google-site-verification: google0d91bc93cfc88895.html ສປປ ລາວກັບອຸດສາຫະກຳ ຢາງພາລາ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, June 24, 2016

ສປປ ລາວກັບອຸດສາຫະກຳ ຢາງພາລາ

ສປປ ລາວກັບອຸດສາຫະກຳ ຢາງພາລາ  ການຂະຫຍາຍຕົວຂອງອຸດສາຫະກຳຢາງພາລາໃນ ສປປ ລາວ ພົວພັນໂດຍກົງກັບການ ເກີດຂຶ້ນ ແລະຂະຫຍາຍຕົວ ຂອງທຶນນິຍົມໃນອະນຸພູມີພາກແມ່ນ້ຳຂອງ(Mekong Sub-region)  , ການຂະຫຍາຍຕົວຂອງທຶນນິຍົມຊາຍແດນ (Frontier capitalism) ໄດ້ກາຍເປັນຄຸນລັກສະນະ  ທີ່ສຳຄັນ ຂອງອຸດສາຫະກຳຢາງພາລາ.

ສປປ ລາວກັບອຸດສາຫະກຳ ຢາງພາລາ

ການຂະຫຍາຍຕົວຂອງອຸດສາຫະກຳຢາງພາລາໃນ ສປປ ລາວ ພົວພັນໂດຍກົງກັບການ ເກີດຂຶ້ນ ແລະຂະຫຍາຍຕົວ ຂອງທຶນນິຍົມໃນອະນຸພູມີພາກແມ່ນ້ຳຂອງ(Mekong Sub-region)  , ການຂະຫຍາຍຕົວຂອງທຶນນິຍົມຊາຍແດນ (Frontier capitalism) ໄດ້ກາຍເປັນຄຸນລັກສະນະ  ທີ່ສຳຄັນ ຂອງອຸດສາຫະກຳຢາງພາລາ. ນັບແຕ່ປາຍທົດສະວັດ 1900 ເປັນຕົ້ນມາ. ທີ່ດຳເນີນໄປ ໄດ້ດ້ວຍຄວາມສຳພັນຫຼາກຫຼາຍຮູບແບບ. ລະຫວ່າງນັກລົງທຶນຕ່າງປະເທດ ກັບເຈົ້າໜ້າທີ່ລັດ ທີ່ຢູ່ ຕາມຊາຍແດນຈີນ ແລະ ຫວຽດນາມ, ຈີນ ແລະ ພະມ້າ, ຈີນ ແລະ ລາວ, ໄທ ແລະ ລາວ, ຫວຽດ ນາມ ແລະ ລາວ.  
ສປປ ລາວ ກາຍເປັນພື້ນທີ່ຍຸດທະສາດ,ໃນການປູກຢາງພາລາ ທີ່ມີນາຍທຶນຫຼາຍປະເທດ ມາລົງທຶນໃນຈຳນວນນັກລົງທຶນທີ່ຫຼາຍກ່ວາໜູ່ ໃນປັດຈຸບັນແມ່ນຈີນ, ຫວຽດນາມ ແລະ ໄທ ອັນ ເປັນຜົນສືບເນື່ອງຈາກຄວາມຕ້ອງການຢາງພາລາ ທຳມະຊາດ, ທີ່ສູງຂຶ້ນທົ່ວໂລກ ນັບແຕ່ປິ2005  ຕະຫຼອດຈົນການພັດທະນາເສດຖະກິດໃນ ພູມີພາກແມ່ນ້ຳຂອງ ໂດຍສະເພາະຈີນ ຊຶ່ງປະຈຸບັນ ກາຍເປັນຜູ້ນຳເຂົ້າຢາງພາລາລາຍໃຫຍ່ທີ່ສຸດໃນໂລກ. ຄວາມຕ້ອງການຢາງພາລາ ທຳມະ ຊາດ ທີ່ສູງຂຶ້ນຢ່າງຕໍ່ເນື່ອງມາຕະຫຼອດຊ່ວງທົດສະວັດທີ່ຜ່ານມາເຮັດໃຫ້ນັກລົງທຶນຫຼາຍ ປະເທດທັງຈີນ , ຫວຽດນາມ ແລະ ໄທ ໄດ້ຂະ ຫຍາຍພື້ນທີ່ສວນຢາງເຂົ້າໄປ ໃນລາວ ຊຶ່ງມີທີ່ດິນ ອຸດົມສົມບູນ ແລະ ຄ່າແຮງງານຖືກ. ທຶນຢາງພາລາຂອງນັກລົງທຶນຕ່າງປະເທດ ດັ່ງກ່າວມີລັກສະນະການດຳ ເນີນກິດຈະການທີ່ແຕກຕ່າງກັນ, ຄວາມແຕກຕ່າງກັນນີ້ ມີຜົນກະທົບສຳຄັນຕໍ່ການພັດທະນາອຸດ ສາຫະກຳກະສິກຳຢາງພາລາໃນລາວຕະຫຼອດຈົນການປ່ຽນແປງ ການນຳໃຊ້ທີ່ດິນ ແລະ ສະພາບ ຄວາມເປັນຢູ່ຂອງກະສິກຳ, ທີ່ເຂົ້າມາກ່ຽວຂ້ອງກັບການລົງທຶນດັ່ງກ່າວ.

      ການຂະຫຍາຍຕົວຂອງການປູກຢາງພາລາຢູ່ໃນ ສປປ ລາວ ທີ່ຜ່ານມານັ້ນທີ່ມີຂະໜາດ ການລົງທຶນທີ່ແຕກຕ່າງກັນ 5 ປະເພດ ຄື:  
1.ທຶນເອກະຊົນທ້ອງຖິ່ນ: ເປັນການລົງທຶນໂດຍນັກລົງທຶນລາວ ທີ່ມີຂະໜາດການລົງທຶນບໍ່
ຫຼາຍປານໃດ ດຳເນີນການທັງໃນຮູບສຳປະທານທີ່ດິນ ແລະກະສິກຳແບບມີສັນຍາຜູກມັດ
2.ທຶນກະສິກຳຍ່ອຍ:  ເປັນການລົງທຶນຂອງກະສິກຳໃນທີ່ດິນຂອງຕົນເອງ ແລະລະບົບ ກະສິ ກຳແບບມີສັນຍາຜູກມັດ
3.ທຶນເອກະຊົນຕ່າງຊາດ:  ເປັນການລົງທຶນຂອງພໍ່ຄ້າຄົນກາງ ທ້ອງຖິ່ນບໍລິເວນຊາຍແດນພໍ່ ຄ້າເຫຼົ່ານີ້ລົງທຶນດ້ວຍການອອກທຶນ, ແນວພັນເພື່ອຮັບຊື້ນ້ຳຢາງໃນລາຄາທີ່ຕົກລົງກັນໄວ້ ຫຼື ເລາະ ຮັບຊື້ນ້ຳຢາງ
4.ທຶນບໍລິສັດຕ່າງປະເທດ : ເປັນການລົງທຶນ ຕ່າງປະ ເທດ 100% ອາດຕັ້ງເປັນ ນິຕິບຸກຄົນ ໃໝ່ ຫຼື ເປັນສາຂາຂອງວິສາຫະກິດຕ່າງປະເທດ  ສ່ວນໃຫຍ່ເປັນທຶນຂອງນັກລົງທຶນຈາກ ປະເທດ
ຈີນ, ຫວຽດນາມ ແລະ ໄທ ໃນຮູບແບບສຳປະທານທີ່ ດິນ ແລະ ການຜະລິດແບບມີສັນຍາຜູກ ພັນ.
5.ທຶນບໍລິສັດຮ່ວມທຶນຕ່າງຊາດລະຫວ່າງເອກະຊົນ:  ເປັນການຮ່ວມທຶນ ລະຫວ່າງທຶນເອກະ  ຊົນຕ່າງປະເທດ ແລະ  ເອກະຊົນ ໃນລາວ .
ການລົງທຶນ ໃນ 5 ປະເພດ ນັ້ນ ມີລັກສະນະການໃຊ້ຊັບພະຍາກອນທີ່ແຕກຕ່າງກັນ ດັ່ງຈະ ເຫັນໄດ້ວ່າ ທຶນປະເພດທີ 4  ແລະ 5  ເປັນທຶນຂະໜາ ດ ໃຫຍ່ ທີ່ ສຸດ ເຂົ້າ ເຖິງ ທີ່ ດິນໄດ້ຫຼາຍ ແລະ ກໍ່ໃຫ້ເກີດການຮ່ວມຕົວ ຂອງ ທຶນ ທັງທີ່ດິນ  ແລະ ລາຍ ໄດ້ສູງ ທ ີ່ທັ້ງນີ້ການລົງທຶນ  ຂອງບໍລິສັດຕ່າງ ປະເທດມີ ສັດສ່ວນເຖິງ 77 ສ່ວນຮ້ອຍ ຂອງການລົງທຶນປູກຢາງພາລາໃນ ສປປ ລາວ. ຈາກການສຳຫຼວດຂອງ
ກະຊວງອຸດສາຫະກຳ ແລະ ການຄ້າໃນປີ 2007 (www.moc.gov.la) ພົບວ່າ ມີບໍລິສັດ ຕ່າງປະ ເທດເຂົ້າມາລົງທຶນ ປູກຢາງພາລາ ໃນ ສປປ ລາວ ປະມານ 40 ບໍລິສັດ ລວມເນື້ອ ທີ່ປະມານ 182,900 ເຮັກຕາ. ຕົວເລກ ນີ້ບໍ່ ນັບລວມເນື້ອທີ່ການປູກ ຢາງພາລາຂອງທຶນທ້ອງຖິ່ນ  ແລະ ກະສິກຳ ລາຍຍ່ອຍ ຊຶ່ງ ຄະນະຄົ້ນຄ້ວາ ບໍ່ ມີຕົວ ເລກທີ່ ຊັດເຈນ ວ່າ ມີ ເນື້ອທີ່ຢູ່ ຈຳ ນວນ ເທົ່າໃດ.
ການລົງທຶນ       ແຕ່ລະປະເພດ     ຕ່າງໆ ດັ່ງ         ກ່າວ ມີ ການ    ຄຸ້ມ      ຄອງການຜະລິດທີ່ແຕກ    ຕ່າງກັນໃນ 4 ລັກສະນະຄື: 
 1.ລະບົບນິຄົມກະສິກຳ ຢາງພາລາ (rubber pl antation):   ເປັນການ ຄຸ້ມຄອງສວນ ຢາງພາລາຂະໜາດ ໃຫຍ່ ທີ່ໃຊ້ ທີ່ ດິນ ແລະ   ແຮງງານຈຳນວນຫຼວງຫຼາຍ. ສ່ວນໃຫຍ່ເປັນທຶນຂະ ໜາດໃຫຍ່. ລະບົບນີ້ເຈົ້າຂອງສວນ ເປັນຜູ້ຄວບຄຸມ ແລະ ຜູກຂາດການຄຸ້ມຄອງ ທຶນ. ເທັກໂນໂລ ຊີ ແລະ  ແຮງງານ ເປັນການຜະລິດ ຊະນິດດຽວ ທີ່ເປັນຈຳນວນ  ຫຼາຍ ເຖິງແມ່ນວ່າລະບົບນີ້ຈະຕ້ອງການແຮງງານຈຳນວນຫຼາຍ ແຕ່ການຈ້າງງານ ບໍ່ສະໝ່ຳສະເໝີແຕກ ຕ່າງໄປຕາມລະດູການ. ການຈ້າງງານໃນນິຄົມຢາງພາລາໃນ ລາວ ຈຶ່ງ ມັກ ມີ ລັກສະນະຊົ່ວຄາວ ແລະ ບໍ່ສະໝ່ຳສະເໝີ ວຽກ ຈະ ມີຫຼາຍ ໃນ ຊ່ວງການ ບຸກ ເບີກ, ຖາງ ແລະ ປູກ  ແຕ່ວຽກຈະຫຼຸດໜ້ອຍ ລົງ ໃນ ຊ່ວງ ຢາງ ເຕີບ ໃຫຍ່ ກ່ອນໃຫ້ນ້ຳຢາງ. ການຈ້າງ ງານ ໃນ ລະບົບນິຄົມ ຈຶ່ງສ້າງຄວາມບໍ່ໝັ້ນຄົງ ແລະ ມີຄວາມສ່ຽງ ໃນການ ດຳ ລົງຊີວິດ. 
2.ລະບົບກະສິກຳແບບມີສັນຍາຜູກມັດ: ເປັນລະບົບການຄຸ້ມຄອງສວນຢາງທີ່ ເກີດຂຶ້ນ ຈາກຂໍ້ຕົກລົງລະຫວ່າງຊາວກະສິກອນ  ແລະ ບໍລິສັດ ຫຼື ພໍ່ຄ້າຄົນ ກາງ ໃນ ການປູກ, ຈັດ ການ  ແລະ ຮັບຊື້ຢາງພາລາໃນລາຄາ ແລະປະລິມານທີ່ຕົກລົງກັນໄວ້. ໃນລະບົບນີ້ຊາວກະສິກອນຍັງຄົງ ໄດ້ສິດໃນການໃຊ້ທີ່ດິນ ແລະ ຄຸ້ມຄອງສວນຢາງພາລາດ້ວຍຕົນເອງ ໂດຍການລົງທຶນທີ່ດິນ ແລະ ແຮງງານ, ຂະນະທີ່ບໍລິສັດ ຫຼື ພໍ່ຄ້າຄົນກາງລົງທຶນແນວພັນ, ເທັກໂນໂລຊີ ແລະ ຕະຫຼາດ.  
3.ລະບົບສ່ວນແຮງງນ ແລະ ຜົນຜະລິດພາຍໃຕ້ສະມາຄົມກະສິກອນ: ເປັນລະບົບທີ່ສະ ມາຄົມກະສິກອນໃນບ້ານ, ຈະຈັດສັນທີ່ດິນໃຫ້ກະສິກອນສະມາຊິກ ທີ່ເຮັດສັນຍາກັບສະມາຄົມປູກ, ບົວລະບັດຮັກສາ ແລະ ກີດນ້ຳຢາງ
 4.ລະບົບຟາມຂະໜາດນ້ອຍ: ເປັນການລົງທຶນໂດຍກະສິກອນລາຍຍ່ອຍ ທັງໃນເລື່ອງທີ່ ດິນ, ແຮງງານ ແລະ ຫາຕະຫຼາດດ້ວຍຕົນເອງ ຫຼື ລົງທຶນທີ່ດິນ ແລະ ແຮງງານ ກໍລະນີນີ້ມັກເປັນ ກຸ່ມຊົນ ເຜົ່າທີ່ຢູ່ບ່ອນທີ່ສູງ ທີ່ມີເຄືອລະຍາດຢູ່ຕາມຊາຍແດນຂອງລາວ ຊຶ່ງປູກຢາງພາລາຢູ່ກ່ອນ ແລ້ວ ໃຫ້ຄວາມຊ່ວຍເຫຼືອໃນດ້ານເທັກໂນໂລຊີ, ທຶນ, ຄວາມຮູ້ໃນການປູກ ແລະ ການກີດຢາງ ລວມທັງການຕະຫຼາດ. 
          ທຶນຂະໜາດໃຫຍ່ ທັງທຶນໃນປະເທດ ແລະ ທຶນຕ່າງປະເທດມັກເປັນທຶນ ທີ່ດຳເນີນການໃນລັກສະນະ ຂອງສວນຢາງພາລາຂະໜາດໃຫຍ່ ໃນຮູບ ສວນຢາງພາລາ ໂດຍ ການຂໍສຳປະທານທີ່ດິນຂະໜາດໃຫຍ່ຈາກລັດຖະບານລາວ ໄລຍະເວລາຕັ້ງແຕ່ 30-35 ປີ.
ການຂະຫຍາຍຕົວຂອງຢາງພາລາໃນລາວໃນທົດສະວັດ 2000 ມີແບບແຜນແຕກຕ່າງຈາກປະເທດ ອື່ນໆ ໃນອາຊີຕະເວັນອອກສ່ຽງໃຕ້ ໂດຍມີແນວໂນ້ມຂອງການຂະຫຍາຍຕົວຂອງສວນຢາງພາລາ ຂະໜາດ
ໃຫຍ່ພາຍໃຕ້ການລົງທຶນຂອງນັກລົງທຶນຕ່າງປະເທດ ຫຼາຍກ່ວາການລົງທຶນພາຍໃນ ປະເທດຕົນ ເອງ. ໃນຂະນະທີ່ການວາງແຜນການຈຳແນກປະເພດ ແລະ ການໃຊ້ປະໂຫຍ ດທີ່ ດິນທົ່ວປະເທດ (zoning) ຍັງບໍ່ໄດ້ມີການດຳເນີນການຈັດສັນຢ່າງເຄັ່ງຄັດເທື່ອ ການໃຫ້ສຳປະທານທີ່ດິນຂະໜາດ     ໃຫຍ່ໃຫ້ແກ່ສວນຢາງພາລາໄດ້ເປັນ ໄປຢ່າງກ້ວາງຂວາງທົ່ວປະເທດ       .  
ການເຂົ້າຮ່ວມໃນອຸດສາຫະກຳຢາງພາລາ ໃນຮູບແບບທີ່ແຕກຕ່າງກັນຂອງ ກະສິກອນໃນ ແຕ່ລະພາກສົ່ງຜົນຕໍ່ໂອກາດໃນການພັດທະນາເສດຖະກິດ, ທີ່ບໍ່ສະເຫມີພາບກັນ ຂອງຄົວ ເຮືອນຊາວກະສິ ກອນ. ທັງນີ້ກໍຍ້ອນວ່າໂດຍສ່ວນໃຫຍ່ແລ້ວ ສວນຢາງພາລາ ຈະແຜ່ຂະຫຍາຍໄປບ່ອນຊຸມຊົນ ຂອງກຸ່ມຄົນບັນດາເຜົ່າເປັນຕົ້ນ: ລາວເທິງ ແລະ ລາວສູງ ເປັນສ່ວນໃຫຍ່. ສ່ວນຫນຶ່ງເປັນຜົນມາຈາກ ນະໂຍບາຍການຫລຸດການເຮັດໄຮ່ຫມູນວຽນ ແລະ ເງື່ອນໄຂຂອງ ສະພາບດີນຟ້າອາກາດ ແລະ ພູມມີປະເທດທີ່ເຫມາະສົມຕໍ່ການເຕີບໃຫຍ່ ຂະຫຍາຍຕົວຂອງຢາງພາລາ. ແນວໃດກໍ່ ຕາມ, ການເຂົ້າຮ່ວມໃນອຸດສາຫະກຳຢາງພາລາ ຂອງກະສິກອນກຸ່ມຊົນບັນດາເຜົ່າ ໃນພາກເໜືອ ແລະ ພາກໃຕ້ໄດ້ເປີດທີດທາງ ແລະໂອກາດຕໍ່ການພັດທະນາເສດຖະກິດ ທີ່ແຕກຕ່າງກັນຢ່າງ ຂາດຂັ້ນ, ໂດຍທີ່ໃນຂະນະທີ່ຊາວກະສິກອນໃນພາກເຫນືອ ສາມາດເລືອກເອົາຢາງພາລາ ເຂົ້າເປັນສ່ວນຫນຶ່ງ ຂອງ ການກະເສດ ແລະ ສະສົມທຶນເພີ່ມຂຶ້ນຈາກການປູກຢາງພາລາ. ສຳລັບຊາວ ກະສິກອນ ໃນພາກໃຕ້ແມ່ນຖືກປ່ຽນແປສະພາບເປັນພຽງກຳມະກອນຜູ້ໃຊ້ແຮງງານໃນເນື້ອ ທີ່ຂອງສວນຢາງພາລາ ໂດຍໄດ້ຮັບຄ່າຈ້າງເປັນລາຍວັນເທົ່ານັ້ນ. ຄວາມແຕກຕ່າງດັ່ງກ່າວເປັນ ຜົນໂດຍກົງມາຈາກຮູບແບບ ຂອງສວນຢາງພາລາທີ່ແຕກຕ່າງກັນ ລະຫວ່າງ ສຳປະທານຂະ
ຫນາດໃຫຍ່ ແລະ ສວນຢາງຂະຫນາດນ້ອຍ.
          ຮູບແບບການລົງທຶນ, ໃນສວນຢາງພາລາທີ່ແຕກຕ່າງກັນ ມີຜົນຕໍ່ເສດຖະກິດທີ່ຕ່າງກັນ ໃນລະບົບສຳປະທານທີ່ດິນຂະຫນາດໃຫຍ່. ເຊິ່ງມີທັງໃນພາກເຫນືອ, ພາກກາງ ແລະ ພາກໃຕ້ ນັ້ນ. ທຶນ ແລະ ທີ່ດິນຈະເຕົ້ມໂຮມທີ່ບໍລິສັດເປັນສຳຄັນ ລວມທັງຄວາມຮູ້ ແລະ ເຕັກໂນໂລຊີ ໃນການດຳເນີນ ສວນຢາງພາລາ ໂດຍທີ່ກະສິກອນຈະໄດ້ຮັບພຽງຄ່າແຮງງານເທົ່ານັ້ນ. ແຕ່ໃນຮູບແບບ ຂອງ ການ ລົງທຶນເຮັດການກະສິກຳແບບມີສັນຍາຜູກມັດ ແລະ ສວນຢາງຂະຫນາດນ້ອຍທີ່ຊາວກະສິກອນເປັນເຈົ້າຂອງສວນຢາງເອງນັ້ນ ພົບວ່າມີການ ແຈກຢາຍຂອງທຶນຫລາຍກວ່າ. ຍ້ອນວ່າໃນລະບົບສວນຢາງຂະຫນາດນ້ອຍ ຈະມີ ການແຈກ ຢາຍຂອງການລົງທຶນໃສ່ການວ່າຈ້າງແຮງງານ, ການຊື້ຂາຍຜົນຜະລິດສູງກ່ວາໃນ ລະ ບົບສຳປະ ທານ. ລາຍໄດ້ຈາກການຂາຍຜົນຜະລິດນ້ຳຢາງນັ້ນຕົກເຖິງມືກະສິກອນ ໂດຍກົງເຊິ່ງ ເຮັດໃຫ້ກະ ສິກອນສາມາດສະສົມທຶນ ແລະ ສ້າງກຳໄລຈາກ ສວນຢາງພາລາໄດ້.
ຈາກການປະເມີນລາຍຮັບ ຂອງຊາວກະສິກອນ , ຜູ້ເປັນເຈົ້າ ຂອງສວນຢາງພາລາໃນປີ 2006 ສວນຢາງພາລາຈະໃຫ້ນ້ຳຢາງໂດຍສະເລ່ຍ 1,360 ກິໂລກຼາມຕໍ່ເຮັກຕາ  ຊຶ່ງສ້າງລາຍ ໄດ້ປະມານ 7.2 ລ້ານກີບຕໍ່ປີ (880 ໂດລາສະຫາລັດ) (Ketphanf et al 2006) ຫາກຄົວເຮືອນ ໜຶ່ງປູກຢາງ 3 ເຮັກຕາ ກໍ່ຈະມີລາຍໄດ້ປະມານ 21.6 ລ້ານກີບ (2,640 ໂດລາສະຫາລັດ) (ສະເລ່ຍ 1.8 ລ້ານກີບຕໍ່ເດືອນ ) ໃນຂະນະນີ້ຍັງບໍ່ມີຕົວເລກສະເລັ່ຍກ່ຽວກັບລາຍຮັບທີ່ແທ້ຈິງຈາກການເປັນແຮງງານໃຫ້ແກ່ສວນຢາງພາລາໃ ນພາກໃຕ້ຂອງລາວເທື່ອ ແຕ່ໃນໄລຍະປີທຳອິດພົບວ່າກຳມະກອນໃນສວນຢາງພາລາໄດ້ຄ່າຈ້າງສະເລ່ຍ ສີ່ແສນ ເຖິງ ເຈັດ ແສນກີບຕໍ່ເດືອນ.  
ເມື່ອສົມທຽບແລ້ວ ຄວາມບໍ່ຫມັ້ນຄົງທາງເສດຖະກິດຂອງກະສິກອນທີ່ເຂົ້າຮ່ວມກັບ ອຸດ ສາຫະກຳຢາງພາລາດຳເນີນໄປໃນລັກສະນະທີ່ແຕກຕ່າງກັນ. ເວົ້າຄືໃນຂະນະຊາວກະສິກອນ ທີ່ປ່ຽນແປງ ສະພາບເປັນກຳມະກອນຮັບຈ້າງໃນນິຄົມສວນຢາງພາລາ. ການສູນເສຍທີ່ດິນປູກຝັງ ແລະ ແຫລ່ງອາຫານອື່ນໆ ເຮັດໃຫ້ຍັງເຫລືອທາງເລືອກໃນການດຳລົງຊີວິດພຽງປະການດຽວຄືຄ່າ ຈ້າງທີ່ໄດ້ຈາກການເຮັດວຽກໃນສວນຢາງ ເຊິ່ງມີຄວາມບໍ່ແນ່ນອນ. ຂຶ້ນກັບບໍລິມາດຂອງວຽກງານ ໃນສວນຢາງພາລາ ເຊິ່ງມີບໍ່ສະຫມ່ຳສະເຫມີ. ຄວາມບໍ່ຫມັ້ນຄົງ ທາງເສດຖະກິດ ຂອງກະສິກອນສວນຢາງພາລາ ທີ່ເປັນເຈົ້າຂອງສວນຢາງພາລາດ້ວຍຕົນເອງ. ເກີດມາຈາກການຂາດຄວາມຮູ້ ກ່ຽວກັບພືດເສດຖະກິດຊະນິດໃຫມ່ນີ້ເຮັດໃຫ້ບໍ່ສາມາດຈັດການສວນໄດ້ຢ່າງມີປະສິດທິພາບດີພໍຕະຫລອດ ຈົນ ການບໍ່ສາມາດເຂົ້າເຖິງຕະຫລາດໄດ້ດ້ວຍຕົນເອງ. ເຮັດໃຫ້ມີອຳນາດຕໍ່ລອງທີ່ຕ່ຳ ໃນການ ຊື້ຂາຍນ້ຳ ຢາງກັບພໍ່ຄ້າ ຄົນກາງ.ແຕ່ກໍ່ຍັງມີທາງເລືອກເພື່ອເລືອກພໍ່ຄ້າຄົນກາງທີ່ໃຫ້ລາ ຄາທີ່ຕົນມີຄວາມພໍ ໃຈ. ແຕ່ຊາວກະສິກອນທີ່ເຂົ້າຮ່ວມໃນກິດຈະການຢາງພາລາໃນຮູບແບບກະສິກຳແບບ ມີສັນຍາຜູກ ມັດນັ້ນ ອຳນາດໃນການຕໍ່ລອງມີຕ່ຳກວ່າ ໂດຍຕ້ອງຂຶ້ນກັບເງື່ອນໄຂທີ່ກຳຫນົດໂດຍ ບໍລິສັດທີ່ຈັດ ຫາທຶນ ແລະ ເຕັກໂນໂລຊີ. ເຖິງແມ່ນວ່າອຳນາດຕໍ່ລອງຈະຕ່ຳແຕ່ກໍ່ນັບ ວ່າກະສິກອນ  ທີ່ຍັງເປັນຜູ້ມີສິດນຳໃຊ້ທີ່ດິນນັ້ນ ມີລາຍໄດ້ຈາກເສດຖະກິດຢາງພາລາທີ່ສູງ ແລະ ມີສະເຖຍລະພາບຫລາຍ ກ່ວາກຳມະກອນຮັບຈ້າງໃນນິຄົມຢາງພາລາ.  
ໃນເລື່ອງຄວາມສາມາດ ຂອງລາວ ໃນການພັດທະນາ ໄປສູ່ອຸດສາຫະກຳຢາງພາລາ ເມື່ອທຽບກັບປະເທດຕ່າງໆ ທີ່ກ່ຽວຂ້ອງ ກັບ ອຸດສາຫະກຳຢາງພາລາແລ້ວ, ລາວກ້າວເຂົ້າມາສູ່ ອຸດສາ ຫະກຳຢາງພາລາທີ່ຊ້າກ່ວາປະເທດອື່ນໆ ແລະ ດ້ວຍຄວາມພ້ອມທີ່ໜ້ອຍທີ່ສຸດ, ໃນຂະນະທີ່ປະເທດທີ່ເລີ່ມປູກຢາງພາລາມາເປັນເວລາດົນນານແລ້ວ ເຊັ່ນ: ໄທ, ຈີ ນ ແລະ ຫວຽດນາມ ໄດ້ມີການພັດທະນາເທັກໂນໂລຊີ ແລະ ວິຊາການໄປ ຢ່າງກ້າວໜ້າ. ການທີ່ລັດຖະບານຍັງບໍ່ທັນມີນະໂຍ ບາຍ, ມາດຕະການ ຫຼື ລວມໄປເຖິງກົດໝາຍໃນ ການສົ່ງເສີມ ທາງດ້ານທຶນ, ເທັກໂນໂລຊີ ແລະ ວິຊາການໃຫ້ແກ່ກະສິກອນເທື່ອ ນັ້ນຈະເຮັດໃຫ້ຊາວກະສິກອນໃນລາວຕ້ອງ ເພິ່ງ ພາທຶນ ແລະ ເທັກໂນໂລຊີຈາກທຶນຕ່າງປະເທດເປັນສຳຄັນ.
          ການທີ່ກະສິກອນໃນລາວ ຍັງບໍ່ໄດ້ຮັບການສົ່ງເສີມພຽງພໍຈາກລັດ, ຈະເຮັດໃຫ້ກະສິກອນທີ່ປູກຢາງພາລາຂາດຄວາມຮູ້ ແລະ ຂໍ້ມູນຕ່າງໆ ທີ່ຈຳ ເປັນກ່ຽວກັບຢາງພາລາ ເຊັ່ນ: ການຜະລິດ, ການຕະຫຼາດ  ຫຼື ການຂາຍນ້ຳຢາງທີ່ມີຢູ່ນັ້ນ ກໍ່ມີປະສິດ ທິພາບການຜະ ລິດໃນລະດັບຕ່ຳ. ການຂາຍພຽງນ້ຳຢາງດິບ ເຮັດໃຫ້ຊ່ອງທາງໃນ ການສ້າງລາຍໄດ້ຈາກ ຢາງ ພາ ລາ ຂອງກະສິກອນຍັງມີຂໍ້ຈຳກັດ. ນອກຈາກນັ້ນ ການຂາດການພັດທະນາອຸດສາຫະກຳແປຮູບຢາງພາລາ ເຮັດໃຫ້ຕະຫຼາດຮັບຊື້ຢາງພາລາທັງໝົດຂອງລາວຢູ່ນອກປະເທດ. ການຂາດທັງທຶນໃນການຜະລິດທີ່
ບໍ່ພຽງພໍ ແລະ ການເຂົ້າ ບໍ່ເຖິງຕະຫຼາດ ເຮັດໃຫ້ກະສິກອນຜູ້ຜະລິດຢາງພາລາໃນລາວມີຄວາມສາມາດໃນການເຈລະຈາທີ່ຕ່ຳ ເມື່ອທຽບກັບກະສິກອນໃນ ປະເທດອື່ນໆ. ທັ້ງນີ້ກໍ່ ຍ້ອນການຂາດການລວມຕົວກັນຂອງກະສິກອນທີ່ເຂັ້ມແຂງ ແລະ ຍັງເປັນ ເງື່ອນໄຂໜຶ່ງ ທີ່ເຮັດໃຫ້ຕະຫຼາດຢາງພາລາຢູ່ໃນອຳນາດ ຂອງຜູ້ຊື້ນອກປະເທດ.  

ແນວທາງການພັດທະນາອຸດສາຫະກຳຢາງພາລາໃນ ສປປ ລາວ ຈຶ່ງຍັງຄົງມີບັນຫາໃຫ່ຍ ທີ່ຈຳເປັນຕ້ອງມີການຄົ້ນຄ້ວາ ແລະ ວິເຄາະເພື່ອຕອບຄຳຖາມຕໍ່ໄປວ່າແນວທາງໃດທີ່ ເໝາະສົມ ທີ່ສາມາດກະຈາຍຜົນປະໂຫຍດທາງເສດຖະກິດໄປເຖິງປະຊາຊົນທີ່ທຸກຍາກໄດ້ ຫຼາຍທີ່ສຸດ. ປະ ຊາຊົນເຫຼົ່ານີ້ມັກບໍ່ມີທຶນພຽງພໍໃນການປູກຢາງພາລາ, ຊຶ່ງຕ້ອງໃຊ້ເງິນທຶນບໍ່ແມ່ນໜ້ອຍເຖິງແມ່ວ່າ ຈະເປັນສວນ ຢາງຂະໜາດນ້ອຍກໍ່ຕາມ. ດັ່ງນັ້ນ, ແນວທາງການປູກພືດເສດຖະກິດດ້ານດຽວອາດບໍ່ແມ່ນ ເສັ້ນທາງ ທີ່ຈະນຳໄປສູ່ການຫຼຸດຜ່ອນຄວາມທຸກຍາກໄດ້ສຳລັບ ສປປ ລາວ. ແລ້ວ ແນວທາງການ ຜະລິດກະສິ ກຳທີ່ຫຼາກຫຼາຍ ເພື່ອສ້າງຫຼັກປະກັນຄວາມໝັ້ນຄົງທາງດ້ານອາຫານ ອາດຈະເປັນແນວທາງທີ່ລັດຄວນ ນຳມາພິຈາລະນາຄຽງຄູ່ໄປກັບການຄຸ້ມຄອງທີ່ດິນ ຂອງປະເທດ ໃຫ້ຫຼາຍຂຶ້ນ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ