google-site-verification: google0d91bc93cfc88895.html ພະຍາດ, ແມງໄມ້ ແລະ ການປ້ອງກັນກຳຈັດ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Monday, June 27, 2016

ພະຍາດ, ແມງໄມ້ ແລະ ການປ້ອງກັນກຳຈັດ

ພະຍາດ, ແມງໄມ້ ແລະ ການປ້ອງກັນກຳຈັດ
​ພະ​ຍາດ​ອ້ອຍ ສັດ​ຕູ​ພືດ ແມງ​ໄມ້​ທຳ​ລາຍ​ອ້ອຍ
ພະຍາດ ແລະ ການປ້ອງກັນກຳຈັດ
ພະຍາດແຫ່ວເນົ່າແດງ
-       ສາເຫດພະຍາດ  ເກີດຈາກເຊື້ອລາ 2 ຊະນິດຄື: FuSarium moniliforme ແລະ Collectorichum Falcatum
-       ການລະບາດ ໂດຍທາງທ່ອນພັນ, ເຊື້ອ Fusarium moniliforme ຢູ່ໃນດິນສາມາດທຳລາຍໄດ້ທາງຮາກ ແລະ ເຫງົ້າອ້ອຍ, ເຊືື້ອ  Collectorichum Falcatum  ສາມາດເຂົ້າທຳ ລາຍໄດ້ຕາມບາດແຜທີ່ເກີດຈາກດ້ວງ ຫລື ຮອຍແຕກຂອງລຳ  ລະບາດຮຸນແຮງໃນພື້ນທີ່ມີຄວາມຊຸ່ມຊື່ນສູງ
-       ລັກສະນະອາການ ໄລຍະທຳອິດອາຍຸ 4 - 5 ເດືອນ ອ້ອຍໃບເຫຼືອງ, ຂອບໃບແຫ້ງ, ອ້ອຍຈະແຫ້ງຕາຍຢືນຕົ້ນເປັນຫລາຍກໍ ຈົນເຖິງໄລຍະເກັບກ່ຽວ, ຜ່າເບິ່ງລຳຈະເຫັນເນື້ອອ້ອຍເນົ່າຊ້ຳ ເປັນສີແດງ ເປັນຈ້ຳ ຫຼື ເນື້ອອ້ອຍເນົ່າເປັນສີນ້ຳ ຕານປະສົມສີມ່ວງ.
-       ການປ້ອງກັນກຳຈັດ ເມື່ອເກີດການລະບາດກ່ອນການເກັບກ່ຽວຄວນປະຕິບັດຄື: ຮີບລະ ບາຍນ້ຳອອກຈາກແປງທີ່ມີນ້ຳຂັງ, ຢຸດການໃຊ້ປຸຍ ແລະ ນ້ຳ ແລະ ຮີບຕັດອ້ອຍ. ການຈັດການແກ້ ໄຂຫລັງຈາກເກັບກ່ຽວ ທຳລາຍຕໍອ້ອຍເກົ່າດ້ວຍການຄາດອອກ ແລະ ເຜົາຖິ້ມ, ໄຖດິນຕາກແດດປະມານ 3 ຄັ້ງ, ປູກພືດສະຫລັບເຊັ່ນ:  ເຂົ້າ ຫລື ກ້ວຍ ກ່ອນປູກອ້ອຍຄັ້ງໃໝ່; ໃຊ້ພັນທີ່ຕ້ານທານປູກເຊັ່ນ: ຄິວ 100, ເຄ 76-4, ເຄ 84 - 200, ເຄ 88-92,ເຄ 88-93, ເຄ90-77, ແລະ ພັນອູ່ ທອງ 4. ຄັດເລືອກພັນທີ່ສົມບູນຈາກແຫລ່ງທີ່ບໍ່ເປັນພະຍາດ ຫລື ກຽມແປງພັນດ້ວຍຕົນເອງ. ຖ້າບໍ່ແນ່ໃຈວ່າພັນຕ້ານທານ ຫລື ບໍ່ນັ້ນ ກ່ອນປູກຄວນແຊ່ທ່ອນພັນໃນສານເຄມ ີເພື່ອປ້ອງກັນກຳຈັດພະຍາດດ້ວຍຢາ ເບນໂນມິລ ( ແບນເລທ 25 % WP) ອັດຕາ 25 ກະລາມ ຕໍ່ນ້ຳ20 ລິດ, ໄຣອະເບນດາໂຊນ (ຟຣອນໂຕ 90%) ຕໍ່ນ້ຳ 20 ລິດ, ໄທໂອຟາເນທ - ເມທທິລ (ທອບຊິນເອັມ 50%)  20 ມີລີລິດ ຕໍ່ນ້ຳ 20 ລິດ, ໂປຣພິໂຄນາໂຊນ (ທິນ 250  EC ) 16 ມີລີລິດ ຕໍ່ນ້ຳ 20 ລິດ.
ພະຍາດລຳຕົ້ນເນົ່າ
-        ສາເຫດຂອງພະຍາດ ເກີດຈາກເຊື້ອລາ Fusarium moniliform
-        ການລະບາດແມ່ນໄປທາງທ່ອນພັນເຊື້ອລາຢູ່ໃນດິນ ແລະ ສິ່ງເສດເຫລືອພືດຕ່າງ ແລະ ຈະເຂົ້າທຳລາຍທ່ອນພັນອ້ອຍທີ່ປູກໃໝ່ ໂດຍສະເພາະທ່ອນພັນອ່ອນແອ; ເຊື້ອແຜ່ລະບາດ ໄປທາງລົມ ແລະ ຝົນໄດ້.
-        ລັກສະນະອາການຂອງພະຍາດ ອ້ອຍເຫລືອງ, ແຫ້ງຕາຍ, ຖ້າເປັນພັນອ່ອນແອ ພາຍ ໃນລຳຕົ້ນມີອາການເນົ່າຊ້ຳ ສີຊົມພູອ່ອນ
-        ການປ້ອງກັນກຳຈັດ ລະບາຍນ້ຳອອກຈາກແປງ; ໃຊ້ພັນຕ້ານທານເຊັ່ນ: ເຄ 84 - 200; ສີດພົ່ນເຫງົ້າ ດ້ວຍສານເຄມີ ເບນໂນມິນ (ເບນເລດ 25% WP)  ອັດຕາ 25 ກະລາມ ຕໍ່ນ້ຳ 20 ລິດ.
​ພະ​ຍາດ​ລຳ​ຕົ້ນ​ເນົ່າ


ພະຍາດໃບຂາວ:
-        ສາເຫດຂອງພະຍາດ ເກີດຈາກເຊື້ອ ໄຟໂຕພລາດສະມາ
-        ການລະບາດ ໂດຍໄປທາງທ່ອນພັນ ຈາກກໍທີ່ເປັນພະຍາດລະບາດໂດຍມີແມງໄມ້ເປັນ ພາຫະນຳເຊື້ອ ຄືເພັ້ຍຈັກຈັ່ນສີນ້ຳຕານ.
-        ລັກສະນະອາການຂອງພະຍາດ ໃບອ້ອຍຈະປ່ຽນເປັນສີຂາວອ່ອນ ຫລື ຂາວຊີດ, ໃບຮຽວ ແຄບ ແລະ ນ້ອຍກວ່າປົກກະຕິ ບາງຄັ້ງຈະເປັນທາງ ຫລື ແຖບຂາວຂະໜາດຕ່າງກັນ ເລີ່ມຈາກ
-        ກົກ ໃບໄປຕາມລວງຍາວຂອງໃບ ຕໍ່ມາຈຶ່ງຂະຫຍາຍຈົນເຕັມໃບອ້ອຍ ອ້ອຍຈະບໍ່ແຂງແຮງ, ລຳ ຕົ້ນສັ້ນ, ປ້ອງຖີ່, ແຕກໜໍ່ຫລາຍຄືຫົວສີໄຄ ໄລຍະອ້ອຍກໍຈະແຕກເປັນກໍສີຂາວເປັນຝອຍ ເຮັດໃຫ້ຜົນຜະລິດຫລຸດລົງ 50% ແລະ ຈົ່ງຕໍໄວ້ບໍ່ດີ.
-        ການປ້ອງກັນກຳຈັດ ເມື່ອພົບການລະບາດຄວນທຳລາຍຕົ້ນທີ່ເປັນພະຍາດ ໂດຍການຂຸດອອກ ແລ້ວເຜົາຖີ້ມ ຫລື ສີດດ້ວຍຢາຂ້າຫຍ້າ (ໄກໂຟເສດ 1%); ຄັດເລືອກພັນທີ່ທົນທານຕໍ່ພະ ຍາດໃນພື້ນທີ່ ເຊິ່ງມີອັດຕາການເປັນພະຍາດໜ້ອຍກວ່າພັນອື່ນ; ແຊ່ທ່ອນພັນໃນນ້ຳຮ້ອນ 50 ອົງ ສາເຊ 2 ຊົ່ວໂມງ ຫລື ແຊ່ນ້ຳຮ້ອນ 52 ອົງສາເຊ ເຄິ່ງຊົ່ວໂມງກ່ອນປູກເມື່ອເກັບກ່ຽວແລ້ວຄວນທຳຄວາມສະອາດແປງເກົ່າຖີ້ມ ເພື່ອປູກໃໝ່
-        ນອກຈາກພະຍາດທີ່ກ່າວມາຂ້າງເທິງແລ້ວ ຍັງມີພະຍາດຕ່າງໆອີກເຊັ່ນ: ພະຍາດແສ້ດຳ, ພະຍາດໃບຂີດແດງ ແລະ ຍອດເນົ່າ,ພະຍາດຮາກເຫງົ້າເນົ່າຈາກເຫັດ, ພະຍາດເນົ່າຄໍອ້ອຍ, ພະ ຍາດກິ່ນໝາກນັດ, ພະ ຍາດກໍຫົວສີໄຄ, ພະຍາດໃບຈຸດເຫລືອງ, ພະຍາດລາສະນິມ...

​ເພ້ຍ​ຈັກ​ຈັ່ນ ເພ້ຍ​ແປ້ງ
ແມງໄມ້ ແລະ ການປ້ອງກັນກຳຈັດ
ດ້ວງກໍລາຍຈຸດໃຫຍ່
-        ເປັນແມງໄມ້ສັດຕູອ້ອຍທີ່ສຳຄັນຊະນິດໜຶ່ງ ເຊິ່ງທຳຄວາມເສຍຫາຍແກ່ອ້ອຍໃນໄລຍະ ອ້ອຍເປັນລຳ ສາເຫດການລະບາດແມ່ນຄວາມຊຸ່ມຊື່ນສູງ ປະມານ 70 ຫາ 80% ຄືມີຝົນຕົກຫຼາຍແລະ ຕົກຕະຫຼອດ ອ້ອຍອາຍຸປະມານ 5 ຫາ 6 ເດືອນ ຢູ່ໃນໄລຍະເປັນປ້ອງແມງກະເບື້ອວາງໄຂ່ທີ່ໃບເມື່ອຟັກອອກເປັນໂຕແລ້ວເຂົ້າເຈາະທີ່ຍອດອ້ອຍແລ້ວເຈາະເຂົ້າໄປຢູ່ຂ້າງໃນລຳຕົ້ນປະມານ 300 ຫາ 400 ໂຕໂດຍເຈາະຮູເຂົ້າໄປຮູດຽວ ແລະ ກັດທຳລາຍເຮັດໃຫ້ອ້ອຍເສຍຫາຍ
-        ຮູບຮ່າງລັກສະນະ ໄຂ່  ຄ້າຍຄືກັບເກັດປາ, ມີໄຂ່ຫຸ້ມ, ໄຂ່ແຕ່ລະກຸ່ມມີປະມານ 27 ຫາ 370 ໜ່ວຍໄລຍະໄຂ່ 9 ວັນອັດຕາການແຕກຂອງໄຂ່ແມ່ນ 96,96% ໂຕດ້ວງ ລຳໂຕມີສີຂາວ ລອກຄາບ 4 ຄັ້ງ ໄລຍະດ້ວງແມ່ນ 25 ຫາ30 ວັນ. ດັກແດ້ ສີນ້ຳຕານແດງ ລັກສະນະຄືກັນກັບດັກແດ້ ຂອງແມງກະເບື້ອທົ່ວໆໄປ ມີຂະໜາດ ກ້ວາງ 3,25 ຫາ 3,92 ມີລີແມັດ, ຍາວ 10,98 ຫາ14,93 ມີລີແມັດ ໄລຍະດັກແດ້ 7 ຫາ 10 ວັນ. ແມງກະເບື້ອ ເປັນແມງກະເບື້ອກາງຄືນສີນຳ້ຕານເຂັ້ມ ໂຕແມ່ຂະໜາດໃຫຍ່ກ່ວາໂຕຜູ້ແລະ ປີກກ້ວາງ 26,21 ຫາ 28,24 ມີລີແມັດ ລຳໂຕຍາວ14,53 ຫາ 18,24 ມີລີແມັດໄລຍະຕົວເຕັມໄວ 3 ຫາ 5 ວັນ
-        ການແພ່ລະບາດ ມັກພົບໃນພື້ນທີ່ມີການປູກອ້ອຍຫຼາຍ
-        ພືດອາຫານ  ອ້ອຍ
-        ສັດຕູທຳມະຊາດ ແຕນປ່ຽນໄຂ່ Trichogramma sp ແລະ Telenomus sp , ຕົວຫ້ຳກິນໄຂ່ 2 ຊະນິດຄື: ມົດ Anticus ruficollis saund  ແລະ  Formicomus braminus la la Ferte - senectere, ແຕນບຽນໜອນຄື: Colesia sp 
-        ການປ້ອງກັນກຳຈັດ ໄລຍະຕັດອ້ອຍ ຖ້າພົບເຫັນທຳລາຍຫຼາຍກ່ວາ10% ໃຫ້ໃຊ້ສານເຄມີຂ້າແມງໄມ້ deltamethrin (Decis 3 %) ອັດຕາ 20 ມີລີລິດ ຕໍ່ນ້ຳ 20 ລີດ ຫຼື Cypermethrin (Ripcord  15 %) ອັດຕາ15 ມີລີລິດຕໍ່ນ້ຳ 20 ລິດ ຖ້າພົບໜ້ອຍກ່ວາ 10% ໃຫ້ປ່ອຍແຕນບຽນດ້ວງທຳລາຍໃນອັດຕາ 500 ໂຕຕໍ່ໄລ່
-        ໄລຍະແຕກໜໍ່ ຖ້າພົບການທຳລາຍຫຼາຍກ່ວາ 10% ໃຊ້ສານເຄມີຂ້າແມງໄມ້ສີດຖ້າທຳ ລາຍໜ້ອຍກ່ວາ 10% ໃຊ້ແຕນບຽນອັດຕາ 12.000 ໂຕ ຕໍ່ໄລ່
-        ໄລຍະອ້ອຍເປັນລຳ ຖ້າພົບທຳລາຍຫຼາຍກ່ວາ 20% ລຳປ້ອງກັນກຳຈັດດ້ວຍສານເຄມີຂ້າແມງໄມ້ສີດສະຫລັບກັບເຊື້ອແບັກທີເລຍໂດຍໃຊ້ສານຂ້າແມງໄມ້ ອັດຕາ 20 ມີລີລິດ ຕໍ່ນ້ຳ 20 ລິດ,ແບັກທີເຣຍໃຊ້ 100 ມີລີລິດ ຕໍ່ນ້ຳ 20 ລິດໂດຍໃຊ້ແຮງດັນສູງສີດພົ່ນ
-        ດ້ວງກໍສີຂາວ
-        ເປັນແມງໄມ້ທີ່ສຳຄັນອັນດັບທີ່ 2 ໃນບັນດາແມງໄມ້ສັດຕູອ້ອຍ ດ້ວງເຂົ້າທຳລາຍໄລຍະໜໍ່ອ້ອຍ ເມື່ອອ້ອຍໃຫຍ່ມີລຳແລ້ວພົບເຂົ້າທຳລາຍຍອດອ້ອຍ, ໜໍ່ອ້ອຍທີ່ຍັງນ້ອຍຢູ່ເມື່ອຖືກທຳ ລາຍມັກຕາຍ ເມື່ອເຂົ້າທຳລາຍອ້ອຍໃຫຍ່ມີລຳແລ້ວ ຈະເຮັດໃຫ້ອ້ອຍຕາຍ ຫຼື ຢຸດການຈະເລີນເຕີບ ໂຕບໍ່ສາມາດສ້າງລຳອ້ອຍເພີ່ມຂຶ້ນໄດ້, ໄລຍະອ້ອຍຍັງເປັນໜໍໍ່ ດ້ວງເຈາະຈາກຍອດເຂົ້າໄປກັດກິນສ່ວນກົກຍອດທີ່ກຳລັງຈະເລີນເຕີບໂຕເຮັດໃຫ້ຍອດແຫ້ງຕາຍໂດຍມີໃບມ້ວນຢູ່ສ່ວນໃບຍອດໃບອື່ນ ໆ ທີ່ຖືກດ້ວງເຂົ້າທຳລາຍ ຈະມີລັກສະນະງິກງໍ ແລະ ມີຮູຟຸຍໆ ເຊິ່ງເປັນລັກສະນະເດັ່ນຂອງດ້ວງຊະນິດນີ້ . ເມື່ອອ້ອຍມີລຳແລ້ວ ດ້ວງເຂົ້າທຳລາຍ ສິ່ງທີ່ກຳລັງຈະເລີນເຕີບໂຕໃຫ້ໝົດໄປ ຈຶ່ງບໍ່ສາມາດເຮັດໃຫ້ສາມາດສ້າງປ້ອງອ້ອຍໃຫ້ສູງຂຶ້ນໄປອີກໄດ້ ມີຜົນເຮັດໃຫ້ຕາອ້ອຍຢູ່ຕ່ຳກວ່າສ່ວນທີ່ຖືກທຳລາຍ ແຕກໜໍໍ່ຂຶ້ນມາຢູ່ດ້ານຂ້າງ ອາດເປັນໜໍ່ດຽວ ຫລື ຫລາຍໜໍ່ ອ້ອຍຈຶ່ງເກີດອາການຍອດເປັນຟຸ່ມ
-        ຮູບຮ່າງລັກນະສະ ເປັນແມງກະເບື້ອກາງຄືນ ຂະໜາດກາງສີຂາວກ້ຽງ ວາງໄຂ່ ເປັນກຸ່ມ, ໄຂ່ ແຕ່ລະໜ່ວຍເປັນເມັດກົມສີນ້ຳຕານ ແລະ ກຸ່ມໄຂ່ປົກຄຸມດ້ວຍຂົນສີນ້ຳຕານ ອີກຊັ້ນໜຶ່ງ ໄຂ່ແຕ່ລະກຸ່ມມີ 6 - 20 ໜ່ວຍ ໄລຍະໄຂ 4-6 ວັນ, ດ້ວງລຳໂຕມີສີຂາວປົນເຫຼືອງໜ້ອຍໜຶ່ງ ລັກສະນະຍາວຮຽວໄປທາງສ່ວນຫົວ ໄລຍະດ້ວງໃຊ້ເວລາ 35 - 40 ວັນ, ການເຂົ້າດັກແດ້ໃໝ່ ໆ ມີສີ ຂາວປົນເຫລືອງ ໜ້ອຍໜຶ່ງ ຕໍ່ມາເປັນສີນ້ຳຕານອ່ອນ ໄລຍະເຂົ້າດັກແດ້ໃຊ້ເວລາ 9-10 ວັນ.
-        ການປ້ອງກັນກຳຈັດ ໃຊ້ຢາຂ້າແມງໄມ້ Cypermethrin (Ripcord  15 %) ອັດຕາ15 ມີລີລິດຕໍ່ນ້ຳ 20 ລິດ, deltamethrin (Decis 3 %) ອັດຕາ 10 ມີລີລິດ ຕໍ່ນ້ຳ 20 ລີດ

-        ນອກຈາກແມງໄມ້ຂ້າງເທິງນີ້ແລ້ວ ຍັງມີແມງໄມ້ສັດຕູຂອງອ້ອ ຫລາຍຊະນິດ ເຊິ່ງທຳຄວາມເສຍຫາຍໃຫ້ແກ່ຊາວກະສິກອນເຊັ່ນ: ເພັ້ຍຫອຍອ້ອຍ, ແມງໝີ່ຂາວອ້ອຍ, ເພັ້ຍແປ້ງສີຊົມພູ, ເພັ້ຍກະໂດດດຳ, ແມງແຄງອ້ອຍ, ດ້ວງໜວດຍາວ, ດ້ວງງວງອ້ອຍ, ແມງກີ່ນູນ, ຕັກກະແຕນ, ປວກ...
​ຜົນ​ເສຍ​ຈາກ​ແມງ​ໄມ​ສັດ​ຕູ​ພືດ​ຫນອນ, ດ້ວງ

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ