google-site-verification: google0d91bc93cfc88895.html ສັບ​ພະ​ຄຸນ​ຂອງ​ນ້ຳ​ຖ່ານ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, June 22, 2016

ສັບ​ພະ​ຄຸນ​ຂອງ​ນ້ຳ​ຖ່ານ

​ນ້ຳ​ຖ່ານ ຄຸນ​ປະ​ໂຫຍດ​ຂອງ​ນ້ຳ​ຖ່ານ


​​ເປັນສານ​ຄວບ​ຄຸມ​ການຈະ​ເລີ​ນ​ເຕີບ​ໂຕ (plant growth regulator):


          ຕາມ​ປົກກະຕິ​ແລ້ວ ​ພືດ​ທີ່​ເກີດ​ຈາກ​​ດິນກໍ່​ສາມາດ​ຈະ​ເລີ​ນ​ເຕີບ​ໂຕ​ໄດ້, ​ເນື່ອງ​ຈາກ​ວ່າ​ໃນ​ດິນ​ມີ​ທາດ​ອາຫານ​ສະ​ສົມ​ຢູ່​ແລ້ວ​ ແຕ່​ທາດ​ອາຫານ​ບາງ​ຈຳນວນ​ທີ່​ພືດ​ຕ້ອງການ​ກໍ່​ຍັງ​ຂາດ​ຢູ່ດັ່ງນັ້ນນ້ຳ​ຖ່ານ​ທີ່​ເຮົາ​ໃຊ້​ລົງ​ໄປ​ໃນ​ດິນ ​ຈະ​ເປັນ​ຕົວ​ທຳປະຕິກິລິຍາ​ ກັບ​ສານ​ຕ່າງໆ ​ບໍ​່ວ່າ​ຈະ​ເປັນ​ລັກສະນະ​ແຂງ ຫລື ແຫລວກໍ່ຕາມ​ໃຫ້​ຢູ່​ໃນ​ສະພາບ​ທີ່​ພືດ​ນຳ​ໄປ​ໃຊ້​ໄດ້ນັບ​ແຕ່​ເມັດ​ງອກ​ຈົນ​ເຖິງ​ເກັບ​ກ່ຽວ​ພືດ​ຈະ​ຈະ​ເລີ​ນ​ເຕີບ​ໂຕ​ເປັນ​ປົກ ກະຕິໃຫຍ່​ໄວພືດ​ຈະ​ບໍ່​ຢຸດ​ສະ​ງັກ ການຈະ​ເລີ​ນ​ເຕິ​ບ​ໂຕ ​ຕາມ​ສະພາບ​ອາກາດ​ເພາະ​ພືດ​ຈະ​ຖຶກ ບັງຄັບ​ດ້ວຍ​ນ້ຳ​ຖ່ານ​ນັ້ນ​ເອງ.

ເປັນສານ​ປັບປຸງ​ດິນ: ​



ເນື່ອງ​ຈາກ​ວ່າ​ໃນ​ນ້ຳ​ຖ່ານ​ປະກອບ​ດ້ວຍ​ຈຸລິນ​ຊີ​ທີ່​ເປັນ​ປະ​ໂຫຍ​ດຫລາຍ​ຊະນິດ ​ແລະ ກໍ່​ເຮັດ​ຫນ້າ​ທີ່​ຢ່າງ​ມີ​ປະສິດທິພາບ​ເມື່ອ​ສີດ​ພົ່ນ​ນ້ຳ​ຖ່ານ​ລົງ​ໃສ່​ດິນ​ຈຸລິ​ຊີ​ທີ່​ມີ​ໃນ​ນ້ຳ​ຖ່ານ​ຈະ​ຍ່ອຍ​ສະຫລາຍ​ຊາກ​ພືດ​ຊາກ​ສັດ​ໃຫ້​ກາຍ​ເປັນ​ອິນ​ຊີ​ວັດຖຸ​

ປັນສານ​ປ້ອງ​ກັນ​ກຳຈັດ​ສັດ​ຕູ​ພືດ

ນ້ຳ​ຖ່ານ​ເປັນ​ນ້ຳ​ທີ່​ມີ​ກິ່ນ​ຂິວ ​ແລະ ກໍ່​ມີ​ຄວາມ​ເປັນ​ກົດ​ສູງ​ສັດຕູ​ພືດ-​ແມງ​ໄມ້​ຕ່າງໆ​ຈະ​ບໍ່​ມັກ​​ກິ່ນ​ຂິວ​ຄັວນ​ໄຟ​ເນື່ອງ​ຈາກ​ສັນຊາດ​ຕະຍານ​ຂອງ​ສັດ​ເມື່ອ​ໃດ​ທີ່​ມີ​ກິ່ນຄັວນ​ໄຟ​ພວກ​ມັນ​ຈະ​ຫນີ​ເພາະວ່າ​ບ່ອນໃດ​ທີ່​ມີ​ກິ່ນ​ຄັວນ​ໄຟບ່ອນ​ນັ້ນຍ່ອມ​ມີ​ໄຟ​ໄຫມ້ ແລະ ອີກ​ຢ່າງ​ຫນື່ງ​ໃນ​ເວລາ​ທີ່​ສັດຕູ​ພືດ​ກຳລັງ​ລະບາດ​ຢູ່​ເມື່ອ​ສີດ​ພົ່ນ​ນ້ຳ​ຖ່ານ​ແລ້ວນ້ຳ​ຖ່ານ​ຈະ​ເຮັດ​ຫນ້າ​ທີ່​ຂັບ​ໄລ່​ແຕ່​ເມື່ອ​ຈຳພວກ​ແມງ​ໄມ​້ຫນີ​ໄປ​ກໍ່​ຈະ​ຍັງ​ເຫລືອ​ໄຂ່​ຂອງ​ພວກ​ມັນນ້ຳ​ຖ່ານ​ຈະ​ຄວບ​ຄຸມ​ໄຂ​ເຮັດ​ໃຫ້​ໄຂ່​ບໍ່​ແຕກ​ເປັນ​ໂຕ ແລະ ​ໄຂ​ກໍ່​ຈະ​ເຊື່ອມ​ຄຸນ​ນະພາ​ບ​ໃນ​ທີ່​ສຸດ(​ໄຂ່​ເນົ່າ).

​ເປັນສານ​ຊ່ວຍ​ຍ່ອຍ​ສະຫລາຍ​ອິນ​ຊີ​ວັດຖຸ:

ຈະ​ມີ​ຈຸລິ​ນຊີອີກ​ກຸ່ມ​ຫນື່ງ​ເຮັດ​ຫນ້າ​ທີ່​ຍ່ອຍ​ສະຫລາຍ​ອິນ​ຊີ​ວັດຖຸ​ໃຫ້​ກາຍ​ມາ​ເປັນ​ທາດ​ອາຫານ​ທີ່​ພືດ​ນຳ​ໄປ​ໃຊ້​ລໍ່​ລ້ຽງ​ຮ່າງກາຍ​ໄດ​້​ເຊິ່ງຈຸລິນ​ຊີ​ກຸ່ມນີ້​ຈະ​ບໍ່​ແຍກ​ກຸ່ມ​ກັນ ແລະ ຈະ​ເກີດຂື້ນ​ເອງ​ດ້ວຍ​ການ​ຄູນ​ສອງ.

ເປັນສານ​ດັບ​ກິ່ນ​ມູນ​ສັດ(ຂີ້ສັດ):​ 

ນ້ຳ​ຖ່ານ​ສາມາດ​ດັບ​ກິ່ນ​ຂີ້​ສັດ​ໄດ້​ເມື່ອ​ນ້ຳ​ໄປ​ໃຊ້​ຢ່າງ​ຕໍ່​ເນື່ອງ​ໃນ​ບໍລິ​ເວນພາຍ​ໃນ-ພາຍ​ນອກ​ຂອງ​ຄອກ​ສັດຖັງ​ຂີ້​ເຫຍື້ອ​ຮ່ອງ​ລະ​ບາຍ​ນ້ຳ​ເປື້ອນ ແລະ ຫ້ອງ​ນ້ຳອີກ​ດ້ວຍ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ