google-site-verification: google0d91bc93cfc88895.html ສະພາບລວມຂອງບ້ານເພຍ​ວັດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, August 21, 2015

ສະພາບລວມຂອງບ້ານເພຍ​ວັດ


ບ້ານເພຍວັດ, ເມືອງສີສັດຕະນາກ ເປັນບ້ານທີ່ຕັ້ງຢູ່ທົ່ງພຽງ, ໃກ້ແຄມນ້ຳຂອງ, ຢູ່ຈຸດໃຈກາງນະ ຄອນຫຼວງວຽງຈັນ ແລະ ຢູ່ກາງເທດສະບານເມືອງເຮັດໃຫ້ການໄປການມາສະຖານທີ່ຕ່າງໆຢູ່ໃກ້ ແລະ ສະດວກສະບາຍເຊັ່ນ: ຢູ່ໃກ້ກັບຕະຫຼາດເຊົ້າ, ຕະຫຼາດຂົວດິນ, ສະຖານນີລົດເມ, ກະຊວງ ແລະ ອົງການຕ່າງໆ. ນອກນັ້ນ, ອ້ອມຮອບບ້ານກໍ່ມີໂຮງແຮມ, ບ້ານພັກ, ຫ້າງຮ້ານໃຫ່ຍນ້ອຍຕ່າງໆ. ເສັ້ນທາງປູຢາງ, ມີໂຄງລ່າງພຶ້ນຖານຄົບຊຸດເຊັ່ນ: ໃກ້ກັບໂຮງໝໍ, ມີໂຮງຮຽນປະຖົມ, ມັດທະຍົມ, ນ້ຳໄຫຼໄຟສະຫວ່າງ . ເຊີ່ງເຫັນວ່າເປັນບ້ານທີ່ມີທີ່ຕັ້ງເໝາະສົມ ແລະ ມີຂໍ້ອຳນວຍສະດວກສະບາຍຄົບ
ຊຸດ .
ບ້ານເພຍວັດ ເປັນບ້ານໜື່ງຂຶ້ນກັບ ກຸ່ມເພຍວັດ, ເມຶອງສີສັດຕະນາກ. ມີເນື້ອທີ່ທັງໝົດ 15 ເຮັກຕາ, ເຊີ່ງມີຊາຍແດນຕິດກັບ :
-    ທິດເໜືອຕິດກັບ ວັດພະແກ້ວ, ເມືອງຈັນທະບູລີ .
-    ທິດໃຕ້ຕິດກັບ ບ້ານທາດຂາວ .
-    ທິດຕາເວັນອອກຕິດກັບ ບ້ານເກົ້າຍອດ ແລະ ບ້ານສີເມຶອງ .

-    ທິດຕາເວັນຕົກຕິດກັບ ແມ່ນ້ຳຂອງ ແລະ ຊາຍແດນລາວ-ໄທ .

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ