google-site-verification: google0d91bc93cfc88895.html ນິເວດໄມ້ສັກ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, June 24, 2016

ນິເວດໄມ້ສັກ

​ນິ​ເວດ​ໄມ້​ສັກ ປູກ​ໄມ້​ສັກ

ນິເວດໄມ້ສັກ
ຊື່ພື້ນເມືອງ: ໄມ້ສັກ
ຊື່ວິທະຍາສາດ: Tectona grandis  Carl  Linnaeus (L.f.)
ຊື່ວົງຕະກຸນ: VERBENACEAE
ໄມ້ສັກ ແມ່ນເປັນປະເພດໄມ້ຢືນຕົ້ນທີ່ມີຂະໜາດກາງຫາໃຫຍ່ ຊຶ່ງມີຄວາມສູງປະມານ 20-30ແມັດ. ໜ້າຕ້າງໃຫຍ່ສຸດເກືອບຮອດ 3 ແມັດ ມີກິ່ງງ່າຫຼາຍ, ຮູບຮ່າງເຮືອນຍອດເປັນພຸ່ມ ບໍ່ມົນປານໃດ ຍາມມີໃບແມ່ນຈະມີເປັນຈຳນວນຫຼາຍ ແຕ່ມັກຈະຫຼົ່ນໃບໃນລະດູແລ້ງ. ມັກເກີດ ຢູ່ຕາມປ່າປະສົມ, ປ່າຫີນປູນຄວາມສູງຈາກໜ້ານ້ຳທະເລປະມານ 800 ແມັດ ແຕ່ຖ້າເປັນພື້ນ ທີ່ຮາບພຽງຈະເກີດຢູ່ບ່ອນທີ່ບໍ່ມີນ້ຳຖ້ວມຂັງ ສວ່ນຫຼາຍໄມ້ສັກມັກເກີດຢູ່ເປັນໝູ່. ໄມ້ສັກມັກດິນ ທີ່ມີຄວາມເປັນກາງ ແລະ ເປັນດ່າງເລັກໜ້ອຍ ເຊິ່ງມີຄ່າ Ph ລະຫວ່າງ 6,5 - 7,5. ປະລິມານ ນ້ຳຝົນຢູ່ໃນລະຫວ່າງ 1200 - 2000 ມມ / ປີ

​ເປືອກ​ໄມ້​ສັກ

ລັກສະນະຂອງເປືອກ
ເປືອກນອກ ແມ່ນມີຄວາມໜາປະມານ 0,30 - 1,70 ຊມ ເປືອກບໍ່ລຽບແຕກເປັນລັກສະນະຮອຍໄຖຕາມລວງຍາວຂອງເປືອກ ມີສີຂາວໝົ່ນເມື່ອເວລາຍັງນ້ອຍ ແຕ່ເມື່ອໃຫຍ່ຈະມີສີຂີ້ເທົ່າເຫຼືອງ

​ລັກ​ສະ​ນະ​ຂອງ​ໃບ​ສັກ

ລັກສະນະຂອງໃບ
ໃບສັກ ແມ່ນເປັນປະເພດໃບດຽວການຮຽງຕົວຂອງໃບ ແມ່ນຕັ້ງສາກກັນໃບໃຫຍ່ມີຄວາມກ້ວາງປະມານ 25 - 30 ຊມ, ຄວາມຍາວ 30 - 40 ຊມ ໃບມີຮູບຮ່າງລັກສະນະເປັນຮູບໄຂ່ຊຶ່ງກົກໃບຈະມີຂະໜາດໃຫຍ່ ແລະ ປາຍໃບຈະແຫຼມມີຂົນ

​ລັກ​ສະ​ນະ​ຂອງດອກ​ສັກ

ລັກສະນະຂອງດອກ
ດອກຈະມີສີນວນຂາວເປັນຊໍ່ໃຫຍ່ ຫຼື ເປັນພົ້ວໃຫຍ່ເກີດຢູ່ ຕາມປາຍກິ່ງດອກ ມີເກສອນຜູ້ 6 ອັນ, ມີກີບດອກ ແລະ ກາບດອກຢ່າງລະ 6 ອັນ ມັກຈະອອກດອກພາຍໃນເດືອນມີນາ ຫາ ເມສາ

​ແກ່ນ​ສັກ, ຫມາກ​ສັກ

ລັກສະນະຂອງໝາກ
ເປັນປະເພດໝາກແຫ້ງບໍ່ແຕກ ແລະ ສ່ວນທີ່ເປັນກາບດອກ ຈະຫຸ້ມເອົາສ່ວນແກ່ນຢູ່ໃນຈະມີ 1 - 4 ແກ່ນ ໝາກຂ້ອນຂ້າງມົນ ຂະໜາດເສັ້ນຜ່າສູນກາງ 1 - 2 ຊມ ໝາກຈະແກ່ຢູ່ໃນລະຫວ່າງ ເດືອນກໍລະກົດ ຫາ ເດືອນທັນວາ

​ລັກ​ສະ​ນະ​ໄມ້​ສັກ

ລັກສະນະຂອງເນື້ອໄມ້
ມີສີເຫຼືອງທອງໄປຈົນເຖິງສີນ້ຳຕານແກ່ ມີລາຍເສັ້ນເປັນສີນ້ຳຕານແກ່ແຊກລຽນຊື່ ເນື້ອຫຍາບແຂງປານກາງ
ຄຸນປະໂຫຍດຂອງໄມ້ສັກ

ໄມ້ປະເພດນີ້ຈະໃຊ້ເຂົ້າໃນການກໍ່ສ້າງ ແລະ ແກະສະຫຼັກໃຊ້ເຂົ້າໃນການຜະລິດເຝີນິເຈີເຮັດເຄື່ອງເອ້ຍ້ອງ. ສ່ວນເນື້ອໄມ້ສາມາດນຳເຂົ້າໂຮງງານຜະລິດເຈ້ຍ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ