ການດຳລົງຊີວິດແບບງ່າຍດາຍ : “ ເຮືອນຮ້ານ ບ້ານເສົາ ເປົ່າແຄນ ກິນເຂົ້າໜຽວ ຄ້ຽວປາແດກ ” ນີ້ ແມ່ນເອກະລັກຂອງລາວແຕ່ໃດມາ.
ການສ້າງຜັງເມືອງ : ເມືອງວຽງຈັນ ແຕ່ສະໄໝສີໂຄດຕະບອງມາ ແມ່ນກວມເອົາທັງຝັ່ງຂວາ ຂອງແມ່ນ້ຳຂອງ ນຳດ້ວຍ. ສະຖານທີ່ກ້ອງ ປາກປ່າ ສັກນັ້ນແມ່ນ ທີ່ຕັ້ງຂອງມະເຫສັກຫຼັກເມືອງມາແຕ່ກ່ອນ ເພາະວ່າກ່ອນຈະຊ່ວງເຮືອອອກພັນສາທຸກໆປີ ເພິ່ນຕ້ອງມາຄາລະວະບູຊາ ບ່ອນ ສັກສິດແຫ່ງ ນີ້ກ່ອນ , ແຕ່ສະໄໝອານາຈັກລາວລ້ານຊ້າງ ມາຣາຊະວັງ ແມ່ນ ສະຖານທີ່ ຫໍຄຳດຽວ ນີ້.
ສະຖາປັດຕະຍະກຳ : ໃນເມື່ອກ່ອນນັ້ນບໍ່ທັນມີຄັນຄູນ້ຳຂອງຈຶ່ງຖ້ວມເມືອງວຽງຈັນເລື້ອຍໆ ເປັນໄລຍະ 20 ຫາ 50 ປີ ສະນັ້ນ ເຮືອນ ຂອງຊາວວຽງ ຈັນ ຈຶ່ງແມ່ນ ເຮືອນທີ່ມີກ້ອງລ່າງສູງກ່ວາແຫ່ງອື່ນໆ ເພື່ອອາໄສຢູ່ໃນເວລານ້ຳຖ້ວມ, ເປັນເຮືອນຫຼັງບໍ່ໃຫຍ່ແຕ່ມີຫ້ອງນອນ, ຊານ , ເຮືອນຄົວ, ຫຼັງຄາມຸງ ດ້ວຍຫຍ້າ ຫຼືື ຝ້າ, ມີກ້ອງຕະລ່າງ, ມີຂັ້ນໄດ ແລະ ຮ້ານນ້ຳດື່ມ ມີເຊຍ ເພື່ອຮັບແຂກ ແລະ ທຳບຸນ (ກ້ອງຕະລ່າງໃຊ້ເພື່ອມ້ຽນ ເລົ້າເຂົ້າ, ຄົກມອງ, ມ້ຽນ ໄຖ ຄາດ, ເປັນ ຄອກສັດ, ຕັ້ງກີ່ ຫຼື ເຕົາຫຼໍ່). ບາງບ້ານ ກໍ່ມີຄອກງົວ, ຄວາຍຢູ່ຕ່າງຫາກ, ແຄມບ້ານ ມີ ກົກມີ້, ກົກມ່ວງ, ກົກ ພ້າວ, ກົກໝາກ, ເຄືອພູ ແລະ ມີສວນ ຄົວອີກ.
ເຄື່ອງໃຊ້ທີ່ຄົ້ນພົບມີ: ດິນ ເຜົາເຊັ່ນ ຖ້ວຍ, ຊາມ, ໄຫ, ໝໍ້, ກອກສູບຢາ, ເຄື່ອງເອ້ ເຮັດດ້ວຍທອງສຳລິດ, ພ້າ, ຂວານ ທີ່ເຮັດດ້ວຍເຫຼັກ, ມີ ອາວຸດ ເປັນ ງ້າວ, ຫອກ ເຮັດດ້ວຍ ເຫຼັກກ້າ.
ອຸປະກອກໍ່ສ້າງເຮືອຊານນັ້ນ : ຈະເລີ່ມຈາກ ໄມ້ປ່ອງ, ຫຍ້າຄາໄປຫາໄມ້ເນື້ອແຂງ, ແລ້ວດິນເຜົາ (ດິນຈີ່ ດິນຂໍ). ສ່ວນວັດວາອາຮາມ, ທາດຕ່າງໆ ພັດສ້າງດ້ວຍຫີນປ່ຽງ, (ຫີນ ແຊງ, ດິນຈີ່, ດິນຂໍ) ຊຶ່ງເຫັນຢູ່ຕາມພື້ນວັດ ແລະ ທາດເກົ່າ: ວັດສີເມືອງ, ວັດອິນແປງ, ວັດໜອງບອນ , ພື້ນ ພະທາດ ຫຼວງ ຕ່າງໆ ຈຶ່ງສັນນິຖານວ່າ: ສ້າງໃນສະໄໝສີໂຄດຕະບອງ. ໃນບັ້ນ ປາຍຊາວວຽງຈັນ ເລີ້ມໃຊ້ ປະທາຍກໍ່ແລ້ວ (ປູນປະສົມຊາຍ, ໜັງ ຄວາຍ, ນ້ຳ ອ້ອຍ ແລະ ຢາງໄມ້) ໃນການກໍ່ທາດກໍ່ສິມ ຊຶ່ງປະກົດໃຫ້ເຫັນໃນທາດເກົ່າແກ່ຕ່າງໆ).
ສິລະປະກຳ: ໄດ້ເຫັນສິລະປະກຳຂອງມອນ, ຂະເໝນ ແລະ ອິນເດຍ ຊັບປົນກັນ ຢູ່ຕາມວັດຕ່າງໆ. ສ່ວນສິລະປະຂອງຄົນ ລາວນັ້ນແມ່ນ ການຄວັດ ລາຍໃສ່ໄມ້, ຫຼໍ່ພະ, ຄ້ອງ, ລະຄັງ ດ້ວຍທອງ, ເຮັດເຄື່ອງເອ້ຍ້ອງ ແລະ ເຄື່ອງໃຊ້ສອຍ ດ້ວຍທອງສຳລິດ ແລະ ດິນເຜົາ, ແຕ້ມຮູບສີ ໃສ່ ຝາວັດ ແລະ ໃຊ້ນ້ຳກ້ຽງເປັນສີທາພື້ນ .
ການຂົນສົ່ງ : ພາຫະນະເດີນທາງແມ່ນ ມີການນຳໃຊ້ມ້າ, ຊ້າງ ຕ່າງ ເຄື່ອງ ແລະ ກວຽນລາກແກ່, ມີເຮືອໃຊ້ເດີນ ທາງນ້ຳ . ການຂົນ ສົ່ງ ທາງບົກ ແມ່ນ ໃຊ້ເສັ້ນທາງ ຕິດຕໍ່ລະຫວ່າງເມືອງ ຫາ ເມືອງ ເປັນທາງດິນ , ສ່ວນ ບ້ານ ໄປຫາກັນ ເປັນ ທາງທຳມະຊາດ ແລະ ບໍ່ກວ້າງ ບໍ່ຊື່ ພໍທໍ່ໃດ ພຽງແຕ່ໃຫ້ ກວຽນ , ລໍ້, ຊ້າງ, ມ້າໄປມາໄດ້ໃນລະດູແລ້ງເທົ່ານັ້ນ. ການເຄື່ອນທັບຂອງພະຍາຟ້າງຸ່ມ ແລະ ພະອົງ ອື່ນໆ ກໍ່ໜ້າຈະມີ ເສັ້ນທາງໄປຢູ່ ແລ້ວ, ແຕ່ຍ້ອນ ການເວລາ ຈຶ່ງໄດ້ລຶບຮ່ອງຮອຍໄປໝົດ. ການຍົກທັບໄປຕີສັດຕູຜູ້ຮຸກຮານແມ່ນ ໃຊ້ການເດີນທາງໆດິນເປັນຕົ້ນຕໍ ເພາະລາວມີຊ້າງ, ມ້າຫຼາຍ.
ພົລະເມືອງ : ເມືອງວຽງຈັນ ສະໄໝຈັນທະບູລີ ນັ້ນ : ຄົງຈະຢູ່ໃນ ຈຳນວນ ປະມານ 3 ແສນ ກ່ວາຄົນ .ປະຊາຊົນວຽງຈັນ ສ່ວນຫລາຍແມ່ນ ຕັ້ງບ້ານ ເຮືອນ ຢູ່ຕາມແຄມຂອງ ແລະ ອີກສ່ວນ ໜຶ່ງຕັ້ງເຮືອນຕາມທົ່ງ ນາ, ຮົ້ວສວນ ຢ່າງກະແຈກກະຈາຍ, ດັ່ງນັ້ນຈຶ່ງສັນນິ ຖານວ່າ ປະມານ 3 ຫາ 4 ໝື່ນຄົນ ອາດຈະມາໂຮມກັນຢູ່ໃນ ເມືອງຈັນທະບູລີ.

ນະຄອນຫຼວງວຽງຈັນ ມີອາຍຸ ຄົບຮອບ 450 ປີ
(1560-2010) ນະຄອນຊຽງທອງເປັນເມືອງເອກຂອງອານາຈັກລ້ານຊ້າງມາໄດ້ 207 ປີ ຈິ່ງມີ ການປ່ຽນແປງ, ເມື່ອປີ 1560 ເຈົ້າໄຊຍະເສດຖາທິລາດ ກະສັດອົງທີ 10
ຂອງອານາຈັກລ້ານຊ້າງ ໄດ້ຍ້າຍລາຊະທານີຈາກຊຽງທອງມາຢູ່ວຽງຈັນ
ໂດຍ ໃສ່ຊື່ວ່າ “ ຈັນທະບູລີ
ສີສັດຕະນະຄະນະຫຸດອຸກະມະລາຊະທານນີ ”. ການຍົກຍ້າຍລາຊະທານີ
ຈາກຊຽງທອງມາຢູ່ວຽງຈັນແມ່ນດ້ວຍເຫດຜົນ ຄື :ຊຽງ ທອງຢູ່ໃກ້ກັບເສັ້ນທາງຜ່ານໄປມາ ຂອງພວກສັກດີນາພະມ້າ (ມຽນມາ ໃນປະຈຸບັນ) ເຊິ່ງຍາມນັ້ນ ໄດ້ແຜ່ອິດທິພົນມາທາງສະຫຍາມ, ລ້ານນາ ແລະ ລ້ານຊ້າງ.
ດ້ານໜຶ່ງຊຽງທອງ ກໍເປັນເຂດຄັບແຄບບໍ່ສາມາດຂະຫຍາຍບ່ອນທຳມາຫາກິນ
ໃຫ້ປະຊາຊົນໄດ້, ສ່ວນວຽງຈັນດ້ານທີ່ຕັ້ງກໍແມ່ນຢູ່ໃຈ ກາງຂອງ ປະເທດຊາດ (ເໜືອ - ໃຕ້; ຕາເວັນອອກ
- ຕາເວັນຕົກ ) ແລະ ເປັນເຂດທີ່ມີທົ່ງພຽງອຸດົມສົມບູນໄປດ້ວຍເຂົ້າປາອາຫານ
ແລະ ບ່ອນທຳ ມາ
ຫາກິນກໍ່ກວ້າງຂວາງ.
ໄລຍະ 333 ປີ ຂອງອານາຈັກລ້ານຊ້າງເອກະລາດ ເອກະພາບ :
- ພາຍຫລັງທີ່ຍ້າຍລາຊະທານີມາຕັ້ງຢູ່ວຽງຈັນ (1560) ເຈົ້າໄຊຍະເສດຖາທິລາດ ໄດ້ສືບ ຕໍ່ຜັນຂະຫຍາຍພາລະກິດຂອງເຈົ້າຟ້າງຸ່ມເພື່ອສ້າງຄວາມ ສາມັກຄີ ແລະ ສະຕິເປັນເອກະພາບຂອງຊາດ ໂດຍສ້າງກິດຈະກຳຕ່າງໆຄື:
+ ສ້າງທາດຫລວງກວມເອົາທາດລູກເກົ່າ, ສ້າງວັດວາອາຮາມໃໝ່ຫລາຍບ່ອນ, ເອົາສາສະໜາພຸດເປັນໃຈກາງໃນການສ້າງສະຕິຊາດເປັນເອກະພາບ.
+ ສ້າງລາຊະວັງໃໝ່ເພື່ອເສີມປາລະມີ ແລະ ສ້າງຄວາມເຊື່ອໝັ້ນໃຫ້ກັບປະຊາຊົນ.
+ ໄດ້ປະຕິບັດນະໂຍບາຍ ສັນຕິພາບ ແລະ ມິດຕະພາບ ກັບປະເທດໃກ້ຄຽງເປັນຕົ້ນແມ່ນກັບອະຍຸດທະຍາ ໂດຍໄດ້ຮ່ວມກັນສ້າງທາດສີສອງຮັກ ຢູ່ ເມືອງດ່ານຊ້າຍ ແຂວງເລີຍຂອງໄທ ໃນປະຈຸບັນ (ແຕ່ກ່ອນເປັນດິນຂອງລາວ ), ເພື່ອເປັນສັນຍາລັກແຫ່ງສັນຕິພາບ ແລະ ມິດຕະພາບຕໍ່ກັນ ແນ່ນໃສ່ ຕ້ານ ສັດຕູຮ່ວມກັນຄື ພະມ້າທີ່ພວມແຜ່ອຳນາດເຂົ້າສູ່ລ້ານຊ້າງ ແລະ ອະຍຸດທະຍາໃນເວລານັ້ນ.
+ ໄດ້ນຳພາປະຊາຊົນຕ້ານການລ່ວງລ້ຳດິນແດນ ຂອງພະມ້າສອງຄັ້ງ ເຊິ່ງທັງສອງຄັ້ງກໍລ້ວນແຕ່ໄດ້ຮັບໄຊຊະນະ. ພ້ອມກັນນັ້ນເຈົ້າໄຊຍະເສດຖາ ທິລາດ ຍັງໄດ້ນຳທັບໄປຕີພະມ້າ ທີ່ເຂົ້າມາຕີອະຍຸດທະຍາ ( ໄທ ) ຢູ່ເມືອງພິດສະນຸໂລກ.
+ ໄດ້ນຳກຳລັງລົງໄປປາບຂະບວນການລຸກຮື້ຂຶ້ນຂອງຊາວນາ. ຢູ່ພາກໃຕ້ລາວ (ແຂວງອັດຕະປື ) ແລະ ໄດ້ເສຍຊີວິດຢູ່ທີ່ນັ້ນ. ຈົນເຖິງປະຈຸບັນການ
ເສຍຊີວິດຂອງເພີ່ນກໍຍັງເປັນປິດ ສະໜາຢູ່.
+ ວິລະກຳຂອງເຈົ້າໄຊຍະເສດຖາທິລາດ ໄດ້ປະກອບສ່ວນຢ່າງສຳຄັນເຂົ້າໃນມູນເຊື້ອ ຂອງຊາດ: “ ມູນເຊື້ອແຫ່ງຄວາມສາມັກຄີ ແລະ ສະຕິຊາດ ເອກະພາບ ”, ພະອົງເປັນກະສັດລາວອົງໜຶ່ງທີ່ມີນ້ຳໃຈຕໍ່ສູ້ເດັດດ່ຽວກ້າຫານນຳພາ ປົກປັກຮັກສາ ແລະ ສ້າງປະເທດຊາດ, ເປັນແວ່ນແຍງອັນໃສແຈ້ງ
ໃຫ້ແກ່ຄົນລາວຮຸ່ນປະຈຸບັນໄດ້ສືບທອດ ແລະ ຮ່ຳຮຽນເອົາເຊັ່ນ:
- ການສ້າງສຳພັນທະໄມຕີກັບປະເທດໃກ້ຄຽງ ທີ່ມີສັດຕູໂຕດຽວກັນເພື່ອສະແດງເຈດຈຳນົງເປັນມິດກັບເພື່ອບ້າ ນໄກ້ຄຽງ.
- ການປັບປຸງບໍລິຫານປະເທດຊາດບ້ານເມືອງ.
- ການນຳພາສ້າງເສດຖະກິດ ແລະ ວັດທະນະທຳ ( ດ້ານວັດຖຸ ແລະ ດ້ານຈິດໃຈ ).
- ການປົກປັກຮັກສາປະເທດຊາດດ້ວຍວິທີເຮັດສົງຄາມປະຊາຊົນ ( ຕີກັບສັກດີນາພະມ້າ ).
- ການເສີມສ້າງຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ.
ພາຍຫລັງເຈົ້າໄຊຍະເສດຖາທິລາດ ສິ້ນພະຊົນ, ອານາຈັກລ້ານຊ້າງເກີດຄວາມສັບສົນ ພວກຂຸນນາງຍາດຊີງກັນຂຶ້ນກຳອຳນາດ, ຄວາມສາມັກຄີ ພາຍໃນຖືກແຕກແຍກ ແລະ ມີການປ່ຽນແປງຜູ້ນຳຂຶ້ນປົກຄອງຢູ່ເລື້ອຍໆ ເຮັດໃຫ້ພາຍໃນບໍ່ມີກຳລັງແຮງເປັນເຫດ ໃຫ້ພະມ້າຍົກທັບເຂົ້າມາຕີລາວ ເປັນຄັ້ງທີ 3 ແລະ ໃນທີ່ສຸດລາວກໍ່ຕົກເປັນເມືອງສ່ວຍຂອງພະມ້າເປັນເວລາ 24 ປີ. ເຊິ່ງເປັນສະໄໝທີ່ອານາຈັກລ້ານຊ້າງຕົກສູ່ຄວາມມືດມົນ ແລະ ຫງ່ວມເຫງົາ.

ສະໄໝລາຊະການຂອງເຈົ້າສຸລິຍະວົງສາ, ປີ ພສ 2183 (ຄສ 1631) ເຈົ້າສຸລິຍະວົງສາ
ໄດ້ຂຶ້ນຄອງລາດ, ໃນໄລຍະ 57 ປີ ຂອງການປົກຄອງ ອາ ນາຈັກລ້ານຊ້າງ
ແມ່ນມີຄວາມສະຫງົບຮົ່ມເຢັນ, ຄວາມຂັດແຍ່ງພາຍໃນຖືກຊຳລະສະສາງ, ອິດທິກຳລັງພາຍນອກມີຄວາມເກງຂາມ ບໍ່ກ້າເຂົ້າມາ ລ່ວງລ້ຳ ແລະ
ແຊກແຊງ, ປະຊາຊົນໄດ້ຮັບການແບ່ງດິນ ເພື່ອທຳມາຫາກິນຢ່າງເປັນທຳ ແລະ
ຫ້າວຫັນໃນການຜະລິດ, ເຂົ້າ, ປາອຸດົມສົມບູນ.
+ ເຈົ້າສຸລິຍະວົງສາທຳມິກະລາດ ໄດ້ສັ່ງໃຫ້ເສນາອາມາດຜູ້ໃຫຍ່ພ້ອມນັກປາດອາຈານແກ້ໄຂປ່ຽນແປງ
ແລະ ສ້າງກົດໝາຍເພື່ອເປັນຫລັກ ໃນການ
ປົກຄອງບ້ານເມືອງໃຫ້ມີລະບຽບແບບແຜນ, ບ່າວໄພ່ລາຊະດອນໄດ້ຮັບຄວາມເປັນທຳ ຜູ້ລ່ວງລະເມີດກໍ່ຖືກລົງໂທດໂດຍບໍ່ເລືອກໜ້ານັບທັງລູກຊາຍ
ຂອງເພິ່ນເອງ ກໍ່ຖືກສັ່ງປະຫານຊີວິດ ຖານໂທດຂົ່ມຂືນເມຍທະຫານອົງຄະລັກຂອງເພິ່ນ. ໄດ້ເອົາໃຈໃສ່ສ້າງວັດວາອາຮາມ, ສົ່ງເສີມການສຶກສາ ຂະ
ຫຍາຍໂຮງຮຽນ (ເວລານັ້ນແມ່ນໂຮງຮຽນວັດ) ສ້າງນັກປາດບັນດິດ, ປະດິດຄິດແຕ່ງວັນນະຄະດີ, ນິທານພື້ນເມືອງ, ສ້າງຮີດ 12 ຄອງ 14, ແປເທບ ນິຍາຍຈາກພາສາອິນເດຍມາເປັນພາສາລາວ.

+ ໄດ້ອອກກົດໝາຍວ່າດ້ວຍທີ່ດິນ
ຊຶ່ງໄດ້ກຳນົດແຈ້ງວ່າ : ດິນທີ່ມອບໃຫ້ເຖິງ 3 ປີ ແລ້ວ ຫາກບໍ່ມີການນຳໃຊ້ແມ່ນໃຫ້ຜູ້ອື່ນສາມາດ ມາເອົາໄປນຳ
ໃຊ້ໄດ້ ໂດຍເຈົ້າຂອງເກົ່າບໍ່ມີສິດທວງຖາມເອົາຄືນອີກ. ດ້ວຍເຫດນັ້ນຈິ່ງເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນ ແລະ ດຸໝັ່ນໃນການຜະລິດ, ປູກຄັ່ງ, ປູກ ຍານເປັນສິນຄ້າ.

+ ໄດ້ຜູກມິດໄມຕີກັບປະເທດໃກ້ຄຽງ, ຕິດຕໍ່ຄ້າຂາຍກັບຕ່າງປະເທດ, ວຽງຈັນເວລານັ້ນໄດ້ກາຍເປັນສູນກາງການຄ້າ
ຄັ່ງ ແລະ ຍານ ຈົນມີພໍ່ຄ້າ ຊາວ ໂຮນລັງ ຊື່ ວັນວຸດສະຕົບ ເຊິ່ງເປັນຊາວຕາເວັນຕົກຄະນະທຳອິດທີ່ເຂົ້າມາວຽງຈັນໃນປີ
1641 ເພື່ອຊື້ຄັ່ງ ແລະ ຍານ. ໃນປີ 1642 -1647 ມີຄະນະ ຂອງ ຄຸນພໍ່ ເລີເລຍ ແລະ ມາລີນີ
ເຊິ່ງເປັນຊາວອີຕາລີ ໄດ້ເຂົ້າມາເຖິງວຽງຈັນ, ພວກເພິ່ນໄດ້ຍ້ອງຍໍວ່າເມືອງວຽງຈັນງົດງາມ, ຫໍປະສາດລາຊະວັງ ສະ ຫງ່າ ກວ້າງຂວາງ, ປະຊາຊົນລາວເປັນຄົນ
ດີບໍ່ເອົາປຽບເອົາລັດກັນ, ຮັກແພງຄົນຕ່າງປະເທດ, ເປັນຄົນຊື່ສັດ ເກັບຂອງ ຕົກເຮ່ຍ ໄດ້ກໍ່ຄືນເຈົ້າຂອງ ໂດຍ ບໍ່ຮຽກຮ້ອງຄ່າຮັກສາແຕ່ຢ່າງໃດ.
ພວກເພີ່ນຍັງເວົ້າວ່າ ບໍ່ເຫັນຄົນລາວຜິດຖຽງກັນ
ຄົນລາວມີກົດໝາຍພື້ນເມືອງດີ ແລະ ປະຕິບັດເຄັ່ງຄັດ ຜູ້ໃດທີ່ກະ ທຳຜິດຜູ້ໃດໝິ່ນປະໝາດຄົນອື່ນກໍ່ລ້ວນແຕ່ຖືກປັບໃໝ.
ສັງລວມແລ້ວຕະຫລອດໄລຍະ 57 ປີ ທີ່ເຈົ້າສຸລະຍິວົງສາຂຶ້ນຄອງລາດ ອານາຈັກລ້ານຊ້າງຢູ່ໃນຄວາມສະຫງົບປາສະຈາກເສິກທາງເໜືອ
ເສືອທາງ ໃຕ້, ປະຊາຊົນມີຄວາມຮົ່ມເຢັນ, ການສຶກສາ ໄດ້ຮັບການພັດທະນາ, ນັກປາດບັນດິດ, ຄຳພີດີກາ ນິທານພື້ນເມືອງ ເທບນິຍາຍ, ຮີດຄອງປະເພນີ ອັນ ດີງາມ ທີ່ສືບທອດມາເຖິງປະຈຸບັນກໍ່ເກີດຂຶ້ນໃນສະໄໝເຈົ້າສຸລິຍະວົງສາ ຄອງເມືອງ; ເຮັດໃຫ້ຊາດລາວມີມູນເຊື້ອອັນຈົບງາມທາງດ້ານຮີດຄອງ ວັດທະ ນະທຳ, ເປັນໄລຍະ ຮຸ່ງເຮືອງເຫລືອງເຫລື້ອມດ້ານວັດທະນະທຳທີ່ໂດດເດັ່ນທີ່ສຸດ.
ເຈົ້າ ສຸລິຍະວົງສາ ໄດ້ສິ້ນພະຊົນໃນປີ 1695 ພາຍຫລັງຄອງເມືອງມາໄດ້ 57 ປີ ລວມ ອາຍຸໄດ້ 82 ປີ.
ພາຍຫລັງເຈົ້າສຸລິຍະວົງສາສິ້ນພະຊົນ, ອາ ນາຈັກລ້ານຊ້າງໄດ້ຕົກເຂົ້າສູ່ວິກິດການອັນຮ້າຍແຮງອີກເທື່ອໜຶ່ງ ເຊິ່ງສາຍເຫດແມ່ນຍ້ອນ
ຜູ້ຂຶ້ນປົກຄອງເມືອງບໍ່ແມ່ນເຊື້ອກະສັດ, ພຽງແຕ່ໄລຍະ 36 ປີ (1698 - 1734) ມີການອະພິເສກສາມັນຊົນຂຶ້ນເປັນເຈົ້າຊີວິດເຖິງ 4 ອົງ ໝາຍຄວາມວ່າ 9 ປີໃດ ປ່ຽນຖ່າຍເຈົ້າຊີວິດເທື່ອໜຶ່ງ
ເຊິ່ງຜິດກັບກົດ ມົນ ທຽນຂອງສັກດີນາ ສຳລັບການປົກຄອງໃນສະໄໝບູຮານເພາະວ່າຕາມກົດມົນທຽນຂອງສັກດີນາ ນັ້ນແມ່ນປະຕິບັດ ຕາມລະບອບລາຊະທາຍາດ
(ພໍ່ ຕາຍລູກຂຶ້ນແທນ) ແຕ່ອານາຈັກລ້ານຊ້າງມີໄລຍະໜຶ່ງຂາດຜູ້ສືບແທນເຮັດໃຫ້ ພວກຂຸນນາງທີ່ບໍ່ແມ່ນເຊື້ອກະສັດ ຈິ່ງຍາດກັນຂຶ້ນເປັນເຈົ້າແຜ່ນດິນ. ສະນັ້ນຈິ່ງເກີດການໂຄ່ນລົ້ມກັນ ຫລື
ກໍ່ການກະບົດ ຫລື ແຍກຕົວເປັນອິດສະຫລະ
ອັນເປັນເຫດໃຫ້ອານາຈັກລ້າງ ຊ້າງ ຖືກແບ່ງອອກເປັນສາມ ອາ ນາຈັກ ຄື : ອານາຈັກລ້ານຊ້າງວຽງຈັນ, ອານາຈັກຫລວງພະບາງ ແລະ
ອານາຈັກຈຳປາສັກ.
ໃນສະໄໝ ລາຊະການຂອງເຈົ້າ ສີລິບຸນຍະສານ (ປີ 1730)
ເຖິງວ່າເພີ່ນເປັນເຊື້ອກະສັດ ແຕ່ຜົນຮ້າຍຢ້ອນຫລັງ ຍັງບໍ່ໄດ້ຮັບການແກ້ໄຂ, ບ້ານ ເມືອງ ຍັງເກີດຄວາມບໍ່ສະຫງົບ ແລະ ສັບສົນວຸ້ນວາຍ ເຮັດໃຫ້ປະເທດຊາດອ່ອນແອລົງ, ຈາກນັ້ນສັກດີນາສະຫຍາມ ກໍສວຍໂອກາດ ມາຕີວຽງຈັນ ເປັນເຫດໃຫ້ 3 ອານາຈັກ
ຕົກເປັນເມືອງສ່ວຍ ຂອງສະຫຍາມພ້ອມກັນ ໃນປີ 1779. ໄລຍະ
100 ກວ່າປີ ທີ່ອານາຈັກລ້ານຊ້າງວຽງຈັນຕົກ ຢູ່ໃຕ້
ການປົກຄອງຂອງ ສະຫຍາມ
(ໃນຖານະເປັນເມືອງສ່ວຍ ແລະ ເມືອງຂຶ້ນ): ຊາວລາວລ້ານຊ້າງວຽງຈັນ ໄດ້ສູນເສຍເອກະລາດ ແລະ ສິດເປັນເຈົ້າ, ຖືກເກັບ ເກນໄປອອກແຮງງານ, ໄປສູ້ຮົບຕົບເສິກເມື່ອເກີດມີສົງຄາມ.
ແຕ່ລະປີ ຕ້ອງໄດ້ນຳ ເອົາດອກໄມ້ເງິນ
ດອກໄມ້ຄຳ ໄປມອບຖວາຍໃຫ້ແກ່ ກະ ສັດສະຫຍາມ,
ເຄື່ອງຄ້ຳຂອງຄູນ ທີ່ເປັນຂອງມິ່ງບ້ານມິ່ງເມືອງ (
ພະແກ້ວມໍລະກົດ, ພະແຊກຄຳ, ຊ້າງເຜືອກງານິນ, ຄຳພີດິກາ
ພ້ອມທັງນັກປາດ ອາ ຈານ )
ກໍຖືກຂົນໜີ ໄປບາງກອກ. ປະຊາຊົນລາວລ້ານຊ້າງວຽງຈັນຕົກເປັນ
ຄົນຕ່ຳຕ້ອຍ ເປັນຂ້ອຍຂ້າມ້າໃຊ້ໃຫ້ແກ່ສະຫຍາມ ເປັນເວລາ 50 ກວ່າປີ
( 1779 - 1829 ).
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ