ນັກວິໄຈທີ່ມະຫາວິທະຍາໄລເວີລ໌ມອນຕ໌ ສະຫາລັດອາເມລິກາ ເຜີຍວ່າ ຄົົນທີ່ມີຕາສີຟ້າມີໂອກາດທີ່ຈະເປັນຄົນຕິດແອນກໍຮອລ໌ຫລາຍຂຶ້ນ
ອາລ໌ວິດ ຊູໂລວາລີ ນັກສຶກສາປະລິນຍາເອກດ້ານເຊນລ໌ ໂມເລກຸນ ແລະຊີວະວິທະຍາ ແລະ ດຮ. ລີ ດາເວ ທີ່ປຶກສາ ໄດ້ຄົ້ນພົບຄວາມສຳພັນລະຫວ່າງສີຂອງຕາກັບການຕິດແອນກໍຮອລ໌ເປັນເທື່ອທຳອິດ ແລະໄດ້ລາຍງານການຄົ້ນພົບນີ້ໃນວາລະສານວິຊາການ American Journal of Medical Genetics: Neuropsychiatric Genetics (Part B) ໂດຍເຊື່ອວ່າງານນີ້ບໍ່ໄດ້ຈຳກັດຢູ່ແຕ່ພະຍາດຕິດແອນຮໍຮອລ໌ຢ່າງດຽວ ແຕ່ອາດຈະສະຫລຸບໄປໄດ້ເຖິງອາການປ່ວຍທາງຈິດອື່ນໆໄດ້ອີກ 
“ການຄົ້ນພົບເທື່ອນີ້ໜ້າເຫລືອເຊື່ອບ່ອນທີ່ວ່າ ອາດຈະເປັນໄປໄດ້ທີ່ສີຂອງຕາອາດຈະເປັນປະໂຫຍດໃນການພິຈາລະນາພະຍາດຕິດແອນກໍຮອລ໌” ຊູໂລວາລີ ກ່າວ 
ນັກວິໄຈພົບວ່າ ຄົນເມລິກັນເຊື້ອສາຍຍຸໂລບທີ່ມີສີຕາສີອ່ອນ ບໍ່ວ່າຈະເປັນສີຂຽວ ເທົາ ຫລືນ້ຳຕານມີໂອກາດທີ່ຈະຕິດແອນກໍຮອລ໌ຫລາຍກວ່າຄົນຕາສີນ້ຳຕານຫລືດຳ ໂດຍແນວໂນ້ມທີ່ຈະຕິດແອນກໍຮອລ໌ຫລາຍທີ່ສຸດມາຈາກຄົນຕາສີຟ້າ ງານວິໄຈຍັງຊີ້ນຳອີກວ່າສີຂອງຕາຖືກກຳນົດດ້ວຍພັນທຸກຳ ດັ່ງນັ້ນຈຶ່ງສະແດງໃຫ້ເຫັນວ່າໂຄໂມໂຊມຫລືຍີນໂຕດຽວກັນນີ້ທີ່ເຮັດໃຫ້ຕິດ ແອນກໍຮອລ໌
“ເຮົາຍັງບໍ່ຮູ້ເຫດຜົນທີ່ແທ້ຈິງ” ດຮ. ລີ ກ່າວວ່າໂດຍຢ້ຳວ່າຈະຕ້ອງມີການສຶກສາວິໄຈເພິ່ມເຕິມອີກ 
ດຮ.ລີ ຍ້າຍມາສອນທີ່ມະຫາວິທະຍາໄລເວີລ໌ມອນຕ໌ຕັ້ງແຕ່ປີ 2012 ໄດ້ສຶກສາຄວາມກ່ຽວຂ້ອງລະຫວ່າງພັນທຸກຳກັບອາການທາງຈິດວິທະຍາມາເປັນສິບປີແລ້ວ ໃນໄລຍະນີ້ໄດ້ເຮັດວຽກຮ່ວມກັບແພດແລະນັກວິທະຍາສາດທາງພາກຕະເວັນອອກສຽງເໜືອ ຂອງສະຫາລັດອາເມລິກາ ເພື່ອສ້າງຖານຂໍ້ມູນຍີນຈາກຄົນ 10, 000 ກວ່າຄນ ສ່ວນໃຫຍ່ເປັນຊາວອາເມລິກາເຊື້ອ-ສາຍແອຟິກັນແລະຍຸໂລບ ຈາກນັ້ນ ໄດ້ກໍ່ການວິເຄາະພະຍາດທາງຈິດວິທະຍາແຕ່ລະປະເພດ ລວມທັງຄວາມຄຽດ ໂລກຈິດ ພະຍາດອາລົມສອງຂົ້ວ ຕະຫລອດຈົນການໃຊ້ຢາເສບຕິດແລະເຫລົ້າແອນກໍຮອລ໌ 
“ອາການປ່ວຍເຫລົ່ານີ້ເປັນເລື່ອງຊັບຊ້ອນ ມີຍີນຫລາຍຕົວແລະສິ່ງແວດລ້ອມຫລາຍຢ່າງທີ່ມີຜົນກະທົບ” 
ຈາກ ຖານຂໍ້ມູນຂະໜາດໃຫຍ່ນີ້ ດຮ. ລີແລະຊູໂລວາລີ ຄັດຫາສະເພາະຂໍ້ມູນຂອງຜູ້ປ່ວຍທີ່ຕິດແອນກໍຮອລ໌ຈາກກຸ່ມຜູ້ ປ່ວຍທີ່ເປັນລູກຫລານຂອງຊາວຍຸໂລບ 1, 263 ຄົນ ຫລັງຈາກໄດ້ຈັດກຸ່ມປະເພດຂອງສີຕາແລ້ວ ໄດ້ກໍ່ການວິເຄາະຊ້ຳສາມເທື່ອເພື່ອປ່ຽນຕົວແປລະຫວ່າງອາຍຸ ເພດ ແລະກຸ່ມເຊື້ອຊາດເຊັ່ນ ມາຈາກພາກໃຕ້ຫລືພາກເໜືອຂອງທະວີບ 
“ສິ່ງທີ່ເຮັດໃຫ້ເຮົາຕົກໃຈທີ່ສຸດໃນງານນີ້ກໍຄື ເຮົາໄດ້ເຊື່ອມໂຍງຫລັກສະຖິດຕິ ສານສົນເທດ ແລະຊີວະວິທະຍາເຂົ້າກັນ ມັນເປັນໂອກາດທີ່ດີຫລາຍທີ່ຈະສຶກສາຍີນໃນແງ່ຂອງພະຍາດຂອງມະນຸດທີ່ຊັບຊ້ອນ”
 
 



 
 
![ເຕັກນິກການປູກມັນຕົ້ນ [cassava]](https://blogger.googleusercontent.com/img/b/R29vZ2xl/AVvXsEgQZwxwrLbBQOrEyglJfxL_ps2Zhpbro8guEBit32YaNuO9wlWoQz4Bb5h4t8v5A-UV7Be5uyWB8WV4z9qCYCCW1tvatVYKCaq9ToGSlrUekMaFe2GKTGImDz9LIHLiAuBtu8oILmUzTWYa/s72-c/%25E0%25BB%2580%25E0%25BA%2595%25E0%25BA%25B1%25E0%25BA%2581%25E2%2580%258B%25E0%25BA%2599%25E0%25BA%25B4%25E0%25BA%2581%25E2%2580%258B%25E0%25BA%2581%25E0%25BA%25B2%25E0%25BA%2599%25E2%2580%258B%25E0%25BA%259B%25E0%25BA%25B9%25E0%25BA%2581%25E2%2580%258B%25E0%25BA%25A1%25E0%25BA%25B1%25E0%25BA%2599%25E2%2580%258B%25E0%25BA%2595%25E0%25BA%25BB%25E0%25BB%2589%25E0%25BA%2599.jpg) 
 
 
 
 
 
 
 
 
 
 
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ