google-site-verification: google0d91bc93cfc88895.html ສະພາບການຜະລິດເຂົ້າທົ່ວປະເທດ ໃນຊ່ວງ 30 ກວ່າປີ ທີ່ຜ່ານມາ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, August 03, 2015

ສະພາບການຜະລິດເຂົ້າທົ່ວປະເທດ ໃນຊ່ວງ 30 ກວ່າປີ ທີ່ຜ່ານມາ


http://www.vcharkarn.com/uploads/sites/6/2014/02/


ເຂົ້າເປັນພືດອາຫານຫຼັກປະຈຳຊາດແລະເປັນພືດຍຸດທະສາດທີ່ສຳຄັນຂອງ ລາວ ທີ່ມີຜົນກະທົບໂດຍກົງຕໍ່ພື້ນຖານເສດຖະກິດແລະ ຄວາມໝັ້ນຄົງຂອງປະເທດຊາດ. ​ໃນປີ 2012 ​ມີຊາວນາ​​ ກວມເອົາ ປະມານ 77% ຂອງປະຊາກອນທັງປະເທດ, ມີເນື້ອທີ່ປູກເຂົ້າທັງໝົດປະມານ 933.767 ກວ່າເຮັກຕາ, ​ມີຜົນຜະລິດເຂົ້າທັງໝົດ 3,49 ລ້ານກວ່າໂຕນເຂົ້າເປືອກ, ຄິດເປັນມູນຄ່າ ​​ປະມານ 7.500-8.000 ຕື້ກີບຕໍ່ປີ ຫຼືເທົ່າກັ 1 ພັນລ້ານໂດລາສະຫະລັດຕໍ່ປີ ທີ່ເປັນລາຍໄດ້ຕົ້ນຕໍ​ ​ຂອງຊາວກະສິກອນ, ຊາວນາຜະລິດເຂົ້າໜຽວ ກວມປະມານ 90​% ແລະ ເຂົ້າຈ້າວ ກວມປະມານ 10 % (ແຫລ່ງຂໍ້ມູນ: Agri. Census 2010-2011).

ຕາຕະລາງ ສັງລວມສະພາບການຜະລິດເຂົ້າທົ່ວປະເທດ ໃນຊ່ວງ 30 ກວ່າປີ ທີ່ຜ່ານມາ:







ລາຍການ
1976
1980
1990
2000
2005
2012
ສົມທຽບ 2012/1976
ນື້ອທີ່ເກັບກ່ຽວ(ຮຕ)
524.500
732.000
650.300
719.300
736.000
933.767
78,03%
ສະມັດຕະພາບ(ຕ/ຮຕ)
1,26
1,44
2,29
3,10
3,48
3,74
196,53%
ຜົນຜະລິດ(ພັນໂຕນ)
660,94
1.053
1.491,49
2.230,00
2.561,91
3.489,20
427,92%
ສະເລ່ຍຜົນຜະລິດ(ກິໂລ)ເຂົ້າເປືອກ/ຄົນ/ປີ
229
329
346
426
434
540
135,81%


ຈາກຕາຕະລາງ ຂ້າງເທິງນັ້ນ ເຫັນໄດ້ວ່າ ການຜະລິດເຂົ້າ ທົ່ວປະເທດ ໃນຮອບ 37 ປີ ແມ່ນມີທ່ວງທ່າການ ຂະຫຍາຍຕົວເພີ້ມຂື້ນເຊັ່ນ: ທາງດ້ານເນື້ອທີ່ ເພີ້ມຂຶ້ນ 78% ຫຼື ສະເລ່ຍ 2,10%ຕໍ່ປີ; ຜົນຜະລິດເພີ້ມຂຶ້ນ 428% ຫຼື ສະເລ່ຍເພີ່ມຂຶ້ນ 11,56% ຕໍ່ປີ; ສະມັດຕະພາບສະເລ່ຍເພີ່ມຈາກ 1,26 ໂຕນ/ເຮັກຕາ ໃນປີ 1976 ມາເປັນ 3,74 ໂຕນ/ເຮັກຕາ ໃນປີ 2012, ໝາຍຄວາມວ່າສະພມັດຕະພາບເພີ່ມຂຶ້ນ 2,48 ໂຕນ/ເຮັກຕາ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ