ປະຫວັດຄວາມເປັນມາຂອງອ້ອຍ:
ອ້ອຍມີຖິ່ນກຳເນີດຢູ່ເກາະນິວກີນີ ເຊິ່ງເປັນເກາະໃຫຍ່ໃນມະຫາສະໝຸດປາຊີຟິກ
ຈາກນັ້ນນັກຄົ້ນຄວ້າກະສິກຳ ເຊິ່ງເປັນຊາວໂຮນລັງ ໄດ້ນຳເອົາອ້ອຍໄປປູກຢູ່ຫລາຍປະເທດຂອງທະ
ວີບອາຊີ ເຊັ່ນ: ຟີລິບປິນ, ອິນໂດເນເຊຍ, ອິນເດຍ ແລະ ຈີນ ຕໍ່ມາໃນປີ ຄ.ສ 1500 - 1600 ມີທ່ານ Cristobal Colon ໄດ້ເດີນທາງໄປທະວີບອາເມລິກາ ຈຶ່ງໄດ້ນຳເອົາອ້ອຍໄປປູກ
ແລະ ຂະ ຫຍາຍພັນຢູ່ໃນເກາະດອນ ໃນເຂດຮ້ອນ ແລະ ເຄິ່ງຮ້ອນ ຂອງທະວີບອາເມລິກາ ເຊັ່ນ: ກຸຍບາ,
ເມັກຊິກໂກ ແລະ ເປລູ ແຕ່ໃນປະຈຸບັນ ປະເທດທີ່ຜະລິດອ້ອຍຫລາຍກວ່າໝູ່ໃນໂລກ
ແມ່ນປະ ເທດກຸຍບາ, ບາເລຊິນ, ອິນເດຍ ແລະ ອົດສະຕາລີ.
ລັກສະນະທົ່ວໄປຂອງອ້ອຍ
ອ້ອຍມີຊື່ພາສາອັງກິດ Sugarcane, ຊື່ວິທະຍາສາດ Saccharum officinarum Linn,
Saccharum sinensis Roxb, ຢູ່ໃນພືດຕະກຸນຫຍ້າ (Gramineae Family) ພືດຕະກຸນນີ້ ມີຫລາຍກວ່າ 5.000 ຊະນິດ ລັກສະນະສຳຄັນຂອງພືດຕະກຸນນີ້ ແມ່ນລຳຕົ້ນປະກອບຂຶ້ນດ້ວຍຂໍ້
ແລະ ປ້ອງ ມີຂໍ້ຢູ່ຕາ ເຊິ່ງສາມາດຈະເລີນເປັນຕົ້ນໃໝ່ໄດ້, ອ້ອຍແມ່ນເປັນອາຫານສຳຄັນຂອງມະ ນຸດ ທີ່ສາມາດປູກໄດ້ໃນດິນເກືອບທຸກຊະນິດ,
ເປັນພືດທີ່ປູກງ່າຍ, ທົນທານຕໍ່ສະພາບແວດລ້ອມ ອາຍຸເກັບກ່ຽວໂດຍທົ່ວໄປປະມານ
9 - 12 ເດືອນ. ເມື່ອປູກອ້ອຍເທື່ອໜຶ່ງແລ້ວ
ສາມາດເກັບກ່ຽວໄດ້ຫລາຍຄັ້ງ, ເຊິ່ງຕ່າງຈາກພືດຊະນິດອື່ນທີ່ຕ້ອງໄດ້ທຳການປູກໃໝ່ທຸກໆເທື່ອຫລັງຈາກເກັບກ່ຽວອ້ອຍມີລຳຕົ້ນສຳລັບສະສົມນ້ຳຕານໃນຮູບຂອງນ້ຳຕານຊູໂຄຣສ
(sucrose C12H22O11) ເມື່ອສຸກແກ່ເຕັມທີ່ ນ້ຳອ້ອຍ (Canejuice) ໃນລຳຈະມີນ້ຳຕານຊູໂຄຣສ ປະມານ 70 -
80%, ລຳຕົ້ນອ້ອຍພັດທະນາມາຈາກໜໍ່ທີ່ງອກຈາກແຕ່ລະຕາທີ່ຢູ່ໃນດິນ
ຈົນກາຍເປັນລຳທີ 1, 2, 3 ...ຮ່ວມ ກັນເອີ້ນວ່າ: ລຳຕົ້ນ ຫລື ກໍ, ການຈະເລີນເຕິີບໂຕ ແລະ ຜົນຜະລິດທີ່ໄດ້ ຂຶ້ນຢູ່ກັບການບຳລຸງດູແລຮັກສາ
ແລະ ແນວພັນທີ່ໃຊ້ ສ່ວນການສະສົມນ້ຳຕານ ແລະ ການຈົ່ງຕໍ ນອກຈາກຈະຂຶ້ນກັບຊະ ນິດຂອງແນວພັນແລ້ວ
ສະພາບແວດລ້ອມ ກໍ່ມີສ່ວນກ່ຽວຂ້ອງຢູ່ບໍ່ໜ້ອຍເຊັ່ນກັນ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ