google-site-verification: google0d91bc93cfc88895.html ການຈັດແບ່ງເຂດການຜະລິດສຳລັບ​ສະບຽງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, August 02, 2015

ການຈັດແບ່ງເຂດການຜະລິດສຳລັບ​ສະບຽງ

ການຈັດແບ່ງເຂດການຜະລິດສຳລັບ​ສະບຽງ
ເພື່ອນຳໃຊ້ທີ່ດິນກະສິກຳໃຫ້ສອດຄ່ອງ ແລະ ແທດເໝາະກັບເງື່ອນໄຂ, ທີ່ຕັ້ງ, ຈຸດພິເສດ, ທ່າແຮງ ແລະ ຂໍ້ໄດ້ປຽບຂອງແຕ່ລະພື້ນທີ່ ໃນການດຳເນີນການຜະລິດ ແລະ ທຸລະກິດ ດ້ານການປູກຝັງ ໃຫ້ເປັນ ລະບົບ ຕ່ອງໂສ້ ແລະ ທັນສະໄໝ ຕາມທິດຜະລິດກະສິກຳສະອາດ ຈື່ງໄດ້ກຳນົດ ແລະ ຈັດສັນເຂດການ ຜະລິດ ຕາມເຂດແຄ້ວນ ສຳລັບພືດສະບຽງ ຄືດັ່ງລຸ່ມນີ້:
(1) ເຂົ້າ
ສຳລັບເຂດພູດອຍ ແລະ ພູພຽງ: ສຸມ​​ໃສ່ບັນດາ ທົ່ງພຽງກາງ, ທົ່ງພຽງນ້ອຍ ​​ເຂດພູດອຍແລະ ພູພຽງ ​​ໂດຍການນໍາໃຊ້ພັນພື້ນເມືອງ, ແນວພັນທີ່ເອກະລັກສະເພາະທ້ອງຖິ່ນ ແລະ ແນວພັນເຂົ້າປັບປຸງ ໃນບາງເຂດທີ່ເໝາະສົມ ເພື່ອຮັບໃຊ້ບໍລິໂພກພາຍໃນ ໂດຍກຳນົດເນື້ອທີ່ປູກເຂົ້າ ປະມານ 450.000-500.000 ເຮັກຕາ, ຜົນຜະລິດໃຫ້ໄດ້ປະມານ 1,9-2,0 ລ້ານໂຕນເຂົ້າເປືອກ ແລະ ຮອດປີ 2025 ການຜະລິດເຂົ້າຈະເນັ້ນໃສ່ ການຍົກສະມັດຕະພາບຕໍ່ເນື້ອທີ່ ໃນລະບົບກະສິກໍາສະອາດ (GI, GAP, OA), ຜົນຜະລິດລວມປະມານ 2,3 ລ້ານໂຕນເຂົ້າເປືອກ.
ສຳລັບເຂດທົ່ງພຽງ: ຮອດປີ 2020 ຂະຫຍາຍນື້ອທີ່ປູກເຂົ້າທົ່ວປະເທດໃຫ້ໄດ້ 1,1 ລ້ານເຮັກຕາ, ສຳລັບເນື້ອທີ່ນາ ໃນ 7 ທົ່ງພຽງໃຫຍ່ມີປະມານ 800.000 ເຮັກຕາ. ຮອດປີ 2025 ເນື້ອທີ່ນາລວມທົ່ວປະ ເທດເພີ່ມຂື້ນໃຫ້ໄດ້ 1,2 ລ້ານເຮັກຕາ.  ໃນນີ້ ນອກຈາກ ກໍານົດເຂດຜະລິດທົ່ວໄປແລ້ວ ຍັງກຳນົດເປັນເຂດ ຈຸດສຸມ ຕົວແບບ ເພື່ອຍົກຜະລິດຕະພາບ ການຜະລິດເຂົ້າ ເຊັ່ນ:
§  ທົ່ງພຽງວຽງຈັນ ແມ່ນສຸມໃສ່ ຈຸດສຸມນ້ຳມັງ-3, ຈຸດສຸມນ້ຳຊວງ, ນ້ຳຫຸມ, ທົ່ງຮາບທ່າງ່ອນ, ເຂດຈຸດ ສຸມດົງໂພສີ, ທ່າພະ-ໜອງພົງ ໂດຍຍົກຜະລິດຕະພາບໃຫ້ໄດ້ 5 ໂຕນ/ຮຕ.
§  ທົ່ງພຽງບໍລິຄໍາໄຊ ສຸມໃສ່ ເຂດຈຸດສຸມກຸດຟ້າແມບ (ເມືອງທ່າພະບາດ), ຈຸດສຸມເມືອງບໍລິຄັນ, ເມືອງ ປາກຊັນ, ທົ່ງແສນທະມາດ (ເມືອງຄຳເກີດ).
§  ທົ່ງພຽງເຊບັ້ງໄຟ ສຸມໃສ່ ຈຸດສຸມເຊບັ້ງໄຟ ລວມທັງ ເມືອງໜອງບົກ ແລະ ເມືອງເຊບັ້ງໄຟ, ເຂດນຳ ໃຊ້ນ້ຳລຸ່ມເຮືອນຈັກເຂື່ອນໄຟຟ້ານໍ້າເທີນ-2 (ປະຕູ 1-2, ປະຕູ 3, ປະຕູ 4-5), ເມືອງຍົມມະລາດ, ເມືອງມະຫາໄຊ, ເຂດເມືອງຫີນບູນ ແຂວງຄໍາມ່ວນ ແລະ ເຂດພູເຮືອຊາວວາ ເມືອງໄຊບູລີ ແຂວງ ສະຫວັນນະເຂດ. ໃນນີ້ ໃນເບື້ອງຕົ້ນ ໄດ້ກໍານົດເອົາ ເຂດການຜະລິດ ໃນເນື້ອທີ່ໂຄງການຊົນລະປະ ທານ ປະຕູ 3 ລຸ່ມເຮືອນຈັກເຂື່ອນໄຟຟ້ານໍ້າເທີນ-2 ເປັນເຂດທົດລອງຜະລິດເຂົ້າ ແບບຄົບວົງຈອນ ຕິດພັນ ກັບການເຮັດທົດລອງ ພັດທະນາຕົວເມືອງໃນຊົນນະບົດ ຫຼື ພັດທະນາຊົນນະບົດໃໝ່.
§  ທົ່ງພຽງເຊບັງຫຽງ ແມ່ນສຸມໃສ່ ເຂດກຸ່ມບ້ານເວີນ, ເຂດຫ້ວຍທວດ, ເຂດສຸຍ ເມືອງຈຳພອນ, ເຂດທ່າລະຫານ້ຳ ແລະ ເຂດອື່ນໆທີ່ມີເງື່ອນໄຂ ຂອງແຂວງສະຫວັນນະເຂດ.
§  ທົ່ງພຽງເຊໂດນ ແມ່ນສຸມໃສ່ ເຂດເມືອງວາປີ ແລະ ເຂດອື່ນໆທີ່ມີທ່າແຮງ ຂອງແຂວງສາລະວັນ.
§  ທົ່ງພຽງຈຳປາສັກ ແມ່ນສຸມໃສ່ຈຸດສຸມທົດລອງ ເຂດໂຄງການໜອງບົວທອງ ເມືອງມຸນລະປະໂມກ, ເຂດເມືອງໂຂງ, ເຂດເມືອງປະທຸມພອນ, ເຂດເມືອງໂພນທອງ ແລະ ເຂດອື່ນໆທີ່ເໝາະສົມ ຂອງແຂວງ ຈຳປາສັກ.
§  ທົ່ງພຽງອັດຕະປື ແມ່ນສຸມໃສ່ເຂດເຊປຽນ, ຫ້ວຍສະໝອງ, ເຂດນໍ້າປາ ເມືອງຊານໄຊ ແລະ ເຂດອື່ນໆ. 
ໃນນີ້ ແມ່ນກຳນົດເອົາທົ່ງພຽງວຽງຈັນ, ບໍລິຄໍາໄຊ, ເຊບັ້ງໄຟ (ຄຳມ່ວນ), ເຊບັ້ງຫຽງ (ສະຫວັນ ນະເຂດ), ເຊໂດນ (ສາລະວັນ) ແລະ ທົ່ງພຽງຈໍາປາສັກ  ເປັນເຂດໂຄງການຈຸດສຸມປູກເຂົ້າ ຊຶ່ງນອນໃນ ໂຄງການປູກເຂົ້າ ເພື່ອຄໍ້າປະກັນສະບຽງອາຫານລະດັບຊາດ ເພື່ອຮັບປະກັນຜົນຜະລິດບໍ່ຫຼຸດ 2,5 ລ້ານໂຕນ ເຂົ້າເປືອກ ຊຶ່ງລັດຖະບານໄດ້ກໍານົດເອົາ 10 ແຂວງ ທີ່ມີເງື່ອນໄຂ ແລະ ມີທ່າແຮງ ເປັນເຂດຈຸດສຸມ ການ ຜະລິດ ຄື: ແຂວງຫຼວງນໍ້າທາ, ບໍ່ແກ້ວ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ຈໍາປາສັກ ຊຶ່ງມີເນື້ອທີ່ນາທັງໝົດ ປະມານ 600.000 ຮຕ.

http://www.wangluk.com/wp-content/uploads/2014/12/

(2) ພືດຜັກ
ສຳລັບເຂດພູດອຍ ແລະ ພູພຽງ: ສຳລັບພືດຜັກເນັ້ນໜັກໃສ່ ພື້ນທີ່ໆມີທ່າແຮງ​ ​ແລະເໝາະສົມ ທາງດ້ານນິເວດກະສິກໍາໂດຍສະເພາະໃນເຂດ​​ພື້ນທີ່​​ຊານເມືອງແລະເຂດພື້ນທີ່ປະຊາຊົນທີ່ມີມູນເຊື້ອໃນການປູກຜັກ, ເປັນຕົ້ນເມືອງພູຄູນ ແຂວງຫຼວງພະບາງ, ​ເມືອງຄຳ, ​ເມືອງຄູນ, ​ເມືອງແປກແລະ ເມືອງທ່າໂທມ ແຂວງຊຽງຂວາງ, ​ເມືອງສິງ ແຂວງຫຼວງນໍ້າທາ ແລະເມືອງອື່ນໆທີ່ມີທ່າແຮງ ເພື່ອສະໜອງເຂົ້າສູ່ຕົວເມືອງໃຫຍ່ແລະ ​​ເນັ້ນໃສ່ ການປູກຜັກສວນຄົວແບບປະສົມປະສານ ໃນເຂດຫ່າງໄກສອກຫຼີກ. ຜົນຜະລິດປະມານ 900.000 ຫາ 1.200.000 ໂຕນ (ການຈັດແບ່ງສັດສ່ວນ 60/40 ພູພຽງແລະ ທົ່ງພຽງ).

ສຳລັບເຂດທົ່ງພຽງ: ພືດຜັກໃຫ້ໄດ້ ຜົນຜະລິດ 600.000 ຫາ 800.000 ໂຕນ, ​ເປັນຕົ້ນ​​​ທົ່ງພຽງວຽງຈັນ ສຸມໃສ່: ເມືອງຫາດຊາຍຟອງ, ​ເມືອງສີໂຄດຕະບອງ, ​ເມືອງນາຊາຍທອງ, ​ເມືອງທຸລະຄົມແລະ ອື່ນໆ, ທົ່ງພຽງເຊບັ້ງໄຟ ສຸມໃສ່: ​ເມືອງເຊບັ້ງໄຟ, ​ເມືອງໜອງບົກ, ​ເມືອງທ່າແຂກ, ທົ່ງພຽງເຊບັ້ງຫຽງ ສຸມໃສ່: ​ເມືອງໄຊພູທອງ, ​ເມືອງສອງຄອນ, ​ເມືອງຈຳພອນ, ​ເມືອງໄກສອນ ແລະ ທົ່ງພຽງຈຳປາສັກ ແມ່ນ ສຸມໃສ່: ​ເມືອງໂພນທອງ, ​ເມືອງຈຳປາສັກ. ​ປະຕິບັດຕາມທິດທີ່ວ່າ: ສ້າງຊົນນະບົດ ໃຫ້ເປັນບ່ອນຜະລິດພືດ-ຜັກ ເພື່ອສະໜອງ ໃຫ້ແກ່ຕົວເມືອງ, ເຂດທ່ອງທ່ຽວ ແລະ ບັນດາໂຄງການພັດທະນາພື້ນຖານໂຄງລ່າງ ທີ່ມີ ແຮງງານຫຼາຍ; ຫຼີກເວັ້ນ ການນຳເອົາພືດ-ຜັກ ຈາກຕົວເມືອງ ສະໜອງໃຫ້ແກ່ຊົນນະບົດ.


http://www.rid.go.th/royalproject/_data/user/rid16/

(3) ພືດຕະກູນຖົ່ວ
ສຳລັບເຂດພູດອຍ ແລະ ພູພຽງ: ສຳລັບຖົ່ວດິນແລະ ຖົ່ວເຫຼືອງແມ່ນສຸມໃສ່: ເມືອງຄອບປາກລາຍ, ບໍ່ແຕນ, ​ແກ່ນທ້າວ ແຂວງໄຊຍະບູລີ ແລະ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ເປັນສະບຽງ ອາຫານ 80.000 ​ໂຕນ, ​ເນື້ອທີ່ 40.000 ຮຕ  ຫຼື  60% ຂອການຜະລິດພືດຕະກຸນຖົ່ວ ໃນທົ່ວປະເທດ.

ສຳລັບເຂດທົ່ງພຽງ: ໂດຍສະເພາະເຂດ​​ທົ່ງພຽງວຽງຈັນ ສຸມໃສ່: ເມືອງທຸລະຄົມ, ​​ໂພນໂຮງ, ສັງທອງ, ຫາດຊາຍຟອງ, ແຂວງບໍລິຄຳໄຊ ສຸມໃສ່: ເມືອງປາກຊັນ, ແຂວງຄຳມ່ວນ ສຸມໃສ່: ເມືອງທ່າແຂກ, ເມືອງໜອງບົກ, ແຂວງສະຫວັນນະເຂດ ສຸມໃສ່: ເມືອງໄກສອນພົມວິຫານ, ເມືອງຈຳພອນ, ສອງຄອນ, ​ແຂວງສາລະ​ວັນ ສຸມໃສ່: ​ເມືອງ​ເລົ່າງາມ, ສາລະ​ວັນ, ວາປີ, ແຂວງ​ຈຳປາ​ສັກ ສຸມໃສ່: ​ເມືອງ​ບາ​ຈຽງ ຊື່ງ ສ່ວນ​ໃຫຍ່ ​ແມ່ນຖົ່ວດິນ, ຖົ່ວ​ເຫຼື​ອງ ​ແລະ ​​ຖົ່ວຂຽວ ຊຶ່ງຄາດ​ວ່າ​ ມີ​ເນື້ອ​ທີ່​ປູກສະ​ເລ່ຍ​ແຕ່ລະ​ປີ ປະມານ 27.000-30.000 ​ເຮັກຕາ; ຄາດວ່າ​ຈະ​ໄດ້ຜົນ​ຜະລິດ ສະ​ເລ່ຍ​ແຕ່ລະ​ປີ ປະມານ 54.000-60.000 ​ໂຕນ.

(4) ໄມ້ໃຫ້ໝາກ
ສຳລັບເຂດພູດອຍ ແລະ ພູພຽງ: ລວມມີ ໝາກກ້ຽງ, ສຸມໃສ່ ເຂດ: ເມືອງນ້ຳບາກ, ແຂວງຫຼວງພະບາງ; ເມືອງໄຊຍະບູລີ ແຂວງໄຊຍະບູລີ; ເມືອງກາສີ, ເມືອງວັງວຽງ ແຂວງວຽງຈັນ; ເມືອງປາກຊັນ ແຂວງບໍລິຄຳໄຊ; ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ; ສຳລັບໝາກຈອງ ສຸມໃສ່ ເມືອງຄຳ ແຂວງຊຽງຂວາງ, ເມືອງຫົວເມືອງ, ເມືອງຊຳເໜືອ ແຂວງຫົວພັນ. ນອກນັ້ນ ແມ່ນປະເພດໄມ້ໃຫ້ໝາກອື່ນໆ ແມ່ນສຸມໃສ່ເຂດ ທີ່ມີທ່າແຮງ ແລະ ມີມູນເຊື້ອ ແລະ ສຸມໃສ້ປະເພດໄມ້ໃຫ້ໝາກ ທີ່ເປັນເອກະລັກ ຂອງທ້ອງຖິ່ນ ໂດຍ​​ໃຫ້ໄດ້ ຜົນຜະລິດ ລວມທັງໝົດ 300.000 ຫາ 450.000 ​ໂຕນ ຫຼື ປະມານ 30% ຂອງຜົນຜະລິດ ໝາກໄມ້ລວມ ທົ່ວປະເທດ.


ສຳລັບເຂດທົ່ງພຽງ: ໄມ້ກິນໝາກ ສຸມໃສ່ສົ່ງເສີມປູກໃນເຂດທີ່ມີທ່າແຮງເຊັ່ນ: ໝາກກວ້ຍ, ໝາກນັດ ຢູ່ເຂດ ເມືອງປາກກະດິງ, ເມືອງຄໍາເກີດ ແຂວງບໍລິຄຳໄຊ, ສຳລັບໝາກຂຽບ, ໝາກພ້າວ, ໝາກເງາະ, ຖົ່ວລຽນ, ລຳໃຍ, ໝາກມ່ວງ ສຸມໃສ່ແຂວງສາລະວັນ ແລະ ຈຳປາສັກ. ນອກຈາກນັ້ນ ແມ່ນສຸມໃສ່ ໄມ້ໃຫ້ ໝາກປະເພດອື່ນໆ ໃນເຂດທີ່ມີເງື່ອນໄຂ ໃຫ້ໄດ້ ຜົນຜະລິດ ປະມານ 700.000 ຫາ 1.000.000 ໂຕນ ຫຼື ປະມານ 70% ຂອງຜົນຜະລິດໝາກໄມ້ລວມທົ່ວປະເທດ.  

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ