ເມືອງວຽງຈັນ
ສະໄໝອານາຈັກລາວລ້ານ ຊ້າງ (ແຕ່ປີ 1353 -1560)
ພະເຈົ້າຟ້າງຸ່ມທ້ອນ ໂຮມປະເທດຊາດ ໃນສະຕະວັດທີ 14 ນັ້ນ ຈຶ່ງຮູ້ວ່າ ເມືອງວຽງຈັນ ໄດ້ກາຍເປັນນະຄອນ ລັດໜຶ່ງ ທີ່ເຂັ້ມແຂງສົມຄວນ ແລ້ວ ແຕ່ບໍ່ ທັນ ມີກຳແພງ ເມືອງເທື່ອ. ຕັ້ງແຕ່ພະເຈົ້າຟ້າງຸ່ມເຕົ້າໂຮມແຜ່ນດິນ ແຕ່ປີ 1353 ຈົນ ເຖິງ ປີ 1560 ( 204 ປີ ) ເມືອງ ຫຼວງຂອງປະເທດ ຍັງຕັ້ງຢູ່ ນະ ຄອນຊຽງທອງ ( ເມືອງຫຼວງພະບາງ ) ໂດຍມີ ພະເຈົ້າແຜ່ນດິນ ຫຼາຍອົງ ສືບຕໍ່ກັນປົກຄອງລາວມາດັ່ງ ນີ້ :

- ພະເຈົ້າຟ້າງຸ່ມ (1353 -1371 ) ປົກຄອງໄດ້ 18 ປີ
- ພະເຈົ້າສາມແສນ ໄທ (1372 -1417) ຜູ້ຈັດລະບຽບການ
ປົກຄອງລາວຄືໃໝ່ (ປົກຄອງໄດ້ 45ປີ)
- ພະເຈົ້າລ້ານ ຄຳແດງ (1417-1428 ) ປົກຄອງໄດ້ 11ປີ
- ໃນ ລະຫວ່າງ 1428-1438 ບໍ່ມີເຈົ້າຊີວິດ ເພາະ ນາງ
ນ້ອຍນົງຮຽວ ທຳການກະບົດແລ້ວ ຂ້າລູກ ພະເຈົ້າສາມແສນໄທ
- ພະເຈົ້າໄຊຈັກກະພັດ (ວັງບູລີ) (1438 -1480 ) ປົກຄອງໄດ້ 42 ປີ
- ພະເຈົ້າສຸວັນນະບັນລັງ (1480 -1485 ) ປົກຄອງໄດ້ 5 ປີ
- ພະເຈົ້າຫຼ້າແສນໄຕ ພູວະນາດ (1485 -1495 ) ປົກຄອງໄດ້ 10 ປີ
- ພະເຈົ້າຊົມພູ (1495 -1498 ) ປົກຄອງໄດ້ 3 ປີ
- ພະເຈົ້າວິຊຸນະລາດ (1500 -1520) ປົກຄອງໄດ້ 20 ປີ, ທັງເປັນຂຽນ ຕຳນານຂຸນບູລົມ, ສ້າງວັດວິຊຸນະລາດ ແລະ ວັດມະໂນລົມ
ທີ່ ຫຼວງພະບາງ.
- ພະເຈົ້າໂພທິສະລາດ (1520 -1550 ) ປົກຄອງໄດ້ 30ປີ ,
ໂດຍພາຍໃຕ້ການນຳພາຂອງພະອົງ
ໄດ້ນຳພາກໍ່ສ້າງ ຣາຊະວັງ, ຫໍພະແກ້ວ, ວັດຈັນ, ວັດກາງ, ວັດເພຍວັດ ຫຼື
ພະຍາວັດ ແລະ ວັດອຶ່ນໆ ໃນ ເຂດ ນອກ. ສ່ວນ ວັດສີສະເກດ ແຕ່ກ່ອນ ແມ່ນ ວັດແສນ ໄດ້ສ້າງໃນ ປີ 1521, ວັດໂພນພະເນົາ, ວັດ ໜອງບອນ ກໍ່ແມ່ນ
ວັດທີ່ເກົ່າແກ່ ສ້າງກ່ອນ ປີ 1530. ພະອົງກໍ່ໄດ້ ໄປສ້າງວັດທີ່ ໂພນພິໄສ (ແຂວງໜອງຄາຍ)
ຊຶ່ງໄດ້ຄົ້ນພົບ ຫີນສີລາຈາລຶກ ຂອງ ວັດແດນ ເມືອງ ສ້າງໃນ ພ.ສ 2080 (ຄສ1535) ບອກວ່າ ພະເຈົ້າໂພທິສະລາດໄດ້ມາສ້າງ
ຕັ້ງໂພນ ພິໄສ ໃຫ້ເປັນ ເມືອງຣາຊະທານີ ແຫ່ງໜຶ່ງ, ນອກຈາກວັດແດນ ເມືອງ ແລະ ວັດໂພນ ພູນ ເມືອງ ທີ່ໂພນ ພິໄສແລ້ວ ເພິ່ນ
ຍັງໄດ້ສ້າງວັດ ທີ່ໜອງຄາຍອີກ. (ອີງຕາມ ຂໍ້ມູນ ຂອງ Lorrillard ແລະ Henri Deydier ປີ 1958).

No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ