google-site-verification: google0d91bc93cfc88895.html ​ການ​ປູກ​ຫມາກ​ເງາະ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Thursday, July 02, 2015

​ການ​ປູກ​ຫມາກ​ເງາະ




ຫມາກ​ເງາະ

ເປັນ​ຫມາກ​ໄມ້​ທີ່​ມີ​ຂາຍ​ຢູ່​ທົ່ວ​ໄປ ແລະ ເປັນ​ຫມາກ​ໄມ້​ລົດ​ຊາດ​ຫວານ ອົມ​ສົ້ມ ແລະ ສາ­ມາດ​ແກ້​ອາ­ການ​ເຈັບ­ທ້ອງ​ໄດ້ ແຕ່​ຖ້າ​ຫາກ​ກິນ​ຫລາຍ​ອາດ​ເຮັດ​ໃຫ້​ເປັນ​ໂທດ​ໄດ້​ຄື​ກັນ, ຫມາກ​ເງາະ​ເປັນ​ພືດ​ທີ່​ມັກ​ອາ­ກາດ​ຮ້ອນ​ຊຸ່ມ ແລະ ຈະ­ເລີນ​ເຕີບ​ໂຕ​ໄດ້​ດີ​ໃນ​ບໍ­ລິ­ເວນ​ທີ່​ມີ​ຄວາມ​ຊຸ່ມ​ສູງ​ເລັກ​ນ້ອຍ;  ຫມາກ​ເງາະ ເປັນ​ພືດ​ຍືນ​ຕົ້ນ​ຂະ­ຫນາດ​ກາງ​ຫາ​ໃຫຍ່, ສ່ວນ​ອຸນ­ຫະ­ພູມ​ຢູ່​ໃນ​ລະ­ຫວ່າງ 25-30 ອົງ­ສາ​ເຊ, ດິນ​ທີ່​ປູກ​ຄວນ​ມີ​ຄວາມ​ເປັນ​ກົດ-ດ່າງ​ປະ­ມານ 5,5-6,5 ແລະ ທີ່​ສຳ­ຄັນ​ຄວນ​ເລືອກ​ພື້ນ​ທີ່ໆມີນ້ຳ​ພຽງ­ພໍ​ຕະ­ຫລອດ​ປີ. ນອກ­ຈາກ​ນັ້ນ ການ​ປູກ​ຫມາກ​ເງາະ​ນີ້ ເຮົາ​ສາ­ມາດ​ປູກ​ຄື​ກັບ​ການ​ປູກ​ຫມາກ​ໄມ້​ຊະ­ນິດ​ອື່ນໆ ໂດຍ​ສະ­ເພາະ​ແມ່ນ​ການ​ໄຖ​ພວນ​ດິນ ແລະ ປັບ​ສະ­ພາບ​ດິນ​ໃຫ້​ລຽບ​ພຽງ ຈາກ​ນັ້ນ ກໍ່​ສາ­ມາດ​ຂຸດ​ຮ່ອງ​ລະ­ບາຍ​ນ້ຳ​ໃນ​ຫນານ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ນ້ຳ​ຂັງ​ໃນ​ເວ­ລາ​ປູກ, ສ່ວນ​ການ​ເລືອກ​ແນວ​ພັນ​ກໍ່​ຖື​ວ່າ​ສຳ­ຄັນ​ເຊັ່ນ​ກັນ ເພາະ​ການ​ປູກ​ພືດ​ທຸກ​ຊະ­ນິດ​ຈະ​ຕ້ອງ​ແນວ​ພັນ​ທີ່​ດີ​ຈິ່ງ​ຈະ​ໄດ້­ຜົນ​ຕອບ​ແທນ​ສູງ ແລະ ຫມາກ​ເງາະ ກໍ່​ເປັນ​ພືດ​ທີ່​ສາ­ມາດ​ຂະ­ຫຍາຍ​ພັນ​ໄດ້​ດ້ວຍ​ການ​ເພາະ​ແກ່ນ, ການ​ຕອນ, ການ​ຕໍ່​ກິ່ງ ແລະ ການ​ຕິດ​ຕາ​ທີ່​ມີ​ຄວາມ​ສົມ­ບູນ, ແຂງ­ແຮງ ແລະ ມີ​ລະ­ບົບ​ຮາກ​ທີ່​ສົມ­ບູນ ຮາກ​ບໍ່​ຂົດ ຫລື ງໍ. 



​ໄລ­ຍະ​ໃນ​ການ​ປູກ

ຄວນ​ກະ​ຕວງ​ໃຫ້​ຂະ­ຫນາດ​ຂອງ​ຄວາມ​ຫ່າງ​ລະ­ຫວ່າງ​ຕົ້ນ​ປະ­ມານ 8-10 ແມັດ, ລະ­ຫວ່າງ​ແຖວ​ປະ­ມານ 8-10 ແມັດ​ຄື​ກັນ ຫລັງ​ຈາກ​ນັ້ນ ກໍ່​ສາ­ມາດ​ກຽມ​ຂຸດ​ຂຸມ​ປູກ​ຂະ­ຫນາດ​ກວ້າງ, ເລິກ  ແລະ ຍາວ​ປະ­ມານ 50x50x50 ຊັງ​ຕີ​ແມັດ ແຕ່​ຖ້າ​ດິນ​ມີ​ຄວາມ​ອຸ­ດົມ­ສົມ­ບູນ​ຕ່ຳ ຄວນ​ຂຸດ​ຂະ ຫນາດ 1x1x1 ແມັດ ປະ­ສົມ​ດິນ​ປູກ​ດ້ວຍ​ຫີນ​ຟໍ​ສະ​ເຟດ ປະ­ມານ 2 ກະ​ປ໋ອງ​ນ້ຳ​ນົມ ແລະ ຝຸ່ນ​ຄອກ​ແຫ້ງ​ປະ­ມານ 1 ກະ­ບຸງ ຖົມ​ລົງ​ໃນ​ຂຸມ ໂດຍ​ໃຫ້​ລະ­ດັບ​ດິນ​ສູງ​ກວ່າ​ລະ­ດັບ​ເກົ່າ​ປະ­ມານ 20-25 ຊັງ​ຕີ​ແມັດ 
     ຫລັງ​ຈາກ​ທີ່​ກຽມ​ດິນ​ໄດ້​ແລ້ວ ກໍ່​ວາງ​ແນວ​ພັນ​ລົງ​ກາງ​ຂຸມ​ຈາກ​ນັ້ນ​ກໍ່​ປົກ​ດ້ວຍ​ດິນ​ໃຫ້​ສູງ​ກວ່າ​ລະ­ດັບ​ເກົ່າ​ບໍ່​ໃຫ້​ເກີນ 2,5 ຊັງ​ຕີ​ແມັດ ແລະ ບໍ່​ໃຫ້​ສູງ​ຮອດ​ຮອຍ​ຕໍ່ ແລ້ວ​ຈິ່ງ​ມັດ​ຕົ້ນ​ຕິດ​ກັບ​ໄມ້​ຫລັກ​ເພື່ອ​ປ້ອງ​ກັນ​ຕົ້ນ​ລົ້ມ. 
ການຫົດນ້ຳ

ທຸກ​ຄັ້ງ​ທີ່​ປູກ​ພືດ​ທຸກ​ຊະ­ນິດ​ຕ້ອງ​ຫົດ​ນ້ຳ​ທັນ­ທີ ແລະ ການ​ຫົດ​ນ້ຳ​ນັ້ນ​ແມ່ນ​ຫົດ​ຢ່າງ​ສະ​ຫມ່ຳ​ສະ­ເຫມີ​ຈົນ​ກວ່າ​ວ່າ​ຕົ້ນ​ພືດ​ຈະ​ສາ­ມາດ​ຕັ້ງ​ຕົວ​ໄດ້, ຈາກ​ນັ້ນ​ຄວນ​ຫົດ​ນ້ຳ​ປະ­ມານ 7-10 ວັນ​ຕໍ່​ຄັ້ງ, ແຕ່​ຖ້າ​ຮອດ​ລະ­ດູ­ແລ້ງ​ຄວນ​ຫາ​ວັດ​ສະ​ດຸ​ມາ​ປົກ​ບໍ­ລິ­ເວນ​ອ້ອມ​ຕົ້ນ​ເພື່ອ​ຮັກ­ສາ​ຄວາມ​ຊຸ່ມ​ໃນ​ດິນ​ໃນ​ໄລ­ຍະ​ໃຫ້​ຫມາກ, ພໍ​ເມື່ອ​ໃກ້​ຈະ​ອອກ­ດອກ​ຄວນ​ຫົດ​ນ້ຳ​ໃນ​ປະ­ລິ­ມານ​ທີ່​ນ້ອຍ​ລົງ ເພື່ອ​ປ້ອງ​ກັນ​ການ​ແຕກ​ໃບ​ອ່ອນ, ແຕ່​ຖ້າ​ມີ​ໃບ​ອ່ອນ​ແຊມ, ຊໍ່​ດອກ​ຫລາຍ ຄວນ​ຢຸດ​ການ​ໃຫ້​ນ້ຳ​ໃນ​ໄລ­ຍະ​ຫນຶ່ງ ຈົນ​ກວ່າ​ວ່າ​ໃບ​ອ່ອນ​ທີ່​ແຊມ​ມາ​ຈະ​ຫລົ່ນ​ຫມົດ ຈິ່ງ​ເລີ່ມ​ໃຫ້​ນ້ຳ​ໃຫມ່ ເພື່ອ​ໃຫ້​ຕາ​ດອກ​ຈະ­ເລີນ​ເຕີບ​ໂຕ​ຕໍ່​ໄປ ແລະ ຕ້ອງ​ໃຫ້​ນ້ຳ 1 ໃນ 3 ຂອງ​ການ​ໃຫ້​ນ້ຳ​ຕາມ​ປົກ­ກະ­ຕິ ແລ້ວ​ຈິ່ງ​ເພີ່ມ​ປະ­ລິ­ມານ​ຂຶ້ນ​ເລື້ອຍໆ, ເມື່ອ​ດອກ​ເລີ່ມ​ບານ ແລະ ຕິດ​ຫມາກ ເຊິ່ງ​ເປັນ​ໄລ­ຍະ​ຂອງ​ການ​ຈະ­ເລີນ​ເຕີບ​ໂຕ​ຂອງ​ຫມາກ ຄວນ​ໃຫ້​ນ້ຳ​ຢ່າງ​ສະ​ຫມ່ຳ​ສະ­ເຫມີ ເພາະ​ຖ້າ​ໄດ້​ຮັບ​ນ້ຳ​ບໍ່​ພຽງ­ພໍ​ຫມາກ​ຈະ​ນ້ອຍ ແລະ ລີບ, ພ້ອມ​ທັງ ມີ​ເປືອກ​ຫນາ ແລະ ໄລ­ຍະ​ທີ່​ໃກ້​ຈະ​ເກັບ​ກ່ຽວ ຖ້າ​ບໍ່​ມີ​ຝົນ​ຕ້ອງ​ເບິ່ງ­ແຍງ​ການ​ໃຫ້​ນ້ຳ​ຢ່າງ​ສະ​ຫມ່ຳ​ສະ­ເຫມີ  ຫມາກ​ເງາະ​ຂາດ​ນ້ຳ​ແລ້ວ​ເກີດ​ມີ​ຝົນ­ຕົກ​ລົງ​ມາ ຈະ​ເຮັດ​ໃຫ້​ຫມາກ​ແຕກ ແລະ ເສຍ​ຫາຍ​ໄດ້. 

ການ​ໃສ່​ຝຸ່ນ


​ແມ່ນ​ຄວນ​ໃສ່​ໃນ​ໄລ­ຍະ​ທີ່ ບໍ່​ທັນ​ເປັນ​ຫມາກ​ເຊັ່ນ​ໃສ່​ເມື່ອ​ຕົ້ນ​ເງາະ​ໄດ້ 1-2 ປີ ຈະ​ໃສ່​ປຸ໋ຍ​ສູດ​ບຳ­ລຸງ​ຕົ້ນ ປະ­ມານ1ກິ​ໂລກ​ຣາມ​ຕໍ່​ຕົ້ນ​ຕໍ່​ປີ ໂດຍ​ແບ່ງ​ໃສ່ 2 ຄັ້ງ​ໃນ​ໄລ­ຍະ​ຕົ້ນ ແລະ ປາຍ​ລະ­ດູ­ຝົນ, ຫລັງ​ຈາກ​ທີ່​ເງາະ​ເລີ່ມ​ອອກ­ດອກ​ໃຫ້​ໃສ່2-3ກິ​ໂລກ​ຣາມ​ຕໍ່​ຕົ້ນ ແລະ ໄລ­ຍະ​ຕິດ​ຫມາກ​ໃຫ້​ໃສ່ 1-2 ກິ​ໂລກ​ຣາມ​ຕໍ່​ຕົ້ນ​ໃສ່​ກ່ອນ​ເກັບ​ກ່ຽວ1ເດືອນ, ຫລັງ​ເກັບ​ກ່ຽວ​ແລ້ວ  ເປັນ​ຂັ້ນ​ຕອນ​ໃນ​ການ​ຕັດ​ແຕ່ງ​ກິ່ງ ໂດຍ​ໃສ່​ສູດ​ບຳ­ລຸງ​ຕົ້ນ ແລະ ໃສ່​ຕົ້ນ​ລະ 2-3 ກິ​ໂລກ​ຣາມ ໃສ່​ປຸ໋ຍ​ເປັນ​ຂຸມ​ອ້ອມ​ຮອບ​ບໍ­ລິ­ເວນ​ເງົາ​ພຸ່ມ ເພື່ອ​ປ້ອງ​ກັນນ້ຳຝົນຊະ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ