google-site-verification: google0d91bc93cfc88895.html ຄຸນປະໂຫຍດ ແລະ ໂທດ ຂອງຜັກຂະ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, June 05, 2016

ຄຸນປະໂຫຍດ ແລະ ໂທດ ຂອງຜັກຂະ

ຊື່ວິທະຍາສາດ: Senegalia pennata 
ຊື່ພາສາອັງກິດ: Climbing wattle,
ຊື່ພາສາໄທ: ชะอม
ຊື່ພາສາລາວ: ຜັກຂະ
Senegalia pennata
Acacia pennata leaves in Talakona forest, AP W IMG 8291.jpg
Scientific classification
Kingdom:Plantae
(unranked):Angiosperms
(unranked):Eudicots
(unranked):Rosids
Order:Fabales
Family:Fabaceae
Genus:Senegalia
Species:S. pennata
Binomial name
Senegalia pennata
(L.) Maslin
Synonyms
  • Acacia pennata (L.) Willd.

ຜັກຂະ

   ປະ­ໂຫຍດ​ຂອງ​ຜັກ​ຂະ​ແມ່ນ​ມີ​ຢ່າງ​ຫຼວງ­ຫຼາຍເປັນ­ຕົ້ນ​ແມ່ນ​ຊ່ວຍ​ຕໍ່­ຕ້ານ​ອະ­ນຸ​ມູນ​ອິດ­ສະ­ຫຼະ ເນື່ອງຈາກ​ມີ​ວິ­ຕາ­ມິນ​ເອ​ສູງ​ຊ່ວຍ​ຫຼຸດ​ຄວາມ​ຮ້ອນ​ໃນ​ຮ່າງກາຍ­ເປັນ​ຢາ​ອາ­ຍຸ­ວັດ­ທະ­ນະ​
ປະໂຫຍດ
  • ຊ່ວຍ​ໃນ​ການ​ຂັບ​ຖ່າຍປ້ອງ​ກັນ​ໂລກ​ທ້ອງ​ອືດ, ຍື່ງ​ທ້ອງ, ເຈັບ­ທ້ອງ ແລະ ຊ່ວຍ​ຂັບ​ລົມ​ໃນ​ລຳ​ໄສ້ 

(ນຳ​ແກ່ນ​ຂອງ​ຜັກ​ຂະ​ມາ​ຝົນ ໃນ​ນ້ຳ​ສະ­ອາດ 1 ຈອກ​ດື່ມ​ເມື່ອ​ມີ​ອາ­ການ)
  • ຊ່ວຍ​ບຳ ລຸງ​ເສັ້ນ​ເອັນ, ແກ້​ອາ­ການ​ອັກ­ເສບ​ເປັນ​ຜື່ນ​ແດງ​ຟື້ນ
  • ຜົມ​ແຫ້ງ​ເສຍ​ແຕກ​ປາຍ​ດ້ວຍ​ສູດ​ນ້ຳ​ຜັກ​ຂະ​ພຽງ​ແຕ່ ນຳ​ໃບ​ຜັກ​ຂະ​ປະ­ມານ 1 ກຳ­ມື​ມາ​ຕົ້ມ​ກັບ​ນ້ຳ 3 ຖ້ວຍ ກາງ ​ຈົນ​ໄດ້​ນ້ຳ​ເຂັ້ມ​ຂຸ້ນ​ແລ້ວ​ຕອງ​ເອົາ​ແຕ່​ນ້ຳ ເມື່ອ ສະ​ຜົມ​ແລ້ວ​ກໍ​ນຳ​ຜ້າ​ຂົນ­ໜູ​ຈຸບ​ນ້ຳ​ຜັກ​ຂະ​ທີ່​ກຽມ​ໄວ້  ບິດ​ພໍ​ໝາດໆ​ນຳ​ມາ​ເຊັດ​ຜົມ​ໃຫ້​ທົ່ວ​ແລ້ວ​ປະ​ໄວ້​ປະມານ 10 ນາ­ທີ ຈິ່ງ​ລ້າງ​ອອກ​ຈະ​ຊ່ວຍ​ເຮັດ​ໃຫ້​ຜົມ​ທີ່ ແຫ້ງ​ກັບ​ມາ​ມີ​ຊີ­ວິດ​ຊີ­ວາ​ອີກ​ຄັ້ງ ທີ່​ສຳ­ຄັນ​ສາ­ມາດ​ນຳ​ມາ ເຮັດ​ເປັນ​ເມ​ນູ​ອາ­ຫານ​ຕ່າງໆ​ນາໆໄດ້​ຢ່າງ​ຫຼວງ­ຫຼາຍ.

ໂທດຂອງຜັກຂະ
     ນອກ­ຈາກ​ປະ­ໂຫຍດ​ທີ່​ກ່າວ ມາ​ນັ້ນ­ແລ້ວ​ຜັກ​ຂະ​ກໍ​ໃຫ້​ໂທດ​ບໍ່​ແພ້ ກັນ​ເປັນ­ຕົ້ນ​ແມ່ນ​ແມ່­ຍິງ​ອອກ­ລູກ ໃໝ່ ຫຼື ລູກ​ຍັງ​ນ້ອຍ​ຢູ່​ບໍ່​ຄວນ​ຮັບ ປະ­ທານ​ຜັກ​ຂະ​ເດັດ­ຂາດ​ເພາະ ຈະ​ເຮັດ​ໃຫ້​ນ້ຳ​ນົມ​ແມ່​ແຫ້ງ ແລະ ຈະ​ເຮັດ​ໃຫ້​ແພ້​ກິ່ນ​ຢ່າງ​ແຮງ ດັ່ງນັ້ນ​ຄວນ​ຢູ່​ໄກໆ, ບໍ່​ຄວນ​ຮັບ​ປະ­ທານຜັກ​ຂະ​ໃນ​ຍາມ​ຝົນ​ເພາະ​ຈະ​ມີ​ກິ່ນ​ເໝັນ​ແຮງ, ມີ​ລົດ ຊາດ​ທີ່​ສົ້ມ​ບາງ​ຄັ້ງ​ອາດ​ເຮັດ​ໃຫ້​ຖອກ­ທ້ອງ​ໄດ້ (ຄວນກິນ​ໃນ​ລະ­ດູ​ຮ້ອນ​ຈະ​ດີ​ກວ່າ), ຜັກ​ຂະ​ມີ​ສານ​ພິວ​ຣີນ ໃນ​ລະ­ດັບ​ປານ​ກາງ​ເຖິງ​ລະ­ດັບ​ສູງ​ຜູ້​ປ່ວຍ​ໂລກ​ຂໍ້ ຕ່າງໆ​ສາ­ມາດ​ຮັບ​ປະ­ທານ​ໄດ້​ແຕ່​ຕ້ອງ​ຮັບ​ປະ­ທານ ໃນ​ປະ­ລິ­ມານ​ທີ່​ຈຳ­ກັດ ຫາກ​ເປັນ​ຫຼາຍ​ບໍ່​ຄວນ​ຮັບ​ປະ ທານ​ເລີຍ ເພາະ​ຈະ​ເຮັດ​ໃຫ້​ປວດ​ກະ­ດູກ​ໄດ້, ໃນ​ຜັກ ຂະ​ມີ​ສານ​ທີ່​ເຮັດ​ໃຫ້​ກໍ່​ເຊື້ອ​ໂລກ​ໄດ້​ຄື: ເຊື້ອ​ຊາ​ລ​ໂມເນ​ລ​ລາ (Salmonella) ຊຶ່ງ​ເປັນ​ເຊື້ອ​ທີ່​ສາ­ມາດ​ພົບ ໄດ້​ທົ່ວ​ໄປ​ໃນ​ສະ­ພາບ​ແວດ​ລ້ອມ​ເມື່ອ​ເຮົາ​ນຳ​ມາ​ປະ ກອບ​ອາ­ຫານ​ໂດຍ​ທີ່​ບໍ່​ລ້າງ​ຫຼາຍໆ​ຄັ້ງ ຫຼື ບໍ່​ນຳ​ມາ​ປຸງ ໃຫ້​ສຸກ​ກ່ອນ​ຮັບ​ປະ­ທານ​ອາດ​ມີ​ຄວາມ​ສ່ຽງ​ທີ່​ຈະ​ໄດ້ ຮັບ ເຊື້ອ​ຊະ­ນິດ​ນີ້​ໄດ້ ໂດຍ​ຜູ້​ທີ່​ໄດ້​ຮັບ​ເຊື້ອ​ຊະ­ນິດ​ນີ້​ອາດ ຈະ​ມີ​ອາ­ການ​ຖອກ­ທ້ອງ, ເຈັບ­ທ້ອງ­ຖ່າຍ​ເຫຼວ​ເປັນ​ນ້ຳ ສີ­ຂຽວ ຫຼື ຖ່າຍ​ເປັນ​ມູກ​ມີ​ເລືອດ, ມີ​ໄຂ້​ເປັນ­ຕົ້ນ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ