ລັກສະນະພຶກສາດຂອງອ້ອຍ
1. ລຳຕົ້ນ (Stalk/Stem)
ລຳຕົ້ນອ້ອຍປະກອບດ້ວຍປ້ອງ ເຊິ່ງມີລັກສະນະແຕກຕ່າງກັນໄປຕາມພັນ
ແຕ່ລະປ້ອງຈະຮຽງຕິດຕໍ່ກັນ ແລະ ເຊື່ອມຕໍ່ກັນດ້ວຍຂໍ້ ການຈັດຮຽງຂອງປ້ອງອາດເປັນແນວເສັ້ນຊື່
ຫລື ສະ ຫລັບແຂ້ວປາ ມີຫລາຍ ຫລື ໜ້ອຍນັ້ນ ແມ່ນແຕກຕ່າງກັນຕາມພັນ ຢູ່ຂໍ້ມີຕາ ເຊິ່ງກໍ່ຄືຕົ້ນອ່ອນ
ຂອງອ້ອຍນັ້ນເອງ ເມື່ອນຳໄປປູກ ຕາ ຫລື ຕົ້ນອ່ອນ ກໍ່ຈະເລີນເຕີບໂຕເປັນອ້ອຍຕົ້ນໃໝ່ຕໍ່ໄປ
ຕາ ອ້ອຍເກີດສະຫລັບກັນໄປເທິງລຳຕົ້ນ ຈາກກົກສູ່ປາຍ ຮູບຮ່າງລັກສະນະຂອງຕາແຕກຕ່າງກັນຕາມ ພັນ
ທີ່ຂໍ້ນອກຈາກຈະມີຕາແລ້ວ ຍັງມີຮອຍກາບ ເທິງຮອຍກາບເປັນບ່ອນເກີດຮາກ ໄປຈົນເຖິງວົງ ຈະເລີນ
ຫລື ວົງແຫວນ ເຊິ່ງຈະມີປຸ່ມຮາກຢູ່ ເວລາປູກຮາກຈະອອກຈາກປຸ່ມຮາກເຫລົ່ານີ້ ໂດຍສີ,
ຂະໜາດ, ຮູບຮ່າງ ແລະ ການຈັດລຽງຂອງປຸ່ມຮາກເປັນລັກສະນະປະຈຳພັນ,
ສີ, ລັກສະນະ ແລະ ຂະໜາດຂອງວົງຈະເລີນ ກໍ່ເປັນລັກສະນະປະຈຳພັນເຊັ່ນກັນ.
2. ຮາກ (Root)
ຮາກອ້ອຍເປັນຮາກຝອຍ ມີຄວາມຍາວປະມານ 45 - 90 ຊັງຕີແມັດ ການປູກອ້ອຍໂດຍ ທົ່ວໄປໃຊ້ທ່ອນພັນປູກ ເມື່ອປູກຈະເກີດຮາກຈາກປຸ່ມຮາກຂອງທ່ອນ ພັນກ່ອນ ເອີ້ນວ່າ:
ຮາກຊົ່ວ ຄາວ ຫລື ຮາກທ່ອນພັນ (Cutting root) ຮາກມີຂະໜາດນ້ອຍ ແລະ ແຕກຂະແໜງຫລາຍ ທຳ ໜ້າທີ່ດູດນ້ຳ
ແລະ ອາຫານໃຫ້ຕາທີ່ກຳລັງງອກ ອ້ອຍສາມາດຢັ່ງຮາກລົງເລິກໄດ້ຫລາຍແມັດ ຖ້າ ດິນນັ້ນມີອົກຊີ,
ນ້ຳ ແລະ ທາດອາຫານຢ່າງເໝາະສົມ. ຕາອ້ອຍ ຄືຕົ້ນນ້ອຍໆ
ທີ່ແຕກອອກມາ ຈາກຕົ້ນແມ່ ເມື່ອໄດ້ຮັບສະພາບແວດລ້ອມເໝາະສົມ ກໍ່ຈະແຕກອອກມາກາຍເປັນໜໍ່ ຂະນະທີ່
ຍັງນ້ອຍຢູ່ຈະມີແຕ່ກາບໃບ ເມື່ອອາຍຸປະມານ 10 ວັນ ທີ່ປຸ່ມຮາກຂອງໜໍ່ ຈະອອກຮາກອອກມາ ທຳໜ້າທີ່ດູດນ້ຳ ແລະ ທາດອາຫານ
ຮາກຊະນິດນີ້ເອີ້ນວ່າ: ຮາກຖາວອນ ຫລື ຮາກຂອງໜໍ່ (Shoot root) ມີຂະໜາດໃຫຍ່, ຕື່ງດີ ແລະ ມີຮາກຂະແໜງນ້ອຍກວ່າ ຮາກຂອງທ່ອນພັນ
ທຳ ໜ້າທີ່ດູດນ້ຳ ແລະ ທາດອາຫານ ໃຫ້ກັບໜໍ່ໂດຍກົງ, ຮາກຂອງໜໍ່ຈະທະຍອຍກັນເກີດ ແລະ ທຳ ໜ້າທີ່ຕໍ່ເນື່ອງກັນ
ເມື່ອອ້ອຍໃຫຍ່ເຕັມທີ່ ຮາກອ້ອຍຈະແຍກກັນທຳໜ້າທີ່ ຫານ້ຳ ແລະ ທາດອາ ຫານ ໂດຍບາງສ່ວນຢູ່ໃນດິນຕື້ນໆ
ແຜ່ຂະຫຍາຍອ້ອມກໍ ບາງສ່ວນຢູ່ເລິກລົງໄປ ເປັນມູມປະມານ 20-30 ອົງສາເຊ ແລະ ບາງສ່ວນລວມກັນຢູ່ຄືກຽວເຊືອກ
ຢັ່ງເລິກລົງໄປເປັນມູມ ປະມານ 20-30 ອົງສາ ແລະ ບາງສ່ວນລວມກັນຢູ່ຄືກຽວເຊືອກ ຢັ່ງເລິກລົງໄປໃນແນວດິ່ງ.
3. ໃບ (Leaf)
ໃບອ້ອຍມີລັກສະນະນ້ອຍ, ແຫລມ ມີຄວາມກວ້າງປະມານ 2 - 10 ຊັງຕີແມັດ, ຍາວປະມານ 60 - 150 ຊັງຕີແມັດ, ໃບອ້ອຍປະກອບດ້ວຍ 2 ສ່ວນ ຄື: ສ່ວນທີ່ຫຸ້ມລຳຕົ້ນທາງດ້ານ ທີ່ມີຕາຢູ່
ຮຽກວ່າກາບໃບ ແລະ ສ່ວນທີ່ຢູ່ດ້ານເທິງ ເອີ້ນວ່າ ແຜ່ນໃບ ທັງສອງສ່ວນຕໍ່ກັນເຄິ່ງຄໍໃບ ເຊິ່ງມີຮູບຮ່າງແຕກຕ່າງ
ກັນຕາມພັນ ເຄິ່ງຮອຍຕໍ່ດ້ານໃນຈະເຫັນເສັ້ນໃບ ເຊິ່ງເປັນເຍືອບາງໆມີ ລັກສະນະຄືກັນກັບປີກກາ
ທັງສອງຂ້າງ ຫລື ຂ້າງໃດຂ້າງໜຶ່ງຂອງປີກກາ ຈະມີສ່ວນຂອງປາຍ ກາບໃບຍື່ນອອກມາຄືໃບຫູ ເອີ້ນວ່າ
ຫູໃບ ເຊິ່ງອາດມີຂ້າງດຽວ ສອງຂ້າງ ຫລື ບໍ່ມີກໍ່ໄດ້ ທັງລີ້ນໃບ ແລະ ຫູໃບແຕກຕ່າງກັນ ຕາມພັນ
ໃບອ້ອຍນັບວ່າສຳຄັນຫລາຍ ເພາະເຮັດໜ້າທີ່ເປັນໂຮງງານສ້າງນ້ຳຕານຂອງອ້ອຍ
ຂະ ບວນການນີ້ເອີ້ນວ່າ: ການສັງເຄາະແສງ ເຊິ່ງອາໄສ ຄາບອນໄດອອກໄຊ (CO2) ຈາກອາກາດ ແລະ ນ້ຳ (H2O) ຈາກດິນ ໂດຍອາໄສພະລັງງານຈາກແສງຕາເວັນ ດັ່ງນັ້ນຂະບວນການນີ້
ຈຶ່ງເກີດສະເພາະມີແສງແດດ ຫລື ແສງສະຫວ່າງເທົ່ານັ້ນ ດ້ວຍເຫດນີ້ອ້ອຍຈຶ່ງເປັນພືດທີ່ມັກແສງແດດຫລາຍ
ໃບອ້ອຍມີ ຄະລໍໂຣພລາດສ ( Chloroplast) ເປັນສ່ວນປະກອບທີ່ສຳຄັນ ທີ່ທຳໃຫ້ສາ ມາດສ້າງນ້ຳຕານຂຶ້ນຈາກນ້ຳ
ແລະ ຄາບອນໄດອອກໄຊ ໃບເປັນທີ່ຢູ່ຂອງປາກໃບເປັນສ່ວນຫລາຍ ຊຶ່ງຈະດູດເອົາຄາບອນໄດອອກໄຊ ຈາກອາກາດ
ແລະ ນ້ຳ ທຳໜ້າທີ່ຄາຍນ້ຳ ເຊິ່ງເກີນຄວາມຕ້ອງການອອກ
ແລະ ນອກຈາກນີ້ ໃບຍັງທຳໜ້າທີ່ບັງຮົ່ມໃຫ້ແກ່ໜ້າດິນ ແລະ ເຮັດໃຫ້ດິນເຢັນລົງດ້ວຍ ການຄາຍນ້ຳອອກຈາກໃບ
ຈະຊ່ວຍຫລຸດຄວາມຮ້ອນຂອງໃບ ບໍ່ສະນັ້ນແລ້ວໃບຈະເສຍຫາຍເນື່ອງຈາກແດດກ້າ ດ້ວຍເຫດນີ້ໃນຂະນະທີ່ແຫ້ງແລ້ງ
ແລະ ຮ້ອນ ອ້ອຍທີ່ຂາດນ້ຳຈະມີລັກສະນະໃບຫໍ່ ແລະ ປາຍໃບແຫ້ງ.
ຄວາມສຳພັນລະຫວ່າງການເກີດໃບ, ກາບໃບ ແລະ ປ້ອງອ້ອຍນັ້ນ ກ່ຽວຂ້ອງກັນ ການເກີດໃບໃໝ່ນັ້ນ
ກໍ່ຄືການເກີດປ້ອງໃໝ່ດ້ວຍຈຳນວນ, ຂະໜາດ, ຄວາມຍາວ ແລະ ນ້ຳໜັກ ຂອງແຕ່ລະປ້ອງ ການຈະເລີນເຕີບໂຕເລີ່ມຂຶ້ນທີ່ຍອດ
ດ້ວຍການຈະເລີນເຕີບໂຕຂອງແຜ່ນໃບກ່ອນ ແລ້ວຕາມດ້ວຍກາບໃບ ແລະ ປ້ອງຕາມລຳດັບ ອັດຕາການເກີດໃບຂຶ້ນຢູ່ກັບພັນ
ແລະ ສະພາບແວດລ້ອມ ລວມທັງລະດູການປູກດ້ວຍ ໂດຍທົ່ວໄປອ້ອຍຈະມີເວລາໃນການເກີດໃບ ແລະ ປ້ອງຄື: 7 ວັນ / ໃບ ແລະ 7 ວັນ / ປ້ອງ
ອ້ອຍອອກດອກທີ່ຍອດ ລັກສະນະດອກຄືດອກເລົາ ເປັນດອກສົມບູນເພດ ມີລັກສະນະເປັນຊໍ່ຄ້າຍຄືກັບຫົວລູກສອນ
ຈຶ່ງເອີ້ນວ່າ ແອໂຣ (arrow) ຊໍ່ດອກໜຶ່ງ ມີດອກເປັນຈຳນວນນັບ ໝື່ນໆດອກ, ດອກອ້ອຍເກີດເປັນຄຸູ່ ດອກໜຶ່ງມີກ້ານ ແລະ ອີກດອກໜຶ່ງບໍ່ມີກ້ານ
ຖ້າເຮົາປະໃຫ້ອ້ອຍອອກດອກແມ່ນຈະເຮັດໃຫ້ນ້ຳໜັກ ແລະ ນ້ຳຕານຫລຸດລົງ.
5. ແກ່ນ (Seed)
ແກ່ນຂອງອ້ອຍ ຄ້າຍຄືກັນກັບເມັດເຂົ້າ ແຕ່ມີຂະໜາດນ້ອຍກວ່າຫລາຍ
ຕາມປົກກະຕິແກ່ນມັກຈະຕິດແໜ້ນຢູ່ກັບສ່ວນຂອງດອກທີ່ເປັນຟຸຍ ຈຶ່ງຮຽກແກ່ນ ແລະ ດອກວ່າ ຟລັບ
(Fluff) ແລະ ຟັດຊ໌ (Fuzz)
ແກ່ນທີ່ສົມບູນ ສາມາດກ້າໃຫ້ງອກເປັນອ້ອຍຕົ້ນໃໝ່
ແລະ ພັນໃໝ່ໄດ້.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ