google-site-verification: google0d91bc93cfc88895.html ການ​ປູກ​ພືດ​ຜັກ​ສວນ​ຄົວ ໂດຍ​ວິ​ທີ​ຍ້າຍ​ກ້າ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, June 14, 2016

ການ​ປູກ​ພືດ​ຜັກ​ສວນ​ຄົວ ໂດຍ​ວິ​ທີ​ຍ້າຍ​ກ້າ

ການ​ປູກ​ພືດ​ຜັກ​ສວນ​ຄົວ ໂດຍ​ວິ​ທີ​ຍ້າຍ​ກ້າ
ກ້າ​ຜັກ​ຄື​ພືດ ຕົ້ນ​ອ່ອນ ທີ່​ມີ​ໃບ​ຈິງ 2-3 ໃບ ຫລື ສູງ​ປະ​ມານ 5-10 ຊມ ຫລື ມີ​ອາ​ຍຸ​ປະ​ມານ 21-30 ວັນ ແລ້ວ​ແຕ່​ລະ​ຊະ​ນິດ​ຂອງ​ພືດ ເຊິ່ງ​ບາງ​ຊະ​ນິດ​ມີ​ອາ​ຍຸ​ສູງ​ກ່າວ​ນີ້​ເຊັ່ນ: ຫມາກ​ເຜັດ ຫມາກ​ເຂືອ ຫອມ​ຫົວ​ໃຫຍ່ ມີ​ອາ​ຍຸ 45 ວັນ ຫນໍ່​ໄມ້​ຝ​ລັງ ມີ​ອາ​ຍຸ 4-6 ເດືອນ ຜັກ​ທີ່​ຄວນ​ເພາະ​ກ້າ​ຍ້າຍ​ປູກ ຄື​ຜັກ​ທີ່​ມີ​ແກ່ນ​ຂະ​ຫນາດ​ນ້ອຍ ແລະ ທົນ​ຕໍ​ການ​ກະ​ທົບ​ກະ​ເທືອນ​ຈາກ​ການ​ຍ້າຍ​ໄດ້​ດີ​ເຊັ່ນ ກະ​ຫລ່ຳ​ປີ ຫມາກ​ເຂືອ ຫມາກ​ເຜັດ ຫອມ​ຫົວ​ໃຫຍ່ ຫນໍ່​ໄມ້​ຝ​ລັງ
ແບບ​ຂອງ​ການ​ຍ້າຍ​ກ້າ
1.   ແບບ​ຮາກ​ເປືອຍ: ເປັນ​ການ​ຍ້າຍ​ໂດຍ​ການ ຖອນ​ອອກ​ຈາກ​ຫນານ​ກ້າ ຫລື ກະ​ບະ​ກ້າ​ໂດຍ​ບໍ່​ມີ​ດິນ​ຕິດ​ຮາກ​ເລີຍ ໂດຍ​ທົ່ວ​ໄປ​ຈະ​ເຮັດ​ໄດ້​ສະ​ເພາະ​ພືດ​ຜັກ​ຕະ​ກຸນ ຫມາກ​ເຂືອ ຫມາກ​ເຜັກ ກະ​ຫລ່ຳ ປ​ລະ ຜັກ​ຕ່າງໆ ເພາະ​ພືດ​ທັງ 2 ຊະ​ນິດ​ນີ້ ມີ​ອັດ​ຕາ​ການ​ຈະ​ເລີນ​ເຕີບ​ໂຕ​ໃຫມ່​ຂອງ​ຮາກ​ຂ້ອນ​ຂ້າງ​ໄວ ເຮັດ​ໃຫ້​ອັດ​ຕາ​ການ​ຕາຍ​ຫຍ້ອຍ
2.   ແບບ​ມີ​ຮາກ​ຕິດ​ດິນ: ເປັນ​ການ​ຍ້າຍ​ປູກ​ໂດຍ ການ​ຂຸດ​ຈາກ​ຫນານ ຫລື ກະ​ບະ ຖົງ​ຢາງ ເຊິ່ງ​ເຮັດ​ໃຫ້​ມີ​ດິນ​ຕິດ​ກັບ​ຮາກ​ຫລາຍ​ທີ່​ສຸດ ສ່ວນ​ກະ​ທົງ​ເຈ້ຍ ແທ່ງ​ເພາະ​ຊຳ ນັ້ນ​ສາ​ມາດ​ຍ້າຍ​ລົງ​ປູກ​ໄດ້​ເລີຍ​ພ້ອມ​ກັບ​ກ້າ ເພາະ​ສາ​ມາດ​ຍ່ອຍ​ສະ​ຫລາຍ​ໃນ​ດິນ​ໄດ້

ການ​ຍ້າຍ​ກ້າ​ຜັກ​ໄປ​ປູກ
      ກ​ລ້າ​ທີ່​ຖອນ​ແລ້ວ ເມື່ອ​ນຳ​ໄປ​ປູກ​ໃນ​ໄລ​ຍະ​ໄກ້ໆ ຄວນ​ໃສ່​ພາ​ສະ​ນະ​ທີ່​ເຫມາະ​ສົມ​ເຊັ່ນ ກະ​ບະ​ໄມ້ ຫລື ພາ​ສ​ຕິກ ບໍ່​ຄວນ​ຈະ​ຫອບ​ຫລື ຫີ້ວ ຈະ​ເຮັດ​ໃຫ້​ດິນ​ເຮ່ຍ ແລະ ກ້າ​ຊ້ຳ ແຕ່​ຫາກ​ນຳ​ໄປ​ປູກ​ຕ່າງ​ຖີ່ນ ຄວນ​ຫໍ່​ໂຄນ​ຕົ້ນ​ກ້າ​ດ້ວຍ​ໃບ​ຕ້ອງ​ຫລື ພາ​ສ​ຕິກ ໃຫ້​ໃບ​ພົ້ນ ຫໍ່​ຈຳ​ນວນ​ນ້ອຍໆ ເພ່ອ​ບໍ່​ໃຫ້​ກ້າ​ໃນ​ຫໍ່​ເນົາ​ເພາະ​ບຽດ ແອ​ອັດ​ກັນ
 
ການ​ປະ​ຕິ​ບັດ​ຫລັງ​ຈາກ​ຍ້າຍ​ກ້າ​ລົງ​ປູກ
      ພາຍ​ຫລັງ​ຍ້າຍ​ກ້າ​ລົງ​ໃນ​ຫນານ​ປູກ​ແລ້ວ ສິ່ງ​ທີ່​ຄວນ​ປະ​ຕິ​ບັດ​ມີ​ດັ່ງ​ຕໍ່​ໄປ​ນີ້:
1. ການ​ໃຫ້​ນ້ຳ: ຄວນ​ໃຫ້​ສະ​ຫມ່ຳ​ສະ​ເຫມີ ທົ່ວ​ເຖິງ ແລະ ຢ່າງ​ນຸ່ມນວນ ເພາະ​ແຮງ​ນ້ຳ​ສາ​ມາດ​ຕຳ​ຕົ້ນ​ກ້າ​ໃຫ້​ຫັກ​ພັບ​ໄດ້ ແລະ ເຮັດ​ໃຫ້​ດິນ​ຟົ້ງ​ມາ​ທັບ​ຕົ້ນ​ກ້າ​ໄດ້ ນ້ຳ​ຈະ​ຊ່ວຍ​ໃຫ້​ຮາກ​ກະ​ຊັບ​ຕິດ​ກັບ​ດິນ​ທັນ​ທີ ເພີ່ມ​ເປັນ​ເຊັນ​ການ​ລອດ​ຕາຍ​ຂອງ​ຕົ້ນ​ກ້າ
2. ການ​ໃຫ້​ປຸຍ: ລະ​ລາຍ​ນ້ຳ ສີດ​ພົ່ນ​ໃຫ້​ຕົ້ນ​ກ້າ​ຟື້ນ​ຕົວ ແລະ ກະ​ຕຸ້ນ​ການ​ຈະ​ເລີນ​ເຕີບ​ໂຕ ຢ່າງວ່ອງ​ໄວ ແຕ່​ຖ້າ​ໃຫ້​ປຸຍ​ຮອງ​ພື້ນ​ແລ້ວ ບໍ່​ຄວນ​ໃຫ້​ປຸຍ​ລະ​ລາຍ​ນ້ຳ​ອີກ
3. ການ​ພາງ​ແສງ​ແດດ​ໃຫ້​ຕົ້ນ​ກ້າ: ໃນ​ບາງ​ຄັ້ງ​ການ​ຍ້າຍ​ຕົ້ນ​ກ້າ​ໃນ​ເວ​ລາ​ມີ​ແສງ​ແດດ​ແຮງ ແລະ ຮ້ອນ​ຫລາຍ ການ​ພາງ​ແສງ​ແດດ​ຄວນ​ໃຊ້​ກະ​ທົງ​ເຈ້ຍ​ອ້ອມ ຫລື​ໃຊ້​ໃບ​ໄມ້​ໃຫຍ່ ຫລື​ ຮ້ານ​ເຟືອງ ປິດ​ບັງ​ດ້ານ​ຕາ​ເວັນ​ຕົກ​ສຳ​ລັບ​ຕ້ອງ​ກັນ​ແສງ​ແດດ​ຕອນ​ແລງ​ຊ່ວຍ​ໃຫ້​ເປີ​ເຊັນ​ການ​ລອດ​ຕາຍ​ສູງ​ຂື້ນ​ປົກະ​ຕິ​ຄວນ​ພາງ​ແສງ​ໄລ​ຍະ​ສັ້ນໆ ເທົ່າ​ທີ່​ຈຳ​ເປັນ ຖ້າ​ຕົ້ນ​ກ້າ​ແຂງ​ແຮງ​ດີນ​ຄວນ​ນຳ​ສິ່ງ​ພາງ​ແສງ​ອອກ ເພື່ອ​ໃຫ້​ຕົ້ນ​ຜັກ​ໄດ້​ສຳ​ຜັດ​ກັບ​ແສງ​ແດດ​ຢ່າງ​ເຕັມ​ທີ່​ຕໍ່​ໄປ
4. ການ​ຄຸມ​ດິນ: ຄວນ​ປົກ​ຄຸມ​ດ້ວຍ​ເຟື່ອງ​ທັນ​ທີ​ຫລັງ​ຈາກ​ຍ້າຍ ຈະ​ຊ່ວຍ​ຮັກ​ສາ​ຄວາມ​ຊື້ນ​ໃນ​ດິນ ແລະ ອຸ​ນະ​ພູມ​ຮອບໆ​ບໍ​ລີ​ເວນ​ຕົ້ນ​ກ້າ​ຜັກ​ໄດ້​ດີ ອີກ​ຢ່າງ​ຍັງ​ຊ່ວຍ​ປ້ອງ​ກັນ​ລົມ ແລະ ລົດ​ອັດ​ຕາ​ກາຍ​ຄາຍ​ນ້ຳ​ຂອງ​ຕົ້ນ​ກ້າ ເຮັດ​ໃຫ້​ເປີ​ເຊັນ​ການ​ລອດ​ຕາຍ​ຂອງ​ຕົ້ນ​ກ້າ​ສູງ​ຂື້ນ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ