ທິດນຳຂອງພັກ ແລະ ລັດຖະບານ ຕໍ່ວຽກງານກະສິກຳ
ມະຕິກອງປະຊຸມໃຫຍ່ຂອງພັກ ໃນແຕ່ລະໄລຍະ ໂດຍສະເພາະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ໄດ້ກຳນົດທິດທາງ ແລະ ໜ້າທີ່ວຽກງານຈຸດສຸມ ສຳລັບການພັດທະນາ ວຽກງານກະສິກຳ ທີ່ນອນ ໃນຂົງເຂດເສດຖະກິດ ຄື: "ພັດທະນາກະສິກຳ ແບບປະສົມປະສານ, ຮັບປະກັນຄວາມໝັ້ນຄົງ ທາງດ້ານສະ ບຽງອາຫານ..."[1]. ຂະແໜງກະສິກຳ ແລະ ປ່າໄມ້ ຍັງແມ່ນ ຂະແໜງການພື້ນຖານ ໃນໂຄງປະກອບເສດ ຖະກິດແຫ່ງຊາດ. ພວກເຮົາຕ້ອງສຸມໃສ່ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ທາງດ້ານການກະສິກຳ ແລະ ປ່າໄມ້ຢ່າງຮອບດ້ານ, ສ້າງໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ ຕາມທິດ ເຮັດກະສິກຳສະອາດ, ຂະຫຍາຍການເຮັດ ກະເສດສຸມ
ທີ່ທັນສະໄໝ ແລະ ມີປະສິດຕິພາບສູງ; ໝູນໃຊ້ ວິທະຍາສາດ-ເຕັກນິກທີ່ກ້າວໜ້າ ທັນສະໄໝ ເຂົ້າໃສ່ພື້ນຖານການຜະລິດ ໃຫ້ນັບມື້ ນັບກວ້າງຂວາງ, ຈຳກັດການຜະລິດ ແບບເປີດກວ້າງເນື້ອທີ່, ຮີບຮ້ອນ ຈັດວາງ ໂຄງປະກອບການປູກຝັງ-ລ້ຽງສັດຄືນໃໝ່
ໃຫ້ເໝາະສົມຕາມທ່າແຮງ ຂອງແຕ່ລະບໍລິເວນ, ປະ ກອບສ່ວນເຂົ້າໃນຂະບວນການສາມສ້າງ ຄື: “ສ້າງແຂວງໃຫ້ເປັນ ຫົວໜ່ວຍຍຸດທະສາດ, ສ້າງເມືອງໃຫ້ເຂັ້ມ ແຂງຮອບດ້ານ ແລະ ສ້າງບ້ານໃຫ້ເປັນ ຫົວໜ່ວຍພັດທະນາ”, ໂດຍສ້າງ ໃຫ້ມີເຂດຜະລິດກະສິກຳ ສະເພາະ ເຊັ່ນ: ເຂດປູກເຂົ້າ, ເຂດລ້ຽງສັດ, ເຂດປູກພືດຜັກປອດສານພິດ, ເຂດປູກພືດອຸດສາຫະກຳ ແລະ ອື່ນໆ.... ເອົາໃຈໃສ່ຊຸກຍູ້ ວຽກງານຄົ້ນຄວ້າ ການນຳໃຊ້ແນວພັນໃໝ່, ເຕັກນິກວິທະຍາການໃໝ່ ເຂົ້າໃນການຜະລິດ ໃຫ້ວ່ອງໄວ ຕິດພັນກັບການຊຸກຍູ້ ຜູ້ປະກອບການ ແລະ ສ້າງຄອບຄົວຕົວແບບໃຫ້ແຜ່ຫຼາຍ ພ້ອມທັງສົ່ງເສີມ ໃຫ້ມີການປຸງແຕ່ງ ຜົນຜະລິດ ກະສິກຳ ແລະ ປ່າໄມ້ ທີ່ເໝາະສົມກັບແຕ່ລະບໍລິເວນ.
ຕ້ອງເລັ່ງລັດ
ການຈັດສັນທີ່ດິນກະສິກຳ ໃນຂອບເຂດທົ່ວປະເທດ
ໃຫ້ສຳເລັດ ໂດຍຮັບປະກັນ ໃຫ້ມີ ເນື້ອທີ່ດິນ
ສຳລັບການຜະລິດ ສະບຽງອາຫານຢ່າງພຽງພໍ
ໃນນີ້ ໃຫ້ສຸມໃສ່ ພັດທະນາ 7 ທົ່ງພຽງ ບຸລິ ມະສິດ ແລະ
ບັນດາທົ່ງພຽງກາງ, ທົ່ງພຽງນ້ອຍ ຢ່າງເປັນລະບົບຄົບຊຸດ
ເພື່ອສ້າງຄວາມໝັ້ນຄົງ ທາງດ້ານ
ສະບຽງອາຫານ. ສຳຄັນທີ່ສຸດ ຕ້ອງສຸມໃສ່ ປັບປຸງ ຍົກລະດັບ ຊົນລະປະທານ ໃຫ້ແໜ້ນໜາຖາວອນ ທັງ ຄຸ້ມຄອງ
ນຳໃຊ້ ໃຫ້ມີປະສິດທິຜົນສູງ, ສ້າງຕັ້ງ
ແລະ ປັບປຸງ ສູນສົ່ງເສີມ ຫຼື
ສູນພັດທະນາກະສິກຳ, ຫັນການຄົ້ນຄວ້າ
ລົງຮັບໃຊ້ ເຂດຈຸດສຸມການຜະລິດ ໃນແຕ່ລະບໍລິເວນ ເພື່ອຜະລິດແນວພັນ ທັງເຮັດ ບົດບາດ
ໃຫ້ການແນະນຳ ຝຶກອົບຮົມ ທາງດ້ານເຕັກນິກ-ວິຊາການ ໃຫ້ແກ່ຊາວກະສິກອນ, ຈັດຕັ້ງກຸ່ມ ຊາວ ກະສິກອນ ເພື່ອເຮັດໃຫ້ການພັດທະນາກະສິກຳ
ແລະ ຊົນນະບົດ ມີຄວາມຍືນຍົງ, ສືບຕໍ່ປະຕິບັດ
ນະໂຍ ບາຍຈັດສັນທີ່ດິນ ແລະ ມອບດິນ-ມອບປ່າ ໃຫ້ແຕ່ລະບ້ານ ປົກປັກຮັກສາ, ນຳໃຊ້ ພ້ອມທັງ ມອບສິດ ນຳໃຊ້ທີ່ດິນຢ່າງຍາວນານ ໃຫ້ແຕ່ລະຄອບຄົວ
ຊາວກະສິກອນ ໃນເຂດຊົນນະບົດ ເພື່ອໃຫ້ເຂົາເຈົ້າ
ມີຄວາມ ອຸ່ນອ່ຽນ ທຳການຜະລິດ. ການຂະຫຍາຍ ກະສິກຳ ໃນເຂດຊົນນະບົດ ຕ້ອງປະຕິບັດ
ຄົບຊຸດ, ຕິດພັນ ກັບການປຸງແຕ່ງ ແລະ
ການບໍລິການ ປະສົມປະສານ ຕະຫຼອດ ຂະບວນວິວັດ ແຫ່ງການຫັນ ເປັນອຸດສາ ຫະກຳທີ່ທັນສະໄໝ ແລະ
ການເຊື່ອມໂຍງເຂົ້າກັບສາກົນ ຕິດພັນກັບ
ການຂະຫຍາຍຕົວ ຂອງຊຸມຊົນ
ແລະ ຕົວເມືອງນ້ອຍ, ຕິດພັນກັບການຫັນເປັນທັນສະໄໝ. ຄຽງຄູ່ກັນນັ້ນ ການພັດທະນາກະສິກຳ
ຕ້ອງຕິດພັນກັບ ກຳລັງແຮງຂອງກົນໄກຕະຫຼາດ
ຕາມທິດສັງຄົມນິຍົມ, ເສີມຂະຫຍາຍກຳລັງແຮງ
ຂອງວິທະຍາສາດ ບວກກັບ
ການນຳໃຊ້, ຂຸດຄົ້ນບັນດາກຳລັງແຮງງານ ແລະ
ຊັບພະຍາກອນທີ່ມີ: ແຮງງານ, ທີ່ດິນ, ແຫຼ່ງນ້ຳ ແລະ ປ່າໄມ້ ສົມທົບກັບການສະໜັບສະໜູນ ການລົງທຶນ ພາຍໃນ ແລະ ຕ່າງປະເທດ[2].
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ