google-site-verification: google0d91bc93cfc88895.html ​ເຕັກ­ນິກ​ການ​ປູກ​ເຂົ້າກ້າ​ກີບ​ດຽວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Wednesday, July 08, 2015

​ເຕັກ­ນິກ​ການ​ປູກ​ເຂົ້າກ້າ​ກີບ​ດຽວ

ກ້າ​ກັບ​ດຽວ ການ​ປູກ​ເຂົ້າ ເຕັກ​ນິກ​ການ​ປູກ​ເຂົ້າ​ດ້ວຍ​ກ້າ​ກັບ​ດຽວ ວິ​ທີ​ການ​ປູກ​ເຂົ້າ​ດ້ວຍ​ກ້າ​ກີບ​ດຽວ ການ​ຕົກ​ກ້າ ການ​ບົວ​ລະ​ບັດ​ຮັກ​ສາ ກ້າ​ກັບ​ດຽວ ການ​ເກັບ​ກ່ຽວ​ເຂົ້າ ການ​ກ່ຽວ​ເຂົ້າ

​ເຕັກ­ນິກ​ການ​ປູກ​ເຂົ້າກ້າ​ກີບ​ດຽວ

  ​ແມ່ນ​ວິ­ທະ­ຍາ​ການ​ໜຶ່ງຂອງ​ການ​ປູກ​ພືດ​ລົ້ມ​ລຸກ ເວົ້າ​ລວມ ມັນ​ມີ​ຂໍ້​ດີ​ຫຼາຍ​ຢ່າງ​ເປັນ­ຕົ້ນ​ແມ່ນປະ​ຢັດ​ແນວ​ປູກ 1 ເຮັກ­ຕາ ໃຊ້ແນວ​ປູກ 6 ກິ​ໂລ, ປະ­ຢັດ​ນ້ຳ​ໄດ້ 30-50%, ປະ­ຢັດ​ເວ­ລາ, ປະ­ຢັດແຮງ​ງານ​ໃນ​ການ​ຕົກ­ກ້າ, ຫຼົກ​ກ້າ, ຫາບ​ກ້າ ແລະ ການ​ປັກ​ດຳ;

ວິ­ທີການ​ຕົກ­ກ້າ

ເລີ່ມ​ຈາກ​ການ​ກະ ກຽມ​ດິນ​ໃຫ້​ຖືກ​ຕາມ​ຫຼັກ​ວິ­ຊາ​ການ ເປັນ­ຕົ້ນ: ດິນ 1 ສ່ວນ, ຊາຍ 1 ສ່ວນ​ປະ­ສົມ​ເຂົ້າ­ກັນ​ໃຫ້​ລະ­ອຽດແລ້ວ​ມາ​ກ້າ​ໃສ່​ແຕະ​ທີ່​ສາ­ມາດ​ເຮັດດ້ວຍ​ໄມ້­ໄຜ່, ແນວ​ພັນ​ເຂົ້າ​ຕ້ອງແມ່ນ​ແນວ​ພັນ​ປັບ­ປຸງ​ພັນ​ໃດ​ກໍ​ໄດ້ ແຕ່​ມີ​ອາ­ຍຸ​ສັ້ນ ຫຼື ປານ​ກາງ, ເມື່ອກ້າ​ມີ​ອາ­ຍຸ 7-14 ວັນ ກໍ​ສາ­ມາດນຳ­ໄປ​ປູກ​ໄດ້​ກ່ອນ​ຈະ​ນຳ­ໄປ​ປູກຕ້ອງ​ໄດ້​ກຽມ​ດິນ ແລະ ໃສ່​ຝຸ່ນ​ຄອກໃຫ້​ລະ­ອຽດ

ກ້າ​ກັບ​ດຽວ ການ​ປູກ​ເຂົ້າ ເຕັກ​ນິກ​ການ​ປູກ​ເຂົ້າ​ດ້ວຍ​ກ້າ​ກັບ​ດຽວ ວິ​ທີ​ການ​ປູກ​ເຂົ້າ​ດ້ວຍ​ກ້າ​ກີບ​ດຽວ ການ​ຕົກ​ກ້າ ການ​ບົວ​ລະ​ບັດ​ຮັກ​ສາ ກ້າ​ກັບ​ດຽວ ການ​ເກັບ​ກ່ຽວ​ເຂົ້າ ການ​ກ່ຽວ​ເຂົ້າ

ໄລ­ຍະ​ປັກ​ດຳ

  ​ພາຍຫຼັງ​ໄຖ ແລະ ຄາດ​ລະ­ອຽດ​ແລ້ວ ເຮົາ​ຕ້ອງ​ເປັ່ງ​ນ້ຳ​ອອກ​ໃຫ້​ແຫ້ງ, ຂີດ​ໃຫ້​ສະ­ເໝີ​ໄລ­ຍະ​ຫ່າງ 30x30 ຫຼື 25x25 ຊັງ​ຕີ​ແມັດ​ຕາມ​ຄວາມເໝາະ​ສົມ, ການ​ປັກ​ດຳ​ຕ້ອງ​ປັກດຳ​ໃສ່​ບ່ອນ​ຈຸດ​ເສັ້ນ​ຕັດ​ກັນ ແລະ ດຳ​ໄປ​ທາງ​ໜ້າ,

ກ້າ​ກັບ​ດຽວ ການ​ປູກ​ເຂົ້າ ເຕັກ​ນິກ​ການ​ປູກ​ເຂົ້າ​ດ້ວຍ​ກ້າ​ກັບ​ດຽວ ວິ​ທີ​ການ​ປູກ​ເຂົ້າ​ດ້ວຍ​ກ້າ​ກີບ​ດຽວ ການ​ຕົກ​ກ້າ ການ​ບົວ​ລະ​ບັດ​ຮັກ​ສາ ກ້າ​ກັບ​ດຽວ ການ​ເກັບ​ກ່ຽວ​ເຂົ້າ ການ​ກ່ຽວ​ເຂົ້າ

ການ​ບົວ­ລະ­ບັດຮັກ­ສາ​


  ເຮົາ​ຕ້ອງ​ເອົາ­ໃຈ­ໃສ່​ຕິດຕາມ​ສັດ­ຕູ​ພືດ​ຕະ­ຫຼອດ​ຮອດ​ການການ​ພູນ​ດິນ​ໃສ່​ຝຸ່ນ ແລະ ການ​ເສຍຫຍ້າ, ການ​ໃຫ້​ນ້ຳ​ຕ້ອງ​ມີ​ຊົນ​ລະປະ­ທານ​ສະ­ດວກ,  ຫຼັງ​ປັກ​ດຳ​ແລ້ວໃຫ້​ນ້ຳ​ໝູ­ນວຽນ​ກັນ ໄປ 5 ວັນ ແຫ້ງ, 5 ວັນ​ປຽກ, ຮອດ 21 ວັນ ແມ່ນ 10 ວັນ​ແຫ້ງ, 10 ວັນ​ປຽກ ຈົນ​ເຖິງ​ມື້​ເຂົ້າ​ອອກ​ຮວງ ຈິ່ງ​ເອົາ​ນ້ຳ​ຂັງ​ໄວ້​ຕະ­ຫຼອດ​ຈົນ​ເຖິງ​ມື້​ເກັບ​ກ່ຽວ, ກ່ອນ​ຈະ​ເກັບ​ກ່ຽວ​ປະ­ມານ 10 ວັນ ຕ້ອງ​ເປັ່ງ​ນ້ຳ​ອອກ​ໃຫ້​ແຫ້ງ ເພື່ອ​ສະ­ດວກ​ໃນ​ການ​ເກັບ​ກ່ຽວ; ການ​ເສຍ​ຫຍ້າ: ເມື່ອ​ເສຍ​ຫຍ້າ​ຄັ້ງ ທີ 1 ຫຼັງ​ຈາກ​ປັກ​ດຳ 20 ກວ່​າ​ມື້ ເຮົາ​ຈະ​ສັງ­ເກດ​ເຫັນ​ວ່າ​ເຂົ້າ​ເລີ່ມງອກ​ງາມ​ແລ້ວ​ກໍ່​ເລີ່ມ​ລົງ­ມື​ເສຍຫຍ້າ​ຄັ້ງ​ທີ 2 ໂລດ ໂດຍ​ນຳ​ໃຊ້ ເຄື່ອງ​ພູນ​ດິນ​ທີ່​ເຮົາ​ສາ­ມາດ​ເຮັດເອົາ​ເອງ​ໄດ້. 
ກ້າ​ກັບ​ດຽວ ການ​ປູກ​ເຂົ້າ ເຕັກ​ນິກ​ການ​ປູກ​ເຂົ້າ​ດ້ວຍ​ກ້າ​ກັບ​ດຽວ ວິ​ທີ​ການ​ປູກ​ເຂົ້າ​ດ້ວຍ​ກ້າ​ກີບ​ດຽວ ການ​ຕົກ​ກ້າ ການ​ບົວ​ລະ​ບັດ​ຮັກ​ສາ ກ້າ​ກັບ​ດຽວ ການ​ເກັບ​ກ່ຽວ​ເຂົ້າ ການ​ກ່ຽວ​ເຂົ້າ

ກ້າ​ກັບ​ດຽວ ການ​ປູກ​ເຂົ້າ ເຕັກ​ນິກ​ການ​ປູກ​ເຂົ້າ​ດ້ວຍ​ກ້າ​ກັບ​ດຽວ ວິ​ທີ​ການ​ປູກ​ເຂົ້າ​ດ້ວຍ​ກ້າ​ກີບ​ດຽວ ການ​ຕົກ​ກ້າ ການ​ບົວ​ລະ​ບັດ​ຮັກ​ສາ ກ້າ​ກັບ​ດຽວ ການ​ເກັບ​ກ່ຽວ​ເຂົ້າ ການ​ກ່ຽວ​ເຂົ້າ


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ