google-site-verification: google0d91bc93cfc88895.html ຄຸນ​ປະ​ໂຫຍດ​ຂອງ​ອ້ອຍ ໃນ​ທາງ​ການ​ຢາ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, June 23, 2016

ຄຸນ​ປະ​ໂຫຍດ​ຂອງ​ອ້ອຍ ໃນ​ທາງ​ການ​ຢາ

ຄຸນປະໂຫຍດ ແລະ ຄວາມສຳຄັນຂອງອ້ອຍ           ອ້ອຍເປັນພືດເສດຖະກິດທີ່ສຳຄັນຊະນິດໜຶ່ງ ທີ່ໃຊ້ເປັນວັດຖຸດິບໃນການຜະລິດນ້ຳຕານ ແລະ ຜະລິດຕະພັນຕ່າງໆ ເພື່ອໃຊ້ອຸປະໂພກ ແລະ ບໍລິໂພກ ພາຍໃນປະເທດ. ອ້ອຍນອກຈາກຈະຜະລິດເປັນນ້ຳຕານ, ເຮັດຂອງຫວານແລ້ວ ຍັງສາມາດຜະລິດເປັນເຫລົ້າແວງ, ເຫລົ້າ 90 ອົງ ສາເຊ, ເຫລົ້າຂາວປະເພດຕ່າງໆ, ເປັນສ່ວນປະສົມຂອງຢາປົວພະຍາດ,

ຄຸນປະໂຫຍດ ແລະ ຄວາມສຳຄັນຂອງອ້ອຍ

          ອ້ອຍເປັນພືດເສດຖະກິດທີ່ສຳຄັນຊະນິດໜຶ່ງ ທີ່ໃຊ້ເປັນວັດຖຸດິບໃນການຜະລິດນ້ຳຕານ ແລະ ຜະລິດຕະພັນຕ່າງໆ ເພື່ອໃຊ້ອຸປະໂພກ ແລະ ບໍລິໂພກ ພາຍໃນປະເທດ. ອ້ອຍນອກຈາກຈະຜະລິດເປັນນ້ຳຕານ, ເຮັດຂອງຫວານແລ້ວ ຍັງສາມາດຜະລິດເປັນເຫລົ້າແວງ, ເຫລົ້າ 90 ອົງ ສາເຊ, ເຫລົ້າຂາວປະເພດຕ່າງໆ, ເປັນສ່ວນປະສົມຂອງຢາປົວພະຍາດ, ສິ່ງເສດເຫລືອຈາກອ້ອຍ ໃຊ້ເປັນອາຫານສັດ, ຜະລິດເປັນເຈັ້ຍ ແລະ ຝຸ່ນບົ່ມ. ໃນນັ້ນສ່ວນປະກອບຂອງລຳອ້ອຍປະກອບດ້ວຍ Fiber = 16%, Sugar = 15 - 18%, Water = 65%, Non Sugar = 2 - 3%.  ໃນຂະ ນະທີ່ນ້ຳມັນເຊື້ອໄຟກຳລັງບໍ່ພຽງພໍ ແລະ ມີລາຄາແພງຫລາຍຂຶ້ນ ປະຈຸບັນນີ້ອ້ອຍນັບວັນຈະມີຄວາມສຳ ຄັນເພີ່ມຂຶ້ນເລື້ອຍໆ ເພາະອ້ອຍໃຫ້ນ້ຳຕານ ເຊິ່ງສາມາດນຳໄປຜະລິດເປັນເຊື້ອໄຟ ສຳ ລັບເຄື່ອງຈັກ, ເຄື່ອງຍົນ ແລະ ໃຊ້ໃນອຸດສາຫະກຳເຄມີອີກຫລາຍຊະນິດ. 
ຄຸນປະໂຫຍດ ແລະ ຄວາມສຳຄັນຂອງອ້ອຍ           ອ້ອຍເປັນພືດເສດຖະກິດທີ່ສຳຄັນຊະນິດໜຶ່ງ ທີ່ໃຊ້ເປັນວັດຖຸດິບໃນການຜະລິດນ້ຳຕານ ແລະ ຜະລິດຕະພັນຕ່າງໆ ເພື່ອໃຊ້ອຸປະໂພກ ແລະ ບໍລິໂພກ ພາຍໃນປະເທດ. ອ້ອຍນອກຈາກຈະຜະລິດເປັນນ້ຳຕານ, ເຮັດຂອງຫວານແລ້ວ ຍັງສາມາດຜະລິດເປັນເຫລົ້າແວງ, ເຫລົ້າ 90 ອົງ ສາເຊ, ເຫລົ້າຂາວປະເພດຕ່າງໆ, ເປັນສ່ວນປະສົມຂອງຢາປົວພະຍາດ,


ສັບ​ພະ​ຄຸນ​ທາ​ງຢາ ພ້ອມ​ຄຸນ​ປະ​ໂຫຍດ ທີ່​ຫລາຍ​ທ່ານ​ເບິ່ງ​ຂ້າມ:

  • ແກ້ອາການໄອ, ຄໍແຫ້ງ: ອີ້ວເອົານ້ຳອ້ອຍປະມານ 2 ແກ້ວ ຕົ້ມກັບເຂົ້າຟ້າງຊະນິດເມັດ ນ້ອຍ ຜິວສີເຫລືອງ 1  ກຳມື ຕົ້ມໃຫ້ເລະ, ກິນວັນລະ 2 ຄັ້ງ ຈະຊ່ວຍອາການໄອດີຂື້ນໄດ້.
  • ແກ້ກະຫາຍນ້ຳ, ຄໍແຫ້ງ: ໃຊ້ສ່ວນທີ່ເປັນກ້ານອ້ອຍປອກເປືອກອອກອີ້ວເອົານ້ຳດື່ມ.
  •  ແກ້ອາການເມົາຄ້າງ: ເມື່ອດື່ມເຫລົ້າຫລາຍເກີນໄປຈະມີອາການເມົາຄ້າງ, ຫົວມຶນງົງ ໃຫ້ດື່ມນ້ຳອ້ອຍ 1 ຈອກ ຈະຫລຸດອາການເມົາໄດ້.
  •  ແກ້ປາກເປັນບາດແຜ: ໃຊ້ເປືອກອ້ອຍເຜົ່າເປັນເຖົ່າ ແລ້ວນຳມາບົດເປັນຜົງ ໃຊ້ທາບໍລິ ເວນທີ່ເປັນບາດແຜໃນປາກ.
  •  ແກ້ອາການບາດແຜບວມ ເປັນຕຸ່ມ ຫລື ຝີອັກເສບ: ໃຊ້ເສດເຫຍື້ອອ້ອຍຕາກແຫ້ງມາ ເຜົາເປັນເຖົ່າ ປະສົມນ້ຳຫອມ ທາບໍລິເວນບາດແຜ.

ຄຸນປະໂຫຍດ ແລະ ຄວາມສຳຄັນຂອງອ້ອຍ           ອ້ອຍເປັນພືດເສດຖະກິດທີ່ສຳຄັນຊະນິດໜຶ່ງ ທີ່ໃຊ້ເປັນວັດຖຸດິບໃນການຜະລິດນ້ຳຕານ ແລະ ຜະລິດຕະພັນຕ່າງໆ ເພື່ອໃຊ້ອຸປະໂພກ ແລະ ບໍລິໂພກ ພາຍໃນປະເທດ. ອ້ອຍນອກຈາກຈະຜະລິດເປັນນ້ຳຕານ, ເຮັດຂອງຫວານແລ້ວ ຍັງສາມາດຜະລິດເປັນເຫລົ້າແວງ, ເຫລົ້າ 90 ອົງ ສາເຊ, ເຫລົ້າຂາວປະເພດຕ່າງໆ, ເປັນສ່ວນປະສົມຂອງຢາປົວພະຍາດ,



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ