google-site-verification: google0d91bc93cfc88895.html ຄຸນປະໂຫຍດ ແລະ ຄວາມສຳຄັນຂອງອ້ອຍ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, June 13, 2014

ຄຸນປະໂຫຍດ ແລະ ຄວາມສຳຄັນຂອງອ້ອຍ


ອ້ອຍ​ເປັນ​ພືດ​ເສດຖະກິດ​ທີ່​ສຳຄັນ​ຊະນິດ​ໜຶ່ງ ທີ່​ໃຊ້​ເປັນ​ວັດຖຸ​ດິບ​ໃນ​ການ​ຜະລິດ​ນ້ຳຕານ ​ແລະ ຜະລິດ​ຕະພັນ​ຕ່າງໆ ​ເພື່ອ​ໃຊ້​ອຸປະ​ໂພ​ກ ​ແລະ ບໍລິ​ໂພ​ກ ພາຍ​ໃນ​ປະ​ເທດ. ອ້ອຍ​ນອກຈາກ​ຈະ​ຜະລິດ​ເປັນ​ນ້ຳຕານ, ເຮັ​ດຂອງຫວານ​ແລ້ວ ຍັງ​ສາມາດ​ຜະລິດ​ເປັນ​ເຫລົ້າແວງ, ​ເຫລົ້າ 90 ອົງ ສາ​ເຊ, ​ເຫລົ້າ​ຂາວ​ປະ​ເພດ​ຕ່າງໆ, ເປັນສ່ວນປະສົມຂອງຢາປົວພະຍາດ, ສິ່ງເສດເຫລືອຈາກອ້ອຍ ໃຊ້ເປັນອາຫານສັດ, ຜະລິດເປັນເຈັ້ຍ ແລະ ຝຸ່ນບົ່ມ. ໃນນັ້ນສ່ວນ​ປະກອບ​ຂອງ​ລຳ​ອ້ອຍ​ປະກອບ​ດ້ວຍ Fiber = 16%, Sugar = 15 - 18%, Water = 65%, Non Sugar = 2 - 3%. ​ ໃນ​ຂະ ນະ​ທີ່​ນ້ຳມັນ​ເຊື້ອ​ໄຟ​ກຳລັງບໍ່ພຽງພໍ ແລະ ມີ​ລາຄາ​ແພງ​ຫລາຍ​ຂຶ້ນ ​ປະຈຸ​ບັນນີ້ອ້ອຍ​ນັບ​ວັນ​ຈະ​ມີ​ຄວາມ​ສຳ ຄັນ​​ເພີ່ມຂຶ້ນ​ເລື້ອຍໆ ​ເພາະ​ອ້ອຍ​ໃຫ້​ນ້ຳຕານ​ ​ເຊິ່ງ​ສາມາດ​ນຳ​ໄປ​ຜະລິດ​ເປັນ​ເຊື້ອ​ໄຟ ສຳ ລັບເຄື່ອງຈັກ, ​ເຄື່ອງ​ຍົນ ​ແລະ ​ໃຊ້​ໃນ​ອຸດສາຫະກຳ​ເຄມີ​ອີກຫລາຍ​ຊະນິດ. ນອກຈາກນີ້ ອ້ອຍຍັງມີ ຄຸນປະໂຫຍດທາງສະໝຸນໄພຕ່າງໆເຊັ່ນ:
ແກ້ອາການໄອ, ຄໍແຫ້ງ: ອີ້ວເອົານ້ຳອ້ອຍປະມານ 2 ແກ້ວ ຕົ້ມກັບເຂົ້າຟ້າງຊະນິດເມັດ ນ້ອຍ ຜິວສີເຫລືອງ 1  ກຳມື ຕົ້ມໃຫ້ເລະ, ກິນວັນລະ 2 ຄັ້ງ ຈະຊ່ວຍອາການໄອດີຂື້ນໄດ້.
ແກ້ກະຫາຍນ້ຳ, ຄໍແຫ້ງ: ໃຊ້ສ່ວນທີ່ເປັນກ້ານອ້ອຍປອກເປືອກອອກອີ້ວເອົານ້ຳດື່ມ.
ແກ້ອາການເມົາຄ້າງ: ເມື່ອດື່ມເຫລົ້າຫລາຍເກີນໄປຈະມີອາການເມົາຄ້າງ, ຫົວມຶນງົງ ໃຫ້ດື່ມນ້ຳອ້ອຍ 1 ຈອກ ຈະຫລຸດອາການເມົາໄດ້.
ແກ້ປາກເປັນບາດແຜ: ໃຊ້ເປືອກອ້ອຍເຜົ່າເປັນເຖົ່າ ແລ້ວນຳມາບົດເປັນຜົງ ໃຊ້ທາບໍລິ ເວນທີ່ເປັນບາດແຜໃນປາກ.
ແກ້ອາການບາດແຜບວມ ເປັນຕຸ່ມ ຫລື ຝີອັກເສບ: ໃຊ້ເສດເຫຍື້ອອ້ອຍຕາກແຫ້ງມາ ເຜົາເປັນເຖົ່າ ປະສົມນ້ຳຫອມ ທາບໍລິເວນບາດແຜ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ