google-site-verification: google0d91bc93cfc88895.html ເຄືອ​ເຂົາ​ຮໍ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, July 24, 2015

ເຄືອ​ເຂົາ​ຮໍ




ຊື່​ໃນພາສາລາວ:   ເຄືອເຂົາຮໍ
ຊື່​ພາສາໄທບໍລະເພັດ
ຊື່​ພາສາອັງກິດWormwood


ຜະ​ລິດ​ຕະ​ພັນ
ຊັ້ນ​:
ຕາ​ຕະ​ລາງ​:
ຄອບ​ຄົວ​:
ສະ​ກຸນ​ເງິນ​:
Species​:
cordifolia T.
cordifolia Tinospora
(
Thunb​.) Miers

ເຄືອເຂົາຮໍ
  ສານສະກັດຈາກເຄືອເຂົາ ຮໍສາມາດເຮັດເປັນເຄື່ອງສຳອາງ ຮັກສາຜິວພັນໄດ້ ເນື່ອງຈາກໃບມີລິດທີ່ຊ່ວຍໃນການປັບຄວາມສົມ ດຸນຂອງຜິວໃຫ້ເບິ່ງອ່ອນນວນ ຢ່າງເປັນທຳມະຊາດ, ຊ່ວຍບຳລຸງ  ເສັ້ນຜົມ ແລະໜັງຫົວໃຫ້ມີສຸຂະ ພາບແຂງແຮງກະຕຸ້ນໃຫ້ຮ່າງ ກາຍສ້າງເສັ້ນຜົມໃໝ່ຈຶ່ງຊ່ວຍໃນ ຄົນທີ່ມີບັນຫາເລື່ອງຜົມຫຼົ່ນໄດ້ດີຫຼຸດອາການຢາກນໍ້າໄດ້ດີ ແລະ ໃຫ້ຄວາມຊຸ່ມຊຶ່ນໃນລຳຄໍ.

      ນອກຈາກນີ້ຍັງຊ່ວຍຫຼຸດອາ ການເປັນໄຂ້ ແລະອາການຕົວ ຮ້ອນ, ຊ່ວຍເສີມສ້າງພູມຄຸ້ມກັນ ໃຫ້ກັບຮ່າງກາຍ, ໃບເຂົາຮໍມີສານ ຈຳພວກອັລຄາລອຍ ທີ່ຈະຊ່ວຍ ໃຫ້ການເຮັດວຽກຂອງຫົວໃຈສູບເລືອດໄດ້ດີ, ຊ່ວຍຫຼຸດນໍ້າຕານໃນເລືອດຊຶ່ງເປັນປະໂຫຍດຫຼາຍສຳ ລັບຜູ້ທີ່ເປັນໂລກເບົາຫວານ, ຊ່ວຍ  ຮັກສາຜູ້ປ່ວຍເປັນໂລກຄວາມ ດັນເລືອດສູງ, ເປັນຢາບຳລຸງທາດ ແລະລະບົບໄຫຼວຽນເລືອດເຮັດໃຫ້ ມີຜິວພັນທີ່ສົດໃສ, ດອກຂອງເຂົາ ຮໍຊ່ວຍຮັກສາບາດແຜໃນຊ່ອງ ປາກຖ້ານຳມາກິນຈະເປັນຢາລະບາຍອ່ອນໆ, ເປັນຢາຖ່າຍພະ ຍາດ, ສາມາດຄວບຄຸມນໍ້າໜັກ ໄດ້ດີ ເນື່ຶອງຈາກເຄືອເຂົາຮໍຈະ ເຮັດໃຫ້ຮ່າງກາຍຄົນເຮົາດູດຊຶມ ສານອາຫານໄປໃຊ້ໄດ້ທັນທີແຖມ ຍັງມີສານຕ້ານອະນຸມູນອິດສະຫຼະ ແລະຢັບຢັ້ງເຊື້ອພະຍາດໄດ້ດີທີ່ສຸດ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ