google-site-verification: google0d91bc93cfc88895.html ຫອຍປາກກວ້າງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, June 24, 2016

ຫອຍປາກກວ້າງ



ຫອຍປາກກວ້າງ: 

ຫອຍປາກກວ້າງ ຫຼື ຫອຍກິນເຂົ້າ (Golden Apple Snail  GAS), ຊະນິດ Pomacea canaliculata  ແມ່ນຫອຍນໍ້າຈືດທີ່ອາໄສຢູ່ໃນເຂດຮ້ອນ ແລະ ເຂດຮ້ອນຕໍ່ກັບ ເຂດອົບອຸ່ນ, ມີຕົ້ນກໍາເນີດຢູ່ທະວີບອາເມລິກາໃຕ້, ອາເມລິກາກາງ ແລະ ຕອນໃຕ້ຂອງປະເທດສະຫະ ລັດອາເມລິກາ, ມາຈາກທົ່ງພຽງຂອງປະເທດປາຣາໄກວ ແລະ ແມ່ນໍ້າປາຣານາ ທີ່ໄຫຼຜ່ານປາຣາໄກວ, ເບຼຊິນ ແລະ ໂບລີເວຍ, ແພ່ກະຈາຍໄປສູ່ປະເທດອາເຈນຕີນາ . ຫອຍປາກກວ້າງ ເປັນ ຫອຍຕ່າງຖິ່ນຮຸກຮານຊະນິດໜຶ່ງ ເຊິ່ງນອນຢູ່ໃນບັນຊີລາຍຊື່ຂອງ "100 ຊະນິດສາຍພັນຕ່າງຖິ່ນທີ່ ຮຸກຮານຮ້າຍແຮງທີ່ສຸດຂອງໂລກ".  ນອກນັ້ນ, ຫອຍ ປາກກວ້າງຍັງໄດ້ກາຍເປັນສັດຕູພືດຊະນິດໜຶ່ງທີ່ທໍາລາຍຕົ້ນເຂົ້າຢູ່ໃນທະວີບອາຊີ . ໃນປັດຈຸບັນນີ້, ມັນໄດ້ກາຍເປັນສັດຕູພືດຊະນິດໜຶ່ງທີ່ແຜ່ລະບາດຢູ່ໃນລະບົບນເິວດວິທະຍາໃນນາ ເຂົ້າຂອງປະຊາຊົນລາວ ໂດຍສະເພາະແມ່ນທົ່ງນາໃນເຂດທົ່ງພຽງວຽງຈັນ

ອານາຈັກ Kingdom)
Animalia
ສາຂາ   (Phylum)
Mollusca
   ເຫຼົ່າ   (Class)
Gastropoda
      ເຫຼົ່າຍ່ອຍ (Subclass)
Prosobranchia
         ເຜົ່າ     (Order)
Mesogastropoda
           ຕະກຸນໃຫຍ່  (Supperfamily)
Ampullarioidae
             ຕະກຸນ     (Family)
Ampullariidae
               ສະກຸນ     (Genus)
Pomacea
                  ຊະນິດ   (Species)
Pomacea canaliculata

ຊື່ວິທະຍາສາດ (Scientific name)
Pomacea canaliculata ( Lamarck,  1822)
ຊື່ສາມັນ (Common name)
Golden apple snail (Palis, Macatula,
& Browning, 1997)
Channeled apple snail (Neck &
Schultz, 1992)
Golden kuhol (Ponce de Leon &
Carpo, 1994)
ຊື່ທ້ອງຖິ່ນ       (Local name)
ຫອຍປາກກວ້າງ (ລາວ)
ຫອຍໂຂ່ງເຫຼືອງ, ຫອຍເຊີຣີ (ໄທ)


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ