ການສຳປະທານທີ່ດິນຂະໜາດໃຫຍ່ເພື່ອປູກຢາງພາລາເຊິ່ງສ້າງຜົນກະທົບໃນດ້ານລົບຕໍ່
ຊຸມຊົນຫຼາຍກ່ວາຜົນໄດ້ຮັບທາງດ້ານເສດຖະກິດ.
ການໃຫ້ສຳປະທານທີ່ດິນເພື່ອປູກຢາງພາລາ
ໃນພື້ນທີ່ຂະໜາດໃຫຍ່ພາຍໃຕ້ຂະບວນການທີ່ ຂາດກົດເກນທີ່ເປັນມາດຖານອັນໂປ່ງໃສ ຫຼືຄວບຄຸມບໍ່ໄດ້,
ຂາດມາດຕາຖານຂໍ້ມູນຮອງຮັບ ແລະ ປັດສະຈາກການທີ່ບໍ່ມີສ່ວນຮ່ວມ
ຂອງປະຊາຊົນ. ແມ່ນໄດ້ເຮັດໃຫ້ເກີດຜົນກະທົບທີ່ຮ້າຍແຮງ ຕໍ່ ແນວທາງການດຳລົງຊີວິດ ຂອງປະຊາຊົນ.ໃນພື້ນທີ່ໂຄງການໂດຍຫຼີກລ້ຽງບໍ່ໄດ້.
ການເຂົ້າເປັນ ແຮງ ງານຮັບຈ້າງ ໃນສວນຢາງພາລາ ຂອງຊາວບ້ານເກີດຂຶ້ນເພາະບໍ່ມີທາງເລືອກອື່ນ.
ເນື່ອງຈາກວ່າການ ໃຊ້ຊີວິດໄດ້ຮັບຜົນກະທົບໃນດ້ານຕ່າງໆດັ່ງນີ້:
1.
ການສູນເສຍທີ່ດິນ ແລະ ສິດທິການນຳໃຊ້ທີ່ດິນເພື່ອເຮັດການຜະລິດຂອງຕົນເອງ
ມີຄຳເວົ້າທີ່ວ່າທີ່ດິນທີ່ອະນຸມັດໃຫ້ບໍລິສັດສຳປະທານປູກຢາງພາລາໄປແລ້ວນັ້ນ
ເປັນທີ່ດິນ ຮົກ ເຮື້ອຫວ່າງເປົ່າ ແລະ ບໍ່ມີການເຮັດປະໂຫຍດຫຍັງ. ໃນການສຶກສາເຫັນວ່າໃນຄອບຄົວ 90% ຕ່າງ ກໍ່ມີໃບຮັບຮອງສິດໃນທີ່ດິນເພື່ອເຮັດກະສິກຳແບບຊົ່ວຄາວ ນັບຕັ້ງແຕ່ມີການມອບດິນມອບປ່າໃນປີ
1990 ແລະ ມີປະມານ80%ຂອງພື້ນທີ່ທຳມາຫາກິນທີ່ຖືກມອບໃຫ້ບໍລິສັດຢາງພາລາ
ເປັນພື້ນທີ່ທີ່ມີ ການນຳໃຊ້ປະໂຫຍດ, ທີ່ມີໃບຮັບຮອງສິດນຳໃຊ້ທີ່ດິນຊົ່ວຄາວ. ການໃຫ້ສຳປະທານ
ທີ່ດິນຂອງບໍລິດ ສັດເອກະຊົນ ໂດຍບໍ່ມີການສຳຫຼວດສະພາບສິດການນຳໃຊ້ທີ່ດິນ ຂອງປະຊາຊົນທີ່ມີຢູ່ໃຫ້ແນ່ນອນ
ກ່ອນເກີດມີການຕັດສິດຂອງປະຊາ ຊົນ. ປະຊາຊົນບໍ່ໄດ້ຮັບສິດຖາວອນໃນທີ່ ດິນຕາມຂະບວນການ 8 ຂັ້ນຕອນຂອງການມອບດິນມອບປ່າ. ນອກນີ້ແລ້ວການສຶກສາຍັງເຫັນວ່າ
ບາງຄອບຄົວທີ່ໄດ້ຮັບ ສິດຖາວອນມີໃບຕາດິນແລ້ວກໍ່ຍັງຕ້ອງໄດ້ມອບທີ່ດິນໃຫ້ກັບບໍລິສັດ. ການສູນເສຍສິດທິໃນການນຳໃຊ້ທີ່ດິນທຳມາຫາກິນດັ່ງກ່າວແມ່ນໄດ້ທຳລາຍຫຼັກປະກັນຄວາມໝັ້ນຄົງ
ໃນຊີວິດຂອງປະຊາຊົນລົງ ແລະ ຊຸກຍູ້ໃຫ້ປະຊາຊົນຈຳ ນວນຫຼາຍຮ້ອຍຄົວເຮືອນຕ້ອງເປັນ ແຮງງານຮັບຈ້າງທີ່ບໍ່ມີຊັບພະຍາ
ກອນໃນການດຳລົງຊີວິດ.
2.ການຂາດເຂົ້າ ແລະ ການສູນເສຍລາຍຮັບຈາກພຶດເສດຖະກິດ
ການປ່ຽນແປງທີ່ດິນໃນການຫາຢູ່ຫາກິນເຊິ່ງແຕ່ເກົ່າແມ່ນເປັນນາ
ແລະ ສວນພືດເສດຖະກິດ ຊະນິດຕ່າງໆເຊັ່ນ: ກາເຟ, ຖົ່ວລຽນ, ໝາກແໜ່ງ ແລະ ໝາກໄມ້ຕ່າງໆ ແມ່ນໄດ້ກາຍເປັນ ສວນຢາງ ພາລາໄປແລ້ວ ເຮັດໃຫ້ເກີດການຂາດແຄນເຂົ້າຢ່າງຫຼວງຫຼາຍ
ແລະ ເສຍລາຍຮັບ ຈາກການຂາຍ ຜົນຜະລິດທາງດ້ານການກະສິກຳ ທີ່ເຄີຍເປັນລາຍຮັບຫຼັກຂອງຊາວບ້ານ.
ໃນກໍລະນີ ທີ່ໄດ້ສຶກສາ 6 ບ້ານ ເຫັນໄດ້ວ່າ ຄອບຄົວທີ່ເຄີຍຜະລິດເຂົ້າໄດ້ພໍກິນຕະຫຼອດປີ
ໄດ້ມີການຫຼຸດລົງຢູ່ 45% ໃນປີ 2003 ແລະ 9% ໃນປີ 2007 ໂດຍຜົນຜະລິດເຂົ້າໄດ້ຫລຸດລົງເຫຼືອພຽງແຕ່ 1 ໃນ 4 ຈາກທີ່ເຄີຍຜະ ລິດ ເທົ່ານັ້ນ. ນອກຈາກນີ້ແລ້ວລາຍໄດ້ຈາກການຂາຍເຂົ້າ
ແລະພືດເສດຖະກິດຕ່າງໆກໍ່ຫຼຸດຈຳນວນ ລົງ. ການສູນເສຍແຫຼ່ງລາຍໄດ້ສຳຄັນ ແລະ ເກີດວິກິດການຂາດເຂົ້າເຮັດໃຫ້
ຕົ້ນທຶນຄ່າໃຊ້ຈ່າຍໃນ ການດຳລົງຊີວິດສູງຂຶ້ນກ່ວາແຕ່ກ່ອນຫຼາຍຂຶ້ນເທົ່າຕົວ. ໃນບາງຄອບຄົວທີ່ບໍ່ມີທີ່ດິນທຳການຜະລິດກໍມີຄ່າໃຊ້ຈ່າຍໃນການຊື້ເຂົ້າສູງເຖິງ
5,900,000 ກີບຕໍ່ປີ.
3 ການເຊື່ອມໂຊມຂອງແຫຼ່ງຊັບພະຍາກອນທຳມະຊາດ
ໃນບ້ານທີ່ຂະບວນການຈັດຫາທີ່ດິນໃຫ້ກັບບໍລິສັດປູກຢາງພາລາຢ່າງຟ້າວຟັ່ງເຊັ່ນ:
ບ້ານວັງ ຄະນານ, ບ້ານອຸດົມສຸກ ເຫັນວ່າປ່າໄມ້ທຳມະຊາດ ທີ່ເຄີຍໃຊ້ສອຍທີ່ເປັນແຫຼ່ງເຄື່ອງປ່າຂອງດົງ
ແລະ ອາຫານທຳມະຊາດ ມີຈຳນວນຫຼວງຫຼາຍ ແລະ ສຳຄັນແມ່ນໄດ້ຖືກທຳລາຍໄປຈົນໝົດ, ນອກຈາກນີ້ອາຫານທີ່ມາຈາກແຫຼ່ງນ້ຳທຳມະຊາດເຊັ່ນ:
ລຳຫ້ວຍ ແລະ ໜອງຕ່າງໆ ກໍ່ຫຼຸດຈຳ ນວນລົງເນື່ອງຈາກສານເຄມີທີ່ໃຊ້ໃນສວນຢາງພາລາທີໄຫຼມາ.
No comments:
Post a Comment
ສະແດງຄວາມຄິດເຫັນ ຫລື ຄຳຂອບໃຈ ເພື່ອເປັນກຳລັງໃຈໃຫ້ຄົນຂຽນ