ວັນສຳຄັນ[ດັດແກ້]
| ວັນທີ | ຊື່ | ໝາຍເຫດ | |
|---|---|---|---|
| 1 ມັງກອນ | ບຸນປີໃໝ່ສາກົນ | ວັນພັກທາງລັດຖະການ | |
| 20 ມັງກອນ | ວັນສ້າງຕັ້ງກອງທັບ | ວັນພັກທາງລັດຖະການ | |
| ປາຍເດືອນມັງກອນ/ຕົ້ນເດືອນກຸມພາ | ວັນກຸດຈີນ ແລະ ກຸດຫວຽດ | ວັນຂື້ນປີໃໝ່ຂອງຄົນຈີນ ແລະ ຫວຽດນາມຕາມປະຕິທີນຈັນທະຄະຕິ ປະເທດລາວຂ້ອນຂ້າງໃຫ້ຄວາມສຳຄັນກັບວັນນີ້ ເພາະວ່າລາວເຮົາມີຄວາມສຳພັນໃກ້ຊິດກັບຫວຽດນາມ ແລະ ຈີນ. ມີຄົນຫວຽດນາມ
ແລະ ຄົນຈີນ ຫຼາຍສົມຄວນເຂົ້າມາອາໃສຢູ່ໃນປະເທດລາວ
| |
| ກຸມພາ | ມາຄະບູຊາ ບຸນວັດພູແລະ ບຸນພະທາດສີໂຄດຕະບອງ | ຂື້ນກັບປະຕິທີນຈັນທະຄະຕິ | |
| ກຸມພາ | ບຸນເຂົ້າຈີ່ | ຂື້ນກັບປະຕິທີນຈັນທະຄະຕິ ເປັນບຸນທີ່ຈັດຂື້ນຫຼັງຈາກເກັບກ່ຽວສຳເລັດແລ້ວ | |
| ມີນາ | ບຸນພະເວດ | ນິຍົມກັນຈັດໃນເດືອນ 4 ຕາມປະຕິທີນຈັນທະຄະຕິຂອງລາວ | |
| 8 ມີນາ | ວັນແມ່ຍິງສາກົນ | ວັນພັກທາງລັດຖະການ | |
| 22 ມີນາ | ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ | ວັນພັກທາງລັດຖະການ | |
| ເມສາ ປະມານວັນທີ 14-16 | ບຸນປີໃໝ່ລາວ | ມື້ທຳອິດຂອງວັນປີໃໝ່ເອີ້ນວ່າ ວັນສັງຂານລ່ວງ ມື້ທີສອງເອີ້ນວ່າ ວັນເນົາ ມື້ທີ່ສາມເອີ້ນວ່າ ວັນສັງຂານຂື້ນ (ບາງປີມີວັນເນົາ 2 ວັນ
ເຮັດໃຫ້ເລີ່ມບຸນວັນທີ 13-16 ກໍມີ ຫຼື ບາງປີກໍເລີ່ມ ວັນທີ 14-17 ກໍມີ ແລ້ວແຕ່ການຄຳນວນຕາມປະຕິທີນຈັນທະຄະຕິຂອງລາວ ແລະ ເປັນວັນພັກທາງລັດຖະການ
| |
| 1 ພຶດສະພາ | ວັນກຳມະກອນສາກົນ | ວັນພັກທາງລັດຖະການ | |
| ພຶດສະພາ | ວັນວິສາຂະບູຊາ | ຂື້ນກັບປະຕິທີນຈັນທະຄະຕິ | |
| ພຶດສະພາ | ບຸນບັ້ງໄຟ | ມັກຈັດໃນເດືອນ 6 ຫຼືເດືອນ 7 ຕາມປະຕິທີນຈັນທະຄະຕິ ເປັນເທດສະການກ່ຽວກັບການຂໍຝົນ | |
| 1 ມິຖຸນາ | ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ | ເປັນວັນທີ່ລັດສົ່ງເສີມໃຫ້ປະຊາຊົນປູກຕົ້ນໄມ້ | |
| ກໍລະກົດ | ບຸນອາສາລະຫະບູຊາ | ຂື້ນກັບປະຕິທີນຈັນທະຄະຕິ | |
| ກໍລະກົດ | ບຸນເຂົ້າພັນສາ | ຂື້ນກັບປະຕິທີນຈັນທະຄະຕິ | |
| ສິງຫາ | ບຸນຫໍ່ເຂົ້າປະດັບດິນ | ຈັດຂື້ນໃນວັນແຮມ 14 ຄ່ຳເດືອນ 9 ຕາມປະຕິທິນຈັນທະຄະຕິ ເປັນການລະນຶກເຖິງຜູ້ທີ່ລ່ວງລັບໄປແລ້ວ | |
| ກັນຍາ | ບຸນຫໍ່ເຂົ້າສະຫຼາກ | ຈັດຂື້ນໃນວັນຂື້ນ 15 ຄ່ຳເດືອນ 10 ຕາມປະຕິທິນຈັນທະຄະຕິ | |
| 7 ຕຸລາ | ວັນຄູແຫ່ງຊາດ | ເປັນວັນລະນຶກເຖິງຄຸນຂອງຄູ(ນາຍຄູຄຳ) | |
| ຕຸລາ | ບຸນອອກພັນສາ | ສີ້ນສຸດລະດູຝົນ ມີການແຂ່ງເຮືອ ແລະ ໄຫຼເຮືອໄຟ ( ມີທັງ ເຮືອໄຟໂຄກ ແລະ ເຮືອໄຟນ້ຳ ) | |
| ພະຈິກ | ບຸນທາດຫຼວງ | ເປັນນະມັດສະການພະທາດຫຼວງວຽງຈັນ | |
| ພະຈິກ | ບຸນທອດກະຖິນ | ຈັດຂື້ນໃນເດືອນ 12 ຕາມປະຕິທິນຈັນທະຄະຕິ | |
| 2 ທັນວາ | ວັນຊາດ | ເປັນວັນສະຖາປະນາ ສ.ປ.ປ ລາວ ແລະ ວັນພັກທາງລັດຖະການ | |
| 31 ທັນວາ | ວັນສີ້ນປີ |
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ