google-site-verification: google0d91bc93cfc88895.html ເຕັກ​ນິກ​ການ​ຕອນ​ງ່າ ຫມາກ​ຫຸ່ງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, June 23, 2016

ເຕັກ​ນິກ​ການ​ຕອນ​ງ່າ ຫມາກ​ຫຸ່ງ







ຫມາກ​ຫຸ່ງ ເປັນ​ພືດ​ລົມ​ລຸກ​ທີ່​ມີ​ອາ​ຍຸ​ຍືນ ສາ​ມາດ​ໃຫ້​ຜົນ​ຜະ​ລິດ​ທີ່​ດີ ແລະ​ປູກ​ເປັນ​ເສດ​ຖະ​ກິດ​ໄດ້ ຄວາມ​ຕ້ອງ​ການ​ຫມາກ​ຫຸ່ງ​ຈາກ​ທ້ອງ​ຕະ​ຫລາດ ຖື​ວ່າ​ມີ​ຫລາຍ ຫມາກ​ຫຸ່ງ ເປັນ​ພືດ​ທີ່​ປູກ​ງ່າຍ ໃຫຍ່​ໄວ ມີ​ຄວາມ​ທົນ​ທານ​ສູງ ແຕ່​ເນື່ອງ​ຈາກວ່າ​ການ ປູກ​ທີ່​ຜ່ານ​ມາ ມັກ​ນິ​ຍົມ​ກັນ​ປູກ ໂດຍ​ການ​ວ່ານ​ແກ່ນ ຈຶ່ງ​ເຮັດ​ໃຫ້​ຕົ້ນ​ຫມາກ​ຫຸ່ງ​ກາຍ​ພັນ​ເປັນ​ຈຳ​ນວນ​ຫລາຍ ແລະ ກາຍ​ເປັນ​ຕົ້ນ​ຜູ້​ອີກ​ຈຳ​ນວນ​ຫນຶ່ງ ມື້​ນີ້ ທາງ ເວັກ​ຄົນ​ຮັກ​ກະ​ເສດ ຈະ​ມາ​ສອນ ວິ​ທີ​ການ ຕອນ​ງ່າ​ຫມາກ​ຫຸ່ງ ເພື່ອ ຮັກ​ສາ​ພັນ​ເດີມ ແລະ​ໃຫ້​ຜົນ​ຜະ​ລິດ​ເພີມ​ຂື້ນ ເຊິ່ງວິ​ທີ​ການ​ມີ​ດັ່ງ​ນີ້:

ເຫດຜົນທີ່ຕ້ອງການຕົ້ນຫມາກຫຸ່ງກໍ່ຍ້ອນຢາກໄດ້ຕົ້ນທີ່ເຕ້ຍ ແລະ ມີຫມາກດົກ ລົດຊາດຫວານເຊິງມີຂັ້ນຕອນດັ່ງນີ້:
  1. ຄັດເລືອກເອົາຕົ້ນແມ່ນພັນທີ່ດີ ໃຫ້ໝາກດົກທີ່ເຄີຍໃຫ້ຫມາກແລ້ວແຕ່ວ່າມີຕົ້ນສູງ
2. ໃຫ້ຕັດສວ່ນປາຍອອກທາປາກບາດດ້ວຍ ປູນຂາວ ແລ້ວປ່ອຍໄວ້ໃຫ້ແຕກງ່າອອກມາດັ່ງພາບ

3. ໃຊ້ມີດປາດເສືອນທີ່ຕົ້ນຫມາກຫຸ່ງແຕ່ລຸ່ມຂື້ນເທິງ ໃຫ້ໄດ້1/3 ຂອງລຳຕົ້ນ

4. ໃຊ້ໄມ້ ຫລື ໄມ້ຈີ້ມແຂ້ວ ມາຂັ້ນປາກບາດທັງສອງເພື່ອບໍ່ໃຫ້ຕິດຈອດກັນຄືນ

5. ນຳຂຸຍຫມາກພ້າວມາຫຸ້ມເອົາ

6. ມັດໃຫ້ແຫນ້ນແລ້ວປ້າດເສືອນໂຄນງ່າເລັກນ້ອຍ

7. ປ່ອຍໄວ້ຈັກຫນຶ່ງເດືອນກໍ່ຈະມີຮາກອອກມາ ແລ້ວຕັດໄປເພາະຊຳໄດ້








No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ