google-site-verification: google0d91bc93cfc88895.html ການຄັດເລືອກພື້ນທີ່ປູກອ້ອຍພື້ນ​ທີ່ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, June 24, 2016

ການຄັດເລືອກພື້ນທີ່ປູກອ້ອຍພື້ນ​ທີ່

​ສະ​ພາບ​ພື້ນ​ທີ່​ການ​ປູກ​ອ້ອຍ

ການຄັດເລືອກພື້ນທີ່ປູກອ້ອຍ
ເພື່ອເຮັດໃຫ້ການປູກອ້ອຍປະສົບຜົນສຳເລັດ ເຮົາຈະຕ້ອງໄດ້ຄຳນຶງເຖິງຫລາຍໆປັດໃຈ ແຕ່ປັດໃຈທີ່ສຳຄັນທີ່ສຸດຄື: ການເລືອກພື້ນທີ່ ແລະ ດິນທີ່ຈະປູກ ຖ້າພື້ນທີ່ ແລະ ດິນບໍ່ເໝາະສົມກໍ່ອາດຈະເຮັດໃຫ້ການປູກອ້ອຍປະສົບກັບການຂາດທຶນ ຫລື ບໍ່ໄດ້ຜົນດີເທົ່າທີ່ຄວນ ຄວາມຈິງຄຳວ່າ: "ເລືອກພື້ນທີ່" ມີຄວາມໝາຍຂ້ອນຂ້າງກ້ວາງ ຊຶ່ງອາດຈະລວມເຖິງສະພາບທາງເສດຖະກິດ ແລະ ສັງຄົມຂອງບໍລິເວນນັ້ນໆ ສະນັ້ນ ການເລືອກພື້ນທີ່ຈະຕ້ອງພິຈາລະນາດັ່ງຕໍ່ໄປນີ້:
ສະພາບພື້ນທີ່.
ຕ້ອງເປັນສະຖານທີ່ ທີ່ນ້ຳບໍ່ຖ້ວມເຖິງ ໂດຍທົ່ວໄປອ້ອຍສາມາດທົນທານຕໍ່ສະພາບນ້ຳ ຖ້ວມ ຫລື ນ້ຳຂັງ ເຊິ່ງໄດ້ຫລາຍ ຫລື ໜ້ອຍນັ້ນ ແມ່ນແຕກຕ່າງກັນໄປຕາມແຕ່ລະແນວພັນ. ໃນກໍ ລະນີດິນມີນ້ຳຫລາຍເກີນໄປ ຫລື ນ້ຳໃນດິນມີລະດັບສູງ ກໍ່ມີຄວາມຈຳເປັນຈະຕ້ອງໄດ້ເຮັດຮ່ອງ ລະບາຍນ້ຳທີ່ເກີນຄວາມຕ້ອງການເຫລົ່ານັ້ນອອກ ຫລື ຫລຸດລະດັບນ້ຳໃນດິນໃຫ້ຕ່ຳລົງ ເພື່ອໃຫ້ຮາກຂອງອ້ອຍຈະໄດ້ຢັ່ງລົງເລິກໃນດິນຫລາຍຂື້ນ. ນອກຈາກນີ້ ກໍ່ຕ້ອງບໍ່ເປັນດິນທີ່ຄ້ອຍຊັນເກີນໄປ, ຖ້າຄ້ອຍຊັນຫລາຍ ນອກຈາກຈະເກີດຄວາມບໍ່ສະດວກໃນການໃຊ້ເຄື່ອງມືແລ້ວ ຈະຕ້ອງໄດ້ລົງທຶນສູງນຳອີກ.
ການຄົມມະນາຄົມສະດວກ
ມີຖະໜົນຫົນທາງທີ່ສາມາດໃຊ້ລົດສັນຈອນໄປມາໄດ້ສະດວກທຸກລະດູການ ແລະ ຕ້ອງເປັນຫົນທາງທີ່ສາມາດຮັບນ້ຳໜັກລົດບັນທຸກອ້ອຍໄດ້ ເພາະສະນັ້ນກໍ່ຈະເກີດບັນຫາຂຶ້ນພາຍຫລັງ ຫລື ຕ້ອງມີການລົງທຶນເພີ່ມຂຶ້ນ.
ບໍ່ຫ່າງໄກຈາກໂຮງງານ

ສະຖານທີ່ປູກຢູ່ໃກ້ໂຮງງານ ແມ່ນໄດ້ປຽບກ່ວາສະຖານທີ່ຢູ່ໄກໂຮງງານ  ທັງໃນດ້ານການຂົນສົ່ງ ແລະ ການຕິດຕໍ່. ຖ້າຢູ່ໄກໂຮງງານ ແມ່ນຈະເສຍຄ່າຂົນສົ່ງໃນອັດຕາທີ່ຂ້ອນຂ້າງສູງ  ບາງ ຄັ້ງຕ້ອງເສຍຄ່າຂົນສົ່ງຫລາຍກ່ວາ 30% ຂອງລາຄາອ້ອຍ ເຊິ່ງແນ່ນອນວ່າ ຜົນກຳໄລແມ່ນຈະໄດ້ໜ້ອຍກ່ວາສະ ຖານທີ່ຢູ່ໃກ້ໂຮງງານແນ່ນອນ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ