ປະຫວັດສາດ ແລະ ການພັດທະນາ
ການເລີ່ມຂຶ້ນ ຂອງການສຳປະທານທີ່ດິນໃນ ສປປ
ລາວນັ້ນ ພົວພັນໂດຍກົງກັບການປ່ຽນ ແປງນະໂຍບາຍການພັດທະນາເສດຖະກິດຂອງລາວ, ໃນຊ່ວງປາຍທົດສະວັດ 1980 ຫາຕົ້ນທົດ ສະວັດ1990, ໂດຍການສຳປະທານທີ່ດິນຂະໜາດໃຫຍ່ ເພື່ອປູກໄມ້ເສດຖະກິດຂຶ້ນຄັ້ງທຳອິດໃນ
ປີ 1994. ເປັນການອະນຸມັດການສຳປະທານທີ່ດິນ
ເພື່ອປູກໄມ້ເປັນສິນຄ້າໃນ ແຂວງ ຈຳປາສັກ ໃຫ້ກັບບໍລິສັດເອເຊຍເທັກຈາກປະເທດໄທ (ວັນທີ 7 ທັນວາ 1994). ໃນເນື້ອທີ່ 16,000 ເຮັກຕາ ໄລຍະເວລາ 55 ປີ ມູນຄ່າລວມ 12.8 ລ້ານໂດລາສະຫະລັດ. ຈາກນັ້ນ ເປັນຕົ້ນມາ ການປູກໄມ້
ຫຼື ພືດອຸດສາຫະກຳໃນ ສປປ ລາວ ກໍ່ມີການຂະຫຍາຍຕົວເພີ່ມຂຶ້ນ.
ນະໂຍບາຍການປ່ຽນແປງໃໝ່ທາງເສດຖະກິດທີ່ສຳຄັນຂອງລັດຖະບານ
ສປປ ລາວ ໄດ້ ແກ່ການປະກາດໃຊ້ນະໂຍບາຍ "ການຫັນເສດຖະກິດທຳມະຊາດໄປສູ່ເສດຖະກິດ ສິນຄ້າ"
ເປັນ ທິດທາງຫຼັກໃນການພັດທະນາເສດຖະກິດ ໂດຍການໃຊ້ກົນໄກຕະຫຼາດການຄ້າເສລີ. ການເປີດ ກ້ວາງການລົງທຶນສຳລັບນັກລົງທຶນຕ່າງປະເທດຫຼາຍຂຶ້ນ,
ການອອກກົດໝາຍສົ່ງເສີມການລົງທຶນ, ການປະກາດໃຊ້ ແລະ ການປັບປຸງແກ້ໄຂດຳລັດ ແລະ
ກົດໝາຍກ່ຽວກັບ ປ່າໄມ້, ທີ່ດິນສະບັບ ຕ່າງໆ ເພື່ອໃຊ້ຊັບພະຍາກອນປ່າໄມ້ ແລະ ທີ່ດິນເພື່ອການພັດທະນາເສດຖະກິດ
ດ້ວຍການໃຫ້ ສິດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດສຳປະທານທີ່ດິນຂະໜາດໃຫຍ່ເພື່ອ ປູກໄມ້
ຫຼື ພືດ ອຸດສາຫະກຳເປັນສິນຄ້າ.
ການສຳປະທານທີ່ດິນນັ້ນ
ມີການລະບຸໄວ້ໃນກົດໝາຍເປັນຄັ້ງທຳອິດ ໃນດຳລັດວ່າດ້ວຍ ທີ່ດິນ1992, ໃຫ້ສິດການເຊົ່າ ຫຼື ສຳປະທານທີ່ດິນໃຫ້ແກ່ພົນລະເມືອງລາວ,
ຊາວຕ່າງດ້າວ ແລະ ຊາວຕ່າງປະເທດ ແລະ ປະກົດຢູ່ໃນດຳລັດ
ແລະກົດໝາຍປ່າໄມ້ ແລະທີ່ດິນສະບັບອື່ນໆໄດ້ແກ່ ດຳລັດນາຍົກລັດຖະມົນຕີວ່າດ້ວຍການຄຸ້ມຄອງ
ແລະນຳໃຊ້ປ່າໄມ້ ແລະທີ່ດິນປ່າໄມ້ 1993, ດຳ ລັດວ່າດ້ວຍການແບ່ງດິນແບ່ງປ່າ, ເພື່ອການປູກໄມ້ ແລະປົກປັກຮັກສາປ່າໄມ້ 1994, ກົດໝາຍ ວ່າດ້ວຍປ່າໄມ້ 1996, ກົດໝາຍວ່າດ້ວຍທີ່ດິນ 1997, ກົດໝາຍ ວ່າດ້ວຍທີ່ດິນ 2003 ແລະ ດຳ ລັດວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທີ່ດິນ
2005.
ນິຕິກຳສະບັບຕ່າງໆເຫຼົ່ານີ້
ມີຄວາມແຕກຕ່າງກັນໃນແງ່ເນື້ອທີ່ ແລະ ອຳນາດໃນການອະ ນມັດຸ ຂອງໜ່ວຍງານລັດ ທັງລະດັບສູນກາງ
ແລະ ທ້ອງຖິ່ນ ແຕ່ຈຸດປະສົງຂອງນິຕິກຳທຸກສະບັບ ທີ່ກົງກັນຄືການໃຫ້ເຊົ່າ ຫຼື ສຳປະທານທີ່ດິນ,
ໃນທີ່ດິນວ່າງເປົ່າ ຫຼື ເປັນທີ່ດິນເຊື່ອມໂຊມ
ຊຶ່ງໃນ ທາງປະຕິບັດ ການຄົ້ນຄ້ວາຄັ້ງນີ້ພົບວ່າ ທີ່ດິນສຳປະທານເກືອບທັງໝົດເປັນ ດິນໄຮ່,
ສວນທີ່ລັດ ມອບໃຫ້ປະຊາຊົນ, ຕາມນະໂຍບາຍມອບດິນ-ມອບປ່າ. ນອກຈາກນັ້ນ ເຂດສຳປະທານຍັງກວມ
ເອົາບ່ອນລ້ຽງສັດ ແລະ ປ່າຊົມໃຊ້ຂອງປະຊາຊົນອີກດ້ວຍ.
ຍຸກຮຸ່ງເຮື່ອງຂອງການສຳປະທານທີ່ດິນ ເພື່ອປູກໄມ້ເປັນສິນຄ້າ
ນັບຕັ້ງແຕ່ປີ 2000 ເປັນຕົ້ນມາ, ອັດຕາການຂະຫຍາຍຕົວການລົງທຶນຂອງນັກລົງທຶນຕ່າງ
ປະເທດໃນ ສປປ ລາວ. ເພີ່ມຂຶ້ນໃນອັດຕາທີ່ວ່ອງໄວ ໂດຍການລົງທຶນໃນຮູບແບບການສຳປະ ທານທີ່ດິນຂະໜາດໃຫຍ່,
ເພື່ອປູກໄມ້ ຫຼື ພືດເສດຖະກິດເຊັ່ນ: ໄມ້ວິກ,
ຢາງພາລາ, ມັນຕົ້ນ ແລະ ອ້ອຍ. ການລົງທຶນຂອງນັກລົງທຶນຕ່າງປະເທດສ່ວນໃຫຍ່ແມ່ນໃນພາກກາງ
ແລະ ພາກໃຕ້ ຂອງ ສປປ ລາວ. ນັບຕັ້ງແຕ່ແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ ແລະ ສາລະວັນ.
ປະຈຸບັນ ການລົງທຶນປູກໄມ້ເພື່ອສິນຄ້າສ່ວນໃຫຍ່ໃນ ສປປ ລາວ,
ເປັນການ ສຳປະທານ ທີ່ດິນຈາກລັດ ໃນພື້ນທີ່ຂະໜາດໃຫຍ່ເປັນບໍລິເວນກ້ວາງ.
ທັງທີ່ເປັນການລົງທຶນທີ່ມາຈາກປະເທດ ນອກປະເທດ ແລະ ຈາກປະເທດໃນລຸ່ມແມ່ນ້ຳຂອງດ້ວຍກັນເຊັ່ນ:
ບໍລິສັດໂອຈິ (ບໍລິສັດ BGA ເກົ່າ) ຈາກປະເທດຍີ່ປຸ່ນ, ປູກໄມ້ວິກ 50,000 ເຮັກຕາ ໃນແຂວງບໍລິຄຳໄຊ ແລະ ຄຳມ່ວນ,
ບໍລິສັດ ເບີລາລາວ (Aditya Berla
Grasim) ຈາກປະເທດອິນເດຍ ປູກໄມ້ວິກ
30,000 ເຮັກຕາ ໃນແຂວງ ສະຫວັນນະເຂດ,
ບໍລິສັດຫວຽດ-ລາວ, ດັກລັກ, ເຢົາຕຽງ ຊຶ່ງມີຂໍ້ຕົກລົງ ການລົງທຶນ ປູກຢາງພາ
ລາໃນເນື້ອທີ່ 30,000 ເຮັກຕາ ໃນແຂວງຈຳປາສັກ ແລະ ສາລະວັນ ພາກໃຕ້ຂອງລາວ.
ຂະບວນການໃຫ້ສຳປະທານທີ່ດິນ
ການໃຫ້ສິດສຳປະທານທີ່ດິນ ເປັນມາດຕະການໜຶ່ງຂອງລັດຖະບານ,
ທີ່ໃຊ້ດຶງດູດການ ລົງທຶນ ໂດຍສະເພາະນັກລົງທຶນຈາກ
ຕ່າງປະ ເທດ. ຂະບວນການອະນຸມັດ ສຳ ປະທານ ທີ່ ດິນທີ່ ຜ່ານມາຈຶ່ງກ່ຽວຂ້ອງໂດຍ ກົງ ກັບ ກົດໝາຍ ແລະ ນະໂຍບາຍ
ສົ່ງເສີມ ການລົງທຶນ ແລະ ໜ່ວຍງານທີ່ມີ ບົດບາດທີ່ຜ່ານມາກໍ່ຄື
ຄະນະກຳມະການແຜນການ ແລະ ການລົງທຶນ (ແຕ່ກ່ອນຄືຄະ ນະກຳມະ ການຄຸ້ມຄອງການລົງທຶນ ແລະ ຮ່ວມມືຕ່າງປະເທດ)
ໂດຍການ ອະນຸມັດ ການ ສຳປະ ທານທີ່ດິນນັ້ນຈະດຳເນີນການໃນຂັ້ນຕອນດຽວກັບການເຮັດສັນຍາການລົງທຶນແບບ"ປະຕູດຽວ"
ແລະ ການເຮັດສັນຍາດັ່ງກ່າວຍັງບໍ່ມີການສຳຫຼວດທີ່ດິນກ່ອນການອະນຸມັດສຳປະທານທີ່ດິນ.
ການອະນຸມັດສຳປະທານທີ່ດິນດ້ານກະສິກຳ-ປ່າໄມ້
ຂະໜາດໃຫຍ່ທີ່ຜ່ານມານັ້ນ. ດຳເນີນການໃນຂັ້ນຕອນດຽວກັບການເຮັດສັນຍາລົງທຶນໂຄງການໂດຍ ຄະນະກຳມະການແຜນການ
ແລະ ການລົງທຶນເປັນຜູ້ລົງນາມ, ໃນຖານະຕາງໜ້າລັດຖະບານ
ໄລຍະ ເວລາສຳປະທານຕັ້ງ ແຕ່ 30-50 ປີ ແລະ 75 ປີ ໃນ ກໍລະນີທີ່ເປັນການລົງທຶນ ໃນເຂດເສດຖະກິດພິເສດໂດຍການອານຸມັດສຳປະທານທີ່ດິນໃຫ້ແກ່ບໍລິສັດຕ່າງປະເທດຫລາຍແຫ່ງສ່ວນຫລາຍດຳເນີນການກ່ອນການສຶກສາຄວາມເປັນໄປໄດ້ທາງເສດຖະກິດ
(Feasibility study)
ຂັ້ນຕອນການອະນຸມັດ ສຳ ປະທານທີ່ດິນຂອງບໍລິສັດຕ່າງປະເທດຢູ່ຫຼາຍບ່ອນໃນລາວ
, ມັກດຳເນີນ ການກ່ອນ
ການຈັດເຮັດບ ົດວິພາກຄວາມເປັນໄປໄດ້ທາງເສດຖະກິດ ແລະ ບົດລາຍງານປະເມີນຜົນກະທົບດ້ານສິ່ງແວດລ້ອມ
(fea -sibility study).
ການອະນຸມັດການສຳ ປະທານທີ່ດິນມັກເກີດຂຶ້ນ
ໂດຍທີ່ຍັງບໍ່ໄດ້ມີການສຳຫຼວດເນື້ອທີ່ດິນ ການໃຊ້ ປະ ໂຫຍດຂອງປະຊາຊົນ ແລະ ຄວາມເໝາະ
ສົມ ທາງ ກາຍະພາບຂອງ ເນື້ອທີ່ດິນຢ່າງລະອຽດ ລວມທັງບໍ່ໄດ້ມີການສຶກສາປະເມີນຜົນກະທົບດ້ານເສດຖ
ະກິດ ແລະ ສິ່ງ ແວດລ້ອມກ່ອນອະນຸມັດສຳປະທານທີ່
ດິນ ແລະ ການສູນເສຍທີ່ດິນຂອງປະຊາຊົນເກີດຂຶ້ນຢ່າງວ່ອງໄວ ແລະ ປະຊາຊົນບໍ່ໄດ້ ຮັບຮູ້ມາກ່ອນ ດັ່ງທີ່ ທ່ານ ຄຳອ້ວນ ບຸບຜາ ລັດຖະ ມົນຕີປະຈຳສຳນັກງານນາຍົກລັດ ຖະມົນຕີ, ຫົວໜ້າອົງການຄຸ້ມຄອງທີ່ດິນແຫ່ງຊາດ ກ່າວໄວ້ໃນກອງປະຊຸມ
"ການໃຊ້ທີ່ດິນເພື່ອການປູກໄມ້ເປັນສິນຄ້າ" ເມື່ອວັນທີ 14-15 ກຸມພາ 2007
ການໃຫ້ສຳ ປະທານ ຫຼື ໃຫ້ເຊົ່າທີ່ດິນສຳລັບການປູກໄມ້ເປັນ
ບໍລິເວນກ້ວາງໃຫຍ່ ແລະ ໄລຍະ ເວ ລາສຳ ປະທານ ຍາວນານເກີນໄປ ໂດຍເນື້ອທີ່ດິນຍັງບໍ່ທັນໄດ້ຈັດສັນ
ແລະ ວາງແຜນການນຳໃຊ້ທີ່ ດິນຈະເຮັດໃຫ້ເກີດບັນຫາທາງສັງຄົມ ແລະ ສິ່ງເວດລ້ອມ ຈຳເປັນຕ້ອງໄດ້ຍົກຍ້າຍປະຊາ
ຊົນ ຫຼື ເວນຄືນ ທີ່ດິນ ທີ່ປະຊາຊົນທຳການຜະລິດ
ເຮັດໃຫ້ ປະຊາຊົນສູນ ເສຍບ່ອນທຳມາຫາກິນປະຈຳວັນ ແລະ ເສຍສິດ ການໃຊ້ຍາວນານ
ຂະບວນການໃຫ້ສຳປະທານທີ່ດິນທີ່ຜ່ານມາ ມີຄວາມ ຊ້ຳຊ້ອນຂອງໜ່ວຍງານ,
ກ່ຽວກັບການສຳປະທານທີ່ດິນ ແລະ ຂາດກົດເກນມາດຕະການທີ່ເປັນອັນດຽວກັນ
ໃນການໃຫ້ເຊົ່າ ຫຼື ສຳປະທານທີ່ດິນນັ້ນຕ້ອງໃຫ້ສອດຄ່ອງກັບກົດໝາຍ ແລະ ດຳລັດຫຼາຍສະບັບ ທີ່ໄດ້ລະບຸຂະໜາດເນື້ອທີ່ສູງສຸດໃນການສຳປະທານຂອງແຕ່ລະກິດຈະການ
ເຊັ່ນວ່າ: ກົດໝາຍປ່າໄມ້ 1996 ໃຫ້ອຳ ນາດລັດຖະບານ ໂດຍການເຫັ ນດີຈາກສະພາແຫ່ງຊາດ ການອະນຸມັດສຳປະທານທີ່ດິນເນື້ອທີ່ຫຼາຍກ່ວາ
10,000 ເຮັກ ຕາຂຶ້ນໄປ. ແຕ່ໃນກົດໝາຍວ່າດ້ວຍທີ່ດິນ
1997 ໃຫ້ອຳນາດຂອງ ກະ ຊວງການເງິນເປັນຜູ້ອະນຸມັດການເຊົ່າທີ່ດິນ
ໂດຍຄວາມເຫັນດີ ຂອງສະພາແຫ່ງຊາດ ຊຶ່ງລ້າສຸດຕາມກົດໝາຍວ່າດ້ວຍທີ່ດິນ 2003 ໃຫ້ອຳນາດກັບອົງການຄຸ້ມຄອງທີ່ດິນແຫ່ງຊາດ ໂດຍເຫັນດີຈາກ ລັດຖະບານ.
ຖ້າເກີນ 10.000 ເຮັກຕາ ຕ້ອງໄດ້ຜ່ານການຮັບຮອງຈາກສະພາ ແຫ່ງຊາດ.
ເຖິງແມ່ນວ່າດ້ານໜຶ່ງ ລັດຖະບານໄດ້ວາງ ນະ ໂຍບາຍທີ່ດິນ ເພື່ອຕອບສະໜອງການສົ່ງເສີມການລົງທຶນໃກ້ແກ່ນັກ
ລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ດ້ວຍ ການຫັນປ່ຽນຊັບ ສິນ (ທີ່ດິນ) ໃຫ້ເປັນທຶນຕາມນະໂຍບາຍຂອງລັດຖະບານ
, ແຕ່ໃນອີກດ້ານໜຶ່ງ
ລັດຖະບານເຫັນວ່າການດຳເນີນການກ່ຽວກັບການສຳປະທານທີ່ດິນທີ່ ຜ່ານມາ ໄດ້ເກີດປະກົດການຫຍໍ້ທໍ້ໃນດ້ານສັງຄົມ
ແລະ ສິ່ງແວດລ້ອມ ແລະ ຜົນປະໂຫຍດທີ່ລັດໄດ້ຮັບມີມູນຄ່າຕ່ຳອີກທັງຍັງນຳໄປສູ່ການກະທົບກະເທື່ອນຕໍ່ສິດນຳໃຊ້ທີ່ດິນຂອງປະຊາຊົນຜູ້ທີ່ໄດ້ຮັບໃບຢັ້ງຢືນສິດທີ່ດິນແລ້ວ
ແນວໂນ້ມອ່ຽງ ໄປທາງດ້ານເສດຖະກິດ ການລົງທຶນໃນພາບລວມ
ເຮັດໃຫ້ ຂ າດການ ຄຳ ນຶງເຖິງຜົນກະທົບໃນດ້ານສັງຄົມ
ແລະ ສິ່ງແວດ ລ້ອມ ໂດຍໂຄງການ ລົງທຶນຕ່າງໆທີ່ບໍ່ມີການສຶກ
ສາປະເມີນຜົນກະທົບທາງ ດ້ານເສດຖະກິດ-ສັງຄົມ ແລະ
ສິ່ງແວດລ້ອມ ແລະ ຂາດການສຳຫຼວດເນື້ອທີ່ດິນຢ່າງລະອຽດ ກ່ອນການລົງນາມໃນສັນຍາພັດທະນາໂຄງການ,
ຊຶ່ງພິຈາລະນາພຽງ ມູນ ຄ່າການລົງທຶນຂອງໂຄງການເທົ່ານັ້ນ
. ໃນຂະນະທີ່ອົງການຈັດຕັ້ງທີ່ກ່ຽວຂ້ອງ ຕາມທີ່ລະບຸໄວ້ໃນກົດໝາຍ ເຊັ່ນ: ກະຊວງກະສິກຳ-ປ່າໄມ້
ມີສ່ວນຮ່ວມໃນຖານະພະຍານໃນການລົງນາມສັນຍາໂຄງການເຊັ່ນດຽວກັບອຳນາດການປົກຄອງແຂວງ ແລະ ເມືອງ ມີບົດບາດ ໜ້າ ທ ີ່ສຳຫຼວດ ແລະ ຈັດ ຫາເນື້ອທີ່ດິນໃຫ້ ກັບບໍລິສັດເລົ່ານັ້ນ.
ເນື່ອງຈາກ, ບັນຫາ ດ້ານ ຕ່າງໆທີ່ເກີດຂຶ້ນຈາກການສຳ ປະທານ ທີ່ດິນ ໃນຫຼາຍໂຄງການ
ທີ່ ບໍ່ມີບົດວິພາກເສດຖະກິດ ແລະ ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຕໍ່ສັງ
ຄົມເຮັດໃຫ້ ລັດຖະບານ ໂດຍທ່ານນາຍົກລັດຖະມ ົນຕີ
ມີມະຕິໃນປີ 2007 (ເດຶອນພຶດສະພາ)ໃຫ້ຍຸດຕິການ ສຳປະທານທີ່ດິນໄວ້ເປັນການຊົ່ວຄາວ ເພື່ອໃຫ້ມີການສຶກສາ
ຂໍ້ ມູນ ແລະ ຕິດຕາມປະ ເມີນຜົນສາເຫດ ແລະ ບັນຫາທີ່ເກີດຂຶ້ນທີ່ຜ່ານມາ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ