google-site-verification: google0d91bc93cfc88895.html ວຽງຈັ​ນກ່ອນ​ເປັນເມືອງ​ຫລວງ​ຂອງອານາຈັກ​ລາວ​ລ້ານ​ຊ້າງ (ຄສ 1560 ) - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, August 21, 2015

ວຽງຈັ​ນກ່ອນ​ເປັນເມືອງ​ຫລວງ​ຂອງອານາຈັກ​ລາວ​ລ້ານ​ຊ້າງ (ຄສ 1560 )

ດິນແດນນະຄອນວຽງຈັນໄດ້ມີມາແຕ່ດົນນານ, ແຕ່ ນະຄອນວຽງຈັນ ປະກົດຕົວຂື້ນ ລະຫວ່າງ ພ.ສ. 236 ແລະ ກາຍເປັນ ະຄອນຫຼວງວຽງຈັນ ເມື່ອປີ ຄ.ສ. 1560. ໃນໄລ ຍະປະຫວັດສາດອັນຍາວນານນັ້ນ ວຽງຈັນ ມີທັງໄລຍະຈະເລີນຮຸ່ງເຮືອງ, ປະຊາຊົນຮົ່ມເຢັນເປັນສຸກ, ມີທັງໄລຍະຂົມຂື່ນ ຖືກທຳລາຍເຜົາຜານ ແລະ ຕົກເປັນເມືອງຂື້ນ ຂອງ ສັກດີນາ ຕ່າງດ້າວ, ຈັກກະພັດຕ່າງແດນ. ໄລຍະທີ່ວຽງຈັນມີຄວາມສະຫວ່າງແຈ້ງກ່ວາໝູ່ ແມ່ນໄລ ຍະແຕ່ປີ 1975 ມາເຖິງປະຈຸບັນ ເຊິ່ງເປັນໄລຍະທີ່ມີ ພັກປະຊາຊົນ ປະຕິວັດລາວ ນຳພາ, ປະເທດລາວ ເປັນເອກະລາດ ມີປະຊາທິປະໄຕ, ມີຄວາມ ເປັນເອກະພາບ ປະຊາຊົນລາວ ທັງຊາດ ກໍ່ຄື ຊາວນະຄອນ ຫຼວງວຽງຈັນ ໄດ້ເປັນເຈົ້າຂອງປະເທດຊາດ ຢ່າງແທ້ຈິງໄດ້ ທຸ່ມເທ ສະຕິປັຍາ, ວັດຖຸປັດໃຈ ເຂົ້າໃນພາລະກິດ ປົກປັກຮັກສາ ແລະ ພັດທະນາ ນະຄອນ ຫຼວງອັນແສນຮັກຂອງຕົນ.

http://www.kplnet.net/lao/data/arrowd%201.jpgວຽງຈັນກ່ອນເປັນເມືອງຫລວງຂອງອານາຈັກລາວລ້ານຊ້າງ (ຄສ 1560 )
ວຽງຈັນເປັນເມືອງເກົ່າແກ່ຂອງລາວ, ຕັ້ງຢູ່ແຄມ​​ໂຫລ້ແມ່ນ້ຳຂອງ, ພາກກາງ ຕາມປະຫວັດສາດ ໄດ້ຊີ້ໃຫ້ເຫັນວ່າ: ໄດ້ມີມະນຸດອາໄສ ຢູ່ບໍລິເວນນີ້
ມາ ຫຼາຍພັນປີ, ຊຶ່ງ ໄດ້ຄົ້ນພົບ ກະດູກ, ເຄື່ອງມືທຳມາຫາກິນເຮັດດ້ວຍຫີນ, ທອງແດງ, ເຫຼັກ, ດິນເຜົາ ຢູ່ຫຼາຍແຫ່ງ; ຕາມບົດຄົ້ນຄ້ວາບູຮານນະຄະດີ ຂອງ ຫຼາຍທ່ານ ໄດ້ຢັ້ງຢືນວ່າ ແມ່ນຊົນ ເຜົ່າ ແອໂຕຣ ເຊຽ (Astronsien), ຊຶ່ງແມ່ເຜົ່າດຽວກັບ ຄົນອິນໂດເນເຊຍ (Indonesie) ຊຶ່ງຕໍ່ມາ ໄດ້ ກາຍມາ ເປັນກຸ່ມເຜົ່າລາວເທິງ ເປັນຜູ້ມາຢູ່ກ່ອນເພີ່ນ ຊຶ່ງນັກຄົ້ນຄ້ວາມະນຸດສາດ ຮຽກວ່າ: ເຜົ່າ ເວດາ, ລະວ້າ,ຈາມ, ເຈືອງ, ຂອມຕ່າງໆ.”​ ໄດ້ຢູ່ມາກ່ອນ ແລ້ວກ່ວາ 4.000 ປີ, ຈາກນັ້ນ ມາແມ່ນເຜົ່າ ລາວໄທ ຫຼື ໄທລາວ ໄດ້ເຂົ້າມາ ຢູູູ່ກ່ວາ 2.000 ປີ , ຕາມມາ ແມ່ນ ເຜົ່າມອນ ທີ່ໄດ້ນຳເອົາ ສາ ສະໜາ ພຸດ ເຂົ້າມາ. ໄດ້ພິມອອກ ໃນໜັງສືພິມ ໂຈນາລ ອ໋ອຟ ເຊົ້າທ ອິສ ເອເຊຍ ອາຄີອໍເລີຈີ ສະບັບ​​ທີ 27 ປີ 2007 ( Journal of south east Asia Archeology 27, 2007) ບວກກັບການ ຄົ້ນຄວ້າຂອງນັກຊ່ຽວຊານ ສາກົນອື່ນໆ ຈຶ່ງພໍສະຫຼຸບໄດ້ວ່າ:

-
ຊິ້ນສ່ວນເຄື່ອງມືທີ່ເກົ່າແກ່່ກ່ວາໝູ່ນັ້ນ ແມ່ນມາຈາກເຜົ່າ (Austronesien), ພວກ ເຂົາໄດ້ຖື ຮີດຄອງຜີ ແລະ ໄດ້ມາຢູ່ກ່ອນເພິ່ນ.

-
ຖັດຈາກນັ້ນມາກໍ່ໄດ້ຄົ້ນພົບ ທາດ, ວັດ, ວັດສະດຸກໍ່ສ້າງ ແລະ ເຄື່ອງໃຊ້ສອຍ ທີ່ເປັນດິນເຜົານັບທັງເຄື່ອງມືກະສິກຳ ແລະ ອາວຸດ ທີ່​​ເຮັດດ້ວຍ ທອງ ແລະເຫຼັກ ຈຶ່ງສັນນິຖານວ່າ ເປັນຂອງ ໄທ-ລາວ ທີ່ມາດຳລົງຊີວິດຢູ່ທີ່ນີ້ມາໄດ້ກ່ວາ 2000 ປີແລ້ວ. ສ່ວນສິ່ງກໍ່ສ້າງ ແລະ ວີຈິດສິນທີ່ເຮັດດ້ວຍໄມ້ ແມ່ນ ບໍ່ເຫັນເພາະອາຍຸ ບໍ່ຍາວນານ.

-
ຊິ້ນສ່ວນວັດຖຸບູຮານ ທີ່ຄົ້ນພົບໃນເວລາຖັດມາ ສ່ວນຫຼວງຫຼາຍແມ່ນ ຂອງເຜົ່າມອນ (ທະວາຣະວະດີ) ທີ່ມາຈາກປະເທດພະມ້າ ແລະ ອິນເດຍ ຫຼັງ ຄຣິດຕະສັກ ກະລາດ, ເພິ່ນໄດ້ຄົ້ນພົບເຄື່ອງເຫຼົ່ານີ້ ໃນພື້ນວັດ ແລະ ທາດທີ່ເກົ່າແກ່ຕ່າງໆນວຽງຈັນ ແລະ ເຂດນອກ. ຊາວມອນນີ້ໄດ້ ເຂົ້າມາລານສະຕະວັດທີ 5 - 7. ຕໍ່ມາກໍ່ມີຊາວຂະເໝນ ຂຶ້ນມາຢູ່ດິນແດນແຫ່ງນີ້ ບາງໄລຍະຮ່ວມ ກັບຊາວມອນ.
ຕຳນານຂອງ ຂຸບູລົມກ່າວວ່າ: ລາວເດີມມາຈາກ ພູອັນໄຕ ໃ​ນມົງ​ໂກ​ລີ 3.000 ປີ​ ກ່ອນ ພຸດທະ​ສັກກະ​ລາດ, ຈາກ​ນັ້ນ 500 ປີ. ລາວ​ພວກ​ນີ້ ໄດ້​ທະ​ ຍອຍ​ກັນລົງ​ໄປ​ຕາມ ​ແມ່ນ້ຳ ສາລະ​​ເວນ (​ເປັນ​ໄທ​​ໃຫ​ຍ່), ແມ່ນ້ຳ​ເຈົ້າພະຍາ ​(ເປັນ​ໄທ​ສະຫຍາມ), ແມ່ນ້ຳ​ແດງ (​ເປັນ​ໄທ​ດຳ ​ໄທ​ແດງ) ແລະ ​ແມ່ນ້ຳ​ຂອງ​ (ເປັນ​ຄົນ​ລາວ ​ມາ​ເຖິງ​ທຸກ​ວັັນນີ້).

-
ຕາມ​​ຄຳ​ເຫັ​ນຂອງ ສົມ​ເດັດ​ເຈົ້າມະຫາອຸປະຣາດ ​ເພັດ​ຊະລາ​ດ ຣັດຕະນະ​ວົງສາ ​ເວົ້າ​ວ່າ: ຊາດ​ລາວ​ເປັນ​ຊາດ​ທີ່​​ໃຫຍ່ ​ແລະ ​ເກົ່າ​ແກ່​ຊາດ​ ໜຶ່ງ​ໃນ ​ໂລກ​ນີ້ ທັງ​ເປັນ​ ຊາດ​ທີ່​ີ່​ເຄີຍ​ ມີຄວາມ​ຮຸ່ງ​ເຮືອງ​ມາ​ແຕ່​ກ່ອ​ນອີກ​ດ້ວຍ.

-
ຕາມ​ຫຼັກ​ຖານ​ໃນ​ພົງສາວະດານ​ຈີນ 2.2​00 ປີ ກ່ອນພຸດທະ​ສັກກະ​ລາດມາ​ແລ້ວ, ຊາວ​ຈີນ​ຮ້ອງ​ລາວ ​ວ່າ ມົງ​ໃຫຍ່ ຊຶ່ງ​ມີ​ພູມລຳ​ເນົາ ຢູ່​ຕາມ​ແມ່ນ້ຳ​ ຢາງ​ຊີ​ກຽງ ​ໃ​ນປະ​ເທດ​ ຈີນ ​ເວລາ​ນັ້ນ ກໍ່​ເປັ​ນສະ​ໄໝ​ດຽວ​ກັບ​ຄາວ​ສ້າງ​ປະ​ເທດ ​ເອຢິບ ສະ​ໄໝ​ບູຮານ ຄື ສ້າງ​ເຈດີ ປີຣາມີດ ແລະ ນະຄອນ ບາ​ບີ​ລອນ ແຫ່ງປະ​ເທດ ກັນລະ​ເດ. ພາຍຫຼັງ​ນັ້ນມາ, ຊາວ​ຈີນ ​ຈຶ່ງ​ເອີ້ນ​ເ ຮົາວ່າ "ລາວ". ຕາມການຄົ້ນ​ຄວ້າຂອງ ທ່ານ ມີເເຊ ​ໂລຣິຢາ (Michel Lorrillard) ວ່າ: ແຕ່ສະຕະວັດ ທີ 1 ມາ ເຜົ່າໄທ-ລາວ ​ໄດ້​ອົບ​ພະ​ຍົບ ຈາກພາກ​ໃຕ້ຂອງຈີນ ລົງມາຕາມແມ່ນ້ຳຂອງ ຈົນ ເຖິງ ຈຳປາສັກ ​ແລ້ວ​ເຂົ້າ​ມາແທນ​ທີ່ຊົນ​ ເຜົ່າ ​ຂອມ ທີ່ຍ້າຍໜີ​ໄປຢູ່​ເຂດ​ພູດ​ອຍ.

http://www.kplnet.net/lao/data/arrowd%201.jpgຈາກສິ່ງ​​ທີ່ໄດ້​ກ່າວ​ມາຂ້າງ​ເທິງນີ້ ຈຶ່ງ​ສັນນິຖານ​ໄດ້ວ່າ: ວຽງຈັນ ໄດ້ກາຍ ເປັນ ບ້ານ ມາ ແລ້ວ ກ່ວາ 2.000 ປີ. ປຶ້ມປະຫວັດສາດ​ຂອງ ດຣ.ສຸ​ເນດ ​ໂພທິ​ສານ ໄດ້ສະ​ຫຼຸບ​ໃນໜ້າທີ 29 ວ່າ: ສັງຄົມຊົນເຜົ່າ ໃນລຸ່ມແມ່ນ້ຳຂອງ ມີວັດທະນະທຳ ຮີດຄອງປະເພນີແບບ ປະຖົມປະຖານເປັນຂອງ ຕົນ ແລະ ມີຄວາມຈະເລີນຢ່າງມາກມາຍ ໃນຫຼາຍໆດ້ານແລ້ວ ກ່ອນຈະໄດ້ຮັບເອົາວັດທະນະທຳຈາກ ອິນເດຍ ແລະ ຈີນ ຄື ຮູ້ຈັກປູກເຂົ້ານາດຳ ເປັນອາຊີບ, ສຳຄັນຮູ້ຈັກປັ້ນດິນເຜົາ ແລະ ລະບາຍສີ, ຮູ້ຜະລິດເຄື່ອງມືຈາກທອງສຳລິດແລະເຫຼັກ, ມີຄວາມຊຳນານ ໃນການເດີນ ເຮືອຕາມລຳແມ່ນ້ຳຂອງ, ຮູ້ຜະລິດເຄື່ອງນຸ່ງຫົ່ມ ແລະ ຮູ້ສ້າງເຮືອນຮ້ານ ທີ່ມີກ້ອງຕະລ່າງສູງ​ເພື່ອ​ຫຼີກ​ນ້ຳ​ຖ້ວມ. ດ້ານສັງຄົມຮູ້ນ້ບຖືຫົວໜ້າເຜົ່າ ຂອງ ຕົນ ເປັນຜູ້ດຳເນີນການປົກຄອງ, ແຕ່ລະບ້ານ ມີຫົວໜ້າບ້ານ. ດ້ານການເຊື່ອຖືແມ່ນນັບຖືຜີເຊັ່ນ: ຜີພໍ່ ແມ່, ຜີບັນພະບູລຸດ, ຜີຟ້າ (ແຖນ); ເຈົ້າ ແຫ່ງນ້ຳ (ນາກ); ເຈົ້າແຫ່ງແຜ່ນດິນ (ຊ້າງ); ເຈົ້າແຫ່ງ ອາກາດ (ຄຸດ) (​​ໃນ​ຍຸກ​ນີ້​ເປັ​ນໄລຍະ​ໄກ​ເກີນ​ໄປ) ທີ່​ບໍ່​ສາມາດ​ກຳນົດ​ໄດ້​ວ່າ: ຂອບ ​ເຂດ​ຂອງ​ ເມືອງ​ວຽງ​ຈັນ​ ມີ​ເນື້ອທີ່​ກ້ວາງ​ແຄບ​ຊ່ຳ​ໃດ, ມີ​ຈັກ​ບ້ານ, ມີ​ພົນລະ​ເຮືອນ​ເທົ່າ​ໃດ, ຜາສາດ ຣາຊະ​ວັງ​ຢູ່​ໃສ ​ແລະ ອື່ນໆ ເພາະ​ຂາດ​ຂໍ້​ມູ​ນທັງ​ໜ້າດິນ ​ແລະ ​ໃຕ້​ດິນ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ