google-site-verification: google0d91bc93cfc88895.html ສະພາບ​ການ​ຜະລິດ​ພືດ​ຜັກ​ໃນ ສປປ ລາວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, July 26, 2015

ສະພາບ​ການ​ຜະລິດ​ພືດ​ຜັກ​ໃນ ສປປ ລາວ


      ໃນປີ 2012 ການປູກຜັກ ໃນ ສປປລ ກວມເນື້ອທີ່ປະມານ 121,595 ຮຕ, ຜົນຜະລິດລວມ ປະມານ 910,085 ໂຕນ, ໃນນັ້ນ ຜັກກີນໃບປູກໃນເນື້ອທີ່ 70,070 ຮຕ, ຜົນຜະລິດ 716,620 ໂຕນ, ຜັກກີນຫົວ 11,925 ຮຕ, ຜົນຜະລິດ 716,620 ໂຕນ ແລະ ຜັກກີນໝາກ 48,645 ຮຕ, ຜົນຜະລິດ 383,015 ໂຕນ. ເຂດ​ແຂວງທີ່ມີການປູກພືດຜັກຫຼາຍກວ່າໝູ່ແມ່ນ ແຂວງຈຳປາສັກ, ແຂວງວຽງຈັນ, ​ນະຄອນຫຼວງວຽງຈັນ, ແຂວງສາລະວັນ ແລະ ແຂວງຫຼວງພະບາງ.
      ການ​ປູກ​ພືດ​ຜັກ​​ໃນ ສປປ ລາວ ແບ່ງ​ອອກ​ເປັນ ສອງ​ລະດູ​ການ​ໃຫຍ່​ເຊັ່ນ: ​ລະດູ​ແລ້ງ​ ເລີ່​ມ​ແຕ່ ​ເດືອນຕຸລາ (10) ຫາ ​ເດືອນ​ເມສາ (4) ​ເປັນ​ລະດູ​ການ​ ​ແລະ ພູມ​ອາກາດ​ທີ່ເໝາ​ະ ສົມ​ແກ່​ການ​ຜະລິດພືດ​ຜັກ, ​ສ່ວນ​ຫຼາຍຊາວ​ກະສິກອນ​ນິຍົມ​ປູກ​ພືດ​ຜັກ​ໃນ​ລະດູ​ການ​ນີ້​ເປັນ​ຕົ້ນ​ຕໍ ​ເຫັນ​ໄດ້​ລະດູ​ແລ້ງ ສົກ​ປີ 2011-2012 ມີ​ເນື້ອ​ທີ່​ປູກ​ຜັກ​ທົ່ວ​ປະ​ເທດ​ໄດ້ທັງໝົດ​ 69,450 ຮຕ, ດ້ວຍຜົນຜະລິດ 454,385 ໂຕນ; ສ່ວນລະດູຝົນ​ເລີ່​ມ​ແຕ່​ເດືອນພືດ​ສະພາ (5) ຫາ​ເດືອນ ກັນຍາ (9) ​ແມ່ນ​ປູກ​ໄດ້​ໜ້ອຍ​ກວ່າ​ເນື່ອງຈາກ​ບາງພື້ນ​ທີ່​​ໄດ້​ຮັບ​ຜົນ​ກະທົບ​ຈາກຝົນຕົກ​, ໄພ​ນ້ຳຖ້ວມ ບໍ່ສາມາດທຳການຜະລິດໄດ້, ​ແຕ່​ກໍ່​ຍັງ​ມີ​ຊາວ​ກະສິກອນ ​ແລະ ຜູ້​ປະກອບການຈຳນວນ​ໜື່ງໃນບາງ​​ແຂວງ​​ໄດ້​ຫັນ​ໄປ​ປູກພືດ​ຜັກ​ໃນ​ເຮືອນ​ຮົ່ມ ໂດຍ​ສະ​ເພາະ ​ໃນ​ເຂດນະຄອນ​ຫຼວງ​ວຽງ​ຈັນ, ​ແຂວງ​ຈຳປາ​ສັກ ​ແລະ ​ແຂວງ​ອື່ນໆ ​ເຮັດ​ໃຫ້​ເນື້ອ​ທີ່​ການ​ຜະລິດ​ພືດ​ຜັກຫຍັບ​ເຂົ້າ​ໄກ້​ຄຽງກັນ ​ເຫັນ​ໄດ້​ລະດູຝົນ​ປິ 2012 ​ທົ່ວປະເທດປູກພືດຜັກ​ໄດ້ ​ໃນເນື້ອທີ່ 52,145 ຮຕ ດ້ວຍຜົນຜະລິດລວມ 455,700 ໂຕນ.

No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ