບບສະບັບຂອງສະຫຍາມໂດຍ ແບ່ງເປັນ 10 ແຂວງ ແລະ ຖືເອົາວຽງຈັນ
ເປັນທີ່ຕັ້ງຂອງສຳນັກງານ ສຳລັບຂ້າຫລວງໃຫຍ່ປະຈຳລາວ, ເອົາຄົນຝຣັ່ງເປັນເຈົ້າແຂວງ ສ່ວນເຈົ້າເມືອງ ຕາແສງ ແລະ
ນາຍບ້ານນັ້ນປະໃຫ້ຄົນລາວ ເປັນເອງເພື່ອເກັບສ່ວຍຈາກປະຊາຊົນ, ເກນເອົາຄົນໄປອອກແຮງງານ ໂດຍວາງລະບຽບການອອກຄື: ຜູ້ຊາຍອາຍຸ
18 ປີ ຂຶ້ນໄປຕ້ອງໄດ້ເສຍສ່ວຍໄຖ່ການໄປເຮັດວຽກ
15 ວັນ ໃນ 1 ປີ ໂດຍບໍ່ມີຄ່າຕອບແທນແຮງງານແຕ່ຢ່າງໃດ, ພວກເຂົາໄດ້ຕັດເອົາໄມ້ ເນື້ອດີ, ຂຸດເອົາແຮ່ທາດ ຈຳນວນໜຶ່ງກັບຄືນເມືອສ້າງຄວາມຮັ່ງມີໃຫ້ປະເທດແມ່, ສ້າງໂຮງຮຽນຈຳນວນໜຶ່ງເພື່ອລູກຫລານຂອງເຂົາ
ແລະ ລູກຫລານຂອງຄົນລາວທີ່ເຮັດການນຳຝຣັ່ງ, ສ້າງໂຮງໝໍ ໃນເມືອງຈຳນວນໜຶ່ງ
ເພື່ອປິ່ນປົວເຂົາເອງ ແລະ ສ້າງຖະໜົນ ຫົນທາງຈຳນວນໜຶ່ງ ໂດຍເກນເອົາແຮງງານຂອງປະຊາຊົນ ໄປເຮັດເພື່ອຂົນສົ່ງສິນຄ້າສຳລັບພວກເຂົາ. ຢູ່ໃຕ້ແອກປົກຄອງຂອງຝຣັ່ງ
ໄດ້ເກີດມີໄພພິບັດໃຫຍ່ 4 ປະການທີ່ຂົ່ມຂູ່ຊີວິດຂອງຄົນລາວເຊັ່ນ:
ໄພ ແຫ່ງຄວາມອຶດຫິວ, ໄພແຫ່ງຄວາມກືກໜັງສື, ໄພແຫ່ງໂລກລະບາດບໍ່ມີຢຸກຢາປິ່ນປົວ
ແລະ ໄພແຫ່ງຄວາມໂງ່ຈ້າຫລ້າຫລັງ ແລະ
ຄວາມຕ່ຳຕ້ອຍສູນເສຍອິດສະຫຼະພາບ ແຫ່ງຄວາມເປັນຄົນຍ້ອນປະເທດຊາດສູນເສຍເອກະລາດ.
ຕໍ່ໜ້າສະພາບການດັ່ງກ່າວ ໂດຍເສີມຂະຫຍາຍມູນເຊື້ອແຫ່ງ ການຕໍ່ສູ້ໃນການສ້າງຊາດ ແລະ ປົກປັກຮັກສາຊາດ ຂອງບັນດາ ບັນພະບູລຸດຕົນ
ເປັນຕົ້ນ ແມ່ນການນຳພາຕໍ່ສູ້ບໍ່ຍອມຈຳນົນຂອງເຈົ້າອານຸວົງ ແລະ ເຈົ້າລາຊະວົງ ທີ່ໄດ້ຕໍ່ສູ້ ກັບສັດຕູຈົນເຖິງຢາດເລືອດ ຢາດສຸດທ້າຍນັ້ນ ປະຊາຊົນລາວ ບັນດາເຜົ່າໄດ້ຕໍ່ສູ້ ກັບລັດທິລ່າເມືອງຂຶ້ນແບບເກົ່າ ດ້ວຍຫລາຍຮູບການ ນັບແຕ່ຫຼົບຫຼີກ ບໍ່ໄປເຮັດການ 15 ວັນ, ຫລົບຫລີກບໍ່ເສຍສ່ວຍ ໄຖ່ການ ຫລື ໄປເຮັດການ ກໍເຮັດແບບແປະໆບາງໆ ຫລື ມ້າງເຄື່ອງຈັກເຄື່ອງລານ. ຈາກຮູບການຕໍ່ສູ້ເຫຼົ່ານີ້ກໍ່ເກີດມີ ການຕໍ່ສູ້ເປັນກຸ່ມ ກ້ອນຈົນເກີດມີຂະບວນການໃຫຍ່ເຊັ່ນ: ການຕໍ່ສູ້ຂອງປະຊາຊົນ ຊາວສະຫວັນນະເຂດ ພາຍໃຕ້ການຳພາຂອງ ພໍ່ກະດວດ, ຂະບວນການຕໍ່ສູ້ຂອງເຜົ່າມົ້ງ ຢູ່ແຂວງຫົວພັນ ແລະ ແຂວງຊຽງຂວາງ ນຳໂດຍ ເຈົ້າຟ້າປັດໄຈ, ຂະບວນການຕໍ່ສູ້ຂອງເຜົ່າລື້ ນຳໂດຍ ເຈົ້າຟ້າເມືອງສິງ ແລະ ຂະບວນການຕໍ່ສູ້ຂອງຊົນເຜົ່າລາວເທິງ ຢູ່ພາກໃຕ້ ນຳໂດຍ ອົງແກ້ວ ອົງກົມມະດຳ.

ພາຍຫລັງ ມີພັກກອມມຸ ນິ ດອິນດູຈີນນຳພາ (1930) ເຮັດໃຫ້ການຕໍ່ສູ້ທີ່ໄຮ້ທິດທາງໃນເມື່ອກ່ອນນັ້ນ ໄດ້ຫັນມາສູ່ການຕໍ່ສູ້ທີ່ມີທິດທາງ, ມີຈຸດໝາຍປາຍທາງ, ມີການຈຳແນກມິດ - ສັດຕູຢ່າງຈະແຈ້ງ ອັນໄດ້ເຮັດໃຫ້ການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າເຕີບໃຫຍ່ຂຶ້ນ ເປັນລຳດັບ ແລະ
ຍາດເອົາໄຊຊະນະມາໄດ້ຢ່າງຕໍ່ເນື່ອງ.
ປີ 1934 ໄດ້ມີກອງປະຊຸມຄັ້ງທຳອິດ ເພື່ອຈັດຕັ້ງ ຄະນະພັກແຄວ້ນລາວຂຶ້ນ ຢູ່ດອນຊິງຊູ້ນະຄອນຫລວງວຽງຈັນ ເຮັດໃຫ້ການນຳພາ ການຕໍ່ສູ້
ຕ້ານລັດທິລ່າເມືອງຂຶ້ນແບບເກົ່າ ນັບມືຂະຫຍາຍຕົວ. ບັນດາເຫດການ ທີ່ເປັນຂີດໝາຍ ທາງປະຫວັດສາດ ໃນພາລະກິດຕໍ່ຕ້ານກັບ ລັດທິລ່າເມືອງຂຶ້ນແບບເກົ່າ ອັນໄດ້ແກ່ການລຸກຮື້ຂຶ້ນ ຢຶດເອົາອຳນາດການປົກຄອງຢູ່ວຽງຈັນ ໃນວັນທີ 23 ສິງຫາ 1945 ໄດ້ນຳໄປສູ່ ການປະກາດເອກະລາດ 12 ຕຸລາ ໃນປີດຽວກັນ, ສ້າງຕັ້ງລັດຖະບານລາວອິດສະຫລະຊົ່ວຄາວ. ຫລັງຈາກນັ້ນ ກໍ່ໄດ້ຫັນທິດອອກສູ່ຊົນນະບົດ ເພື່ອຕ້ານກັບການມາຢຶດຄອງລາວ ຄັ້ງທີ II ຂອງຝຣັ່ງ, ໄດ້ສ້າງຕັ້ງແນວລາວອິດສະຫລະ ແລະ ລັດຖະບານຕໍ່ຕ້ານ ເພື່ອເຕົ້າໂຮມປະຊາຊົນ ດຳເນີນການຕໍ່ຕ້ານ ໂດຍສົມທົບກັບກອງທັບ ແລະ ປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ້ກັບລັດທິລ່າເມືອງຂຶ້ນແບບເກົ່ານານເຖິງ 9 ປີ ຈົນໄດ້ຮັບໄຊຊະນະຢູ່ສະໜາມຮົບດຽບຽນຟູ, ອັນນຳໄປສູ່ກອງປະຊຸມເຊີແນວ ປີ 1954 ກ່ຽວກັບອິນດູຈີນ; ໂລກໄດ້ຮັບຮູ້ເອກະລາດ, ອຳນາດອະທິປະໄຕ ຂອງສາມຊາດອິນດູຈີນ ແລະ ນຳເອົາ ປະເທດລາວເຂົ້າສູ່ໄລຍະສັນຕິພາບ ແລະ ຄວາມປອງດອງຂອງຊາດ ເປັນເວລາສັ້ນ, ຈາກນັ້ນບ້ານເມືອງ ກໍ່ກັບຄືສູ່ສົງຄາມເທື່ອໃໝ່.

No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ