google-site-verification: google0d91bc93cfc88895.html ການແຜ່ລະບາດຂອງຫອຍປາກກວ້າງຢູ່ໃນທະວີບອາຊີ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, June 24, 2016

ການແຜ່ລະບາດຂອງຫອຍປາກກວ້າງຢູ່ໃນທະວີບອາຊີ

ການແຜ່ລະບາດຂອງຫອຍປາກກວ້າງຢູ່ໃນທະວີບອາຊີ  ຫອຍປາກກວ້າງ ໄດ້ກາຍເປັນສັດຕູພືດຊະນິດໜຶ່ງຕໍ່ຕົ້ນເຂົ້າທີ່ມີຄວາມສໍາຄັນຫຼາຍທີ່ສຸດຢູ່ໃນຫຼາຍໆປະເທດ ໂດຍສະເພາະແມ່ນນາຫວ່ານ (direct seeding) ໄດ້ກາຍເປັນທີ່ນິຍົມກັນຫຼາຍ ກວ່ານາປັກດໍາ (transplanted rice) ເຊັ່ນວ່າ: ປະເທດຟີລິປິນ, ປະເທດຫວຽດນາມ ແລະ ປະເທດ ໄທ  1.) ໄຕ້ຫວັນ: ຢູ່ໃນທະວີບອາຊີ,ການແຜ່ລະບາດຂອງຫອຍປາກກວ້າງຄັ້ງທໍາອິດແມ່ນຢູ່ໃຕ້ຫວັນໃນປີ1979.ໂດຍມີຈຸດປະສົງ ເພື່ອເອົາເຂົ້າໄປລ້ຽງເປັນ

ໃຕ້​ຫວັນ

ຢູ່ໃນທະວີບອາຊີ,ການແຜ່ລະບາດຂອງຫອຍປາກກວ້າງຄັ້ງທໍາອິດແມ່ນຢູ່ໃຕ້ຫວັນໃນປີ1979.ໂດຍມີຈຸດປະສົງ ເພື່ອເອົາເຂົ້າໄປລ້ຽງເປັນອາຫານ. ມີນັກວິທະຍາສາດ ແລະ ຊາວກະສິກອນ ຫຼາຍຄົນໄດ້ສຶກສາ ແລະ ຄາດຄະເນ ວ່າມັນອາດຈະສາມາດມາປ່ຽນແທນ ຫຼື ແຊກແຊງກັບຫອຍພື້ນ ເມືອງໄດ້, ຈາກນັ້ນໃນເມື່ອຜູ້ຄົນບໍ່ມີຄວາມ ນິຍົມໃນການນໍາຫອຍໄປບໍລິໂພກມັນຈງິ່ຖືກຖີ້ມໄວ້ຢູ່ຕາມ ໜອງນໍ້າຕ່າງໆ. ໄດ້ປະເມີນວ່າ, ໃນປີ 1982 ໄດ້ມີຫອຍປາກກວ້າງປະ ກົດຂຶ້ນຢູ່ຕາມທົ່ງນາປະມານ 17,000 ເຮັກຕາ ແລະ ໃນປີ 1986 ໄດ້ເພີ່ມຂຶ້ນເປັນ 151,444 ເຮັກຕາ. ພື້ນທີ່ດັ່ງກ່າວໄດ້ສະສົມສານເຄມີ ໂດຍສະເພາະແມ່ນຢາຂ້າຫອຍເພີ່ມຂຶ້ນຈາກ 46,000 ເຮັກຕາໃນປີ 1983 ເຖິງ 90,000 ເຮັກຕາໃນປີ 1986, ໂດຍຄິດສະເລ່ຍເປັນເງິນປະມານ 8.3 ລ້ານໂດລາ ແລະ 30.9 ລ້ານໂດລາ ຕາມລໍາດັບ.

​ປະ​ເທດ​ຢີ່​ປຸ່ນ

ໄດ້ມີການລາຍງານຄວາມເສຍຫາຍຄັ້ງທໍາອິດໃນປີ 1984 ໃນປີດຽວກັນນັ້ນ, ລັດຖະບານຢີປຸ່ນໄດ້ປະກາດໃຫ້ ຫອຍປາກກວ້າງເປັນ ສັດຕູພືດທີ່ຖືກເຟົ້າລະວັງໄວ້ ຫຼື ຖືກຂຶ້ນບັນຊີໄວ້ເພື່ອບໍ່ໃຫ້ແຜ່ລະບາດອີກ. ໃນປີ 1988, ຫອຍປາກ ກວ້າງຖືກພົບເຫັນກ່ອນໝູ່ຢູ່ໃນທົ່ງນາເກາະກຽວຊູມີປະມານ 63,559 ເຮັກຕາ, ເທົ່າກັບ 7%. ໃນປີ 2001, ມັນໄດ້ປະກົດຂຶ້ນປະມານ 65,000 ເຮັກຕາ ຢູ່ໃນປະເທດຢີ່ປຸ່ນ. ໃນນັ້ນ, ເກາະກຽວຊູກວມ ເອົາພື້ນ ທີ່ ປະມານ 70% ຫຼື ເທົ່າກັບ 45,000 ເຮັກຕາ, ເຊິ່ງເທົ່າກັບ 20% ຂອງພື້ນທີ່ປູກເຂົ້າທັງໝົດ ໃນເກາະດັ່ງກ່າວ.

​ຟີ​ລີ​ປິ່ນ

ບັນດາຊາວກະສິກອນໄດ້ພິຈາລະນາວ່າ ຫອຍປາກກວ້າງໄດ້ເປັນສັດຕູພືດຊະນິດໜຶ່ງທີ່ສ້າງ ຄວາມເສຍຫາຍແກ່ຕົ້ນ ເຂົ້າຢ່າງຫຼວງຫຼາຍ (Halwart, 1994b). ການແຜ່ລະບາດຢ່າງວ່ອງໄວ ຂອງ ຫອຍດັ່ງກ່າວໄດ້ຂະຫຍາຍພື້ນທີ່ຈາກ 300 ເຮັກຕາໃນປີ 1986 ເຖິງ 426,000 ເຮັກຕາໃນປີ 1998 ແລະ ຫຼາຍກວ່າ 800,000 ເຮັກຕາໃນປີ 1995 ໃນປີ 1990, ທຸກໆ ຂົງເຂດຂອງປະເທດຟີລິບປິ່ນໄດ້ປະສົບກັບການແຜ່ລະບາດຂອງຫອຍປາກກວ້າງ ຢູ່ຕາມທ້ອງ ທົ່ງນາ ຕ່າງໆ

​ຈີນ

ຫອຍປາກກວ້າງ ໄດ້ສ້າງຄວາມເສຍຫາຍແກ່ຕົ້ນເຂົ້າຫຼາຍຂຶ້ນເທື່ອລະໜ້ອຍທີ່ມີລະດັບການ ເພີ່ມຂື້ນຂອງຜົນຜະ ລິດເຂົ້າໃນທາງພາກໃຕ້ຂອງຈີນ. ໃນປີ1988, ມັນໄດ້ຖືກບັນທຶກຄັ້ງທໍາອິດ ເຊິ່ງ ວ່າມີ 37 ເມືອງໃນແຂວງກວາງ ດົງ ທີ່ໄດ້ຮັບຜົນກະທົບປະມານ 1,700 ເຮັກຕາ

​ຫວຽດ​ນາມ

ສໍາລັບຢູ່ຫວຽດນາມ ມີຄົນນໍາເຂົ້າຈາກທະວີບອາເມລິກາໃຕ້ໂດຍກົງ, ຫອຍປາກກວ້າງໄດ້ແຜ່ລະບາດໃນປີ 1988 ແລະ ມັນກໍໄດ້ກາຍມາເປັນສັດຕູພືດທີ່ທຳລາຍຕົ້ນເຂົ້າຢູ່ໃນປີ 1994. ໃນປີ 1992, ມີ 2 ບໍລິສັດ ຢູ່ທາງພາກໃຕ້ຂອງປະເທດໄດ້ຮ່ວມມືກັນລົງທຶນເຮັດທຸລະກິດການຄ້າກັບບໍລິສັດ ຂອງຕ່າງປະເທດ ເຊິ່ງໄດ້ສ້າງ ຟາມລ້ຽງຫອຍປາກກວ້າງເພື່ອສົ່ງອອກ. ໃນປີ 1994, ມັນໄດ້ລະບາດ ຢູ່ ໃນພື້ນທີ່ທົ່ງນາຂອງແຂວງເງ ອານປະ ມານ 260 ເຮັກຕາ, ເຊິ່ງມີຄວາມໜາແໜ້ນສະເລ່ຍຂອງຫອຍ ປະມານ 200-250 ໂຕ/m2. ໃນແຂວງກວາງຈີ້ ມັນໄດ້ແຜ່ລະບາດຢ່າງໜັກເຊິ່ງກວມເອົາ 4,000 ເຮັກຕາ. ໜຶ່ງປີຕໍ່ມາການແຜ່ລະບາດຂອງມັນໄດ້ເພີ່ມຂຶ້ນເປັນ 57 ແຂວງ, ໃນທັງໝົດ 61 ແຂວງ 

​ໄທ

ເພິ່ນເອີ້ນຫອຍຊະນິດນີ້ວ່າ ຫອຍເຊີຣີ ຫຼືວ່າ ຫອຍເປົາຮື້ນໍ້າຈືດ ເຊິ່ງວ່າໄດ້ນໍາມາແຕ່ປະເທດ ຍີ່ປຸ່ນ ແລະ ຟີລິບປິນ ເພື່ອມາລ້ຽງເປັນຄວາມສວຍງາມ ແລະ ເພື່ອແຜ່ຂະຫຍາຍໃຫ້ຫຼາຍ ຫວັງ ຈຳໜ່າຍເປັນສິນຄ້າ, ແຕ່ຍ້ອນຄວາມ ນິຍົມໃນການບໍລິໂພກຂອງປະຊາກອນບໍ່ສູງບວກໃສ່ການແຜ່ພັນ ຂອງຫອຍຊະນິດນີ້ແມ່ນວ່ອງໄວຈິ່ງເຮັດ ໃຫ້ຫອຍນີ້ຖືກປ່ອຍລົງຕາມຕະຄອງຮ່ອງນໍ້າ ແລະ ແຫຼ່ງນໍ້າທົ່ວ ໆໄປແລ້ວມີການແຜ່ພັນຢ່າງຫຼວງຫຼາຍ ແລະ ແຍ່ງຊີງອາຫານກັນຈິ່ງໄປທໍາລາຍເຂົ້າຂອງຊາວກະ ສິກອນ ແລະ ມັນໄດ້ກາຍມາເປັນສັດຕູພືດທີ່ທໍາລາຍ ຕົ້ນເຂົ້າຢູ່ປະເທດໄທຢູ່ໃນຕົ້ນຊຸມປີ 1990, ເຊິ່ງ ວ່າການລະບາດຂອງຫອຍດັ່ງກ່າວໄດ້ເພີ່ມຂຶ້ນຈາກ 3,824 ເຮັກຕາ ຢູ່ໃນ 8 ແຂວງ ເຖິງ 64,623 ເຮັກຕາ, ຢູ່ໃນ 43 ແຂວງໃນປີ 1996. ໃນແຕ່ລະປີຈິ່ງມີເຂົ້າທີ່ ໄດ້ຮັບຄວາມເສຍຫາຍຈາກການທຳລາຍຂອງ ຫອຍປາກກວ້າງ ບໍ່ຕໍ່າກວ່າ 180,000 ໄລ່ ແລະ ມີແນວ ໂນ້ມສູງຂຶ້ນເປັນລໍາດັບ ເນື່ອງຈາກສະພາບພູມອາກາດໃນປະເທດໄທ ເໝາະສົມຕໍ່ການຂະ ຫຍາຍພັນ ຂອງຫອຍປາກກວ້າງ

​ລາວ

ສໍາລັບຢູ່ ສປປ ລາວເຮົາ, ໄດ້ມີການພົບເຫັນຫອຍປາກກວ້າງຄັ້ງທໍາອິດໃນປີ 1991 ຍ້ອນ ມີຄົນນໍາເອົາມາຈາກ 2 ປະເທດຄື: ປະເທດໄທໃນເບື້ອງຕົ້ນ ແລະ ບໍ່ພໍເທົ່າໃດປີຕໍ່ມາ ຢູ່ທາງພາກເໜືອ ຂອງລາວກໍໄດ້ມີຄົນນໍາ ເຂົ້າມາຈາກປະເທດຫວຽດນາມອີກ, ໃນເບື້ອງຕົ້ນເຂົາເຈົ້ານໍາມາລ້ຽງໄວ້ໃນ ໜອງປາ ເພື່ອເປັນອາຫານ ແຕ່ເນື່ອງຈາກວ່າໃນປີນັ້ນມີສະພາບຝົນຕົກໜັກ ເປັນສາເຫດໃຫ້ຫອຍແຜ່ ກະຈາຍອອກໄປໃນທົ່ງນາຂອງ ຊາວບ້ານຕ່າງໆ. ການລະບາດຂອງຫອຍທໍາອິດແມ່ນປະກົດຢູ   ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ ແລະ ມັນໄດ້ແຜລ່ະບາດຢູ່ໃນ 3 ໝູ່ບ້ານຄື: ບ້ານວຽງສະຫວັນ, ບ້ານນາແຮ່ ແລະ ບ້ານໂພສີ. ຫອຍເລີ່ມທໍາລາຍ ຕົ້ນເຂົ້າມາຕັ້ງແຕ່ລະດູນາໃນປີ 1992 ເປັນຕົ້ນມາ ເຊິ່ງເຮັດໃຫ້ເຂົ້າໃນນາເສຍຫາຍຫຼາຍກວ່າ 10 ເຮັກຕາ. ແລະ ກໍໄດ້ມີລາຍງານວ່າ 9 ໝູ່ບ້ານຢູ່ໃນ 10 ໝູ່ບ້ານ ທີ່ຫອຍປາກກວ້າງໄດ້ສ້າງຄວາມເສຍຫາຍໃຫ້ແກ່ນາເຂົ້າ ແລະ ພືດນໍ້າຕ່າງໆກໍໄດ້ຮັບຜົນ ກະທົບເຊັ່ນດຽວກັນ
ຍ້ອນເງື່ອນໄຂທໍາມະຊາດອັນອຸດົມສົມບູນຂອງປະເທດເຮົາ ເຊັ່ນ: ມີແຫຼ່ງນໍ້າທໍາມະຊາດທີ່ອຸດົມສົມບູນ ໃນການດໍາລົງຊີວິດຕະຫຼອດປີ, ແຫຼ່ງພືດເປັນອາຫານທີ່ ຫຼາກຫຼາຍ ເປັນເງື່ອນໄຂອັນດີໃຫ້ແກ່ຫອຍປາກກວ້າງ ແຜ່ຂະຫຍາຍຢ່າງວ່ອງໄວ ທີ່ນະຄອນຫຼວງວຽງ ຈັນ ໃນປີ 1991 ໃນເບື້ອງຕົ້ນມີພຽງແຕ່ 1 ຕົວເມືອງ; ປີ 1992 ເພີ່ມຂຶ້ນຮອດ 5 ຕົວເມືອງ; ປີ 1993 ມີ ເຖິງ 9 ຕົວເມືອງ ແລະ ແຜ່ລາມອອກໄປແຂວງວຽງຈັນ. ຈາກນັ້ນໃນປີ 1994  ຫອຍດັ່ງກ່າວໄດ້ຖືກນໍາ ເຂົ້າມາຈາກປະເທດຫວຽດນາມໃນບັນດາແຂວງທາງພາກເໜືອ ໂດຍຜ່ານທາງຮູບແບບຂອງແຫຼ່ງອາຫານ.
ມາເຖິງປັດຈຸບັນນີ້ໄດ້ແຜ່ລາມອອກໄປເກືອບທຸກໆແຂວງພາຍໃນປະເທດ ເຊິ່ງສາເຫດຂອງ ການແຜ່ຂະຫຍາຍແຕ່ແຂວງໜຶ່ງໄປອີກແຂວງໜຶ່ງນັ້ນ ຕົ້ນຕໍແມ່ນມາຈາກການນໍາໄປຂອງຄົນນັ້ນເອງ.

​ມາ​ເລ​ເຊຍ

ໃນເກາະຊາບາ    (ທາງທິດຕາເວັນອອກຂອງມາເລເຊຍ),       ທໍາອິດໄດ້ພົບເຫັນຫອຍປາກ ກວ້າງຢູ່ ເຄນິນກວາ (Keningau) ໃນປີ 1992. ຈາກນັ້ນມັນໄດ້ແຜ່ລະບາດຢ່າງວ່ອງໄວຢູ່ໃນທົ່ງນາ ຕາມຂົງເຂດ ຕ່າງໆ. ມູນຄ່າທີ່ໃຊ້ເຂົ້າໃນການກໍາຈັດຫອຍໃນປີ 1998 ແມ່ນປະມານ 590,000 ໂດ ລາສະຫະລັດ

​ອິນ​ໂດ​ເນ​ເຊຍ

ໃນປີ 1995 ຢູ່ທາງທິດຕາເວັນຕົກຂອງເກາະຈາວາແມ່ນມີພຽງ 12 ເມືອງທີ່ຫອຍປາກ ກວ້າງໄດ້ເຂົ້າໄປແຜ່ ລະບາດຢູ່ຕາມທ້ອງທົ່ງນາ, ຫຼັງຈາກນັ້ນ 4 ປີຕໍ່ມາ ຈໍານວນຕົວເມືອງທີ່ຫອຍໄດ້ ແຜ່ລະບາດນັ້ນເພີ່ມຂຶ້ນເຖິງ 16 ເມ ືອງ. ການກະຈາຍຂອງມັນໄດ້ກວມເອົາພື້ນທີ່ກວ້າງອອກຢ່າງຫຼວງ ຫຼາຍຢູ່ຕາມຮ່ອງນາ  ແລະ ຕາມ ຄອງຊົນລະປະທານ. ນອກຈາກບັນດາປະເທດທີ່ກ່າວມາຂ້າງເທິງແລ້ວ, ຫອຍປາກກວ້າງຍັງສືບຕໍ່ແຜ່ລະບາດໄປ ຕາມທິດຕາເວັນຕົກຂອງທະວີບອາຊີອີກດ້ວຍ. ເຊິ່ງມັນອາໄສຢູ່ຕາມບັນດາແມ່ນໍ້າຕ່າງໆ ແລະ ພື້ນທີ່ ເຮັດການ ກະສິກໍາ ໂດຍສະເພາະແມ່ນທົ່ງນາ ຢູ່ໃນປະເທດມ້ຽນມ່າ, ອິນເດຍ, ບັງກະລາເດັດ, ປາກິດ ສະຖານ ແລະ ອົດສະຕາລີ.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ