google-site-verification: google0d91bc93cfc88895.html ການປູກຫມາກແຕງ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, May 21, 2015

ການປູກຫມາກແຕງ





ຫມາກ­ແຕງ​ເປັນ​ພືດ​ທີ່​ບໍ່​ຕ້ອງການ​ນ້ຳ​ຫລາຍ, ແຕ່​ກໍ່​ຂາດ​ນ້ຳບໍ່​ໄດ້​ສຳ­ລັບ​ໂຄງ​ສ້າງ​ຂອງ​ດິນ​ທີ່​ເຫມາະ​ສົມ​ກັບ​ການ​ປູກ​ຫມາກ­ແຕງ​ຄວນ​ມີ​ລັກ​ຊະ­ນະ​ເປັນ​ດິນປົນ​ຊາຍ, ມີ​ການ​ລະ­ບາຍ​ນ້ຳໄດ້​ດີ, ຄວນ​ມີ​ຄວາມ​ເປັນ​ກົດŒດ່າງ (PH) ຢູ່​ໃນ​ລະ­ຫວ່າງ 5,5Œ6,5 ໃນ​ສະ­ພາບ​ດິນ​ທີ່​ເປັນດິນ­ຊາຍ ຫລື ດິນ​ຫນຽວຈຳ­ເປັນ​ຕ້ອງ​ປັບ­ປຸງ​ດິນ​ກ່ອນ​ການ​ປູກໂດຍ​ການ​ໃຊ້​ຍ​ຝຸ່ນ​ກະ­ສິ­ກຳ​ອິນ​ຊີ ເຊັ່ນ ຝຸ່ນ​ຄອກ ຫລື ​ຝຸ່ນ​ຫມັກ​ທີ່​ລະ­ລາຍ​ຕົວ​ແລ້ວ ແລະ ສະ­ພາບ​ຄວາມ​ເປັນ​ກົດ​ດ່າງ​ນັ້ນຄວນ​ຈະ​ວິ­ເຄາະ​ຫາ​ຄ່າ​ຄວາມ​ຕ້ອງ­ການ​ປູນ​ກ່ອນ​ທີ່​ຈະ​ໃຊ້​ປູນ​ຂາວ​ເພື່ອ​ໃຫ້​ມີ​ການ​ໃຊ້​ປະ­ລິ­ມານ​ທີ່​ເຫມາະ​ສົມ. 



ຫມາກແຕງ, ແຕງກກວາ ການປູກແລະບົວລະບັດຮັກສາ




ການ​ກຽມ​ດິນ
ກ່ອນ​ການ​ປູກ​ຫມາກ­ແຕງ​ຄວນ​ໄຖ​ພວນ​ດິນ​ຕາກ­ແດດ​ໄວ້​ປະ­ມານ 7Œ-10 ວັນ ເພື່ອ​ທຳ­ລາຍ​ວັດ​ສະ​ພຶດ ແລະ ສັດ­ຕູ​ພືດ​ບາງ​ຊະ­ນິດ​ທີ່­ຢູ່​ໃນ​ດິນຈາກ​ນັ້ນ​ຈຶ່ງ​ໄຖ​ພວນ, ເກັບ​ເອົາ​ເສດ​ວັດ​ສະ​ພືດ​ອອກ​ແລ້ວ​ກຽມ​ຫນານ​ຂະ­ຫນາດ​ກວ້າງ 1Œ1,2 ແມັດ​ໂດຍ​ມີ​ຄວາມ​ຍາວ​ຕາມ​ລັກ​ຊະ­ນະ​ຂອງ​ພຶ້ນ​ທີ່​ແລ້ວ​ຈິ່ງ​ໃສ່​ຝຸ່ນ​ອິນ​ຊີ​ລົງ​ໄປ, ປັບ​ໂຄງ​ສ້າງ​ຂອງ​ດິນ​ໃຫ້​ເຫມາະ​ສົມ​ກັບ​ການ​ຈະ­ເລີນ​ເຕີບ​ໂຕ​ຂອງ​ຫມາກ­ແຕງການ​ກຽມ​ຂຸມ​ປູກ​ນັ້ນ​ຄວນ​ກຳ­ນົດ​ໄລ­ຍະ​ລະ­ຫວ່າງ​ຕົ້ນ​ປະ­ມານ 60-Œ80 ຊັງ​ຕີ​ແມັດ, ລະ­ຫວ່າງ​ແຖວ​ປະ­ມານ1 ແມັດ. ສຳ­ລັບ​ການ​ໃສ່​ປຸ໋ຍ​ເຄ​ມີ​ຮອງ​ພຶ້ນ​ນັ້ນ​ອາດ​ໃຊ້​ສູດ15-Œ15-Œ15 ໃນ​ອັດ­ຕາ​ສ່ວນ30-Œ50 ກິ​ໂລກ​ຣາມ​ຕໍ່​ໄລ່ ໃນ​ບາງ​ແຫລ່ງ​ອາດ​ຈະ​ໃຊ້​ແພ­ຢາງ​ປົກ​ດິນ​ເພື່ອ​ຮັກ­ສາ​ຄວາມ​ຊຸ່ມ​ໃນ​ດິນ, ປ້ອງ​ກັນ​ຄວາມ​ງອກ​ຂອງ​ວັດ​ສະ​ພືດ ແລະ ແພ­ຢາງ​ບາງ​ຊະ­ນິດ​ສາ­ມາດ​ໄລ່​ແມງ­ໄມ້​ບໍ່​ໃຫ້​ເຂົ້າ​ມາ​ທຳ­ລາຍ​ຫມາກ­ແຕງ​ໄດ້. 
    ສຳ­ລັບ ວິ­ທີ​ການ​ປູກ​ຫມາກ­ແຕງ​ນັ້ນພົບ​ວ່າ​ມີ​ການ​ປູກ​ທັງ​ວິ­ທີ​ການ​ຢອດ​ແກ່ນ​ໂດຍ​ກົງ ແລະ ເພາະ​ກ້າ​ກ່ອນ​ແລ້ວ​ຈຶ່ງ​ຍ້າຍ​ໄປ​ປູກ. ສຳ­ລັບ ການ​ຢອດ​ແກ່ນ​ໂດຍ​ກົງ​ນັ້ນອາດ​ຈະ​ມີ​ຄວາມ​ສະ­ດວກ​ໃນ​ການ​ປູກແຕ່​ມີ​ຂໍ້​ເສຍ​ຄື​ສິ້ນ​ເປືອງ​ແນວ​ພັນຫາກ​ໃຊ້​ແນວ​ພັນ​ລູກ​ປະ­ສົມ​ເຊິ່ງ​ມີ​ລາ­ຄາ​ແພງ​ແລ້ວຈະ​ເກີດ​ຄວາມ​ສູນ​ເສຍ​ລ້າ ແລະ ເປັນ​ການ​ເພີ່ມ​ຕົ້ນ​ທຶນ​ການ​ຜະ­ລິດ​ລວມ​ທັງ​ວິ­ທີ​ການ​ຍອດ​ແກ່ນ​ນີ້ ຈຳເປັນ​ທີ່​ຈະຕ້ອງ​ດູ​ແລ​ໄລ­ຍະ​ເລີ່ມ​ອອກ​ໃນ​ພຶ້ນ​ທີ່​ກວ້າງ, ດັ່ງ­ນັ້ນ ການ​ໃຊ້​ວິ­ທີ​ການ​ເພາະ​ກ້າ​ກ່ອນຈິ່ງມີ​ຂໍ້​ດີ​ຫລາຍ​ຢ່າງ​ເປັນ­ຕົ້ນ: ປະ​ຍັດ​ແນວ​ພັນ, ດູ​ແລ​ຮັກ­ສາ​ງ່າຍ, ຕົ້ນ​ກ້າ​ມີ​ຄວາມ​ສະ​ຫມ່ຳ​ສະ­ເຫມີ, ປະ​ຢັັດ​ຄ່າ​ແຮງ​ງານ​ໃນ​ໄລ­ຍະ​ກ້າ​ເປັນ­ຕົ້ນ ສຳ­ລັບ ການ​ຍ້າຍ​ກ້າ​ປູກ​ນັ້ນ ໃຫ້​ດຳ­ເນີນ​ການ​ຕາມ​ຂະ​ບວນ​ການ​ເພາະ​ກ້າ​ຕາມ​ທີ່​ໄດ້​ບອກ​ແລ້ວ​ນັ້ນ ແລະ  ກຽມ​ຂຸມ​ປູກ​ຕາມ​ໄລ­ຍະ​ທີ່​ກຳ­ນົດຈາກ​ນັ້ນ​ນຳ​ເອົາ​ຕົ້ນ​ກ້າ​ຍ້າຍ​ລົງ​ປູກ​ໃນ​ຂຸມຕາມ​ໄລ­ຍະ​ລະ­ຫວ່າງ​ຕົ້ນ ແລະ ລະ­ຫວ່າງ​ແຖວ​ຕາມ​ທີ່​ໄດ້​ກຳ­ນົດ​ໄວ້ໂດຍ​ການ​ຈີກ​ຖົງ​ຢາງ​ທີ່​ໃຊ້​ເພາະ​ກ້າ​ອອກ​ແລ້ວ​ຍ້າຍ​ລົງ​ໃນ​ຂຸມ​ປູກ, ສ່ວນ​ໄລ­ຍະ​ເວ­ລາ​ທີ່​ເຫມາະ​ສົມ​ໃນ​ການ​ຍ້າຍ​ນັ້ນ​ຄວນ​ຍ້າຍ​ໄລ­ຍະ​ເວ­ລາ​ປະ­ມານ 5 ໂມງ​ແລງ ຈະ​ເຮັດ​ໃຫ້­ການ​ເຮັດ​ວຽກ​ໃນ​ໄຮ່ນາ​ໄດ້​ສະ­ດວກ ແລະ ຕົ້ນ​ກ້າ​ສາ­ມາດ​ປັບ​ຕົວ​ເຂົ້າ​ກັບ​ສະ­ພາບ​ແວດ​ລ້ອມ​ໄດ້​ດີ​ຍິ່ງ​ຂຶ້ນ.

 



ການ​ໃຫ້​ນ້ຳ​ຫມາກ­ແຕງ

ຫລັງ​ຈາກ​ຍ້າຍ​ກ້າ​ປູກ​ແລ້ວຕ້ອງ​ໃຫ້​ນ້ຳ​ທັນ­ທີ, ລະ­ບົບ​ການ​ໃຫ້​ນ້ຳ​ນັ້ນ​ອາດ​ຈະ​ແຕກ​ຕ່າງ​ກັນຂຶ້ນ​ຢູ່​ກັບ​ສະ­ພາບ​ພຶ້ນ​ທີ່​ແຕ່ລະ­ບົບ​ທີ່​ເຫມາະ​ສົມ​ກັບ​ຫມາກ­ແຕງ​ຄື​ການ​ໃຫ້​ນ້ຳ​ຕາມ​ຮ່ອງເພາະ­ວ່າຈະ​ບໍ່​ເຮັດ​ໃຫ້​ລຳ­ຕົ້ນ ແລະ ໃບ​ບໍ່​ຊຸ່ມ​ຫລຸດ​ອາການ​ລຸ­ກລາມ​ຂອງ​ໂລກ​ພືດ​ທາງ​ໃບ, ໄລ­ຍະ​ເວ­ລາ​ການ​ໃຫ້​ນ້ຳ​ໃນ​ໄລ­ຍະ​ທຳ​ອິດ​ຄວນ​ໃຫ້ 2Œ-3 ວັນ​ຕໍ່​ຄັ້ງ ແລະ ເມື່ອ​ຕົ້ນ​ຫມາກແຕງ​ເລີ່ມ​ຈະ­ເລີນ​ເຕີບ​ໂຕ​ແລ້ວ​ຈິ່ງ​ງັບ​ໄລ­ຍະ​ເວ­ລາ​ຂອງ​ການໃຫ້​ນ້ຳ​ໃຫ້​ດົນ​ຂຶ້ນ. ຂໍ້​ຄວນ​ລະວັງ​ສຳ­ລັບ​ການ​ໃຫ້​ນ້ຳ​ນັ້ນ​ຄືຕ້ອງ​ກະຈາຍ​ໃນ​ພຶ້ນ​ທີ່​ສະ​ຫມ່ຳສະ­ເຫມີ​ຕະ­ຫລອດ​ຫນານ ແລະ ກວດ­ເບິ່ງ​ຄວາມ​ຊຸ່ມ​ຂອງ​ດິນ​ບໍ່​ໃຫ້​ສູງ​ເກີນ​ໄປ​ຈົນ​ກາຍ­ເປັນ​ບວກ​ເພາະ​ຈະ​ເຮັດ​ໃຫ້​ຮາກ​ເນົ່າ​ໄດ້. 



ການ​ໃສ່​ປຸ໋ຍ

ນັ້ນ​ອາດ​ແບ່ງ​ເປັນ​ສອງ​ໄລ­ຍະ​ຄື ໄລ­ຍະ​ທຳ​ອິດ​ແມ່ນ​ໄລ­ຍະ​ຂອງ​ການ​ກຽມ​ດິນ​ໃສ່​ປຸ໋ຍ​ອິນ​ຊີ​ເຊັ່ນ: ຝຸ່ນ​ຄອກ ຫລື ຝຸ່ນ​ຫມັກ​ໃນ​ອັດ­ຕາ​ສ່ວນ 1Œ2 ໂຕນ​ຕໍ່​ໄລ່ ແລະ ໃສ່​ປຸ໋ຍ​ສູດ15-Œ15-Œ15 ຫລື 12-Œ24-Œ12 ອັດ­ຕາ​ສ່ວນ​ປະ­ມານ 20-Œ30 ກິ​ໂລກ​ຣາມ​ຕໍ່​ໄລ່ ແລະ ຫລັງ​ຈາກ​ທີ່​ຍ້າຍ​ໄປ​ປູກ​ໄດ້​ປະ­ມານ 7 ວັນ ໃຫ້​ໃສ່​ປຸ໋ຍ​ທີ່​ມີ​ໄນ​ໂຕ​ເຈນ​ເຊັ່ນ​ຍູ​ເລຍ ຫລື ແອມ​ໂມ​ເນຍ​ຊັນ​ເຟດ​ໃນ​ອັດ­ຕາ​ສ່ວນ​ປະ­ມານ 20 ກິ​ໂລກ​ຣາມ​ຕໍ່​ໄລ່, ແລະ​ໄລ­ຍະ​ສຸດ​ທ້າຍ​ແມ່ນ​ໃສ່​ເມື່ອ​ຕອນ​ຫມາກ­ແຕງ​ເລີ່ມ​ອອກ­ດອກ​ເຊິ່ງ​ຈະ​ໃຊ້​ເວ­ລາ​ປະ­ມານ 25 ວັນ, ຫລັງ​ຈາກ​ຍ້າຍ​ກ້າ, ໃສ່​ປຸ໋ຍ​ສູດ15-Œ15Œ-15 ຫລື 12-Œ24-Œ12 ອັດ­ຕາ​ສ່ວນ​ປະ­ມານ 20-Œ30 ກິ​ໂລກ​ຣາມ​ຕໍ່​ໄລ່ ຫລັງ​ຈາກ​ໃສ່​ປຸ໋ຍ​ເຄ​ມີ​ທຸກ​ຄັ້ງ​ໃຫ້​ພວນ​ດິນ​ພ້ອມ.
 
ການ​ເກັບ​ກ່ຽວ

ຫລັງ​ຈາກ​ຍ້າຍ​ມາ​ປູກ​ໄດ້​ປະ­ມານ 30-Œ40 ວັນ ກໍ່​ຈະ​ເລີ່ມ​ໃຫ້​ຜົນ​ຜະ­ລິດ​ໄດ້ເລີຍ, ຄວນ​ເກັບ​ຂະ­ນະ​ຜົນ​ຜະລິດ​ຍັງ​ອ່ອນ, ເນື້ອ​ຈະ​ແຫນ້ນ​ກອບ ແລະ ສາ­ມາດ​ເກັບ​ໄດ້​ວັນ​ເວັ້ນ​ວັນ​ດົນ​ເຖິງ1 ເດືອນ.



No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ