google-site-verification: google0d91bc93cfc88895.html ​ດອກ​ແຄ​ຂາວ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Friday, July 10, 2015

​ດອກ​ແຄ​ຂາວ




ຊື່​ວິ​ທະ​ຍາ​ສາດ:  grandiflora (L​).
ຊື່​ສາ​ມັນ:  Agasta​, Sesban​, humming
ຄອບ​ຄົວ:  Leguminosae - Papilionoideae
ຍອດ​ອ່ອນ ແລະ​ໃບ​ອ່ອນຂອງ​ດອກ​ແຄ​ຂາວ​ສາ­ມາດ​ດັບຮ້ອນ​ຖອນ​ພິດ, ດອກ​ມີ​ລົດ​ຊາດຫວານ​ປົນ​ຂົມ​ໃຊ້​ແກ້​ອາ­ການ​ເປັນໄຂ້ ແລະ​ທັງ​ໝົດ​ພາຍ​ໃນ​ຕົ້ນ​ສາມາດ​ໃຊ້​ເປັນ​ຢາ​ຮັກ­ສາ​ພະ­ຍາດຕ່າງໆ​ໄດ້​ເປັນ­ຕົ້ນ​ແມ່ນ: ເປືອກ ມີ​ລົດ​ຊາດ​ຝາດໆ​ຮັກ­ສາ​ອາ­ການທ້ອງ​ອືດ​ແຕ່​ຖ້າ​ກິນ​ຫຼາຍໆ​ຈະ​ເຮັດໃຫ້​ຮາກ​ໄດ້, ນ້ຳ​ຈາກ​ຮາກ​ຂອງຕົ້ນ​ນ້ຳ​ມາ​ປະ­ສົມ​ນ້ຳ­ເຜິ້ງ​ໃຊ້​ເປັນຢາ­ແກ້­ໄຂ້​ລົມ​ໜາວ, ແກ້​ຮ້ອນ​ໃນໄດ້​ພຽງ​ໃຊ້​ຍອດ​ອ່ອນ ແລະ​ ດອກອ່ອນ ​ບໍ່​ແກະ​ໄສ້ແກງ ຫຼື ລວກ​ກິນເປັນ​ຜັກ​ແກ້ມ​ກັບ​ອາ­ຫານ, ແກ້ທ້ອງ​ອືດ​ໃຊ້​ເປືອກ​ຈາກ​ຕົ້ນ​ໄປ​ປິ້ງໄຟ​ແລ້ວ​ນຳ​ມາ​ຕົ້ມ​ກັບ​ນ້ຳ ຫຼື ນ້ຳປູນ​ໃສ 10 ສ່ວນຮັບ​ປະ­ທານ 1-2 ບ່ວງ​ແກງ, ແກ້​ແຜ​ຜີ​ໜອງ​ໃຫ້​ໃຊ້ເປືອກ​ຕົ້ນ​ແຄ​ແກ່ໆ​ຕາກ​ແຫ້ງໆ ຝົນ​ກັບ​ນ້ຳ​ສະ­ອາດ ຫຼື ນ້ຳ​ປູນ​ໃສ ທາ​ບາດ­ແຜ​ເຊົ້າ-ແລງ ກ່ອນ​ທາຄວນ​ຈະ​ໃຊ້​ນ້ຳ​ຕົ້ມ​ເປືອກ​ແຄ​ທີ່​ຕົ້ມຟົດ​ຈາກ​ໄຟ​ແລ້ວ 15 ນາ­ທີ ລ້າງບາດ­ແຜ​ນັ້ນ​ສາ­ກ່ອນ ຈະ​ຊ່ວຍ​ໃຫ້ບາດ­ແຜ​ຫາຍ​ໄວ​ຂຶ້ນ.

   ນອກ­ຈາກ​ສັບ­ພະ​ຄຸນ​ທີ່​ກ່າວ ມາ​ຂ້າງ​ຕົ້ນ​ນັ້ນ­ແລ້ວ ມັນ​ຍັງ​ສາມາດ​ຮັກ­ສາ​ອາ­ການ​ທ້ອງ­ບິດ​ໄດ້ພຽງ​ໃຊ້​ເປືອກ 2–3 ອັນ​ຂະ­ໜາດເທົ່າ​ຝ່າ­ມື​ຕົ້ມ​ກັບ​ນ້ຳ 2-3 ໂອ​ໃຫ້ ຮ້ອນ​ປະ­ມານ 15 ນາ­ທີ ແລ້ວ​ດື່ມ ໃນ​ຂະ­ນະ​ອຸ່ນໆ 1-2 ຈອກ​ມື້​ລະ 2-3 ຄັ້ງ ພຽງ​ເທົ່າ​ນີ້​ອາ­ການ​ທ້ອງບິດ​ດັ່ງ­ກ່າວ​ກໍ​ຈະ​ຫາຍ​ເຊົາ​ເປັນປົກ­ກະ­ຕິ​ໄດ້.


No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ