ການກຽມດິນປູກອ້ອຍ
ເນື່ອງຈາກອ້ອຍເປັນພືດອາຍຸຍືນ ແລະ ມີຮາກຢັ່ງລົງເລິກຫລາຍ ການປູກອ້ອຍ
1 ຄັ້ງ ສາມາດເກັບກ່ຽວຜົນຜະລິດໄດ້ດົນ
3 - 4 ປີ ຫລື ຫລາຍກ່ວານັ້ນ. ການກຽມດິນປູກຈະມີຜົນຕໍ່ຜົນຜະລິດຂອງອ້ອຍຕະຫລອດໄລຍະເວລາທີ່ຈົ່ງຕໍໄວ້.
ການກຽມດິນນັບວ່າມີຄວາມສຳຄັນຫລາຍຄື: ຄວນສັງເກດເບິ່ງດິນເສຍກ່ອນວ່າພື້ນທີ່ດິນໃນສວນເປັນແນວໃດເຊັ່ນ:
ຮາບພຽງ, ສູງໆ ຕ່ຳໆ ຫລື ຄ້ອຍຊັນໄປທາງໃດທາງໜຶ່ງ
ຖ້າບໍ່ສະໝ່ຳ ສະເໝີ ຄວນປັບໃຫ້ມັນສະໝ່ຳສະເໝີກ່ອນ
ແຕ່ຕ້ອງໃຫ້ມີຄວາມຄ້ອຍຊັນເລັກນ້ອຍ (ບໍ່ເກີນ 3%) ທັງນີ້ກໍ່ເພື່ອບໍ່ໃຫ້ມີນ້ຳຂັງ.
ການໄຖກຽມດິນຄວນໄຖໃນຂະນະທີ່ດິນມີຄວາມຊຸ່ມຊື່ນເໝາະສົມ
ບໍ່ແຫ້ງ ຫລື ປຽກເກີນໄປ ເພາະດິນທີ່ຊຸ່ມສາມາດໄຖພວນໄດ້ສະດວກ ແລະ ດິນຈະຜຸຜຸ່ຍດີ. ຖ້າດິນມີຄວາມຊຸ່ມຫລາຍ
ຫລື ໜ້ອຍເກີນໄປນອກຈາກຈະໄຖຍາກແລ້ວ ສະພາບຂອງດິນຫລັງຈາກການໄຖກໍ່ຈະບໍ່ເໝາະສົມຕໍ່ການຈະເລີນເຕິບໂຕຂອງອ້ອຍນຳອີກ. ນອກຈາກນີ້ ຖ້າເປັນທີ່ຄ້ອຍຊັນຄວນໃຫ້ແນວໄຖຕັດກັບຄວາມຄ້ອຍຊັນຂອງດິນ,
ວິທີນີ້ເຖິງວ່າຈະບໍ່ສະດວກຕໍ່ການປະຕິບັດ ແຕ່ກໍ່ໃຫ້ຜົນດີໃນດ້ານ
ການອະນຸລັກຮັກສາດິນ ແລະ ນ້ຳດ້ວຍ.
ໄຖໃຫ້ເລິກທີ່ສຸດເທົ່າທີ່ຈະເຮັດໄດ້ ໄຖຫລາຍໆຄັ້ງ
ເພື່ອໃຫ້ດິນຜຸຜຸ່ຍດີ ໂດຍສະເພາະແມ່ນການປູກທ້າຍລະດູຝົນ ສ່ວນການປູກຕົ້ນລະດູຝົນບໍ່ຈຳເປັນຕ້ອງໄຖດິນແຕກລະອຽດຫລາຍກໍ່ໄດ້ ເພາະດິນລະອຽດເມື່ອຖືກຝົນ ຫລື ການໃຫ້ນ້ຳຈະຖືກເຊາະລ້າງໄປຕັນຕາມຊ່ອງຫວ່າງລະຫວ່າງເມັດດິນ,
ເຮັດໃຫ້ການລະບາຍນ້ຳ ແລະ ອາກາດບໍ່ສະດວກ.
ການກຽມດິນປູກໃໝ່ທຸກຄັ້ງ ຕ້ອງໄຖດິນໃຫ້ເລິກປະມານ
50 - 75 ຊັງຕີແມັດ ຫລັງຈາກນັ້ນ
ຈຶ່ງຍົກຮ່ອງປູກ ຫລື ຖ້າຈະປູກໂດຍໃຊ້ລົດປູກ ກໍ່ບໍ່ຕ້ອງຍົກຮ່ອງ. ບັນຫາສຳຄັນກ່ຽວກັບການ ກຽມດິນເຊິ່ງຊາວສວນຂະໜາດນ້ອຍປະສົບມາກໍ່ໍ່ຄື
ການຈ້າງໄຖ ຜູ້ຮັບຈ້າງບາງຄົນຂາດຄວາມ ຮັບຜິດຊອບໄຖດິນພຽງຕື້ນໆ ບາງເທື່ອກໍ່ໄຖບໍ່ທົ່ວ ເຊຶ່ງເປັນສາເຫດອັນໜຶ່ງທີ່ເຮັດໃຫ້ຜົນຜະລິດຕົກ
ຕ່ຳ ລົງ. ດັ່ງນັ້ນສິ່ງສຳຄັນໃນການກຽມດິນກໍ່ຄື ຈະຕ້ອງກຽມດິນໃຫ້ລະອຽດ ໄຖໃຫ້ເລິກ,
ໄຖດິນ ໃຫ້ຜຸຜຸ່ຍ ແລະ ຕ້ອງໄຖດິນທຸກໆຄັ້ງ ທີ່ຈະປູກອ້ອຍໃໝ່.
ການຄັດເລືອກທ່ອນພັນ
1. ແນວພັນ
ແນວພັນອ້ອຍມີຫລາຍກວ່າ 200 ພັນ ແຕ່ນິຍົມປູກກັນຫລາຍຢ່າງກວ້າງມີປະມານ
10 ພັນເທົ່ານັ້ນ ພັນອ້ອຍໂດຍແບ່ງຕາມປະໂຫຍດການນຳໃຊ້
ມີ 3 ພວກຄື:
-
ອ້ອຍກິນສົດ ຫລື
ອ້ອຍຫຍ້ຳ ( Chewing cane):
ອ້ອຍຈຳພວກນີ້ ມີລັກສະນະລຳ ຕົ້ນຜ່ອຍ
ເນື້ອຄອບ ມີເຍື່ອໄຍໜ້ອຍ ເໝາະສຳລັບເປັນອ້ອຍຫັ່ນ
ຫລື ໃຊ້ຫຍ້ຳດູດກິນນ້ຳອອກຈາກອ້ອຍໂດຍກົງ ອ້ອຍຈຳພວກນີ້ໄດ້ແກ່: ພັນຂາໄກ່,
ພັນບາດິດາ (Badila)
ແລະ ພັນມໍຣິເຊຍສ (Mauritius)
ເປັນຕົ້ນ.
-
ອ້ອຍອີ້ວ: ເໝາະສຳລັບອີ້ວເອົານ້ຳເພື່ອນຳໄປດື່ມໂດຍກົງ, ແຊ່ເຢັນ ຫລື ໃສ່ນ້ຳກ້ອນ ອ້ອຍຈຳພວກນີ້ມີຫລາຍພັນເຊັ່ນ: ພັນສິງກະໂປ, ສຸພັນບູລີ 50 ແລະ ພັນບາລາດີ ຈາກເອຢິບ.
-
ອ້ອຍອຸດສາຫະກຳ: ເປັນອ້ອຍທີ່ເປັນວັດຖຸດິບ ໃນການເຮັດນ້ຳຕານ ອ້ອຍປະເພດນີ້ມີຄວາມຫວານສູງຫລາຍກວ່າ
20 ບິກຊ໌, ມີເຍື່ອໄຍຂ້ອນຂ້າງສູງ (13 -14%), ເຍື່ອໄຍຍາວ ເວລາອີ້ວບໍ່ຂາດ ພັນອ້ອຍພວກນີ້ທີ່ໃຊ້ໃນອຸດສາຫະກຳນ້ຳຕານໃນປະຈຸບັນ
ມີປະມານ 20 ພັນ ເຊິ່ງເປັນ ພັນຂອງບັນດາປະເທດຕ່າງໆເຊັ່ນ:
-
ຈາກໄຕ້ຫວັນ ມີພັນ
ເອຟ 154, ເອຟ 140,
ເອຟ 156,
ອາໂອຊີ 1 ແລະ ອາໂອຊີ 10.
-
ຈາກປະເທດຟີລິບປິນ
ມີພັນ ຟິລ 58-260, ຟິລ 63-17,
ຟິລ 66-07 ແລະ ຟິລ 67-23.
-
ຈາກອອສເຕເລຍ
ມີພັນ ຄິວ 83, ຄິວ 130 ແລະ ໄຕຣຕັນ (Triton).
-
ຈາກອິນເດຍ ມີພັນ
ຊີໂອ 419, ຊີໂອ 1148 ແລະ ພັນ ຊີໂອ 62-175.
-
ຈາກຮາວາຍ ພັນ
H 48-3166
-
ຈາກປະເທດໄທ ມີພັນ
ເຄ 76-4, ເຄ 84-69,
ເຄ 84-200,
ເຄ 86-161,
ເຄ 88-87,
ເຄ 88-92,
ພັນອູ່ທອງ 1,
ອູ່ທອງ 2,
ພັນອູ່ທອງ 3,
ພັນອູ່ທອງ 4,
ພັນອູ່ທອງ 5,
ອູ່ທອງແດງ (80-1-128), ກພສ
(ກຳແພງແສນ) 98-005, ກພສ 98-24,
ກພສ 94-13,
ຄອນແກ່ນ 1,
ຄອນແກ່ນ 80,
ມະຫາວິທະຍາໄລກະເສດສາດ 50
(ມກ 50)
ແລະ ພັນອື່ນໆ.
Á¸²ñ
|
§ö¤³È÷È´
|
º¾¨÷
À¡ñ®¡È¼¸
|
°ö°½ìò©
(ª/ÄìÈ)
|
§ó§óÀº¦
|
£¸¾´¦ø¤
(§.´)
|
²œê†¯ø¡
|
À£ 84Œ200
|
Á£®
|
11 Œ 12
|
15 Œ 18
|
13 Œ 14
|
290 Œ 300
|
ê÷¡²¾¡
|
ºøÈ꺤 3
|
Á£®
|
10 Œ 12
|
16 Œ 18
|
13 Œ 14
|
250 Œ 280
|
ê÷¡²¾¡
|
À£ 88Œ92
|
¢Éº¢É¾¤¡É¸¾¤
|
11 Œ 12
|
16 Œ 18
|
13 Œ 14
|
290 Œ 300
|
ê÷¡²¾¡
|
ºøú꺤 1
|
¡É¸¾¤
|
11 Œ 13
|
15 Œ 18
|
11 Œ 12
|
290 Œ 300
|
ê÷¡²¾¡
|
Àº³ 156
|
Á£®
|
11 Œ 12
|
13 Œ 16
|
11 Œ 13
|
250 Œ 280
|
ê÷¡²¾¡
|
À£ 90Œ70
|
¢Éº¢É¾¤¡É¸¾¤
|
11 Œ 12
|
16 Œ 19
|
13 Œ 14
|
270 Œ 290
|
¡¾¤/ÀÎõº
|
À£ 76Œ4
|
¡É¸¾¤
|
11 Œ 12
|
16 Œ 19
|
13 Œ 14
|
280 Œ 300
|
¡¾¤/ÀÎõº
|
¢ºÁ¡È 1
|
Á£®
|
11 Œ 12
|
13 Œ 16
|
13 Œ 17
|
250 Œ 280
|
ºó¦¾
|
ການກຽມທ່ອນພັນ
-
ຕັດທ່ອນພັນໃຫ້ມີຕາ
3 ຕາ ຕັດລະຫວ່າງເຄິ່ງກາງປ້ອງ
ຂະນະຕັດທ່ອນພັນພະຍາຍາມ ບໍ່ໃຫ້ຕາຊ້ຳ ແລະ ກະທົບກະເທືອນຫລາຍ
-
ແຊ່ທ່ອນພັນດ້ວຍຢາຂ້າເຊື້ອລາທັນທີທີ່ຕັດເປັນທ່ອນ
ຖ້າປ່ອຍໄວ້ເຊື້ອລາຈະເຂົ້າທາງ ຮອຍຕັດໄດ້.
-
ແຊ່ທ່ອນພັນໃນນ້ຳຮ້ອນ
50 ອົງສາເຊ ປະມານ
2 ຊົ່ວໂມງ ເພື່ອກຳຈັດໂລກໃບຂາວທີ່
ຕິດມາກັບທ່ອນພັນ ແລ້ວນຳໄປປູກທັນທີ ການແຊ່ນ້ຳຮ້ອນນີ້ ສາມາດປ້ອງກັນໂລກໃບດ່າງ,
ໂລກ ຕໍແຄະແຄນ,
ໂລກກິ່ນໝາກນັດ.
-
ຕັດທ່ອນພັນແລ້ວປູກທັນທີ
ຖ້າບໍ່ທັນປູກຄວນກອງຫລົ່ມໆໄວ້ໃນຮົ່ມ ປົກດ້ວຍໃບອ້ອຍ ແຫ້ງ ຫລື ເຟືອງແຫ້ງ ຫົດນ້ຳໃຫ້ຊຸ່ມ
ແລະ ຕ້ອງນຳໄປປູກພາຍໃນ 3 ວັນ
ຖ້າບໍ່ດັ່ງນັ້ນຕາອ້ອຍຈະ ງອກ ເຮັດໃຫ້ຕາເສຍຫາຍງ່າຍ ໃນຂະນະທີ່ປູກ ແລະ ຂົນສົ່ງ.
-
ໃນເວລາປູກຄວນເລືອກທ່ອນພັນໄປດ້ວຍ
ເລືອກປູກແຕ່ທ່ອນພັນທີ່ມີຕາສົມບູນ ຢ່າງ ໜ້ອຍ 1 ຕາ.
ຄືການເຮັດໃຫ້ຕາອ້ອຍ ແລະ ປຸ່ມຮາກຊົ່ວຄາວຂອງທ່ອນພັນຮູ້ສຶກຕົວກ່ອນນຳໄປປູກ
ວິທີການກະຕຸ້ນຄວາມງອກ ມີວິທີການປະຕິບັດຄື:
-
ແຊ່ທ່ອນພັນໃນນ້ຳຢາ ດີເກືອ ປະສົມປູນຂາວ ຫລື ແຊ່ນ້ຳດ່າງໝາກພິລາ ແລະ ອື່ນໆ
-
ແຊ່ທ່ອນພັນໃນນ້ຳອຸ່ນ 50-60 ອົງສາເຊ
-
ແຊ່ທ່ອນພັນທັງລຳ ໃນນ້ຳສະອາດ ປະມານ 1-2 ຊົ່ວໂມງ ແລ້ວມາຕັດເປັນທ່ອນ
ຕາມ ປະລິມານທີ່ຈະປູກ ຫລັງຈາກນັ້ນກໍ່ນຳໄປບົ່ມ ໂດຍໃຊ້ເຟືອງ, ຫຍ້າ ຫລື ຜ້າໜາໆ ຫລື ຂຸດດິນເປັນ ຮາງແລ້ວ ເອົາທ່ອນພັນໃສ່ລົງໄປ
ປົກດ້ວຍວັດຖຸດັ່ງກ່າວ ຫົດນ້ຳໃຫ້ປຽກປະມານ 2-5 ວັນ ຕາ ອ້ອຍຈະຂະຫຍາຍຕົວ ແລະ ປຸ່ມຮາກຊົ່ວຄາວຈະງອກຂຶ້ນມາໃຫ້ເຫັນ.
ການປູກ
1.
ວິທີປູກ
ສຳລັບການປູກອ້ອຍມີ 2 ວິທີຄື: ການປູກອ້ອຍດ້ວຍແຮງງານຄົນ ແລະ ການປູກອ້ອຍດ້ວຍເຄື່ອງປູກ.
-
ການປູກອ້ອຍດ້ວຍແຮງງານຄົນ: ວິທີການນີ້ໂດຍການຍົກຄູກ່ອນ ແລ້ວຈຶ່ງວາງທ່ອນພັນລົງຕາມໄລຍະປູກ
ພ້ອມທັງປົກດິນໜາປະມານ 3 - 5 ຊັງຕີແມັດ
ສຳລັບຍາມຝົນ ຖ້າປູກລະດູແລ້ງຄວນປົກໜາປະມານ 20 ຊັງຕີແມັດ ເມື່ອປົກດິນແລ້ວຄວນຢຽບດິນໃຫ້ແໜ້ນພໍສົມຄວນ ເພື່ອຫລຸດການລະເຫີຍຂອງນ້ຳອອກຈາກດິນ
ແລະ ໃຫ້ທ່ອນພັນຕິດຊະໜິດກັບດິນ.
-
ການປູກດ້ວຍເຄື່ອງປູກ ວິທີນີ້ສາມາດປູກໄດ້ໄວ ແລະ ປູກໄດ້ສະໝ່ຳສະເໜີກ່ອນການປູກດ້ວຍແຮງງານຄົນ
ເຄື່ອງປູກອ້ອຍທີ່ໃຊ້ກັນຢູ່ມີ 2 ຊະນິດຄື: ແບບສຽບລຳອ້ອຍໃນແນວຕັ້ງ ແລະ ແບບຕາມທາງນອນ ຫລື ສຽບທ້າຍ
ການໃຊ້ເຄື່ອງປູກນີ້ຫລັງຈາກກຽມດິນແລ້ວ ບໍ່ຕ້ອງຍົກ ຄູ ຈະໃຊ້ເຄື່ອງປູກຕິດທ້າຍລົດແທັກເຕີ
ໂດຍຈະມີເຄື່ອງເປີດຮ່ອງ ແລະ ຊ່ອງສຳລັບໃສ່ພັນອ້ອຍເປັນລຳ ແລະ ມີຕົວຕັດລຳອ້ອຍເປັນທ່ອນລົງໃນຮ່ອງ
ມີເຄື່ອງປົກດິນຕາມຫລັງ ການປູກດ້ວຍເຄື່ອງປູກນີ້ ຈະມີຄວາມງອກສະໝ່ຳສະເໝີ ປະຈຸບັນມີການໃຊ້ເຄື່ອງປູູກແບບແຖວດຽວ ແລະ ແຖວຄູ່.
ໄລຍະປູກໝາຍເຖິງໄລຍະຫ່າງລະຫວ່າງແຖວ ແລະ ໄລຍະລະຫວ່າງທ່ອນພັນ,
ການວັດແທກຄືເອົາຈຸດເຄິ່ງກາງຂອງແຖວ ຫລື ຂອງທ່ອນພັນ
ເປັນຫລັກ. ສ່ວນອັດຕາປູກນັ້ນໝາຍເຖິງຈຳນວນທ່ອນພັນທີ່ໃຊ້ໃນພື້ນທີ່ຕໍ່ໄລ່
ຫລື ຕໍ່ເຮັກຕາ, ໄລຍະປູກສ່ວນຫລາຍແມ່ນໃຊ້ 120 - 130 ຊັງຕີແມັດ, ສ່ວນໄລຍະລະຫວ່າງທ່ອນພັນແມ່ນ 30 -
50 ຊັງຕີແມັດ.
ໄລຍະປູກສຳລັບອ້ອຍທີ່ແຕກກໍຫລາຍ ແມ່ນປູກເປັນແຖວດຽວ, ສ່ວນອ້ອຍທີ່ແຕກກໍໜ້ອຍປູກເປັນແຖວຄູ່ ໄລຍະແຖວຄູ່
30 - 50 ຊັງຕີແມັດ ໂດຍມີສູດການຄິດໄລ່ທ່ອນພັນຕໍ່ພື້ນທີ່ດັ່ງລຸ່ມນີ້:
£¸¾´¨¾¸¢º¤²œê† £¸¾´¡É¸¾¤¢º¤²œê†
ຈຳນວນທ່ອນພັນຕໍ່ພື້ນທີ່ປູກ = ----------------------- x
Ä쨽콹¸È¾¤Á«¸ Ä쨽콹¸È¾¤êȺ²ñ
ຫລັງຈາກປູກອ້ອຍແລ້ວປະມານ 7 ວັນ ອ້ອຍຈະເລີ່ມງອກຂຶ້ນມາຈາກດິນໃຫ້ເຫັນ
ແລະ ເພີ່ມຂຶ້ນເລື້ອຍໆ ຈະຊ້າ ຫລື ໄວນັ້ນແມ່ນຂຶ້ນກັບຄວາມແກ່ ແລະ ຄວາມອ່ອນຂອງຕາອ້ອຍ,
ຕາ ອ່ອນຈະເລີ່ມງອກກ່ອນ ແລະ ຕາທີ່ແກ່ຈະຂຶ້ນຕາມຫລັງ
ສ່ວນຫລາຍຈະຂຶ້ນຄົບພາຍໃນເວລາ 20 ວັນ ຫລັງຈາກປູກ ຖ້າຫາກກາຍ 1 ເດືອນໄປແລ້ວບໍ່ອອກ ສະແດງວ່າຕາອ້ອຍນັ້ນຕາຍ. ສະນັ້ນ ເຮົາຄວນໄດ້ທຳການປູກສ້ອມຄືນ ເພື່ອໃຫ້ຕົົ້ນທີ່ປູກສ້ອມນັ້ນຈະເລີນເຕີບໂຕທັນຕົ້ນປູກ.
ການປູກສ້ອມວິທີທີ່ດີທີສຸດຄື: ໃຊ້ທ່ອນພັນທີ່ເຫລືອຈາກການປູກຊຳໄວ້ແລ້ວ
ໃນບໍລິເວນ ສວນປູກ ວິທີການຊຳນັ້ນໂດຍນຳທ່ອນພັນທີ່ເຫລືອວາງຮຽງກັນ ຫ່າງກັນໜ້ອຍໜຶ່ງເທິງໜ້າດິນ
ໃຫ້ ຕາຢູ່ດ້ານຂ້າງ, ເອົາດິນປົກໃຫ້ຖ້ວມ ແລ້ວຫົດນ້ຳຖ້າຫາກຝົນບໍ່ຕົກ ເມື່ອທ່ອນພັນອອກເປັນໜໍ່
ຍາວ 5 - 6 ນິ້ວ ກໍ່ນຳໄປປູກສ້ອມໄດ້
ທ່ອນພັນທີ່ຈະນຳໄປປູກສ້ອມນັ້ນ ຄວນຈະເປັນທ່ອນພັນທີ່ ອອກໜໍ່ແລ້ວ ແຕ່ຍັງບໍ່ມີໃບຈິງ ຫລື
ຍັງບໍ່ທັນມີແຜ່ນໃບ.
ການບົວລະບັດຮັກສາ
1.ການໃຫ້ນ້ຳ
-
ການໃຫ້ນຳແບບຮ່ອງ (Furrow irrigation): ເປັນລະບົບໃຊ້ຕົ້ນທືນຕ່ຳສະດວກ
ແລະ ງ່າຍໃນການປະຕິບັດ ແຕ່ວ່າມີຂໍ້ຈຳກັດຢູ່ທີ່ແປງປູກອ້ອຍ ຈະຕ້ອງຂ້ອນຂ້າງພຽງ ໂດຍມີຄວາມ
ຄ້ອຍຊັນບໍ່ເກີນ 3% ໂດຍປົກກະຕິການໃຫ້ນ້ຳລະບົບນີ້ຈະມີຮ່ອງນ້ຳທີ່ຫົວແປງປູກ
ຫລື ອາດໃຊ້ທໍ່ ຫລື ສາຍຢາງທີ່ມີປະຕູປິດເປີດໃຫ້ນ້ຳໄຫລເຂົ້າຮ່ອງອ້ອຍແຕ່ລະຮ່ອງ ສຳລັບບ່ອນປູກອ້ອຍທີ່ມີນ້ຳ
ຊົນລະປະທານ ຫລື ແຫລ່ງນ້ຳຕາມທຳມະຊາດ ຄວນໃຫ້ນ້ຳທັນທີຫລັງຈາກປູກ.
-
ການໃຫ້ນ້ຳແບບສີດຝອຍ (Sprinkler
irrigation): ການໃຫ້ນ້ຳແບບນີ້ ໃຊ້ໄດ້ກັບສະ ພາບພື້ນທີ່ທຸກຊະນິດ ປະສິດທິພາບໃນການໃຫ້ນ້ຳແບບນີ້
ອາດຫລາຍກ່ວາ 75% ໄດ້
ຖ້າມີການ ຈັດການທີ່ຖືກຕ້ອງ ແລະ ເໝາະສົມ ການໃຫ້ນ້ຳແບບນີ້ມີຫລາຍຮູບແບບຄື:
1). ສະປຣິງເກີແບບຫົວໃຫຍ່:
ຕ້ອງໃຊ້ເຄື່ອງຈັກດູດນ້ຳແບບແຮງສູງ ແລະ ມີທາງ ໄຫລຖາວອນໃນແປງປູກອ້ອຍ .
2). ສະປຣິງເກີແບບຫົວນ້ອຍ:
ເຄື່ອນຍ້າຍໄດ້ ໃຊ້ສຳລັບປູກອ້ອຍ ຫລື ອ້ອຍດຳ
ອາ ຍຸໜ້ອຍ ແລະ ປະລິມານນ້ຳທີ່ໃຫ້ມີຈຳ ກັດ ວິທີການນີ້ມີຂໍ້ເສຍຄື ຕ້ອງໃຊ້ແຮງງານຫລາຍໃນການ
ເຄື່ອນຍ້າຍ ແລະ ບໍ່ສາມາດໃຊ້ກັບອ້ອຍສູງໄດ້ .
3). ສະປຣິງເກີ ແບບຫົວນ້ອຍເທິງແຂນລະນາບ
(Lateral move irrigators): ຂໍ້ດີ ຄືສາມາດໃຫ້ນ້ຳໃນພື້ນທີ່ຂະໜາດໃຫຍ່ ຢ່າງມີປະສິດທິພາບ ແລະ
ໃຊ້ແຮງງານໜ້ອຍ ແຕ່ກໍ່ມີຂໍ້ ເສຍຄືໃຊ້ຕົ້ນທຶນສູງ ສຳລັບອຸປະກອນ ແລະ ເຄື່ອງມື.
4). ສະປຣິງເກີແບບຫົວນ້ອຍເທິງແຂນ ທີ່ເຄື່ອນເປັນວົງກົມອ້ອມຈຸດສູນກາງ
(Centre - ivot irrigators):
-
ການໃຫ້ນ້ຳແບບນ້ຳຢອດ
(Drip irrigation): ເປັນວິທີການໃຫ້ນ້ຳທີ່ມີປະສິດທິພາບ
ໃນການໃຫ້ນ້ຳສູງສຸດ ໂດຍສາມາດໃຫ້ນ້ຳສະເພາະອ້ອມຮາກພືດ
ແລະ ສາມາດໃຫ້ປຸຍ ແລະ ສານເຄມີປ້ອງກັນ ກຳຈັດສັດຕູພືດໄປພ້ອມກັບນ້ຳໄດ້ເລີຍ ປະຈຸບັນມີໃຊ້ກັນຢູ່
2 ແບບຄື:
1). ລະບົບນ້ຳຢອດເທິງໜ້າດິນ (Surface System): ລະບົບນີ້ວາງສາຍນ້ຳເທິງໜ້າ ດິນທີ່ເຄິ່ງກາງຮ່ອງ
ຫລື ຂ້າງຮ່ອງ ອາດວາງທຸກຮ່ອງ ຫລື ຮ່ອງໜຶ່ງແລ້ວບາຮ່ອງໜຶ່ງ.
2). ລະບົບນ້ຳຢອດລຸ່ມໜ້າດິນ (Subsurface
System): ລະບົບນີ້ຈະຕ້ອງວາງສາຍ
ໃຫ້ນ້ຳກ່ອນປູກ ໂດຍປົກກະຕິຈະຝັງເລິກລົງດິນປະມານ 25 - 30 ຊມ ໃຫ້ສາຍໃຫ້ນ້ຳຢູ່ລຸ່ມທ່ອນ ພັນອ້ອຍ ປະມານ
10 ຊັງຕີແມັດ.
2.ການພວນດິນ
ການພວນດິນລະຫວ່າງແຖວອ້ອຍ ເພື່ອກຳຈັດວັດຊະພືດ, ເພື່ອຮັກສາຄວາມຊຸ່ມຊື່ມໃນດິນ, ເພື່ອຊ່ວຍໃຫ້ການຖ່າຍເທອາກາດໃນດິນດີຂຶ້ນ ຫລັງຈາກປູກອ້ອຍໄດ້ປະມານ
6-8 ອາທິດຄວນມີການພວນດິນ
ເພື່ອກຳຈັດວັດຊະພືດ, ຫລຸດຜ່ອນການແໜ້ນຂອງດິນ ແລະ ກະຕຸ້ນໃຫ້ອ້ອຍແຕກກໍດີ ອ້ອຍແຕກໜໍ່ດີແລ້ວເຮົາຄວນທຳການພວນດິນປົກເຫງົ້າຮາກອ້ອຍ
ສຳລັບເຄື່ອງມືທີ່ນຳໃຊ້ໃນການພວນດິນແມ່ນແຕກຕ່າງກັນໄປຕາມທ້ອງຖິ່ນ, ຂະໜາດຂອງສວນອ້ອຍ ແລະ ສ່ວນຫລາຍອຸປະກອນທີ່ໃຊ້ຄື:
ຈົກ , ຊ້ວານ ຫລື ໃຊ້ເຄື່ອງຈັກລົດໄຖນາເດີນຕາມ
ຫລື ລົດໄຖໃຫຍ່ພວນດິນກໍ່ໄດ້ .
3.ການໃສ່ຝຸ່ນ
ອ້ອຍກໍ່ຄືກັນກັບພືດທົ່ວໄປຕ້ອງການອາຫານ ແລະ ທາດທີ່ຈຳເປັນຕໍ່ການຈະເລີນເຕີບໂຕຂອງພືດຄົບທັງ
16 ທາດ ໃນປະລິມານ ແລະ
ອັດຕາສ່ວນທີ່ເໝາະສົມ ຈຶ່ງຈະເລີນເຕີບໂຕ ແລະສະສົມນ້ຳຕານໄດ້ເຕັມທີ່ ເນື່ອງຈາກທາດອື່ນໆບໍ່ຄ່ອຍມີບັນຫາຄວບຄຸມຜົນຜະລິດປານໃດ,
ທາດອາຫານ 3 ທາດທີ່ມີຄວາມຈຳເປັນ ແລະ ຕ້ອງການຫລາຍຄື:
ໄນໂຕຣເຈນ, ຟອສຟໍຣັດ ແລະ ໂປແຕສຊຽມ
ເມື່ອອ້ອຍມີອາຍຸປະມານ 3 - 4 ເດືອນ ຕ້ອງໃສ່ປຸຍຊະນິດທີ່ມີທາດອາຫານຕາມທີ່ດິນມີໃຫ້ບໍ່ພໍ ຈຳເປັນຕ້ອງໃສ່ປຸຍທີ່ມີໄນໂຕຣເຈນ,
ຟອສຟໍຣັສ ແລະ ໂປແຕສຊຽມ ເຊິ່ງຄວນຈະເປັນສູດ
15 - 15 - 15 ໃນອັດຕາປະມານ 30 ກິໂລກະລາມ ຕໍ່ໄລ່ ໃຊ້ເປັນປຸຍຮອງພື້ນ ຫລື ໃຊ້ປຸຍ ສູດ 21
- 00 - 00 ເປັນຄັ້ງທີ 2 ເມື່ອອ້ອຍມີອາຍຸ 4 - 5 ເດືອນ ໂດຍການໂຮຍບາງໆຕາມທາງ ຂ້າງຕົ້ນ ຫລື
ກໍ ເມຶ່ອສັງເກດເຫັນອ້ອຍບໍ່ງາມຄວນໃສ່ປຸຍທີ່ມີທາດ N. P. K. ໃນອັດຕາ 60 - 30 - 20 ເພີ່ມອີກ. ຖ້າອາຍຸອ້ອຍຮອດ 6 ເດືອນແລ້ວ ບໍ່ຄວນໃສ່ປຸຍອ້ອຍອີກ.
4.ວັດຊະພືດ ແລະ ການປ້ອງກັນກຳຈັດ
ການກຳຈັດວັດຊະພືດກໍ່ນັບວ່າມີຄວາມສຳຄັນຫລາຍ ຫາກວ່າປູກອ້ອຍແລ້
ບໍ່ກຳຈັດວັດ ຊະພືດໃຫ້ໝົດໄປ ຈະເຮັດໃຫ້ການປູກອ້ອຍບໍ່ໄດ້ຮັບຜົນເທົ່າທີ່ຄວນ ບາງຄັ້ງຈະເຮັດໃຫ້ຜົນຜະລິດ
ຫລຸດລົງເຖິງ 80% ຫລື ຫລາຍກວ່ານັ້ນ.
ສະນັ້ນຈຶ່ງມີຄວາມຈຳເປັນຈະຕ້ອງໄດ້ທຳການກຳຈັດວັດ ຊະພືດ ເພື່ອໃຫ້ການປູກອ້ອຍໄດ້ຮັບຜົນດີ
ແລະ ຜົນຜະລິດສູງເທົ່າທີ່ຄວນ. ສຳລັບວິທີການກຳຈັດ ວັດຊະພືດນັ້ນແມ່ນມີຫລາຍວິທີຄື:
ວິທີເຂດຕະກຳ: ເລີ່ມຕັ້ງແຕ່ການກຽມດິນ ໂດຍການໄຖປີ້ນດິນປົກວັດຊະພືດ
ອາດຈະ ຕ້ອງໄຖຫລາຍຄັ້ງ ຖ້າມີວັດຊະພືດຫລາຍ ແລະ ກ່ອນການປູກອ້ອຍກໍ່ຈະມີການໄຖຄົ້ນ ພວນດິນ
ອີກຄັ້ງ ແລ້ວຈຶ່ງຍົກຮ່ອງປູກ. ເມື່ອອ້ອຍອອກໜໍ່ແລ້ວ ຖ້າມີວັດສະພືດເກີດຂຶ້ນ ກໍ່ໃຊ້ແຮງງານຄົນ
ເສຍຫຍ້າລະຫວ່າງແຖວ ແລະ ກໍ ໃຊ້ລົດໄຖນາເດີນຕາມ ຫລື ລົດແທກເຕີ ເຂົ້າໄຖພວນດິ ກໍ່ໄດ້.
-
ຂໍ້ດີ ຂອງວິທີການນີ້ຄື
: ອ້ອຍໄດ້ຮັບການກະທົບກະເທືອນໜ້ອຍ ແລະ ບໍ່ເປັນພິດ ເປັນໄພ ຖ້າທຽບກັບການໃຊ້ສານເຄມີ.
-
ຂໍ້ເສຍ ຄື :
ວິທີການນີ້ກຳຈັດແກ່ນວັດຊະພືດທີ່ອອກໃໝ່ບໍ່ໄດ້, ແຮງງານຫາຍາກ, ລາຄາແພງ, ໃນການໃຊ້ລົດໄຖກຳຈັດວັດຊະພືດ ບໍ່ສະດວກໃນເມື່ອເວລາອ້ອຍໃຫຍ່ ມີລຳຕົ້ນສູງ
ແລະ ມີການແຕກຕາຫລາຍ ເຮັດໃຫ້ໜໍ່ລູກຖືກຢຽບຢ່ຳຫັກໄດ້
ວິທີການປົກຄຸມໜ້າດິນ: ໃຊ້ໃບອ້ອຍ ຫລື ເຟືອງແຫ້ງ ປົກຄຸມດິນລະຫວ່າງແຖວ
ເພື່ອ ປົກຄຸມວັດຊະພືດທີ່ເກີດຂຶ້ນ.
-
ຂໍ້ດີ: ວິທີການນີ້ແມ່ນຊ່ວຍຮັກສາຄວາມຊຸ່ມຊື່ນຂອງດິນ
ແລະ ຊ່ວຍເພີ່ມອິນຊີວັດຖຸ ໃຫ້ແກ່ດິນອີກດ້ວຍ.
-
ຂໍ້ເສຍ: ໃຊ້ແຮງງານຫລາຍ
ວັດຖຸທີ່ຈະມາຄຸມດິນມີຈຳກັດ, ການຄຸມດິນບໍ່ທົ່ວເຖິງ ເຮັດໃຫ້ການປ້ອງກັນວັດຊະພືດບໍ່ໄດ້ຮັບຜົນດີເທົ່າທີ່ຄວນ.
ການປູກພືດແຊມ: ການປູກພືດແຊມດ້ວຍຖົ່ວຂຽວ ຈະຊ່ວຍໃຫ້ຫລຸດບັນຫາວັດຊະພືດ
ລົງໄດ້ ຄວນປູກໃນເວລາອ້ອຍອາຍຸບໍ່ເກີນ 4 ເດືອນ ຖົ່ວຂຽວມີອາຍຸບໍ່ເກີນ 70 ວັນ ຈະຊ່ວຍປົກຄຸມ ດິນບໍ່ໃຫ້ວັດຊະພືດເກີດຂຶ້ນໄດ້
.
- ຂໍ້ດີ: ສາມາດມີລາຍໄດ້ເພີ່ມຂຶ້ນຕື່ມອີກ ກວ່າການປູກອ້ອຍພຽງຢ່າງດຽວ
- ຂໍ້ເສຍ: ຕ້ອງໃຊ້ແຮງງານຫລາຍຂຶ້ນ.
ການປູກພືດໜູນວຽນ: ຫລັງຈາກເກັບກ່ຽວຕໍອ້ອຍປີສຸດທ້າຍແລ້ວ ກໍ່ທຳການຂຸດຕໍອ້ອຍ
ອອກເພື່ອປູກໃໝ່. ຄວນທຳການປູກພືດບຳລຸງດິນ ຫລື
ປູກພືດອາຍຸສັ້ນ ເກັບກ່ຽວບໍ່ເກີນ 3 ເດືອນ ກ່ອນປູກອ້ອຍ ຈະເປັນການຄວບຄຸມບໍ່ໃຫ້ວັດຊະພືດເກີດຂຶ້ນໄດ້.
ການໃຊ້ສານເຄມີກຳຈັດ
1). ປະເພດສີດກ່ອນປູກ ໝາຍເຖິງການໃຊ້ສານເຄມີສີດກ່ອນການທຳການປູກ
ຫລື ວາງທ່ອນພັນລົງໄປ ອາດເປັນສານທີ່ໃຊ້ສີດທາງໃບ ເພື່ອທຳລາຍວັດຊະພືດທີ່ເກີດຂຶ້ນມາແລ້ວໃຫ້
ໝົດກ່ອນການກຽມດິນປູກເຊັ່ນ: ໃຊ້ຢາດາລາພອນ ກຳຈັດຫຍ້າຄາ ຫລື ໃຊ້ຢາ ພາຮາຄວອທ (Paraquat),
ໄກລໂຟເສທ (Glyphosate)
2). ສີດສານກຳຈັດວັດຊະພືດກ່ອນງອກ ເຊິ່ງເອີ້ນກັນວ່າຢາຄຸມຫຍ້າ
ເປັນສານເຄມີ ສີດລົງດິນ ເພື່ອຄວບຄຸມບໍ່ໃຫ້ແກ່ນຫຍ້າ
ຫລື ວັດຊະພືດແຕກງອກ ເຊິ່ງໃຊ້ສີດຫລັງຈາກປູກອ້ອຍ ແລະ ໃຫ້ນ້ຳແກ່ອ້ອຍ ໂດຍປະໄວ້ 1 ວັນ ຈຶ່ງສີດສານກຳຊັດວັດສະພືດ ທຳລາຍແກ່ນ
ຫລື ຂ້າຕົ້ນ ອ່ອນທີ່ງອກຈາກເມັດທັນທີ ຫລື ອາດສີດສານຈຳກັດວັດຊະພືດ ຫລັງຈາກໃຫ້ນ້ຳຄັ້ງທີ
2 ເຊິ່ງຖ້າເປັນການປູກອ້ອຍໃນລະດູແລ້ງ
ການໃຫ້ນ້ຳຄັ້ງທີ 1 ແລະ 2 ຫ່າງກັນສອງອາທິດ ການສີດຢາກຳ ຈັດວັດຊະພືດ ຫລັງຈາກໃຫ້ນ້ຳຄັ້ງທີສອງ
ຕ້ອງລະວັງຢ່າໃຫ້ຖືກອ້ອຍ ຊຶ່ງສານບາງຊະນິດມີພິດເຮັດໃຫ້ອ້ອຍຕາຍ ແລະ ຢຸດການຈະເລີນເຕີບໂຕໄດ້.
ສານເຄມີທີ່ໃຊ້ກຳຈັດວັດຊະພືດຕ່າງໆ ທີ່ນຳມາໃຊ້ມີຄື: ເມທິບູຊິນ
(metribuzin), ໄດຢູ ຮອນ (diuron), ອະລາຄລໍຣ (alachlor), ເຮັກຊາຊິໂນນ (hexazinone), ອິມາຊາພິກ (Imazapic), ພາຣາຄອທ (paraguat), ທູໂຟດີ (2,4 -D), ອາມີທຣີນ (ametryn), ອາຊູແລມ (asulam)
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ