google-site-verification: google0d91bc93cfc88895.html ການ​ກ້າ​ແກ່ນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, June 14, 2016

ການ​ກ້າ​ແກ່ນ



ການ​ຂະ​ຫຍາຍ​ພັນ​ພືດ ເປັນ​ການ​ເພີ່ມ​ຈຳ​ນວນ​ພືດ​ໃຫ້​ໄດ້​ຕາມ​ຈຳ​ນວນ​ຫລາຍ​ພຽງ​ພໍ່​ຕໍ່​ຄວາມ​ຕ້ອງ​ການ ໂດຍ​ພືດ​ຕົ້ນ​ໄຫມ່​ຍັງ​ຄົງ​ລັກ​ສະ​ນະ ແລະ ຊັບ​ສົ​ມ​ບັດ​ຂອງ​ພັນ​ດີ​ໄວ້ ຫລື ອາດ​ໄດ້​ພັນ​ໄຫມ່​ທີ່​ມີ​ລັກ​ສະ​ນະ​ຜິດ​ໄປ​ຈາກ​ເດີມ
          ການ​ຂ​ະ​ຫຍາຍ​ພັນ​ພືດ ແບ່ງ​ອອກ​ເປັນ 2 ແບບ​ຄື: ການ​ຂະ​ຫຍາຍ​ພັນ​ພືດ​ແບບ​ອາ​ໃສ​ເພດ​ໄດ້​ແກ່ ການ​ຂະ​ຫຍາຍ​ພັນ​ໂດຍ​ການ​ໃຊ້​ແກ່ນ ແລະ ການ​ຂະ​ຫຍາຍ​ພັນ​ແບບ ບໍ່​ອາ​ໃສ​ເພດ ໄດ້​ແກ່ ການ​ຂະ​ຫຍາຍ​ພັນ​ໂດຍ​ການ​ໃຊ້​ສ່ວນ​ຕ່າງໆ​ຂອງ​ພືດ​ເຊັ່ນ: ການ​ປັກ​ຊ​ຳ, ການ​ຕອນ​ກິ່ງ ການ​ຕໍ່​ກິ່ງ ການ​ຕິດ​ຕາ ການ​ທາມ​ງ່າ ການ​ເພາະ​ລ້ຽງ​ເນື້ອ​ເຍື່ອ​ເປັນ​ຕົ້ນ 

ຄຳ​ຖາມ

·        ການ​ປະ​ຕິ​ສົນ​ທິ​ຂອງ​ພືດດອກ ມີ​ຂະ​ບວນ​ການ​ແບບ​ໃດ?
ການ​ກ້າ​ແກ່ນ (ເພາະ​ເມັດ​ພັນ ຫລື ແກ່ນ​ພັນ) ເປັນ​ວິ​ທີ​ທີ່​ມັກ​ໃຊ້​ໃນ​ງານ​ປູກ​ພືດ ທີ່​ຕ້ອງ​ການ​ຕົ້ນ​ພືດ​ໃນ​ຈຳ​ນວນ​ທີ່​ບໍ່​ຫລາຍ ເຊັ່ນ ການ​ຈຳ​ນ່າຍ​ພັນ ການ​ປູກ​ຜັກ​ສວນ​ຄົວ ໄມ້​ດອກ​ໄມ້​ປະ​ດັບ ເປັນ​ຕົ້ນ ການ​ກ້າ​ແກ່ນ ແມ່ນ​ສາ​ມາດ​ເຮັດ​ໄດ້​ທັງ​ໃນ​ຫນານ​ກ້າ ແລະ ໃນ​ພາ​ສະ​ນະ ສຳ​ຫລັບ​ເພາະ​ກ້າ ສຳ​ລັບ​ການ​ກ້າ​ໃນ​ພາ​ສະ​ນະ​ສາ​ມາດ​ປ້ອງ​ກັນ​ບໍ່​ໃຫ້​ຕົ້ນ​ພືດ ໄດ້​ຮັບ​ຄວາມ​ເສຍ​ຫາຍ​ງ່າຍ ວິ​ທີ​ນີ້​ຈຳ​ເປັນ​ຕ້ອງ​ຈັດ​ຕຽມ​ອຸ​ປະ​ກອນ ແລະ ວັດ​ສະ​ດຸ​ດັ່ງ​ນີ້:


1.    ພາ​ສະ​ນະ​ແລະ ວັດ​ສະ​ດຸ​ທີ່​ໃຊ້​ເພາະ​ກ້າ : ພາ​ສະ​ນະ​ຄວນ​ມີ​ນ້ຳ​ຫນັກ​ເບົາ ບໍ່​ແຕກ​ຫັກ ຫລື ຜຸ​ພັງ​ໄດ້​ງ່າຍ ຫາ​ງ່ານ ມີ​ລາ​ຄາ​ຖືກ ມີ​ຂະ​ຫນາດ​ພໍ​ເຫມາະ​ເຄື່ອນ​ຍ້າຍ​ໄດ້​ສະ​ດວກ ແລະ ມີ​ຮູ​ລະ​ບາຍ​ນ້ຳ​ໄຫ້​ໄຫລ​ອອກ ວັດ​ສະ​ດຸ ແລະ ດີ​ທີ່​ໃຊ້​ເພາະ​ກ້າ​ຄວນ​ມີ​ລັກ​ສະ​ນະ​ດັ່ງນີ້:
·         ດິນ​ຈະ​ຕ້ອງ​ໂປ່ງ ມີ​ອາ​ກາດ​ຖ່າຍ​ເທ​ດີ ອຸມ​ນ້ຳ​ໄດ້​ດີ​ພໍ​ສົມ​ຄວນ ແລະ ລະ​ບາຍ​ນ້ຳ​ໄດ້​ງ່າຍ
·         ມີ​ທາດ​ອາ​ຫານ​ຢ່າງ​ພຽງ​ພໍ​ໃນ​ອາ​ຍຸ​ກ້າ​ພືດ ຕາມ​ປົກ​ກະ​ຕິ​ຄື 30-45 ວັນ
·         ເບົາ ຫລື ຂ້ອນ​ຂ້າງ​ເຍົາ ສາ​ມາດ​ເຄື່ອ​ຍ້າຍ ຈັບ​ຍົດກໄດ້ສະ​ດວກ
·         ປາ​ສະ​ຈາກ​ໂລກ ແມງ​ໄມ້ ຫລື ສານ​ອື່ນໆ ທີ່​ເປັນ​ພິດ
·         ບໍ່​ເປັນ​ກົດ​ຫລື​ດ່າງ​ຫລາຍ ຈົນ​ເຮັກ​ໃຫ້​ຕົ້ນ​ກ້າ​ບໍ່​ສາ​ມາດ​ຈະ​ເລີນ​ເຕີບ​ໂຕ​ໄດ້​ດີ​ເທົ່າ​ທີ່​ຄວນ
2.    ເມັດ​ທີ່​ນຳ​ມາ​ກ້າ: ຄວນ​ເປັນ​ແກ່ນ​ທີ່​ໄດ້​ມາ​ຈາກ​ຕົ້ນ​ພໍ່​ແມ່​ພັນ​ທີ່​ສົມ​ບູນ ແຂງ​ແຮງ ເມັດ​ສົມ​ບູນ​ດີ​ຄື ເມັດ​ຕົ່ງ ມີ​ນ້ຳ​ຫນັກ​ດີ ​ເປັນ​ເມັດທີ່​ບໍ່​ຢູ່ໃນ​ໄລ​ຍະ​ພັກ​ຕົວ ງອກ​ໄດ້​ງ່າຍ  ຫລື ມີ​ເປີ​ເຊັນ ຄວາມງອກ​ສູງ ງອກ​ໄວ ສະ​ຫມ່ຳ​ສະ​ເຫມີ ບໍ່​ມີ​ວັດ​ຖຸ​ເຈືອ​ປົນ​ກັບ​ແກ່ນ ເປັນ​ແກ່ນ ທີ່​ປາ​ສະ​ຈາກ​ເຊື່ອ​ໂລກ ຫລື ຜ່ານ​ການ​ປະ​ສົມ​ຢາ​ຂ້າ​ເຊື້ອ​ມາ​ແລ້ວ



3.    ວິ​ທີ​ການ​ກ້າ​ແກ່ນ: ເລີ່ມ​ຈາກ​ການ​ບັນ​ຈຸ​ດິນ​ລົງ​ໃນ​ກະ​ບະ​ຄວນ​ມີ​ວັງ​ສະ​ດຸ​ຊ່ວຍ​ລະ​ບາຍ​ນ້ຳ ເຊັ່ນ ເສດ​ດິນ​ຈີ່ ເສດ​ຫີນ ເສດ​ຫຍ້າ​ແຫ້ງ ເປືອກ​ຖົ່ວ​ດິນ ກາບ​ຫມາ​ພ້າວ ຫລື ແກບ​ດິບ ຮອງ​ໃສ່​ກົ້ນ​ພາ​ສະ​ນະ 1/4-1/2  ແລ້ວ​ບັນ​ຈຸ​ດິນ​ລົງ​ໃຫ້​ເຕັມ​ປັບ​ຫນ້າ​ດິນ​ໃຫ້​ລຽບ ໂດຍ​ໃຫ້​ລະ​ດັບ​ດິນ​ຕຳ​ກວ່າ​ຂອບ​ພາ​ສະ​ນະ ເລັກ​ນ້ອຍ ເພື່ອ​ປ້ອງ​ກັນ​ການ​ຊະ​ລ້າງ ຫນ້າ​ດິນ ເນື່ອງ​ຈາກ​ການ​ຫົດ​ນ້ຳ ຫລາຍ​ເກີນ​ໄປ ຄວາມ​ຫນາ​ຂອງ​ເນື້ອ​ດິນ​ທີ່​ໃຊ້​ຄວນ​ຫນ​າ​ຢ່າງ​ນ້ອຍ 5 ຊມ ຈາກນັ້ນ​ຈື່ງ​ປົກ​ດ້ວຍ​ດິນ​ທີ່​ໃຊ້​ປູກ ໂດຍ​ບໍ່​ໃຫ້​ປົກ​ແກ່ນ​ຫນາ​ຈົນ​ເກີນ​ໄປ​ປະ​ມານ 2-3 ເທົ່າ ຂອງ​ເສັ້ນ​ຜ່າ​ສູນ​ກາງ ຫລັງ​ຈາກນັ້ນ​ໃຫ້​ກົດ​ດິນ​ເພື່ອ​ໃຫ້​ຕິດ​ກັບ​ແກ່ນ ເພື່ອ​ໃຫ້​ແກ່ນ​ໄດ້​ຮັບ​ຄວາມ​ຊຸ່ມ​ຊື່ນ ແລະ ງອກ​ຢ່າງ​ສະ​ຫມ່ຳ​ສະ​ເຫມີ ຫລັງ​ຈາກນັ້ນ​ກໍ່​ຫົດ​ນ້ຳ​ໃຫ້​ຊຸ່ມ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ