google-site-verification: google0d91bc93cfc88895.html ການ​ສະໜອງ​ພືດ​ຜັກ ​ເຂົ້າ​ສູ່​ນະຄອນຫຼວງ​ວຽງ​ຈັນ - Hukased

Hukased

Agriculture, education, ການກະເສດ ກະສິກຳ ປູກຝັງ ລ້ຽງສັດ ແລະ ປ່າໄມ້ ຂະຫຍາຍແລະປັບປຸງພັນພືດ

Breaking

Home Top Ad

Responsive Ads Here


Sunday, July 26, 2015

ການ​ສະໜອງ​ພືດ​ຜັກ ​ເຂົ້າ​ສູ່​ນະຄອນຫຼວງ​ວຽງ​ຈັນ


    ຄື​ດັ່ງ​ທີ່ຮູ້​ນຳ​ກັນ​ແລ້ວ​ວ່າ ນະຄອນ​ຫຼວງ​ວຽງ​ຈັນ ​ແມ່ນ​ເປັນ​ຈຸດ​​ໃຈກາງທາງ​ດ້ານ​ເສດຖະ ກິດຂອງ​ປະ​ເທດ, ມີ​ເສັ້ນທາງ​ຈາລະ​ຈອນສິນຄ້າ​ຫຼາຍ​ເສັ້ນຕັດ​​ຜ່ານຫຼາຍ​ເສັ້ນ, ມີ​ດ່ານ​ສາກົນ, ດ່ານ​ປະ​ເພ​ນີ ​ແລະ ດ່ານ​ທ້ອງ​ຖີ່​ນຕິດ​ກັບ​ປະ​ເທດ​ເພື່ອນ​ບ້ານ​ຫຼາຍ​ແຫ່ງ ສະ​ນັ້ນ​ປະລິມານການສະໜອງພືດ​ຜັກ​ເຂົ້າ​ສູ່​ນະຄອນຫຼວງ ​ຈິ່ງ​ມີ​ຫຼາຍ​ຊ່ອງ​ທາງທີ່ແຕກ​ຕ່າງ​ກັນດັ່ງ​ນີ້:
1.1      ການ​ຜະລິດ​ເອງ​ຂອງ​ຊາວ​ນະ​ຫຼວງວຽງຈັນ
​    ຊາວ​ນະຄອນຫຼວງ​ວຽງ​ຈັນ ທີ່​ມີ​ມູນ​ເຊື້ອດຸ​ໝັ່ນ ​ແລະ ມີ​ຄວາມຊິນ​ເຄີຍ​ກັບ​ການປູກພືດ​ຜັກ​ມາ​ເປັນ​ເວລາ​ຍາວ​ນານ ທີ່​ພົ້ນ​ເດັ່ນ​ແມ່ນ ​ເມືອງ​ຫາດ​ຊາຍ​ຟອງ ປະມານ 29.8% ທີ່​ໄດ້​ສະໜອງ​ຜົນ​ຜະລິດ​ໃຫ້​​ແກ່​ສັງຄົມ, ​​ເມືອງ​​ໄຊທານີ ປະມານ 27.9%, ​ເມືອງ​ສີ​ໂຄດ​ຕະບອງ 14.5%, ​ເມືອງ​ນາ​ຊາຍ​ທອງ 11.2% ( ຮູບ 2); ​ເຂດ​ຊານ​ເມືອງ​ຂອງນະຄອນຫຼວງ​ວຽງ​ຈັນ​ເກືອ​ບວ່າ​ເໝາະ​ສົມກັບ​ການ​ປູກ​ພືດ​ຜັກ​ທຸກ​ຊະນິດ ​​ເຊັ່ນ​: ປະ​ເພດ​ຜັກ​ກິນ​​ໃບ(ຜັກສະຫັດ, ຜັກກາດ, ຫ້ອ​ມປ້ອມ, ຫ້ອມ​ບົ່ວ, ຜັກຊີ, ຜັກກາດຊອມ, ຜັກກາດ​ຂຽວ​ປີ, ບົວລະພາ, ຜັກ​ຫົມ, ຜັກ​ອີ່​ຕູ່, ຫອມລາບ, ຜັກ​ບົ້ງ, ຫອມລາບ, ກະ​ເພົາ...)  ຜັກ​ປະ​ເພ​ດ​ກິນ​ໝາກ (ໝາກ​ເຜັດ, ໝາກ​ເລັ່ນ, ໝາກ​ຖົ່ວ​ຝັກ​ຍາວ, ໝາກ​ເຂືອ​ຍາວ, ໝາກ​ແຕງ​; ຜັກ​ກິນ​ຫົວ (ຫົວຜັກ​ບົ່ວ, ຫົວ​ຜັກທຽມ, ຜັກກາດ​ຫົວ, ຂິງ, ຂ່າ....). ຈາກ​ບົດລາຍ​ງານປະ​ຈຳປີ 2013 ຂອງ​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້ ສະ​​ແດງ​ໃຫ້​ເຫັນ​ວ່າ: ທົ່ວນະຄອນຫຼວງວຽງ​ຈັນ ສາມາດ​ສະ​ໜອງ​ພືດ​ຜັກ​ໃຫ້​ແກ່​ສັງຄົ​ມ​ໄດ້​ທັງ​ໝົດ 82,463 ​ໂຕນ ຫຼື ສາມ​າດກຸ້ມ​ຕົນ​ເອງປະມານ 80% ຂອງ​ຄວາມ​ຕ້ອງການ​ຜັກ​ທັງ​ໝົດ.


1.2      ການນຳເຂົ້າ-ສົ່ງ​ອອກຕ່າງແຂວງແລະ ຕ່າງປະເທດ
    ນະຄອນຫຼວງວຽງຈັນ ນອກຈາກຜົນຜະລິດພາຍໃນຂອງຕົນແລ້ວຍັງໄດ້ນຳເຂົ້າພືດຜັກຈາກຕ່າງແຂວງ ແລະ ຕ່າງປະ​ເທດອິກຈຳນວນໜື່ງໂດຍສະເພາະຈາກແຂວງຈຳປາສັກ ເຊັ່ນ: ຜັກກະລໍ່າປິ, ຜັກກາດຂາວຫຍໍ່, ໜາກຊູ, ມັນຝຼັງ; ຈາກ​​ແຂວງສະຫວັນນະເຂດ, ສາລະວັນ ໝາກອຶ, ໝາກໂຕ່ນ; ຈາກແຂວງວຽງຈັນເຊັ່ນ: ຜັກກະລໍ່າ, ໝາກນາວ, ໝາກ​​ເຜັດ; ຈາກແຂວງຫຼວງພະບາງ ​ແລະ ຈາກແຂວງຊຽງຂວາງ ໝາກເຜັດແຫ້ງ​, ຜັກທຽມ. ໃນປີ 2013 ການຈາລະຈອນສິນຄ້າຈາກຕ່າງແຂວງເຂົ້າສູ່ນນະຄອນຫຼວງປະມານທັງໝົດປະມານ 12,000 ​ໂຕນ; ແລະ ພ້ອມດຽວກັນນັ້ນ ກໍ່ໄດ້ນຳເຂົ້າພືດຜັກບາງຊະນິດ ທີ່ຊາວກະສິກອນນະຄອນຫຼວງວຽງຈັນບໍ່ນິຍົມປູກຈາກຕ່າງປະເທດເຊັ່ນ: ຜັກບົວຫົວໃຫຍ່, ຫົວຜັກທຽມໃຫຍ່​, ຫົວກະໂຫລດ, ໜາເຜັດແຫ້ງ ສິນຄ້າເລົ່ານີ້ ສ່ວນຫຼາຍແມ່ນນຳເຂົ້າຈາກ ປະເທດວຽດນາມ, ປະເທດໄທ, ປະເທດຈິນ…​ໂດຍຜ່ານສາກົນຂົວມິດຕະພາບວຽງຈັນ-​ໜອງຄາຍ, ດ່ານປະເພນີໜອງດາ, ດ່ານປະເພນີບ້ານໂຄກແຮ່, ດ່ານປະເພນີບ້ານໂດນແລະ ດ່ານທ້ອງຖິ່ນບ້ານທ່າເດື່ອ ທັງໝົດທຸກດ່ານປະມານ 8,000 ​ໂຕນ. ການນຳເຂົ້າແມ່ນຂື້ນກັບຄວາມຕ້ອງການຂອງຕະຫຼາດ, ຂື້ນກັບລະດູການ, ມີເຫດການພົ້ນເດັ່ນແລະເທດສະການຕ່າງໆ ທີ່ເກີດຂື້ນຢູ່ນະຄອນຫຼວງວຽງຈັນ.

​    ພ້ອມດຽວກັນນັ້ນນະຄອນຫຼວງວຽງຈັນຍັງມີທ່າ​​ແຮງການສົ່ງພືດຜັກຕ່າງໆແລະ ຜັກສະອາດອອກ​​ໄປທາງປະເທດເຊັ່ນກັນ; ຈາກບົດລາຍງານ ປະຈຳປີ 2013 ຂອງຂະແໜງປູກຝັງນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ມີ 5 ບໍລິສັດທີ່ມາລົງທຶນເຮັດທຸລະກິດຜະລິດພືດຜັກເພື່ອສົ່ງອອກໄປຕ່າງປະເທດ, ສະນັ້ນໃນປີນີ້ ລວມຜົນຜະລິດພຶດຜັກສົ່ງອອກ​​ເປັນທາງທັງໝົດ ປະມານ 16ໂຕນ ຄິດເປັນມູນຄ່າປະມານ 76,000 ​ໂດ​ລາ​ສະຫະລັດ ສ່ວນ​ໃຫຍ່​ແມ່ນ​ສົ່ງ​ໄປ​ປະ​ເທດ ຍີ່ປຸ່ນ, ອັງກິ​ດ, ​ເດັນ​ມາກ, ສະ​ວິດ​ຊະ​ແລນ..
    ຈາກບົດລາຍງານແລະການສືເກັບກຳຂໍ້ມູນຂ້າງເທິງນັ້ນ ສາມາດເວົ້າໄດ້ວ່າ ພືດຜັກທີ່ນຳ​​ໃຊ້ບໍລິ​​ໂພໃນຂອບເຂດນະຄອນຫຼວງວຽງຈັນແມ່ນມາຈາກ 3 ​ແຫຼ່ງຕົ້ນຕໍສ່ວນ​​ໃຫຍ່ເຊັ່ນ:​ ​ໄດ້ມາການຜະລິດຂອງຊາວກະສິກອນໃນເຂດນະຄອນຫຼວງວຽງຈັນເອງ, ​ໄດ້ມາຈາກການຈາລະຈອນ​​ຂອງແຂວງຕ່າງ​​ໃນທົ່ວປະເທດແລະໄດ້ມາຈາກນານຳ​​ເຂົ້າຈາກ ຕ່າງປະເທດ (ຮູບ 4 )




No comments:

Post a Comment

​ສະ​ແດງ​ຄວາມ​ຄິດ​ເຫັນ ຫລື ຄຳ​ຂອບ​ໃຈ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ຄົນ​ຂຽນ