google-site-verification: google0d91bc93cfc88895.html ລັກ​ສະ​ນະ ແລະ ນິ​ໃສ​ຂອງ​ຫອຍ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, June 24, 2016

ລັກ​ສະ​ນະ ແລະ ນິ​ໃສ​ຂອງ​ຫອຍ

ຮູບຮ່າງລັກສະນະ  ຫອຍປາກກວ້າງ ທີ່ພົບເຫັນຢູ່ໃນລາວເຮົາມີຢູ່ 2 ຊະນິດຄື: ຊະນິດ P. canaliculata ແລະ P. Insularus ແຕ່ຕໍ່ມາມີລາຍງານວ່າມີພຽງຊະນິດດຽວເທົ່ານັ້ນ ເຖິງວ່າມັນຈະມີ


 ຮູບຮ່າງລັກສະນະ 


ຫອຍປາກກວ້າງ ທີ່ພົບເຫັນຢູ່ໃນລາວເຮົາມີຢູ່ 2 ຊະນິດຄື: ຊະນິດ P. canaliculata ແລະ P. Insularus ແຕ່ຕໍ່ມາມີລາຍງານວ່າມີພຽງຊະນິດດຽວເທົ່ານັ້ນ ເຖິງວ່າມັນຈະມີຫຼາຍສີຄື: ຊະນິດ Pomacea canaliculata ມັນມີເສັ້ນແຊກລາຍຈາງໆ, ເປັນຮ່ອງອ້ອມຕາມໜ່ວຍ, ໜວດເປັນ ສີນໍ້າຕານອ່ອນ, ເປືອກຫູ້ມສີເຫຼືອງປົນສີນໍ້າຕານອ່ອນ, ເປືອກຫູ້ມສີຂຽວເຂັ້ມປົນສີດໍາ, ໜວດເປັນສີ ເຫຼືອງ, ຮູບຮ່າງລັກສະນະການປະກອບສ້າງທາງນອກ ແລະ ຂະໜາດຂອງຫອຍປາກກວ້າງຈະຄ້າຍຄື ກັບຫອຍໂຂ່ງ ຫຼື ຫອຍປັງນັ້ນເອງ. ຖ້າສັງເກດໃຫ້ດີກໍຈະເຫັນບ່ອນແຕກຕ່າງຄື: ຫອຍປາກ ກວ້າງຈະມີ ປາກກວ້າງກວ່າ ແລະ ໃຫຍ່ກວ່າຫອຍປັງ, ກົ້ນຈະຂອດ ແລະ ບໍ່ແຫຼມສົ່ງອອກຈາກໂຕພໍເທົ່າໃດ, ເປືອກບາງ ແລະ ຜ່ອຍ ເມື່ອທຸບກໍຈະແຕກງ່າຍ. ຂະໜາດຂອງຫອຍທີ່ໃຫຍ່ທີ່ສຸດພົບເຫັນຢູ່ໃນບຶງ ທາດຫຼວງມີນໍ້າໜັກເຖິງ 240 ກຣາມ. ລໍາຕົວຂອງຫອຍຈະຫຸ້ມດ້ວຍເປືອກ, ມີຝາດຽວ, ຮູບຮ່າງຂ້ອນ ຂ້າງມົນ ແລະ ໃຫຍ່, ເປືອກກ້ຽງດີ, ມີຝາລະໄງປິດປາກ ເມື່ອມີອັນຕະລາຍ ຫຼື ພັກຕົວ. ຫົວຂອງຫອຍ ຈະເປັນແຜ່ນແປໆລື່ນອອກມາຈາກຕົວ, ໃນຫົວຈະມີປາກ, ຢູ່ຂ້າງຂອງປາກຈະມີອະໄວຍະວະຄ້າຍຄື ໜວດ 1 ຄູ່, ປາຍແຫຼມ, ສັ້ນກ່ວາໜວດ ເພື່ອໃຊ້ຮັບຄວາມຮູ້ສຶກ, ຖັດມາແມ່ນໜວດ 1 ຄູ່, ໃນປາກຈະ ມີແຂ້ວ 1 ຄູ່ ເປັນດານແຂງໆໃຊ້ກັດຕົ້ນໄມ້ໃບຫຍ້າ. ຫອຍເຄື່ອນທີ່ໂດຍໃຊ້ກ້າມຊີ້ນທີ່ເປັນແຜ່ນຍາວ ເອີ້ນວ່າຕີນຫອຍເພື່ອຄານໄປຕາມໜ້າດິນ ຫຼື ພື້ນນໍ້າ ຫຼືວ່າ ປ່ອຍຕົວໄຫຼໄປຕາມກະແສນໍ້າໄຫຼ. ເຮົາ ສາມາດຈໍາແນກເພດຂອງຫອຍໄດ້ໂດຍການສັງເກດຝາລະໄງ (ຝາປິດປາກຫອຍ), ຖ້າຕົວຜູ້ຝາລະໄງ ຈະໂນນເຄີ່ງກາງຂອງຝາ, ມີອະໄວຍະວະສືບພັນເປັນຮູບທໍ່ຍາວສີຂາວເຫັນໄດ້ຊັດເຈນ, ຖ້າຕົວແມ່ຈະ ຫຼຸບລົງເລັກນ້ອຍ, ຫອຍໃຫຍ່ເຕັມທີ່ຈະມີອາຍຸປະມານ 3 ເດືອນ, ນໍ້າໜັກປະມານ 5 ກຣາມ ຕາມການສຶກສາຈໍານວນໜຶ່ງຜ່ານມາໄດ້ມີລາຍງານວ່າ: ຫອຍເພດແມ່ມີຂະໜາດທີ່ກວ້າງກວ່າເພດຜູ້, ແຕ່ວ່າມັນບໍ່ໄດ້ເຫັນຢ່າງຊັດເຈນຢູ່ໃນຮາວາຍ (Cowie, 2002). ຍັງມີການຄົ້ນຄ້ວາຕ່າງ ໆທີ່ໄດ້ລາຍງານກ່ຽວກັບລັກສະນະຂອງຫອຍປາກກວ້າງເພດຜູ້ ແລະ ເພດແມ່  ເຊັ່ນວ່າ: ຕາມການ ສຶກສາຂອງ MS Dela Cruz, RC Joshi, and AR Martin ໄດ້ອະທິບາຍວ່າ: ຫອຍເພດແມ່ ຈະມີ ຝາປິດຫຼຸບເຂົ້າໃນ (a1), ສ່ວນໂຕຜູ້ຝາປິດຈະສວດອອກພຽງເລັກນ້ອຍ (a2). ເປືອກຂອງຫອຍເພດ

ຮູບຮ່າງລັກສະນະ  ຫອຍປາກກວ້າງ ທີ່ພົບເຫັນຢູ່ໃນລາວເຮົາມີຢູ່ 2 ຊະນິດຄື: ຊະນິດ P. canaliculata ແລະ P. Insularus ແຕ່ຕໍ່ມາມີລາຍງານວ່າມີພຽງຊະນິດດຽວເທົ່ານັ້ນ ເຖິງວ່າມັນຈະມີ


ແຫ​ລ່ງ​ທີ່​ຢູ່​ອາ​ໃສ

ຫອຍປາກກວ້າງດໍາລົງຊີວິດຢູ່ຕາມຮ່ອງນໍ້າ, ໜອງ, ບຶງ, ທົ່ງນາ, ຮ່ອງຊົນລະປະທານ, ແຫຼ່ງນໍ້າ ແລະ ບໍລິເວນທີ່ມີນໍ້າຂັງຕ່າງໆ. ມັນສາມາດຢູ່ໄດ້ທັງໃນນໍ້າ ແລະ ເທິງບົກ, ເຊິ່ງວ່າມັນນໍາໃຊ້ປອດ ແລະ ຟັນຟືມຊ່ວຍໃນການຫາຍໃຈທັງຢູ່ເທິງ ແລະ ຢູ່ໃຕ້ນໍ້າ . ຫອຍສາ ມາດລອຍຂຶ້ນເທິງໜ້ານໍ້າ ແລະ ສາມາດຫາຍໃຈເອົາອົກຊີເຈນຢູ່ໜ້ານໍ້າໄດ້. ມັນຍັງສາມາດລອດຊີວິດ ໄດ້ໃນສະພາບແວດລ້ອມທີ່ບໍ່ເໝາະສົມຕ່າງໆເຊັ່ນ: ນໍ້າເນົ່າ ຫຼື ນໍ້າເປັນພິດ ແລະ ນໍ້າທີ່ມີປະລິ ມານ ອອກຊີເຈນລະລາຍໃນນໍ້າຕໍ່າ ເພາະມັນມີທໍ່ໄຊຟ່ອນຍື່ນຂຶ້ນມາຮັບເອົາອາກາດຢູ່ເທິງໜ້ານໍ້າ. ມັນສາ ມາດທົນທານກັບຄວາມແຫ້ງແລ້ງໄດ້ເປັນເວລາຫຼາຍໆເດືອນ ເຊິ່ງມັນຈະຝັງຕົວຢູ່ໃນດິນທີ່ປຽກຊຸ່ມໃນ ຊ່ວງລະດູແລ້ງ ແລະ ມັນສາມາດພັກຕົວ ຫຼື ຈໍາສິນໄດ້ດົນເຖິງ 6 ເດືອນ. ຫອຍປາກກວ້າງ ສາມາດລອດຊີວິດໃນການຈໍາສິນຢ່ໄດ້ຫຼາຍກວ່າ 7 ເດືອນ. ໃນ ເມື່ອດິນ ຖືກນໍ້າຖ້ວມແລ້ວມັນກໍຈະກັບສູ່ສະພາວະປົກກະຕິໄດ້ເໝືອນເດີມ.
ການເຄື່ອນເໜັງຂອງຫອຍປາກກວ້າງແມ່ນຄ້ອນຂ້າງຊ້າ ແລະ ດໍາລົງຊີວິດຢູ່ໃນນໍ້າຈືດທີ່ໄຫຼ ຊ້າໆ ຫຼື ນໍ້ານີ້ງ, ໃນນໍ້າທີ່ມີອຸນຫະພູມອຸ່ນ ແລະ ສາມາດຈະເລີນເຕີບໂຕຢູ່ໃນນໍ້າທີ່ເປິເປື້ອນໄດ້. ຫອຍ ປາກກວ້າງຈະຕາຍໄດ້ຢູ່ໃນນໍ້າທີ່ມີອຸນຫະພູມສູງກວ່າ 32-350C. ຫອຍປາກກວ້າງຈະບໍ່ນິຍົມໃນການດໍາລົງຊີວິດຢູ່ແຫຼ່ງນໍ້າເຢັນ  ແລະ ແຫຼ່ງນໍ້າເຢັນກໍ ອາດຈະບໍ່ເໝາະສົມສໍາລັບການອາໄສຢູ່ຂອງຫອຍຊະນິດນີ້

ຮູບຮ່າງລັກສະນະ  ຫອຍປາກກວ້າງ ທີ່ພົບເຫັນຢູ່ໃນລາວເຮົາມີຢູ່ 2 ຊະນິດຄື: ຊະນິດ P. canaliculata ແລະ P. Insularus ແຕ່ຕໍ່ມາມີລາຍງານວ່າມີພຽງຊະນິດດຽວເທົ່ານັ້ນ ເຖິງວ່າມັນຈະມີ

ວົງຈອນຊີວິດ ແລະ ການແຜ່ພັນ 


ຫອຍປາກກວ້າງເພດແມ່ຈະມີໄຂ່ໃນທ້ອງກ່ອນ ແລ້ວກໍຈະເລີ່ມປະສົມພັນໃນເວລາໃດກໍ ໄດ້ຢູ່ຕາມຕົ້ນໄມ້, ຕົ້ນເຂົ້າ, ພືດຕ່າງໆຕາມທົ່ງນາ ແລະ ແຫຼ່ງນໍ້າທີ່ມີນໍ້າໄຫຼຢູ່ຕະຫຼອດປີ. ຫອຍ ປາກກວ້າງ 2-3 ເດືອນກໍສາມາດທີ່ຈະປະສົມພັນ ແລະ ວາງໄຂ່ໄດ້ ເຊິ່ງຈັບຄູ່ກັນຢູ່ຫຼາຍຊົ່ວໂມງ ຈາກ ນັ້ນ 1-2 ວັນ ໂຕແມ່ກໍຈະອອກໄຂ່ໃນຕອນເຊົ້າໆ ແລະ ສ່ວນຫຼາຍແມ່ນຕອນກາງຄືນ ໂດຍຈະ ໄຕ່ອອກຈາກນໍ້າເພື່ອໄປອອກໄຂ່ ເຊິ່ງຈະວາງໄຂ່ໄວ້ຕາມຕົ້ນເຂົ້າ, ຄັນນາ, ຕົ້ນຫຍ້າ, ໃບໄມ້, ພືດ ຊະນິດຕ່າງໆ ແລະ ສິ່ງຂອງຕ່າງໆເຊັ່ນ: ກິ່ງໄມ້, ຫຼັກຮົ້ວ, ກ້ອນຫີນ ແລະ ອື່ນໆ ທີ່ມີລະດັບສູງກວ່າ ໜ້ານໍ້າ, ຈະວາງໄຂ່ໄວ້ບ່ອນທີ່ແຫ້ງ, ໄຂ່ທີ່ອອກມາໃໝ່ຈະຫູ້ມດ້ວຍຢາງເມືອກ, ຕໍ່ມາຈິ່ງກ້າມ ແລະ ແຂງໂຕເຂົ້າ. ການວາງໄຂ່ຂອງຫອຍເປັນຂໍ້ສັງເກດຢ່າງໜຶ່ງ ຖ້າວ່າຫອຍວາງໄຂ່ຕໍ່າໃກ້ໜ້ານໍ້າ ໝາຍ ຄວາມວ່າ ຝົນຈະບໍ່ຕົກ (ຂາດໄລຍະ), ຖ້າວາງໄຂ່ສູງຈາກໜ້ານໍ້າ ແມ່ນຝົນຈະຕົກໜັກໃນໄລຍະນັ້ນ. ໄຂ່ຂອງຫອຍຈະຈັບກຸ່ມມີສີບົວ, ກຸ່ມໜື່ງຍາວປະມານ 1-5  ຊັງຕີແມັດ, ໃນແຕ່ລະກຸ່ມປະກອບດ້ວຍໄຂ່ ຈໍານວນ 400-3,000 ໜ່ວຍ/ຄັ້ງ ຂື້ນກັບຂະໜາດ, ອາຍຸການຂອງຫອຍ, ຄວາມອຸດົມສົມບູນຂອງ ອາຫານ ແລະ ລະດູການ, ຖ້າເປັນລະດູຝົນໄຂ່ຈະຫຼາຍ ແລະ ສັ້ນເຂົ້າ.  ຊ່ວງໄລຍະຝັກໄຂ່ຈະຢູ່ໃນ ລະຫວ່າງ 7-12  ວັນ ເມື່ອຟັກອອກຈາກໄຂ່ແລ້ວ ກຸ່ມໄຂ່ຈະມີສີບົວແກ່ໃນເມື່ອອອກມາໃໝ່ໆ ແລະ ສີ ຂອງມັນຈະຈາງລົງໃນເມື່ອໃກ້ຈະຝັກເປັນໂຕ, ຫອຍຕົວອ່ອນຈະຕົກລົງສູ່ນໍ້າ ໂດຍຈະມີລັກສະນະ ຄ້າຍຄືກັບ ແມ່ທຸກປະການ ພຽງແຕ່ເປືອກຂອງມັນຍັງອ່ອນຢູ່, ອັດຕາການຟັກເປັນຕົວແມ່ນ 77-91% ຢູ່ທີ່ອຸນ ຫະພູມ 340C, ມັນຈະສາມາດອອກໄຂ່ໄດ້ອີກໃນໄລຍະຫຼັງຈາກ 10 ວັນ ແລະ ຍັງວາງໄຂ່ໄດ້ ຕະ ຫຼອດປີ ຈິ່ງເປັນສາເຫດໃຫ້ມີການແຜ່ລະບາດຢ່າງຫຼວງຫຼາຍ ແລະ ວ່ອງໄວ (ຊົມພູນຸດ ແລະ ທັກ ສິນ, 1991). ຢູ່ຕາມທ້ອງທົ່ງນາຈະປະກົດເຫັນທັງຫອຍເພດຜູ້ ແລະ ເພດແມ່, ໃນນັ້ນ ຫອຍເພດແມ່ ຈະມີອາຍຸຫຼາຍກວ່າເພດຜູ້. ຫອຍປາກກວ້າງແຕ່ລະຕົວສາມາດດໍາລົງຊີວິດຢູ່ໄດ້ຫຼາຍກວ່າ 4 ປີ

ລັກສະນະການກິນອາຫານ ແລະ ການທຳລາຍ

     ຫອຍກິນເຂົ້າທີ່ເກີດອອກມາໃໝ່ເມື່ອກາບຫູ້ມຕົວແຂງແລ້ວອາຍຸປະມານ 3 ວັນ ຫຼື ມີຂະໜາດເທົ່າຫົວເຂັມໝຸດກໍຈະເລີ່ມກິນອາຫານ ເຊິ່ງຈະກິນພືດທຸກຊະນິດເຊັ່ນ: ສາຣ່າຍ, ແໜ, ບົວ, ຜັກ ຕົບ, ໃບເຂົ້າອ່ອນ, ຫຍ້າ ແລະ ພືດນໍ້າທີ່ມີໃບອວບນໍ້າອື່ນໆ. ມັນມັກກິນໃນສ່ວນລໍາຕົ້ນພືດທີ່ມີຄວາມ ອ່ອນນຸ່ມ ແລະ ມັກກິນຊາກພືດ, ສັດທີ່ເໜົ່າເປື່ອຍເປັນອາຫານອີກດ້ວຍ. ຫອຍຈະກິນອາຫານຕະ ຫຼອດ 24 ຊົ່ວໂມງ ສະເລ່ຍວັນໜື່ງປະມານ 50% ຂອງນໍ້າໜັກຕົວຫອຍນັ້ນເອງ. ສໍາລັບຕົ້ນເຂົ້າ ຫອຍ ຈະທໍາລາຍຕັ້ງແຕ່ໄລຍະກ້າມີສອງໃບຂຶ້ນໄປ ເຖິງໄລຍະແຕກກໍສູງສຸດ ຫຼື ປະມານ 40-45  ວັນຫຼັງຈາກ ປັກດໍາ, ມັນຈະກັດກິນເຫງົ້າກ່ອນປະມານ 0.5-1 ຊັງຕິແມັດ ຈາກໜ້າດິນ ຈາກນັ້ນກໍກັດກິນ ໃບທີ່ຫັກ ລົງມາໃນນໍ້າ. ຫອຍມີອາຍຸ 3 ເດືອນລົງມາຈະເຄື່ອນໄຫວທໍາລາຍເຂົ້າຮຸນແຮງກວ່າຫອຍແກ່ ໂດຍສະ ເພາະໃນຍາມອາກາດເຢັນ ແລະ ກາງຄືນ. ຕົ້ນເຂົ້າທີ່ເຫຼືອຈາກການທໍາລາຍຂອງຫອຍຈະມີໄຄສີດໍາ ຫຸ້ມຕາມລໍາຕົ້ນ, ຕົ້ນເຂົ້າຈະອ່ອນແອ ແລະ ເຕີບໂຕຊ້າ. ຫອຍຈະຢຸດທໍາລາຍເມື່ອຕົ້ນເຂົ້າຢູ່ໃນໄລຍະ ແຕກກໍສູງສຸດເປັນຕົ້ນໄປ. ຈຸດພິເສດອື່ນໆຂອງຫອຍກໍຄື ມີການປັບໂຕເຂົ້າກັບສະພາບແວດລ້ອມໄດ້ ດີ ໝາຍຄວາມວ່າ ຖ້າບໍ່ມີອາຫານກິນເຖິງໜຶ່ງລະດູການ ຫຼື ບໍ່ມີນໍ້າມັນກໍສາມາດ ພັກຕົວຢູ່ໃນດິນໄດ້ ເຖິງ 1 ປີມັນກໍຈະບໍ່ຕາຍ.
ຮູບຮ່າງລັກສະນະ  ຫອຍປາກກວ້າງ ທີ່ພົບເຫັນຢູ່ໃນລາວເຮົາມີຢູ່ 2 ຊະນິດຄື: ຊະນິດ P. canaliculata ແລະ P. Insularus ແຕ່ຕໍ່ມາມີລາຍງານວ່າມີພຽງຊະນິດດຽວເທົ່ານັ້ນ ເຖິງວ່າມັນຈະມີ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ