google-site-verification: google0d91bc93cfc88895.html ສາລະຫນ້າຮູ້ ກິນອາແບບໃດໃຫ້ທ້ອງມີພູງ ຍຸບລົງເປັນທ້ອງມີກ້າມ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, June 12, 2016

ສາລະຫນ້າຮູ້ ກິນອາແບບໃດໃຫ້ທ້ອງມີພູງ ຍຸບລົງເປັນທ້ອງມີກ້າມ

 

ພາຍໃນ 1 ອາທິດ ເຮົາຕ້ອງປັບປ່ຽນວິຖີຊີວິດໃໝ່ໍ ດ້ວຍສູດເລັ່ງລັດຄື ເພີ່ມອາຫານໂຕຊ່ອຍເຂົ້າໄປໃນແຕ່ລະຄາບອາຫານຂອງເຮົາ ແລະ ເຮົາມາເລີ່ມເຂົ້າສູ່ໂປຣແກຣມສູດຫຼຸດໜ້າທ້ອງກັນດຽວນີ້ເລີຍ:

  • ມື້ທີ 1 ຕື່ນນອນຕອນເຊົ້າ ແມ່ນໃຫ້ດື່ມນໍ້າ 3 ຈອກ ແລ້ວຮີບຮັບປະທານອາຫານພາຍໃນ 1 ຊົ່ວໂມງ ເຊິ່ງອາຫານເຊົ້າໃຫ້ເນັ້ນອາຫານເບົາເຊັ່ນ ໄຂ່ລວກ 2 ໜ່ວຍ ເຂົ້າຈີ່ຝານປີ້ງ 1 ແຜ່ນ ໝາກເຫຼັ່ນແຊ່ເຢັນ 1 ໜ່ວຍ ດື່ມນໍ້າໃຫ້ໄດ້ 2 ລິດຕໍ່ ມື້ ຫຼັງຈາກນັ້ນ
  • ຄາບທ່ຽງ ເມນູແນະນຳຄື ເກົາເຫຼົາທີ່ປາສະຈາກຊີ້ນສັດຕິດມັນ ຫຼື ຍຳເສັ້ນລ້ອນ ໃຫ້ງົດແປ້ງເດັດຂາດ ກິນໝາກສີດາເພື່ອໃຫ້ຢູ່ທ້ອງ ແລະ ມີວິຕາມິນຊີສູງ ເຊິ່ງຕອນທ່ຽງກິນຊີ້ນສັດໄດ້ ແຕ່ບໍ່ຄວນຈືນດ້ວຍນໍ້າມັນ ແລະ ບໍ່ມີໄຂມັນຕິດ ຖ້າຄົນທີ່ເຮັດວຽກຕອນທ່ຽງ ໃຫ້ເລືອກກິນເມນູອາຫານທີ່ຢູ່ໄກບ່ອນເຮັດວຽກຈັກໜ້ອຍ ຈະໄດ້ໃຊ້ພະລັງງານໃຫ້ຫຼາຍ ໂດຍການຍ່າງອອກກຳລັງກາຍເພື່ອເຜົາຜານ.
  • ສ່ວນຄາບແລງ ໃຫ້ເລືອກກິນອາຫານວ່າງ ທີ່ສາມາດຍ່ອຍງ່າຍທີ່ສຸດ ເປັນຕົ້ນເມນູຜັກດັ່ງ ຜັກສົດລວກ ກິນກັບແຈ່ວ ຫຼືພັນໝ້ຽງປາ ແຕ່ບໍ່ຕ້ອງກິນຫຼາຍ ເພື່ອສ້າງຄວາມຊິນເຄີຍໃຫ້ກະເພາະຂອງເຮົາ.
  • ມື້ທີ 2 – ມື້ທີ 7 ໃຫ້ປະຕິບັດຄືກັບມື້ທຳອິດ ແລະ ຄ່ອຍໆຫຼຸດອາຫານໃຫ້ໜ້ອຍລົງ ເພາະຄວາມຢາກອາຫານຈະໜ້ອຍລົງເລື້ອຍໆ.
ອາຫານມັນ ອາຫານທີ່ມີສ່ວນປະສົມຂອງແປ້ງ ແລະ ຂະໜົມ ນົມ ເນີຍ ຕ່າງໆ ແຕ່ໃຫ້ເລືອກກິນປະເພດຖົ່ວເຫຼືອງແທນຂອງຫວານ ພ້ອມນີ້ກໍມີອາຫານເສີມທີ່ຢາກແນະນຳເປັນຕົ້ນ:
  1. ຖົ່ວຕ່າງໆ ເພາະມີໂປຣຕີນ ແລະ ນໍ້າມັນ ທີ່ເປັນປະໂຫຽດຕໍ່ຮ່າງກາຍ ແລະ ເຮັດໃຫ້ອີ່ມງ່າຍຢູ່ທ້ອງນຳອີກ
  2. ເຫັດ ມີໂປຣຕີນ ເຮັດໃຫ້ອີ່ມງ່າຍ ແລະ ບໍ່ຕຸ້ຍ ນໍ້າໜັກກໍບໍ່ເພີ່ມ
  3. ສາຄູ ອາຫານສຸດຄລາຊິກ ທີ່ມີໄຟເບີຫຼາຍ ມີວິຕາມິນສູງ ບໍ່ເຮັດໃຫ້ຕຸ້ຍ ທັງອີ່ມງ່າຍ
  4. ປັອບຄອຣ໌ນ (ເຂົ້າໂພດຂົ້ວແບບເຂົ້າຕອກແຕກ) ແບບບໍ່ມີນໍ້າຕານ ແລະ ເນີຍປະສົມ ຫຼື ນໍ້າຕານຄາຣາເມລຊ່ອຍໃຫ້ອີ່ມ ແລະ ມີປະໂຫຍດຈາກໄຟເບີ.
  5. ໄຂ່ ເມື່ອມີອາການຫິວໃຫ້ເລືອກກິນໄຂ່ຕົ້ມ ຫຼື ໄຂ່ລວກ ມີຄຸນຄ່າສູງ ແລະ ອີ່ມແນ່ນອນ
  6. ກິນໂຢເກິດລົດທຳມະຊາດ ປະໂຫຽດເຫຼືອຫຼາຍ ແລະ ອີ່ມທ້ອງໄດ້ແບບເບົາໆ ສຳລັບຄາບທີ່ບໍ່ຫິວກໍຕ້ອງກິນ
             ເມື່ອຫິວກໍຄວນດື່ມນໍ້າ ຍ່າງໃຫ້ຫຼາຍຂຶ້ນໃນແຕ່ລະວັນ ບໍລິຫານຮ່າງກາຍງ່າຍໆຖ້າມີເວລາມື້ລະ 20-45 ນາທີ ລຸກຍ່າງຈາກໂຕະເຮັດວຽກໃຫ້ຫຼາຍຂຶ້ນ ກິນອາຫານໃຫ້ຄົບທຸກຄາບ ພະຍາຍາມຢ່າຫຼຸາບຈໍານວນຄາບຂອງອາຫານ ແລະ ບໍ່ຄວນນອນເດິກເມື່ອເຮັດຄົບ 7 ມື້ແລ້ວ ລອງມາເລົ່າໃຫ້ຟັງເບິ່ງວ່າ ໜ້າທ້ອງຂອງທ່ານຍຸບລົງສໍ່າໃດ ບອກເລີຍວ່າ ນອກຈາກໜ້າທ້ອງຍຸບລົງແລ້ວ ທ່ານຍັງຈະລຶ້ງກັບການໃຊ້ຊີວິດແບບໃໝ່ ທີ່ບໍ່ສະສົມພຸງ ໜ້າທ້ອງຂຶ້ນໄດ້ອີກຢ່າງແນ່ນອນ.

…..ສຳລັບອາຫານຕ້ອງຫ້າມແມ່ນ ເຂົ້າໜຽວ ເຂົ້າໜົມປັງ ແລະ ອາຫານປະເພດເສັ້ນທຸກຢ່າງ ຊີ້ນສັດ ອາຫານທີ່ຈືນ
  1. ຜັກ ໝາກໄມ້ ເຊັ່ນ ແອັບເປິ້ນຂຽວ ໝາກສີດາ ໝາກເຫລັ່ນ ໝາກຫຸ່ງ ໝາກໂມ ໝາກກ້ຽງ ແລະ ໝາກອຶ

…..ຂໍ້ທີ່ຄວນປະຕິບັດໃນແຕ່ລະມື້ ສຳຄັນແມ່ນຕ້ອງໄດ້ດື່ມນໍ້າຫຼັງຕື່ນນອນຕອນເຊົ້າ 3 ຈອກ ດື່ມນໍ້າໃຫ້ຫຼາຍໃນແຕ່ລະມື້

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ