google-site-verification: google0d91bc93cfc88895.html ການສູນເສຍ ທີ່ດິນ ແລະ ຄ່າຊົດເຊີຍ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Tuesday, June 28, 2016

ການສູນເສຍ ທີ່ດິນ ແລະ ຄ່າຊົດເຊີຍ

​ຄ່າ​ຊົດ​ເຊີຍ​ທີ່​ບໍ່​ສົມ​ເຫດ​ສົມ​ຜົນ

ເນື້ອທີ່ດິນສຳປະທານທີ່ຢູ່ໃນ ເຂດໂຄງການທີ່ສົ່ງມອບໃຫ້ບໍລິສັດບຸກເບີກ ແລະ ປູກຢາງ ພາລານັ້ນ ສ່ວນຫຼາຍເປັນດິນກະສິກຳ ແລະ ປ່າຊົມໃຊ້ຂອງປະຊາຊົນ. ຈາກການສຶກສາພົບວ່າ ຄົວເຮືອນກ່ວາ 90 ສ່ວນຮ້ອຍ ຂອງກໍລະນີສຶກສາມີໃບຢັ້ງຢືນສິດທີ່ ດິນແບບຊົ່ວຄາວ ຊຶ່ງລັດຖະ ບານໄດ້ໃຫ້ປະຊາຊົນ ຕັ້ງແຕ່ການມອບດິນ ມອບປ່າ ໃນທົດສະວັດ 1990, ແລະ ຫລາຍ ກ່ວາ 80 ສ່ວນຮ້ອຍ ຂອງທີ່ດິນກະສິກຳ ທີ່ສົ່ງ ມອບໃຫ້ກັບບໍລິສັດຢາງພາລາເປັນທີ່ດິນທີ່ ມ ີໃບ ຢັ້ງຢືນສິດໃນທີ່ດິນກະສິກຳແບບຊົ່ວຄາວ ໄດ້ຖືກຂໍ ໃຫ້ສົ່ງມອບທີ່ດິນໃຫ້ກັບບໍລິສັດ. ສະຖານະການດັ່ງກ່າວ ໄດ້ກໍ່ໃຫ້ເກີດການສູນເສຍທີ່ດິນກະສິກຳຈຳນວນຫຼາຍຢູ່ໃນບ້ານຫຼັກ 19, ວັງຄະນານ, ໜອງນ້ຳຂາວໃຫຍ່ ແລະ ອຸດົມສຸກ ຕາມ ລຳດັບ. 

ໃນບ້ານໜອງນ້ຳຂາວໃຫ່ຍ ຊາວບ້ານບໍ່ໄດ້ຮັບການ ແຈ້ງການ ລ່ວງໜ້າກ່ຽວກັບໂຄງການ ມາຮູ້ເມື່ອ ບໍລິສັດນຳລົດດຸດ ເຂົ້າໄປໄຖບຸກເບີກພື້ນທີ່ແລ້ວ ແລະ ບໍ່ມີການຈ່າຍຄ່າຊົດເຊີຍທີ່ ດິນ ແລະ ພືດຜົນໃຫ້ກັບຊາວບ້ານ . ບໍ່ວ່າຈະເປັນສວນ ພຶດຜັກ, ສວນກາເຟ, ສວນໜາກໄມ້ ແລະ ສວນ ຫຍ້າຄາກໍ່ຕາມ. ສ່ວນໃນບ້ານວັງຄະ ນານ ຊາວບ້ານບໍ່ຮູ້ວ່າຈຳນວນ ເນື້ອທີ່ດິນທັງໝົດທີ່ມອບໃຫ້ບໍ ລິສັດວ່າມີເນື້ອທີ່ຈຳນວນເທົ່າໃດ ໃນຂະນະທີ່ເຈົ້າໜ້າທີ່ຂອງເມືອງ ກໍ່ມີການ ບັນທຶກພຽງບາງສ່ວນກ່ຽວກັບ ເລື່ອງ ນີ້. ການຂາດຂໍ້ມູນພື້ນຖານກ່ອນການ ເຂົ້າມາຂອງບໍລິສັດເຮັດໃຫ້ບໍ່ສາມາດ ທີ່ຈະປະເມີນຄ່າ ຊົດເຊີຍທີ່ດິນ ແລະ ຜົນລະປູກໄດ້. ໃນບາງບ້ານ  ເນື້ອທີ່ດິນ ຂອງບ້ານຖືກໃຫ້ສຳປະທານທີ່ດິນຫຼາຍ ກ່ວາ 1 ຄັ້ງ ຫຼື 1 ບໍລິສັດ  ເຊັ່ນ: ບ້ານວັງຄະນານ ຖືກຂໍໃຫ້ມອບທີ່ດິນກັບບໍລິສັດດັກລັກເຖິງ 2 ຄັ້ງ, ໃນຂະນະທີ່ບ້ານຫຼັກ 19 ຊາວບ້ານສູນເສຍທີ່ດິນ 1 ໃນ 5 ໃຫ້ກັບບໍລິສັດດັກ ລັກ ໃນຄຳຂໍຄັ້ງທຳອິດ ແລະ ຕໍ່ມາຕ້ອງເສຍທີ່ດິນທີ່ເຫຼືອໃຫ້ກັບບໍລິສັດເຢົາຕຽງອີກຄັ້ງ. 

ບ້ານ
ປີ
ຊື່ບໍລິສັດ
ທີ່ດິນລວມ
ບ້ານ
ປີ
ອຸດົມສຸກ
2005
ຫວຽດ - ລາວ
1,319.55
 673.55
49 %
ຫຼັກ 19
2006
2007
ດັກລັກ
48.00
234.00
 27.00

90 %
ໜອງນ້ຳຂາວໃຫຍ່ 
2004
ເຢົາຕຽງ
555.85
 155.85
72 %
ໜອງແກ
2006
ດັກລັກ
518.20
 348.20
33 %
ວັງຄະນານ
2004
2006
ດັກລັກ
521.85

 110.65

76%
ໜອງເລົາເທິງ
2007
ດັກລັກ
140.00
 117.50
16 %
ຊາວບ້ານທີ່ສູນເສຍທີ່ດິນໄດ້ຮັບການຈ່າຍຄ່າຊົດເຊີຍຈາກບໍລິສັດ ແຕ່ບໍ່ຄົບທຸກຄົວເຮືອນ ໃນດຳລັດກ່ຽວກັບການທົດແທນຄ່າເສຍຫາຍ ແລະ ການຍົກຍ້າຍ ຈັດສັນປະຊາຊົນ ຈາກໂຄງການພັດທະນາໃນປີ 2005 ໄດ້ກຳນົດໄວ້ ວ່າ ປະຊາຊົນທີ່ ໄດ້ ຮັບຜົນກະທົບຈາກໂຄງການພັດທະນາບໍ່ວ່າຈະມີເອກະສານຮັບຮອງສິດ ຫຼື ບໍ່ ຈະຕ້ອງໄດ້ຮັບ ການຊົດເຊີຍ ຫຼື ຊ່ວຍເຫຼືອ ເພື່ອເປັນ ຫຼັກຄ້ຳ ປະກັນຄຸນນະພາບຊີວິດຈະ ບໍ່ຕົກຕ່ຳຈາກການດຳ ເນີນໂຄງການ. ແນວ ໃດກໍ່ ຕາມຂໍ້ມູນກ່ຽວກັບຄ່າຊົດເຊີຍແຕ່ລະຄົວເຮືອນຖືກບັນທຶກ ແລະ  ເກັບໄວ້ກັບບໍລິສັດ. ພະນັກງານຂອງເມືອງມີ ຂໍ້ ມູນພຽງບາງ ສ່ວນເທົ່ານັ້ນ. ຕາມທີ່ໄດ້ມີການສຶກສາຄົ້ນຂໍ້ມູນ ມີພຽງແຕ່ ຂໍ້ມູນຂອງບ້ານ ໜອງ ແກ ຊື່ງ ໄດ້ຈາກພະນັກງານຂອງເມືອງ ແລະບ້ານຫຼັກ19 ຈາກບໍລິສັດເຢົາຕຽງ. 
 
ການຈ່າຍຄ່າຊົດເຊີຍໃນ ບ້ານກໍລະນີສຶກສາທັງ 6 ບ້ານ ຂາດລະບົບ ແລະ ກົດເກນມາດຕະການທີ່ ແນ່ນອນ. ບາງບໍລິສັດຈ່າຍຄ່າຊົດ ເຊີຍໃຫ້ສະເພາະຜົນຜະລິດທີ່ເສຍຫາຍ, ບາງບໍລິສັດຄິດໄລ່ສະເລ່ຍ, ຕົວຢ່າງໃນບ້ານຫຼັກ 19 ຢູ່ທີ່ລາຄາ 1,200,000 ກີບຕໍ່ເຮັກຕາ  ແລະ ບ້ານໜອງແກຢູ່ທີ່ລາຄາ 1,445,000 ກີບເຮັກຕາ. ເມື່ອຄິດ ສະເລ່ຍຕໍ່ຄົວເຮືອນຂອງທັງ 2 ບ້ານແລ້ວມີຄ່າໃກ້ຄຽງກັນ ຄື ປະມານ 1,500,000 ກີບຕໍ່ຄົວເຮືອນ . ສ່ວນອີກ 4 ບ້ານທີ່ເຫຼືອ ຊາວບ້ານສ່ ວນໃຫຍ່ ບໍ່ ໄດ້ຮັບການຊົດເຊີຍ. ສຳລັບລາຍຮັບທີ່ ໄດ້ຮັບ ການຊົດເຊີຍ ບໍລິສັດປະເມີນຄ່າຊົດເຊີຍສະເລ່ຍ 500,000 ຫາ 1,000,000 ກີບຕໍ່ເຮັກຕາ. ບາງລາຍໄດ້ຮັບ ການ ຊົດ ເຊີຍ 200,000 ກ່ວາກີບ ຕໍ່ ເຮັກຕາ. ອັດຕາຄ່າຊົດ ເຊີຍດັ່ງກ່າວ ຕ່ຳກ່ວາມູນຄ່າຂອງຜົນຜະລິດຕໍ່ເຮັກຕາໃນ 1 ປີ ຈຶ່ງເຮັດໃຫ້ຊາວບ້ານບໍ່ພໍທີ່ຈະເບິ່ງແຍ່ງຄອບຄົວໜຶ່ງໆໃຫ້ຢູ່ລອດໃນ ໜຶ່ງເດືອນ ດ້ວຍຊ້ຳໃນກໍລະນີທີ່ຊາວບ້ານສູນເສຍທີ່ດິນທັງໝົດ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ