google-site-verification: google0d91bc93cfc88895.html ການ​ຍ້າຍ​ຕົ້ນ​ກ້າ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, June 14, 2016

ການ​ຍ້າຍ​ຕົ້ນ​ກ້າ

ການຍ້າຍເບ້ຍໄມ້

ການ​ຍ້າຍ​ຕົ້ນ​ກ້າ

ກາ​ນ້​ຍ້າຍ​ຕົ້ນ​ກ້າ ເປັນ​ສິ່ງ​ຈຳ​ເປັນ ແລະ ສຳ​ຄັນ​ໃນ​ຊ່ວງ​ຂອງ​ການ​ຈະ​ເລີນ​ເຕີບ​ໂຕ ຂອງ​ພືດ​ທຸກ​ຊະ​ນິດ​ໄດ້​ແກ່ ການ​ຍ້າຍ​ຈາກ ກະ​ຕ່າ​ກ້າ, ການ​ຍ້າຍ ຈາກຖົງ​ກ້າ ການ​ຍ້າຍ​ຈາກ​ຫນ້າກ​ຫ້າ ແລະ ອື່ນໆ ເພື່ອ​ປັບ​ປຸງ​ສະ​ພາບ​ການ​ເຕີບ​ໃຫຍ່​ຂອງ​ຕົ້ນ​ພືດ ໃຫ້​ທັນ​ກັນ​ສະ​ພາບ​ການ​ຈະ​ເລີນ​ຕົວ​ຈິງ ເພື່ອ​ບໍ່​ໃຫ້​ພືດ ຢຸດ​ສະ​ງັກ ແລະ ອ່ອນ​ເພຍ ເປັນ​ຕົ້ນ​ພືດ​ແຄະ ບໍ່​ສົມ​ບູນ ແລະ ຫັກ​ລົມ້​ໄດ້​ງ່າຍ ບໍ່​ທົນ​ທານ​ຕໍ່​ສະ​ພາບ​ແວດ​ລ້ອມ ແມງ​ໄມ ພະ​ຍາດ ແລະ ໂລກ.

  1. ໃຫ້​ເລີ່ມ​ຈາກ​ການ​ສັງ​ເກດ​ວ່າ​ຕົ້ນ​ກ້າ​ທີ່​ຈະ​ຍ້າຍ ແຕກ​ໃບ​ຈິງ​ຫລື​ບໍ່ ເຊິ່ງ​ປົກ​ກະ​ຕິ​ຕ້ອງ​ມີ​ໃບ​ຈິງ​ຢູ່ 3-5 ໃບ ແລະ ສິ່​ສຳ​ຄັນ ຕອນ​ເຊົ້າ​ຂອງ​ມື້​ທີ່​ຈະ​ຍ້າຍ ຕ້ອງ​ງົດ​ການ​ໃຫ້​ນ້ຳ ເພື່ອ​ໃຫ້​ຕົ້ນ​ກ້າ​ມີ​ຄວາມ​ອົດ​ທົນ ແຂງ​ແຮງ​ຂື້ນ​ຕື່ມ
  2. ໃຊ້​ໄມ້​ນ້ອຍ ຫລື ຊ້ວນ​ຢາງ​ນ້ອຍ ຫລື ເຄື່ອງ​ມື ທີ່​ຊ່ວຍ​ໃນ​ການ​ຈີ່ມ ຄ່ອຍໆ ເຊາະ​ດິນ​ປູກ ເພື່ອ ໃຫ້​ຕົ້ນ​ກ້າ​ອອກ​ມາ ແຕ່​ລະ​ວັນ​ຢ່າ​ໃຫ້​ຮາກ​ຂາດ​ເພາະ​ອາດ​ເຮັດ​ໃຫ້​ຕົ້ນ​ກ້າ​ຕາຍ​ໄດ້ ແຕ່​ດີ​ທີ່​ສຸດ ຄວນ​ຈີ້ມ​ເອົາ​ທັງ​ດິນ​ເກົ່າ​ຕິດ​ມາ​ພ້ອມ ຈຶ່ງ​ຈະ​ເຮັດ​ໃຫ້​
  3. ພາ​ສະ​ນະ​ໃຫມ່​ທີ່​ກຽມ​ໄວ້ ໃຫ້​ໃສ່​ວັດ​ສະ​ດຸ​ປູກ​ໄວ້​ປະ​ມານ 2/3 ຂອງ​ຄວາມ​ສູງ ເພື່ອ​ໃຫ້​ມີ​ຊ່ອງ​ຫວ່າງ​ສຳ​ລັບ​ຕົ້ນ​ກ້າ
  4.  ປົກ​ດິນ ແລະ ໃຊ້​ມື​ຍັ່ນ​ເນັ້ນ​ລົງ​ໄປ​ໃຫ້c​sຫນ້ນ
  5. ຫລັງ​ຈາກນັ້ນ​ໃຫ້​ຫົດ​ນ້ຳ ຈົນ​ຊຸ່ມ ແລ້ວ​ນຳ​ໄປ​ວາງ​ໄວ້​ບ່ອນ​ທີ່​ມີ​ແສງ ບາງໆ ປະ​ມານ 5 ວັນ ແລ້ວ​ຄ່ອຍ​ນຳ​ອອກ​ສູ່​ບ່ອນ​ທີ່​ມີ​ແສງ​ແດງ​ຈັດ



ໃນ​ໄລ​ຍະ​ທະ​ອິດ​ຕົ້ນ​ກ້າ​ຈະ​ບໍ່​ມີ​ຄວາມ​ອົດ​ທົນ ສຳ​ລັບ​ການ​ຍ້າຍ​ປູກ ຄວນ​ເອົາ​ໃຈ​ໃສ່ ແລະ ສາ​ມາດ ໃຫ້​ປຸ໋ຍ ປະ​ເພດ​ປຸຍ​ນ້ຳ​ໄດ້​ເຊັ່ນ​ກັນ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ