google-site-verification: google0d91bc93cfc88895.html ເນື້ອທີ່ ​ແລະ ຜົນ​ຜະລິດ​ຜັກ​ໃນ​ເຂດ​ນະຄອນຫຼວງ​ວຽງ​ຈັນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, July 26, 2015

ເນື້ອທີ່ ​ແລະ ຜົນ​ຜະລິດ​ຜັກ​ໃນ​ເຂດ​ນະຄອນຫຼວງ​ວຽງ​ຈັນ

ການ​ຜະ​ລິດ​ໃນ ນະ​ຄອນ​ຫລວງ ວຽງ​ຈັນ ພື້ນ​ທີ່ ໃນ​ການ​ຜະ​ລິດ ກະ​ສິ​ກຳ ໃນ​ເຂດ​ນະ​ຄອນ​ຫລວງວຽງ​ຈັນ ເນື້​ອ​ທີ່​ຜະ​ລິດ ເຂດ​ຜະ​ລິດ ສະ​ຖານ​ທີ່​ຜະ​ລິດ ປູກ​ພືດ ວຽງ​ຈັນ ເຂດ​ປູກ​ພືດ​ໃນ​ວຽງ​ຈັນ

    ເນື້ອທີ່ປູກຜັກທົ່ວນະຄອນຫຼວງວຽງຈັນ ໃນປີ 2012 ມີທັງໝົດ 10,330 ຮຕ, ໃນນັ້ນມີຜັກກິນໃບ 6,880 ຮຕ, ຜັກກິນຫົວ 400 ຮຕ ແລະ ຜັກກິນໝາກ 3,050 ຮຕ. ຜົນຜະລິດລວມທັງ​ໝົດ 112,520 ໂຕນ ໃນນັ້ນ ຜົນຜະລິດຜັກກິນໃບ 75,292 ​ໂຕນ, ຜົນຜະລິດຜັກກິນຫົວ 3,100 ​ໂຕແລະ ຜັກກິນໜາ 34,130 ໂຕນ.
ການ​ຜະ​ລິດ​ໃນ ນະ​ຄອນ​ຫລວງ ວຽງ​ຈັນ ພື້ນ​ທີ່ ໃນ​ການ​ຜະ​ລິດ ກະ​ສິ​ກຳ ໃນ​ເຂດ​ນະ​ຄອນ​ຫລວງວຽງ​ຈັນ ເນື້​ອ​ທີ່​ຜະ​ລິດ ເຂດ​ຜະ​ລິດ ສະ​ຖານ​ທີ່​ຜະ​ລິດ ປູກ​ພືດ ວຽງ​ຈັນ ເຂດ​ປູກ​ພືດ​ໃນ​ວຽງ​ຈັນ


    ລະດູ​ແລ້ງສົກ​ປີ 2011-2012 ມີ​ເນື້ອ​ທີ່ປູກພືດ​ຜັກ​ 4,166 ຮຕ, ຜົນຜະລິດລວມໄດ້ 29,789 ໂຕນແລະ ເມືອງ ທີ່ປູກພືດຜັກລະດູແລ້ງຫຼາຍ ​ແລະ ​ພົ້ນ​ເດັ່ນແມ່ນ ເມືອງຫາດຊາຍຟອງ ​ເຊັ່ນ: ບ້ານ​ຫາດ​ກັນຊາ, ບ້ານດອນ, ບ້ານ​ປາຝາ​ງ, ບ້ານ​ສະຫວ່າງ, ຫາດ​ດອກ​ແກ້ວ, ບ້ານ​ຫ້ອມ, ບ້ານຊາຍ​ຟອງ, ບ້ານ​ສິມ​ມະ​ໂນ ​ແລະ ບ້ານ​ໂຄກ​ຊາຍ ໄດ້ຜົນຜະລິດ​​ໄດ້ທັງໝົດ 12,490 ໂຕນ, ເມືອງໄຊທານີ ເຊັ່ນ: ບ້ານປາກຊາບເກົ່າ, ບ້ານປາກຊາບໃໝ່ແລະ ບ້ານ​​ໂນນແຕ້ໄດ້ຜົນຜະລິດທັງໝົດ 12,237 ໂຕນ ​ແລະ ​ເມືອງ​ສີ​​ໂຄດ​ຕະບອງ ​ເຊັ່ນ: ບ້ານໜອງ​ດາ, ບ້ານ​ໃໝ່ ​ແລະ ດອນ​ຊິງ​ຊູ້ ​ໄດ້ຜົນ​ຜະລິດ​ທັງ​ໝົດ 10,300ໂຕນ. ສຳລັບການປູກຜັກລະດູຝົນແມ່ນ​​ມີເນື້ອທີ່ພຽງ 2,797 ຮຕ ຫຼື​ປະມານ 50% ຂອງ​​ເນື້ອ​ທີ່ລະດູ​ແລ້ງ ​ແລະ ໄດ້ຜົນຜະລິດລວມລວມທົ່ວ​ນະຄອນ​ຫຼວງ​ວຽງ​ຈັນ 21,025 ໂຕນ, ເມືອງທີ່ຜະລິດຜັກລະດູຝົນໄດ້ຫຼາຍ ​ແລະ ພົ້ນ​ເດັ່ນແມ່ນ ເມືອງ ຫາດຊາຍຟອງໄດ້ 6,975 ໂຕນ ແລະ ເມືອງໄຊທານີ ໄດ້ 6,548 ໂຕນ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ